ຄຳວ່ານາກກ່ອນເຂົ້າບວດໃນພຸດທະສາດສະໜາ



ຊີວິດຂັ້ນທີ່ສອງຮອງຈາກເກີດມາກໍຄື ການບວດ ຜູ້ຊາຍທຸກຄົນ ເມື່ອອາຍຸຄົບກໍາໜົດເເລ້ວຈະຕ້ອງບວດ ການບວດຖືວ່າເປັນການອົບຮົມບົ່ມນິໄສໃຈຄໍໃຫ້ມີສີລທັມເປັນພື້ນຖານ ເເລະ ເປັນການຊົດໃຊ້ຕອບເເທນໜີ້ບຸນຄຸນຂອງບິດາມາຣດາຜູ້ໃຫ້ກໍາເນີດ. 
ການບວດນັ້ນຖ້າບວດເປັນສາມະເນນເອີ້ນວ່າ ‘‘ບັບພະຊາ’’ ບວດເປັນພຣະພິກຂຸ ເອີ້ນວ່າ ‘‘ອຸປະສົມບົດ’’ ການອຸປະສົມບົດມີ 3 ວິທີຄື: (1) ວິທີພຣະພຸດທະເຈົ້າຊົ່ົງບວດໃຫ້ເອງ ໂດຍພຣະພຸດທະອົງຄ໌ ຊົງເປັ່ງວາຈາວ່າ: ມາເຖີດພິກຂຸ ທັມເຮົາຕັດດີເເລ້ວ ທ່ານຈົ່ງມາປະພຶດພົຣມມະຈັນ ເພື່ອພົ້ນທຸກຂ໌ ໂດຍຊອບເຖີ້ນ. ເອີ້ນວ່າ ‘‘ເອຫິພິກຂຸ ອຸປະສັມປະທາ’’. (2) ວິທີໃຫ້ພຣະສົງຄ໌ສາວົກບວດໃຫ້ (ເປັ່ງວາຈາວ່າ: ພຸດທັງສະຣະນັງ ຄັດສາມິ, ທັມມັງ ສະຣະນັງ ຄັດສາມິ, ສັງຄັງ ສະຣະນັງ ຄັດສາມິ) ພຽງທໍ່ນີ້ກໍຊື່ວ່າ ໄດ້ສໍາເລັດເປັນພຣະພິກຂຸ ໃນທາງພຣະພຸດທະສາສນາໄດ້ເເລ້ວ ວິທີນີ້ເອີ້ນວ່າ ‘‘ຕິສະຣະນະຄະມະນູ ປະສັມປະທາ’’ (3) ພຣະສົງຄ໌ 5 ອົງຄ໌ ໂຮມທັງພຣະອຸປັດຊາບວດໃຫ້ ດ້ວຍການສູຕຍັດຕິ 1 ຄັ້ງ ອະນຸສານ 3 ຄັ້ງ ໂຮມເປັນ 4 ຄັ້ງ ເອີ້ນຍັດຕິຈະຕຸຖະກັມມະວາຈາ ການບວດຂໍ້ທີ 3 ນີ້ ເປັນການບວດທີ່ເຮັດກັນຢູ່ໃນປັດຈຸບັນນີ້ ດັ່ງນັ້ນການບວດຈຶ່ງຖືເປັນປະເພນີລາວເຮົາອີກທີ່ຈໍາເປັນສໍາຫລັບລູກຜູ້ຊາຍທຸກຄົນ.

ຄຳສຳຄັນ: ນາກ, ການບວດ, ປະເພນີ

1. ຄົນທີ່ຄວນໃຫ້ບວດ
ຜູ້ຈະບວດ (ບວດພຣະ) ຕ້ອງມີອາຍຸຄົບ 20 ປີບໍຣິບູນ 1 ເປັນຄົນມີອາຊີບຊອບທັມ ມີຫລັກຖານບໍ່ມີໜີ້ສີນ 1 ມີຄວາມປະພຶດດີ ບໍ່ສູບຝິ່ນກິນຢາມາ ສຸຣາ ຢາເສບຕິດ ເເລະອື່ນໆ 1 ມີຄວາມຮູ້ອ່ານອອກຂຽນໄດ້ 1 ເປັນຜູ້ປາດສະຈາກໂທດ ມີຮ່າງກາຍສົມບູນ: ບໍ່ຊະຣາທຸບພົລພາບ ຫຼື ພິການ 1 ມີສະມະນະບໍຣິຂານຄົບຖືກຕ້ອງຕາມພຣະວິນັຍ 1 ກ່າວຄໍາຂໍບວດໄດ້ຖືກຕ້ອງດ້ວຍຕົວເອງ. ຜູ້ບໍ່ມີລັກສະນະດັ່ງກ່າວນີ້ຈຶ່ງຄວນໃຫ້ບວດ

