ບົດສູດ ອຸນຫັດສະວິໄຊ


ນະໂມ ຕັດສັນຖູ......ເອກັດສະມິງ ກິຣະ ສະມະເຍ ສັດຖາ ຕາວະຕິງ ສະພະວະເນ ວິຫະຣັນໂຕ ປາຣິດສັດຕະກະມູລັມຫິ ປັນທຸກັມພະລະສິລາສະເນ ນິສິທິຕິ.
         ໂພ ສາທະໂວ ດູຣາສັປປຸຣິສະທັງຫຼາຍ ກິຣະດັ່ງໄດ້ຍິນມາ ເອກັສມິງ ສະມະເຍ ໃນສມັຍນຶ່ງ ສັດຖາອັນວ່າ ພຣະສັບພັນຍູເຈົ້າແຫ່ງເຮົາຕົນປະເສີດກວ່າຄົນ ແລະ ເທວະດາທັງຫຼາຍ ກໍສະເດັດປະທັບນັ່ງຢູ່ເໜືອຫິນບັນທຸກັມພະລະສີລາອາດ ແທບເຄົ້າໄມ້ປາຣິກະຊາດໃນສວັນຊັ້ນດາວະດິງ ຈິ່ງໄດ້ເທສນາພຣະອະພິທັມມາ ເຈັດຄັມພີແກ່ເທວະດາທັງຫຼາຍ ອັນມີສິຣິມະຫາມາຍາເທພະບຸດເປັນປະທານ ເພື່ອໃຫ້ບັນລຸທັມມະວິເສດ ເຊິ່ງມີມັກຜົນ ແລະນິບພານເປັນຕົ້ນ ອະຖະໃນກາລະເມື່ອນັ້ນ ຍັງມີເທວະບຸດຕົນນຶ່ງຊື່ວ່າ ສຸປະຕິດຖິຕະເທວະບຸດ ເປັນຜູ້ມີຣິດເຕຊະອານຸພາບຍິ່ງນັກ ໄດ້ສເວີຍທິພສົມບັດ ໃນວິມານຄໍາຫລັງນຶ່ງໃນສວັນຊັ້ນດາວະດິງທີ່ນັ້ນກໍມີແລ ສ່ວນວ່າ ສຸປະຕິດຖິຕະເທວະບຸດຕົນນັ້ນ ກໍບໍ່ຮູ້ສະພາວະ ອັນຈັກເຫມິດຈັກສ້ຽງຍຸແຫ່ງຕົນຫັ້ນແລ ອະຖະ ໂຂ ໃນກາລະຄັ້ງນັ້ນ ຍັງມີເທວະບຸດອີກຕົນໜຶ່ງຊື່ວ່າ ອາກາສະຈາຣິນິເທວະບຸດ ເປັນຜູ້ຮູ້ຈັກຍັງສະພາວະອັນຈັກເໝິດຈັກສ້ຽງອາຍຸ ແຫ່ງສຸປະຕິດຖິຕະເທວະບຸດດັ່ງນັ້ນ ຕິ່ງໄປບອກເຫດແກ່ ສຸປະຕິດຖິຕະເທວະບຸດ ວ່າດັ່ງນີ້ ໂພ ມາຣິສະ ດູຣາເຈົ້າຕົກຜູ້ຫາທຸກບໍ່ໄດ້ ໃນວັນຖ້ວນເຈັດນີ້ ເຈົ້າກູກໍຈັກຈຸດຕິຕາຍຈາກສວັນເທວະໂລກທີ່ນີ້ແລ້ວ ຈັກໄດ້ໄປເກິດໃນອະເວຈີນະຣົກ ໄດ້ສເວີຍທຸກໃນນະຣົກມາກກວ່າແສນປີນັ້ນແລ ດູຣາເທວະບຸດ ຄັນວ່າເຈົ້າກູຕາຍຈາກອະເວຈີນະຣົກນັ້ນແລ້ວຊໍ້າເລົ່າ ຈັກໄດ້ໄປເກິດເປັນສັດເດັຍຣະສານເຈັດຈໍາພວກ ໃນຊາດເປັນສັດນັ້ນແລສິ່ງຫ້າຮ້ອຍຊາດ ສ່ວນວ່າ ສຸປະຕິດຖິຕະເທວະບຸດ ເມື່ອຮູ້ເຫດອັນບໍ່ດີນັ້ນແລ້ວ ກໍມີຫົວໃຈອັນຫວັ່ນສັ່ນສາຍໄປມາ ແລ້ວກໍຊົບເຊົາເຫງົາຢູ່ດັງນັ້ນ ແລ້ວກໍຄະນິງໃນໃຈວ່າດັ່ງນີ້ ອຸບັດທະວະອົນຕາຍ ອັນມີສະພາວະປານນີ້ ເກິດມີແກ່ກູສັນນີ້ແລ້ວ ຈັກມີສິ່ງໃດອັນໃດ ແລະບຸກຄົນໃດຈັກເປັນທີ່ຈັ້ງທີ່ເພິ່ງແກ່ກູໄດ້ນີ້ຈາກນໍ ນ້ອຍບໍ່ນານທໍ່ໃດທ່ານກໍມາເຫັນບຸດພະນິມິດ ຫ້າ ປະການ ບັງເກິດມີແກ່ຕົນກ່າວຄືວ່າ: ຜ້າທິບເຄື່ອງຊົງກໍທມົ່ນໝອງເສັຍ ໜຶ່ງ ດອກໄມ້ທິບກໍເປັນອັນຫ່ຽວແຫ່ງເສັຍ ໜຶ່ງ ເຫື່ອແລະໄຄໃນເນື້ອຕົນກໍໄຫລອອກ ໜຶ່ງ ທີ່ຢູ່ທີ່ນອນກໍເປັນອັນຮ້ອນຍິ່ງນັກ ໜຶ່ງ ຄັນທະຣົງຜ້າສະໃບເຂົ້າ ກໍຍິ່ງຮ້ອນກະວົນກະວາຍ ໜຶ່ງເມື່ອບຸບພະນິມິດຫ້າປະການນີ້ ຜາກົດເກີດມີແກ່ເທວະບຸດ ແລເທວະດາອົງໃດເທວະບຸດ ແລເທວະດາອົງນັ້ນ ກໍຈະຕ້ອງຈຸດຕິຈາກສະວັນເທວະໂລກໂດຍທ່ຽງແທ້ບໍ່ຕ້ອງສົງສັຍ ສ່ວນວ່າ ສຸປະຕິຖິຕະເທວະບຸດ ໄດ້ຮູ້ເຫດດັ່ງນັ້ນແລ້ວ ບໍ່ຢາກໄປສເວີຍຜົນກັມອັນຊົ່ນຮ້າຍ ຈິ່ງເຂົ້າໄປສູ່ສໍານັກຂອງພຣະຍາອິນໄຫວ້ແລ້ວກໍນັ່ງຢູ່ທີ່ສົມຄວນແຫ່ງຕົນ ຈິ່ງຂາບທູນເຫດຮ້າຍຕ່າງໆໃຫ້ຮູ້ແລ້ວ ຂໍເຈົ້າກູຈົ່ງເປັນທີ່ຈັ້ງທີ່ເພິ່ງແກ່ຜູ້ຂ້າແດ່ກໍຂ້າເຖີ້ນ ສັກໂກ ອັນວ່າ ພຣະຍາອິນ ຄັນໄດ້ຟັງຍັງຄໍາຂອງສຸປະຕິດຖິຕະເທວະບຸດນັ້ນແລ້ວ ຈິ່ງກ່າວວ່າ ຂຶ້ນຊື່ວ່າຄວາມຕາຍແລ້ວ ເຖິງເຮົາຜູ້ເປັນໃຫຍ່ໃນສວັນຊັ້ນດາວະດິງກໍຈິງຢູ່ ທຽນຍ່ອມແຕ່ບໍ່ອາດຈະຫ້າມ ແລະຕ້ານທານຄວາມຕາຍຂອງທ່ານໄດ້ແລ ທໍ່ເວັນໄວ້ແຕ່ພຣະສັບພັນຍູເຈົ້າອົງດຽວນັ້ນແລ ທີ່ຈະເປັນທີ່ຈັ້ງທີ່ເພິ່ງແກ່ສັດຕະວະໂລກທັງມວນໄດ້ບັດນີ້ ສັດຖາ ອັນວ່າ ພຣະສັບພັນຍູເຈົ້າກໍປະທັບຢູ່ເໜື່ອຫີນບັນທຸກັມພະສີລາອາດ ແທບເຄົ້າໄມປາຣິກະຊາດ ຖ້າທ່ານຢາກຈະຣະງັບໂພຍພັຍອົນຕາຍແລ້ວຈົງຈັດແຈງແຕ່ງເຄື່ອງກິຍາບູຊາມີດອກໄມ້ ທູບທຽນເປັນຕົ້ນ ເຮົາຈະພາໄປເຝົ້າພຣະພຸດທະເຈົ້າເພື່ອຈະໄດ້ທູນຖາມ ເຊິ່ງເຫດຮ້າຍຂອງທ່ານຕໍ່ພຣະອົງ ແລ້ວກໍຈັກໄດ້ເປັນທີ່ເພິ່ງໃນກາລະບັດນີ້ແລ່ 
