ສາມີ ແລະ ພັນລະຍາ ຕ້ອງປະຕິບັດຕໍ່ກັນ 5 ຢ່າງ


ມະນຸດເຮົາຖ້າຂາດແລ້ວເຊິງສິນທັມກໍ່ບໍ່ຕ່າງຫຍັງກັບສັດເດຍລະສານທຳມະດາ ຄຳວ່າມະນຸດຄືຜູ້ກຳລັງພັດທະນາ ຜູ້ທີ່ມີຫຼັກ ແລະ ກົດເກນດຳເນີນຊີວິດຢ່າງມີສະຕິ ແລະ ເຊັນດ່ຽວກັນການສ້າງຄອບຄົວກໍເຊັນກັນກໍ່ມີຫຼັກແຫ່ງສິນລະທັມທີ່ສາມາດຢືດໜ່ຽວ ນຳມາເປັນແບບແຜນດຳເນີນຊີວິດໃຫ້ດີຂື້ນ. 
ຫຼັກສິນທັມຂອງຜູ້ຄອງເຮືອນ 5 ຢ່າງຄືຫຼັກແຫ່ງການຢູ່ຮ່ວມກັນລະຫວ່າສາມີ ແລະ ພັນລະຍາເປັນກົດ ຫຼື ແນວທາງການດຳເນີນຊີວິດໃຫ້ມີຄວາມຜ່າສຸກໃນຄອບຄົວ ເປັນແບບແຜນທີ່ຄົນໃນສັງຄົມ ກໍຄືທຸກໆຄອບຄົວທີ່ຈະຕ້ອງມີ ແລະ ພິງປະຕິບັດຕໍ່ກັນ 5 ຢ່າງ. 
ສາມີຕ້ອງປະຕິບັດຕໍ່ພັນລະຍາ 5 ຢ່າງ

1. ດ້ວຍຄວາມຍົກຍ້ອງ ນັບຖືວ່າ ເປັນພັນລະຍາ
2. ບໍ່ມີຄວາມດູໝິ່ນ ດູແຄນ
3. ບໍ່ປະພຶດລ່ວງເກີນ ຈິີດໃຈ (ບໍ່ນອກໃຈ)
4. ມອບຄວາມເປັນໃຫຍ່ໃຫ້ໃນຄອບຄົວໃຫ້ເຄື່ອງແຕ່ງຕົວ
5. ໃຫ້ເຄື່ອງແຕ່ງຕົວ
ພັນລະຍາຕ້ອງປະຕິບັດຕໍ່ສາມີ 5 ຢາງ


1. ເຮັດວຽກງານດີ
2. ສົງເຄາະຄົນໃນບ້ານໃກ້ເຮືອນຄຽງຂອງຜົວດີ
3. ບໍ່ປະພຶດລ່ວງເກີນໃຈຜົວ (ບໍ່ນອກໃຈ)
4. ຮັກສາຊັບ ທີ່ຜົວຫາມາໄດ້ໄວ້ໃຫ້ດີ
5. ດຸໝັ່ນ ບໍ່ຂີ້ຂານ ເຮັດວຽກງານທັງປວງ

---------------
ຂອບໃຈພາບຈາກ: Lao Traditional Wedding Ceremony




Share on Google Plus

About ສຽງທັມvoice

This is a short description in the author block about the author. You edit it by entering text in the "Biographical Info" field in the user admin panel.

0 ความคิดเห็น:

แสดงความคิดเห็น