2. ຄົນທີ່ບໍ່ຄວນໃຫ້ບວດ
ຄົນທີ່ບໍ່ຄວນໃຫ້ບວດ: ຄືຄົນທີ່ມີອາຍຸບໍ່ຄົບ 20 ປີ1 ຜູ້ມີຄວາມຜິດໜີອາຍາເເຜ່ນດິນ1 ຄົນຫລົບໜີຣາຊການ1 ຄົນມີຄະດີຄ້າງໂຮງຄ້າງສານ1 ຄົນທີ່ຖືກຕັດສິນຈໍາຄຸກຖານເປັນຜູ້ຮ້າຍສໍາຄັນ1 ຄົນຖືກຫ້າມອຸປະສົມບົດໂດຍເດັກຂາດທາງພຣະພຸດທະສາສນາ1 ຜູ້ມີພະຍາອັນຕິດຕໍ່ໄປໂດຍງ່າຍ1 ຄົນມີອະໄວຍະວະພິການໄຮ້ຄວາມສາມາດ ຈົນບໍ່ອາດປະຕິບັຕິສາສນະກິຈ ໄດ້ສະດວກ1. ບໍ່ມີບາດ ເເລະ ຈີວອນ1 ເເລ້ວຍັງຕ້ອງຫ້າມຕາມປະເພນີຄືວັນຂຶ້ນ ຫຼື ເເຮມ 14 ຄໍາ ຫ້າມບວດນາກ ຫຼື ທໍາກິຈະກັມອັນໃດຕ່າງໆ ກ່ຽວກັບພຣະ ທ່ານວ່າໄວ້ດັ່ງນີ້ຄື ສົງຄ໌ 14 ນາຣິ 11 ສົມຣົດ 7 ປົງສົບ 15 ດັ່ງນີ້ເປັນຕົ້ນ. 

3. ຄາຖາເເຖຫົວນາກ
ວ່າ ນະໂມຕັດສະ ພະຄະວະໂຕ ອະຣະຫະໂຕ ສັມມາ ສັມພຸດທັດສະ ວ່າ 3 ເທື່ອ ເເລ້ວເສກໃສ່ມີດເເຖວ່າ: ຕຸຍຫັງ ເກສາ ເມ ອຸປະສິນນາພຸດທະສາສະເນ ປັບພະຊາຍະ ສັບພະກິເລສາ ອຸປະຊີຍັນຕຸ ເເປວ່າ: ເຈົ້ານາກເອີຍ ຂ້າພະເຈົ້າຂໍເເຖຜົມໃຫ້ເຈົ້າ ເພາະໄດ້ບວດໃນພຣະພຸດທະສາສນາ ຂໍໃຫ້ກິເລສທຸກຢ່າງຂອງເຈົ້າຈົງໝົດໄປ ສາທຸ.

4. ການຮຽນ
ເມື່ອບວດເເລ້ວ ຕ້ອງມີການຮຽນ ຜູ້ບວດຈະຕ້ອງເປັນຜູ້ຄົງເເກ່ຮຽນສົມກັບຊາວບ້ານ ເຂົານິຍົມນັບຖື ວ່າ: ບວດຮຽນຂຽນອ່ານ ພຣະທັມວິນັຍ (ພຣະສູຕຣ໌, ພຣະວິນັຍ, ພຣະອະພິທັມ) ໃຫ້ຮູ້ຂໍ້ວັດປະຕິບັຕິ. (ຖ້າບວດເເລ້ວບໍ່ຮຽນເຂົາວ່າ: ບວດລັບບວດຫລີີ້ນ ບວດລອງ ບວດຄອງປະເພນີ ບວດບໍ່ໜີສົງສານ ບວດຂີ້ໃສ່ຖານ ບວດຜານເຂົ້າສຸກ ບວດສຸບຫົວນອນ ບວດເພື່ອສະນຸກສະໜານ ບວດຜານຄອງວັດ. ສໍາຫລັບບວດມາເພື່ອສຶກສາຮໍ່າຮຽນນັ້ນ: ສະໄໝກ່ອນເພິ່ນເເບ່ງຊັ້ນຮຽນອອກເປັນ 3 ຕອນຄື ບັ້ນຕົ້ນ, ບັ້ນກາງ, ບັ້ນປາຍ ເເຕ່ລະຂັ້ນມີດັ່ງນີ້: 