        ສ່ວນວ່າສຸປະຕິດຖິຕະເທວະບຸດ ຄັນໄດ້ຟັງຍັງຄໍາຂອງພຣະຍາອິນດັ່ງນັ້ນ ກໍຈິ່ງໄດ້ຈັດແຈງແຕ່ງເຄື່ອງກິຍາບູຊາ ຕາມຄໍາສັ່ງແລ້ວ ສັກໂກ ອັນວ່າ ພຣະຍາອິນ ກໍໄດ້ນໍາພາສຸປະຕິດຖິຕະເທວະບຸດໄປເຝົ້າພຣະພຸດທະເຈົ້າ ຄັນໄປເຖິງແລ້ວກໍໄດ້ຂາບໄຫວ້ ນັ່ງຢູ່ທີ່ຄວນສ່ວນຂ້າງໜຶ່ງແລ້ວ ຂາບທູນເຫດຮ້າຍທັງຫຼາຍໄຫວ້ພຣະພຸດທະເຈົ້າຮູ້ໂດຍຕລອດ ຄັນແລ້ວພຣະຍາອິນກໍໄດ້ຂາບທູນໃຫ້ພຣະພຸດທະເຈົ້າ ຊົງສໍາແດງຍັງປຸບພະກັມຂອງສຸປະຕິດຖິຕາເທວະບຸດ ພະຄະວາ ອັນວ່າພຣະພຸດທະເຈົ້າຕົນປະເສີດ ກໍໄດ້ສໍາແດງຍັງປຸບພະກັມຂອງສຸປະຕິດຖິຕະເທວະບຸດ ວ່າດັງນີ້ ມະຫາຣາຊະດູຣາມະຫາຣາດໃນກາລະເມື່ອກ່ອນ ສຸປະຕິດຖິຕະເທວະບຸດຕົນນີ້ ເປັນຜູ້ມີຄວາມປະມາດ ເຫັນຜິດເປັນນາຍພານເນື້ອ ໄດ້ລັກເອົາລູກນົກໜີຈາກພໍ່ແມ່ແລ ມີຈິດໃຈແຂງກະດ້າງຂ້າພໍ່ຕີແມ່ແລ ດ່າສະມະນະຊີພາມ ບໍ່ເຄົາຣົບຍໍາເກັງພຣະພິກຂຸສົງຜູ້ໄປຫາມາສູ່ກໍເຖິງເຫັນຢູ່ກໍເຮັດດັ່ງບໍ່ຮູ້ບໍ່ເຫັນຫັ້ນແລ ຍ້ອນຜົນກັມອັນນີ້ແລ ສຸປະຕິດຖິຕະເທວະບຸດ ຈິ່ງຈັກໄດ້ໄປບັງເກີດໃນນະຣົກ ສເວີຍຜົນກັມໃນນະຣົກປະມານແສນປີ ຄັນພົ້ນຈາກນະຣົກແລ້ວ ກໍຈັກໄດ້ໄປບັງເກີດເປັນສັດເດັຍລະສານເຈັດຈໍາພວກຄື: ເປັນຮຸ້ງ ເປັນແຮ້ງ ເປັນເຕົ່າ ເປັນໝູ ເປັນໝາ ເປັນຄົນຫູໜວກແລະຕາບອດ ແລສິ່ງແລຫ້າຮ້ອຍຊາດ ດ້ວຍວິກບາກແຫ່ງອະກຸສົນກັມທີ່ສຸປະຕິດຖິຕະເທວະບຸດ ໄດ້ກະທໍາມານີ້ແລ ມະຫາຣາຊະ ຂໍມະຫາຣາດຈົ່ງຮູ້ຜົນກັມຂອງສຸປະຕິດຖິຕະເທວະບຸດ ດັ່ງກ່າວມາດ້ວຍປະການດັ່ງນີ້ ສັກໂກ ອັນວ່າ
          ພຣະຍາອິນ ເມື່ອໄດ້ຮູ້ຍັງປຸບພະກັມ ຂອງສຸປະຕິດຖິຕະເທວະບຸດດັ່ງນີ້ແລ້ວຈິ່ງຂາບທູນໄຫວ້ພຣະສັບພັນຍູເຈົ້າວ່າ ອັນໃດແລຈັກເປັນທີ່ເພິ່ງ ທີ່ຮັກສາ ໃຫ້ເທວະບຸດຕົນນີ້ມີອາຍຸໝັ້ນຍືນກໍຂ້າຈາ ພະຄະວາ ອັນວ່າພຣະສັບພັນຍູເຈົ້າກ່າວວ່າດັ່ງນີ້ ມະຫາຣາດຊະ ດູຣາມະຫາຣາດ ເອໂກ ທັມໂມ ຍັງມີທັມດວງໜຶ່ງ ອຸນຫັດສະວິໄຊໂຍນາມມະ ຊື່ວ່າ ອຸນຫັດສະວິໄຊ ເປັນທັມອັນອຸດົມຍິ່ງ ຈິ່ງໃຫ້ເທວະບຸດຕົນນີ້ ຮຽນເອົາທັມດວງນີ້ໃຫ້ໄດ້ຈໍາຈຶ່ໄວ ແລະ ປະຕິບັດດ້ວຍ ກາຍ ວາຈາ ແລະ ໃຈ ໃຫ້ບໍຣິສຸດເຖີ້ນກໍຈັກເປັນທີ່ຈັ້ງທີ່ເພິ່ງ ຫ້າມບໍ່ໃຫ້ຕາຍໃນວັນຖ້ວນເຈັດນັ້ນແລ ພະຄະວາ ອັນວ່າພຣະສັບພັນຍູເຈົ້າກໍສໍາແດງຍັງຄາຖາອຸນຫັດສະວິໄຊວ່າດັ່ງນີ້: 
         ອັດຖິ ອຸນຫັດສະວິຊະໂຍ ທັມໂມ ໂລເກ ອະນຸດຕະໂຣ ສັບພະສັດຕະຫິຕັດຖາຍະ ຕັງ ຕະວັງຄັນຫາຫິ ເທວະເຕ ປະຣິວັດເຊ ຣາຊະທັນເດ ອະມະມຸດເສຫິ ປາວະເກ ພະຍັກເຄ ນາເຄ ວິເສພູເຕ ອະກາລະມະຣະເນນະ ວາ ສັບພັສມາ ມະຣະນາມຸດໂຕ ຖະເປຕວາ ກາລະມາຣິຕັງ ຕັດເສວະ ອານຸພາເວນະ ໂຫຕຸ ເທໂວ ສຸຂີ ສະທາ ສຸດທະສີລັງ ສະມາທາຍະ ທັມມັງ ສຸຈະຣິຕັງ ຈະເຣ ຕັດເສວະ ອະນຸພາເວນະ ໂຫຕຸ ເທໂວ ສຸຂີ ສະທາ ລິກຂິດຕັງ ຈິນຕິຕັງ ປູຊັງ ທາຣະນັງ ວະຈະນັງ ຄະຣຸງ ເຕສັງ ເທສະນັງ ສຸຕວາຕັດສະ ອາຍຸ ປະວັດທະຕິຕິ ເທວະເຕ ດູຣາເທວະດາທັງຫຼາຍ ທັມອັນຊື່ວ່ອຸນຫັດສະວິໄຊນີ້ ເປັນຍອດແຫ່ງທັມທັງຫຼາຍ ລະ ເປັນປະໂຫຍດແກ່ສັດຕະວະໂລກທັງມວນ ທ່ານຈົ່ງຮຽນເອົາຍັງທັມອັນນີ້ແລ້ວ ສູດທຸກເຊົ້າຄໍ່າວັນຄືນຍ່ອມຫ້າມເສັຍໄດ້ ເຊິ່ງພັຍອັນຕະຣາຍທັງປວງອັນຈະເກີດຂຶ້ນ ແຕ່ພູດຜີປີສາດເສືອໂຄ່ງ ເສືອເຫລຶອງ ງູໃຫຍ່ ງູນ້ອຍ ແຮດ ຊ້າງ ໝູູ່ສັດພິດຮ້າຍແລ່ ທ່ານທັງຫຼາຍກໍຈະບໍ່ຕາຍຍ້ອນຢາພິດທຸກຊະນິດ ນອກຈາກຈະສ້ຽງອາຍຸແລ້ວກໍຈິ່ງຕາຍແທ້ແລ ສັກກັດຕະວາ ພຸດທະຣະຕະນັງ ໂອສະຖັງ ອຸດຕະມັງ ວະຣັງ ຫິຕັງ ເທວະມະນຸດສານັງ ພຸດທະເຕເຊນະ ໂສດຖິນານາ ນັດສັນຕຸປັດທະວາ ສັບເພ ທຸກຂາ ວູປະສະເມນຕຸ ເຕ ອັນໜຶ່ງ ຜູ້ໃດໄດ້ບູຊາພຣະຣັຕນະໄຕຣທັງ ສາມ ປະການຄື: ພຣະພຸດທເຈົ້າ ພຣະທັມມະເຈົ້າແລ ພຣະສັງຄະເຈົ້າ ຜູ້ນັ້ນຈະເປັນເໝືອນດັ່ງໄດ້ກິນຢາອັນປະເສີດມີອາຍຸໝັ້ນຍືນ ຈັກເປັນຜູ້ພົ້ນຈາກທຸກ ໂສກໂຣກພັຍອັນຕະຣາຍທັງປວງ ຍ້ອນອານຸພາບຂອງຄາຖາອຸນຫັດສະວິໄຊ ແລະ ຄຸນຂອງພຣະຣັດຕນະໄຕຣນີ້ ຈະຄຸ້ມຄອງປ້ອງກັນໃຫ້ຊີວິດຂອງທ່ານພົ້ນຈາກອັນຕະຣາຍ ມີອາຍຸໝັ້ນຍືນໄດ ຂໍໃຫ້ທ່ານທັງຫຼາຍຈົ່ງພາກັນປະຕິບັດຮັກສາໄວ້ຢ່າໃຫ້ຂາດເຖີ້ນ ເທສະນາປະຣິໂຍສາເນ ໃນເມື່ອແລ້ວຣົສທັມມະເທສນາ ເທວະຕາໂຍ ອັນວ່າ ເທວະດາທັງຫຼາຍອັນມີ ພຣະຍາອິນ ເປັນປະທານ ກໍໄດ້ເຖິງທັມມະວິເສດມີປະເພດກ່າວຄືວ່າ ມັກແລະຜົນເປັນອັນມາກແລ ສ່ວນວ່າສຸປະຕິດຖິຕະເທວະບຸດນັ້ນ ໄດ້ນ້ອມຈິດໃຈໄປໃນທັມມະວິເສດ ກໍໄດ້ກັບເພດເປັນອັນຕະພາບໃໝ່ ມີກາຍອັນຜ່ອງໃສແລະມີອາຍຸຍືນຍາວຕະລອດໄປຈົນເຖິງສມັຍຂອງພຣະພຸດທະເຈົ້າ ຊົງພຣະນາມວ່າ ພຣະສີອະຣິຍະເມດໄຕຣ ອົງຈະໄດ້ລົງມາຕັດຂ້າງໜ້ານັ້ນແລ ຈິ່ງຈະໄດ້ຈຸຕິລົງມາສູ່ມະນຸດສະໂລກ ກໍຈັກໄດ້ເປັນພຣະອະຣະຫັນຕະ ຂິນາສາວົກອົງໜຶ່ງກໍມີແລ່ ອຸນຫັດສະວິຊະຍະວັນນະນາກະຖາ ອັນວ່າ ກິຍາອັນກ່າວຍ້ອງຍໍຍັງ ອຸດຫັດສະວິໄຊ ນິດຖິຕາກໍສະເດັດບໍຣະບວນຄວນແລ້ວທໍ່ນີ້ກ່ອນແລ່.

========


Share on Google Plus

About ສຽງທັມvoice

This is a short description in the author block about the author. You edit it by entering text in the "Biographical Info" field in the user admin panel.

0 ความคิดเห็น:

แสดงความคิดเห็น