ຄວາມເປັນມາຂອງວັນບຸນອອກພັນສາ l ໂດຍ. ພຣະບຸນທຽນ ພຸດທະວະໂຣ




ຄຳວ່າພັນສາ ໄດ້ແກ່ປີຫຼືືຣະດູຝົນ ພາຍໃນປີໜຶ່ງມີ 4 ເດືອນ ແຕ່ຊົງອະນຸຍາດໃຫ້ພຣະສົງສຳມະເນນຈຳພັນສາເປັນເວລາ 3 ເດືອນຄື ເລີ່ມແຕ່ແຮມ 1 ຄ່ຳເດືອນ 8 ລາວ ເຖິງຂື້ນ 15 ຄ່ຳເດືອນ 11 ຄຳວ່າອອກໄດ້ແກ່ການອອກຈາກເຂດຈຳກັດ ຫຼື ອອກຈາກເຂດວັດໄປພັກແຮມບ່ອນອື່ນໄດ້ ຈິ່ງເອື້ນວ່າບຸນອອກພັນສາ ເປັນບຸນປາງໜຶ່ງໃນຮີດ 12 ຂອງລາວເຮົາ ເພື່ອເປີດໂອກາດໃຫ້ແກ່ພຣະສົງ ສາມະເນນ ໄດ້ກະທຳກິດຂອງພຣະສາສະນາ ເຊັ່ນໄປເທດ ໄປສັ່ງສອນປະຊາຊົນ ບວດລູກຫຼານຊາວບ້ານເພື່ອສືບຕໍ່ອາຍຸພຸດທະສາສະນາ ແລະໄປຢ້ຽມຢາມຍາດຕິພີ່ນ້ອງ ອຸປະຊາອາຈານເປັນຕົ້ນ. ກ່ອນຈະອອກພັນສາພຣະສົງຕ້ອງປະວໍຣະນາຕົວກ່ອນ ຄຳວ່າປະວໍຣະນາ ແປວ່າ ການເປີດໂອກາດໃຫ້ພຣະສົງວ່າກ່າວຕັກເຕືອນກັນໄດ້ ເພາະວ່າເມື່ອອອກພັນສາແລ້ວຕ່າງຄົນຕ່າງໄປ ບາງເທື່ອອາດຈະມີຜູ້ເຮັດຜິດລະບຽບ ວິນັຍ ພຣະສົງຜູ້ມີເຈຕະນາດີກໍ່ຈະສາມາດຕັກເຕືອນເຊິ່ງກັນ ແລະກັນໄດ້ ຂອບເຂດການປະວໍຣະນາ ກຳໜົດແຕ່ແຮມ 1 ຄ່ຳເດືອນ 11 ຮອດມື້ຂື້ນ 15 ຄ່ຳເດືອນ 12 ລາວ ການເຮັດບຸນແມ່ນເລີ່ມແຕ່ພຣະສົງສາມະເນນ ຈະຕື່ນແຕ່ເຊົ້າ ຕີກອງເດິກ ໄຫວ້ພຣະສູດມົນພ້ອມກັນ ແລ້ວກ່າວຄຳປະວໍຣະນາ ອອກພັນສາ ໃນມື້ ຂື້ນ 15 ຄ່ຳເດືອນ 11 ສ່ວນຝ່າຍຄະລືຫັດ ສັດທາຊາວບ້ານກໍ່ກຽມຕົວມາກະທຳບຸນກຸສົນ ກຽມອາຫານຫວານຄາວ ມາໃຫ້ທານ ຮັກສາສິນ ຟັງທັມຮ່ວມກັນທີ່ວັດ