     4.1 ບັ້ນຕົ້ນ:
1. ສູຕຣ໌ມົນຕ໌ນ້ອຍ: ຄື ຕັ້ງມຸງຄຸນນ້ອຍໄດ້ເເກ່ເຈັດຕໍານານ ສູຕຕ໌ມົຕຕ໌ຫລວງ ຄື ຕັ້ງມຸງຄຸນຫລວງ ໄດ້ເເກ່ 12 ຕໍານານ ໄຊຍ໌ນ້ອຍ ໄຊຍ໌ໃຫຍ່ ທ່ອງຈົນໄດ້ຕິດປາກ ຕິດຄໍ ຈົນຈົບບໍຣິບູນ.
2. ສູຕຣ໌ມົນຕ໌ກາງ: ຄື ທັມມະຈັກກັບປະວັດຕະນະສູຕຣ໌ ມະຫາສະມະຍະສູຕຣ໌ ອະທິດຕະປະຣິຍະສູຕຣ໌ ອະນັດຕະລັກຂະນະສູຕຣ໌ ມາຕິການ ເເຈ້ກ ອະພິທັມເຈັດຄັມພີຣ໌ ພຣະວິນັຍ, ພຣະສູຕຣ໌.
3. ສູຕຣ໌ມົນຕ໌ປາຍ ຄື ສັດທາ (ປາລີມູລະກັດຈາຍນະສູຕຣ໌ ອະພິທັມມັດຖະສັງຄະຫະປາລີ) ປາຕິໂມກຂ໌ບາລີທ່ອງໃຫ້ໄດ້.

     4.2 ບັ້ນກາງ: 
1. ຮຽນສູຕຣ໌ ມູລກັຈຈາຍນະ ເຣີ່ມຈາກ ສະມັນຍາພິທານສົນທິ ເປັນຕົ້ນໄປເໝືອນຮຽນ ບາລີໄວຍາກຣນ໌ໃນປັດຈຸບັນ.
2. ເເປຄັມພີຣ໌ບາລີ ອັດຖະກະຖາທັງ 5 ຄື ວິນັຍອັດຖະກະຖາ ອາທິກັມ ອັດຖະກະຖາປາຈິຕຕິຍ໌ ອັດຖະກະຖາຈຸລະວັກ ອັດຖະກະຖາມະຫາວັກ ອັດຖະກະຖາປະຣິວາຣວັກ.
3. ອັດຖະກະຖາທັມມະບົທບາລີ 8 ພາກ.

     4.3 ບັ້ນປາຍ: 
1. ຄັມພີຣ໌ທະສະຊາຕິບາລີ 2. ມັງຄະລັດຖະທີປະນີບາລີ 3. ອັດຖະກະຖາວິສຸດທິມັກບາລີ 4. ອັດຖະກາຖາອະພິທັມມັດຖະສັງຄະຫະບາລີ.

5. ຄໍາວ່ານາກ
ຜູ້ທີ່ຈະບວດນັ້ນ ເອີ້ນວ່າ ‘‘ນາກ’’ ເມື່ອເເປຕາມຕົວເເລ້ວໄດ້ເເກ່ຜູ້ບໍ່ທໍາບາບ ໝາຍຄວາມວ່າຜູ້ທີ່ຈະບວດນັ້ນ ເປັນຜູ້ບໍຣິສຸດຜຸດຜ່ອງ ກ່ອນຈະເອີ້ນ ຊື່ວ່ານາກນັ້ນ ມີຕໍານານກ່າວໄວ້ວ່າ:
ຍັງມີພຣະຍານາກຕົວໜຶ່ງ ມີຄວາມເຫຼື້ອມໃສໃນພຣະພຸດທະສາສນາ ເເລ້ວ ໄດ້ປອບກາຍເປັນ ມະນຸດມາເປັນມະນຸດມາບວດໃນພຣະພຸດທະສາສນາ ເເຕ່ພໍພຣະພິຂຸຕົນນັ້ນນອນຫລັບໄປ ຮ່າງກາຍເລີຍກັບເປັນນາກຕາມເດີມ ວັນໜຶ່ງພິກຂຸທັງຫຼາຍໄດ້ໄປເຫັນ ດັ່ງນັ້ນ, ຈຶ່ງນໍາເອົາເລື່ອງນັ້ນໄປຂາບທູນເເດ່ພຣະພຸດທະເຈົ້າ ພຣະພຸດທະອົງຄ໌ຊົງສອບຖາມ ເຫັນເປັນຄວາມຈິງ ຈຶ່ງໄດ້ສັ່ງໃຫ້ສິກອອກໄປເສຍໂດຍຕັດວ່າ ເຈົ້າເປັນສັດເດັຍຣະສານຈະມາບວດເປັນພິກຂຸໃນພຣະພຸດທະສາສນານີ້ບໍ່ໄດ້ ພຣະຍານາກມີຄວາມອາໄລໃນເພດບວດຫຼາຍທີ່ສຸດ ຈຶ່ງໄດ້ຂາບທູນພຣະພຸດທະອົງຄ໌ໄວ້ວ່າ ເຖິງເເມ່ນຈັກບໍ່ໄດ້ຄອງເພດເປັນພຣະສົງຄ໌ກໍ່ຕາມເເຕ່ຂໍຝາກຊື່ໄວ້ ຫລືຜູ້ໃດຈະເຈົ້າບວດໃນພຣະບຸດທະສາສນາໃຫ້ເອີ້ນຊື່ວ່ານາກ ສະນັ້ນຄໍາວ່າ ‘‘ນາກ’’ ຈຶ່ງເປັນຊື່ຂອງຜູ້ທີ່ຈະບວດຕັ້ງເເຕ່ບັດນັ້ນເປັນຕົ້ນມາຈົນເຖິງທຸກວັນນີ້. 

6. ການເຄນນາກ
ກ່ອນຈະເຖິງມື້ບວດປະມານ 15 ມື້ ຫຼືເດືອນ 1 ພໍ່ເເມ່ ຫຼື ຍາພີຕິພີ່ນ້ອງ ຫຼື ບໍ່ກໍເຈົ້າສັດທາຜູ້ຈະເອົ້າບວດ ຈະຈັດເອົາຂັນ 5 ເເລະ ພາຜູ້ຈະບວດນັ້ນໄປວັດເເລ້ວເຄນຂັນ 5 ເເລະ ມອບໝາຍນາກນັ້ນໃຫ້ຮຽນທໍາວັດສູຕຣ໌ມົນຕ໌ ຮຽນຄອງນາກ ທໍາພິນທຸ ປັນຈຸອະທິດຖານ ຮຽນໜັງສືທັມ ເເລະ ຂໍ້ວັດປະຕິບັດອື່ນໆທີ່ຈໍາເປັນເພຶ່ອຈະໄດ້ໃຊ້ໃນເມື່ອບວດເເລ້ວ ການມອບໝາຍນາກໃຫ້ຄຣູບາອາຈານ ໃຫ້ຮຽນຄອງນີ້ເອີ້ນວ່າ “ເຄນນາກ” ພໍເມື່ອຮັບເເຂັນເເລ້ວ ມີການຫລັ່ນຄ້ອງກອງ ເພື່ອປະກາດໃຫ້ຮູ້ ເເລະ ອະນຸໂມທະນາສາທຸການເອົາບຸນນໍາກັນ ນີ້ເອີ້ນວ່າ ການເຄນນາກ...

7. ການປ່ອຍນາກ
ເມຶ່ອນາກໄດ້ຮຽນຄອງນາກ ຫຼື ຄອງວັດປະຕິບັດອື່ນໆໄດ້ພໍສົມຄວນເເລ້ວ ກ່ອນຈະບວດອີກ 2-3 ມື້ ເປີດໂອກາດໃຫ້ນາກນັ້ນໄປຄາລະວະສົມມາພໍ່ເເມ່ພີ່ນ້ອງ ຫຼື ໄປຂະມາລາໂທດຜູ້ຫລັກຜູ້ໃຫຍ່ທີ່ຕົນ ເຄົາລົບນັບຖື ເເລະ ບອກລາໝູ່ເພຶ່ອນ ຕະຫຼອດຈົນການໄປຊໍາລະໜີ້ສິນເສັຍ ເພື່ອຈະໄດ້ເປັນຄົນບໍຣິສຸດຂາວສະອາດ ການປ່ອຍນາກໃຫ້ໄປໃສມາໃສໄດ້ມີກໍາໜົດ 3 ມື້ ເອີ້ນວ່າ ປ່ອຍນາກ ທັງນີ້ເພຶ່ອໃຫ້ນາກໄດ້ມີໂອກາດເວລາບວດເເລ້ວ ຈະໄດ້ຕັ້ງໜ້າພໍ່າເພັງບຸນກຸສົນຕໍ່ໄປ.

8. ກອງບວດ
ເຄື່ອງໃຊ້ທີ່ຈະນໍາມາບວດ ເອີ້ນວ່າກອງບວດ ເຄື່ອງຈໍາເປັນຂາດບໍ່ໄດ້ມີບໍຣິຂານຢູ່ 8 ຢ່າງຄື: ມີຜ້ານຸ່ງ ຜ້າບ່ຽງ ຜ້າຄຸມ ຜ້າສັງຄາຕິ ບາຕຣ ມີດເເຖ ເຂັມ ຜ້າມັດເເອວ (ປະຄົດເເອວ) ຜ້າກອງນໍ້າ ນອກຈາກບໍຣິຂານເຫຼົ່ານີ້ມີ ເສື່ອ ສາດ ອາສະນະ ຈ້ອງ (ຄັນຮົ່ມ) ເກີບ ເຕົ້ານໍ້າ ຈອກນໍ້າ ໂຖນ ປີ່ນໂຕ ຕຽງ ຕັ່ງ ສິ່ງເຫຼົ່ານີ້ ຈະມີ ຫຼື ບໍ່ກໍໄດ້ບໍ່ຈໍາເປັນ ຖ້າເຮັດພ້ອມກັນຫຼາຍກອງ ໃຫ້ຂົນມາຮ່ວມກັນທີ່ວັດ ຕອນຄໍ່ານິມົນຕ໌ພຣະສົງຄ໌ມາສູຕຣ໌ພຣະປະຣິຕະມຸງຄຸນ ຈົບເເລ້ວບັງສະກຸລ ອຸທິສສ່ວນກຸສົລ ເເດ່ຍາຕິທີ່ລ່ວງລັບໄປເເລ້ວ ຕອນກາງຄືນຄົບງັນຕາມປະເພນີ ຕອນເຊົ້າຖວາຍອາຫານບິນທະບາຕຣ໌. 

ຖ້າເຮັດຢູ່ທີ່ເຮືອນໃຜເຮືອນມັນ ຕອນຄໍ່າ ນິມົມຕ໌ພຣະມາສູຕຕ໌ພຣະປະຣິຕະມຸງຄຸນທີ່ເຮືອນມີຟັງເທສນ໌ຕອນກາງຄືນຄົບງັນກອງບວດ ຕອນເຊົ້າຖວາຍບິນທະບາຕຣ ເເລ້ວເເຫ່ກອງບວດພ້ອມທັງນາກ ໄປຮ່ວມກັນຢູ່ທີ່ສາລາໂຮທັມວັດທີ່ຈະບວດ ກອງບວດໃຊ້ເມັງຄືຕຽງຫາມອອກໄປ ຕຽງນັ້ນໃຊ້ເປັນຕຽງນອນຂອງຂອງພຣະບວດໃໝ່ ເມື່ອງກອງບວດມາຮ່ວມກັນເເລ້ວ ກ່ອນຈະສູ່ຂວັນນາກ ຕ້ອງບັງສະກຸນອຸທິສສ່ວນກຸສົລ ໃຫ້ຜູ້ຕາຍເເລ້ວກ່ອນດ້ວຍ.