ໄຕ້ປະທີບໄຫລເຮືອໄຟ ນ້ຳ-ບົກ ບູຊາຂັ້ນໄດແກ້ວຈູດບັ້ງໄຟດອກ 
ໃນມື້ຂື້ນ 15 ຄ່ຳ ເດືອນ 11 ສັດທາຊາວບ້ານ ແລະພຣະສົງສາມະເນນຮ່ວມກັນສ້າງເຮືອໄຟຂື້ນ ໃນເຂດວັດບ່ອນທີ່ເຫມາະສົມ ພໍຮອດຕອນຄ່ຳກໍ່ນຳປະທີບນ້ຳມັນ ດອກໄມ້ ທູບທຽນມາຈູດໄຕ້ບູຊາພຣະຣັດຕະນະໄຕຣ ບາງບ່ອນຢູ່ໃກ້ແມ່ນ້ຳກໍ່ເຮັດເຮືອໄຟແລ້ວນຳໄປໄຫລນ້ຳ ຖືວ່າການບູຊາປະທີບນ້ຳມັນນັ້ນມີອານິສົງຫຼາຍ ຕົວຢ່າງເຊັ່ນພຣະອານຸຣຸດທະເຖຣະ ເປັນພຣະສາວົກທີ່ໄດ້ຍົກຍ້ອງວ່າເປັນພຣະອໍຣະຫັນຜູ້ມີຕາທິບ ເບິ່ງກ້ວາງເຫັນໄກໄດ້ ເພາະອານິສົງຖວາຍປະທີບໃນເມື່ອກ່ອນ ຈິ່ງນິຍົມກັນມາຮອດປະຈຸບັນ
ມູນເຫດແຫ່ງການກະທຳ ມີເລື່ອງເລົ່າຫຼາຍເລື່ອງທີ່ກ່ຽວກັບການບູຊາໄຟ ໄຕ້ປະທີບ ໄຫຼເຮືອໄຟ ໃນມື້ອອກພັນສາ
ເລື່ອງທີ 1 : ເພື່ອເປັນການສະແດງອອກເຊິ່ງຄວາມກະຕັນຍູຕໍ່ຜູ້ມີພະຄຸນ ເຊັ່ນ ຕຳນານແມ່ກາເຜືອກ ເພື່ອລະນຶກເຖິງບຸນຄຸນແມ່ທີ່ໃຫ້ກຳເນິດເກິດມາ ເຮົາຈິ່ງນິຍົມຝັ້ນຝ້າຍຕີນກາ ຈູດບູຊາແມ່ກາເຜືອກ ແລະຮອຍພຣະບາດ  ມີເລື່ອງເລົ່າກັນມາວ່າ ເມື່ອຄັ້ງດຶກດຳບັນຍັງມີພະຍາກາເຜືອກ ສອງຜົວເມຍ ເຮັດຮັງຢູ່ເທິງຕົ້ນໄມ້ໃນປ່າຫິມະພານ ຮີມຝັ່ງແມ່ນ້ຳ ຢູ່ມາມື້ໜຶ່ງພະຍາກາເຜືອກສອງຜົວເມຍ ໄດ້ອອກໄປຫາອາຫານ ຂະນະນັ້ນໄດ້ເກິດລົມພະຍຸມາພັດຮັງກາ ເຮັດໃຫ້ໄຂ່ກາຕົກກະຈັດກະຈາຍໄຫຼໄປຕາມແມ່ນ້ຳ ເມື່ອລົມພາຍຸສະຫງົບລົງ ແມ່ກາໄດ້ກັບມາຫາຮັງກໍ່ຮູ້ວ່າຮັງ ແລະໄຂ່ໄດ້ໄຫຼນ້ຳໄປໝົດແລ້ວ ດ້ວຍຄວາມອາໄລຮັກລູກແມ່ກາໄດ້ຂາດໃຈຕາຍແລ້ວໄປເກິດເປັນພຣົມ ຢູ່ໃນພຣົມມະໂລກ ມີນາມວ່າທ້າວພະກາພຣົມ ສ່ວນໄຂ່ກາທັງ 5 ໄຫຼໄປຕາມກະແສນ້ຳ ໜ່ວຍທີ່ 1 ແມ່ໄກ່ໄດ້ເອົາໄປຟັກ ໜ່ວຍທີ່ 2 ແມ່ນາກເອົາໄປຟັກ ໜ່ວຍທີ່ 3 ແມ່ເຕົ່າເອົາໄປຟັກ ໜ່ວຍທີ່ 4 ແມ່ງົວເອົາໄປຟັກ ໜ່ວຍທີ່ 5 ແມ່ຣາຊາສີ(ສິງຫ໌) ເອົາໄປຟັກ ເມື່ອໄຂ່ທັງຫ້າເບາະອອກມາ ກໍ່ເປັນຄົນທັງໝົດ ເມື່ອໃຫຍ່ຂຶ້ນມາຕ່າງຄົນກໍ່ເຫັນໂທດຂອງການຄອງເຮືອນ ແລະເຫັນອານິສົງຂອງການອອກບວດ ຈິງໄດ້ລາແມ່ລ້ຽງຂອງຕົນອອກບວດເປັນລືສີຈະເຣີນຍານ ສະມາບັດຢູ່ປ່າຫິມະພານ ວັນໜຶ່ງລືສີທັງຫ້າໄດ້ພົບກັນແລະໄດ້ຖາມໄຖ່ຊື່ສຽງຮຽງນາມຂອງກັນແລະກັນ ກໍ່ຮູ້ວ່າຕ່າງຄົນຕ່າງມີແມ່ລ້ຽງທັງໝົດ ອົງທີໜຶ່ງຊື່ວ່າ ກະກຸສັນໂທເພາະໄກ່ເອົາໄປລ້ຽງ ອົງທີສອງຊື່ວ່າ ໂກນາຄະມະໂນ ເພາະນາກເອົາໄປລ້ຽງ ອົງທີສາມຊື່ວ່າ ກັສໂປ ເພາະເຕົ່າເອົາໄປລ້ຽງ ອົງທີສີ່ຊື່ວ່າ ໂຄຕະໂມ ເພາະງົວເອົາໄປລຽ້ງ ອົງທີຫ້າຊື່ວ່າ ເມຕຕັຍໂຍ ເພາະຣາຊະສີເອົາໄປລ້ຽງ ຕ່າງຄົນຕ່າງບໍ່ແມ່ນແມ່ແທ້ຂອງຕົນ ຈິ່ງອະທິຖານວ່າຖ້າຈະໄດ້ຕັສຮູ້ເປັນພຣະພຸດທະເຈົ້າໃນຂ້າງໜ້າ ຂໍໃຫ້ຮ້ອນໄປເຖິງມານດາຜູ້ໃຫ້ກຳເນິດ ແຮງອະທິຖານຮ້ອນໄປເຖິງທ້າວພະກາພຣົມ ຈິ່ງແປງຮ່າງເປັນກາເຜືອກລົງມາ ແລະບອກວ່າເປັນແມ່ຂອງລືສີທັງຫ້າ ຖ້າຫາກຄິດເຖິງມານດາ ເມື່ອຮອດເດືອນ 11 ເພັງໃຫ້ເອົາຟ້າຍມາຝັ້ນເປັນຮູບຕີນກາ ຈູດບູຊາເທີດ ຈິ່ງໄດ້ຊື່ວ່າຄິດຮອດແມ່ມານດາ ນັບຕັ້ງແຕ່ນັ້ນມາຈິ່ງມີການຈູດປະທີບຕີນກາບູຊາມາທຸກວັນນີ້.
ເລື່ອງທີ 2 : ເພື່ອເປັນການຕ້ອນຮັບການສະເດັດກັບມາຂອງພຣະພຸດທະເຈົ້າທີ່ໄປເທດໂຜດມານດາແລະຈຳພັນສາໃນສະຫວັນຊັ້ນດາວະດຶງ ໃນມື້ ຂື້ນ 15 ຄ່ຳເດືອນ 11 ຊາວບ້ານຈິ່ງນິຍົມຈູດປະທີບໂຄມໄຟ ຂັ້ນໄດແກ້ວເພື່ອຕ້ອນຮັບ ແລະບູຊາພຣະພຸດທະເຈົ້າ.
ເລື່ອງທີ 3 : ເພື່ອບູຊາຮອຍພຣະພຸດທະບາດ ທີ່ເປັນສັນຍາລັກແຫ່ງຄວາມສະຫງົບ ຄວາມສາມັກຄີ ຈິ່ງນິຍົມໄຫຼປະທີບໂຄມໄຟບູຊາ ແລະບູຊາແມ່ຄົງຄາ ເພື່ອເຄົາລົບແລະຮູ້ບຸນຄຸນຕໍ່ແມ່ນຳ້ ເຖິງວ່າການບູຊາໃນວັນດັ່ງກ່າວນັ້ນຈະມີສາຍເຫດແຕກຕ່າງກັນຫຼາຍປະການກໍ່ຕາມ ແຕ່ຈຸດໝາຍກໍ່ຄື ການບູຊາພຣະຣັດຕະນະໄຕຣ ທີ່ຊາວພຸດລາວບັນດາເຜົ່າມີຄວາມເຫຼື້ອມໃສສັດທາ ແລະນຳເອົາຫຼັກທັມ ຄຳສອນມາປະຕິບັດໃຫ້ເກິດຜົນດີໃນຊີວິດປະຈຳວັນ ນອກຈາກນີ້ຍັງສະແດງອອກເຊິ່ງຄວາມກະຕັນຍູ ຮູ້ບຸນຄຸນຕໍ່ຜູ້ມີພະຄຸນ ເຊັ່ນ ແມ່ ພໍ່ ຄູບາອາຈານ ແລະທັມມະຊາດທີ່ໃຫ້ຊີວິດ ມີແມ່ນ້ຳເປັນຕົ້ນ.
      ດັ່ງນັ້ນ ການຈັດຕັ້ງປະຕິບັດຕາມຮີດຄອງປະເພນີ ໃນມື້ບຸນອອກພັນສານີ້ ແມ່ນເພື່ອການສະແດງອອກເຊິ່ງຄວາມສັດທາ ຄວາມກະຕັນຍູ ແລະຄວາມສາມັກຄີຮັກແພງຂອງພໍ່ແມ່ປະຊາຊົນບັນດາເຜົ່າ ການເຮັດບຸນສິນກິນທານ ແລະການບູຊານັ້ນ ຕ້ອງມີສະຕິລະວັງຕົວ ບໍ່ຟູມເຟືອຍ ບໍ່ປະໝາດ ແລະຮູ້ຈັກຄຸນຄ່າທີ່ແທ້ຈິງຂອງການປະກອບກິດຈະກຳໃນບຸນດັ່ງກ່າວ.
====
ພຣະບຸນທຽນ ພຸດທະວະໂຣ,  ຮຽບຮຽງ
Share on Google Plus

About ສຽງທັມvoice

This is a short description in the author block about the author. You edit it by entering text in the "Biographical Info" field in the user admin panel.

0 ความคิดเห็น:

แสดงความคิดเห็น