9. ການເເຫ່ນາກ
ການເເຫ່ນາກນັ້ນ ເຮັດຕາມຖານະຂອງເຈົ້າສັດທາ ລາງຄົນກໍເອົາລົຖເເຫ່ ລາງຄົນກໍເອົາມ້າເເຫ່ ຫຼື ບໍ່ກໍເເຫ່ກັນທາງຍ່າງ ພວກທີ່ເອົາມ້າເເຫ່ນັ້ນຄົງຈະຖືເອົາຕາມທີ່ເຈົ້າຊາຍສີທັດຖະກຸມມານ ຕອນສະເດັດອອກບວດກໍເປັນໄດ້ໂດຍຊົງຂີ່ມ້າກັນຖະກະສະເດັດອອກບວດ ຖ້າຕັ້ງກອງຢູ່ບ້ານກໍເເຫ່ຈາກບ້ານໄປວັດ ຖ້າຕັ້ງຢູ່ວັດກໍເເຫ່ອ້ອມສີມໂລດ.

10. ການສູ່ຂັວນນາກ
ເມື່ອເເຫ່ອ້ອມສາລາເເລ້ວນາກທຸກຄົນຕຽມເຂົ້າພາຂັວນຍາຕິພີນ້ອງນັ່ງລ້ອມອອ້ມພາຂັວນ ພຣາມເຣີ່ມເຮັດພິທີສູ່ຂັວນຈົບເເລ້ວ ຜູກເເຂນນາກເເລ້ວນໍາເຂົ້າພິທີບວດຕໍ່ໄປ.

11. ການລາສິກຂາ
ຜູ້ບວດໃນສະໄມບູຮານ ເປັນຜູ້ເບື່ອຕໍ່ໂລກ ຈຶ່ງບໍ່ມີການລາສິກຂາ ຄັ້ນຕໍ່ມາການບວດໄດ້ຫັນປ່ຽນມາເປັນປະເພນີ້ ໂດຍຖືວ່າຜູ້ຊາຍທຸກຄົນຈະຕ້ອງບວດເມຶ່ອການບວດກາຍມາເປັນປະເພນີເເລ້ວ ຜູ້ບວດບໍ່ປະສົງຈະຢູ່ສືບຕໍ່ໄປຕະລອດຊີວິດ ກໍຕ້ອງລາສິກຂາ ການລາສິກຂາກໍຕ້ອງເຮັດເປັນກິຈະລັກສະນະ ພິທີເຮັດມີດັ່ງນີ້: ຜູ້ຈະລາສິຂາຈັດຕຽມດອກໄມ້ ທູບທຽນໄປຄາຣະວະພຣະອຸປັດຊາຍ໌ອາຈາຣຍ໌ ເມື່ອເຖິງວັນກໍາໜົດເເລ້ວ ໃຫ້ຈັດສະຖານທີ່ ນິມົນຕ໌ພຣະສົງຄ໌ມາພ້ອມກັນເເລ້ວ ພຣະພິຂຸຜູ້ຈະລາສິກຂານັ້ນ ຕ້ອງສະເເດງອາບັຕິກ່ອນ ເເລ້ວວ່າອະດີຕະປັດຈະເວກຂະນະ1 ເທື່ອ ເເລ້ວວ່າ

ຄໍາລາສິກຂາ ວ່າ: ສິກຂັງ ປັດຈັກຂາມິ ຄິຫິຕິມັງ ທາເລຖະ ຂ້ານ້ອຍຂໍລາສິຂາ ຂໍທ່ານທັງຫຼາຍຈົງຈົດຈໍາຂ້ານ້ອຍໄວ້ວ່າ ເປັນຄະລຶຫັດເເຕ່ບັດນີ້ເປັນຕົ້ນໄປ ວ່າ 3 ເທື່ອ ເເລ້ວພຣະເຖຣະຈະດຶງເອົາຜ້າສັງຄາອອກ ຈຶ່ງອອກໄປເເກ້ຜ້າເຫລືອງອອກໝັດ ເເລ້ວນຸ່ງຫົ່ມຜ້າຂາວເຂົ້າມາ ກ່າວຄໍາຂໍສະຣະນະຄົມນ໌ ເເລະ ສີລ 5 ເເລ້ວກ່າວຄໍາປະຕິປະຕິຍານຕົກເປັນພຸດທະມາມະກະວ່າ ອະຫັງ ພຸດທັນຈະ ທັມມັນຈະ ສັງຄັນຈະ ສະຣະນັງຄະໂຕ ສາທຸ ພັນເຕ ພິຂຸ ສັງໂຄ ພຸດທະມາມະໂກຕິ ມັງ ທາເຣຖະ ພຣະສົງຄ໌ນັ່ງ ເປັນປະທານ ຮັບສາທຸພ້ອມກັນ ເເລ້ວຜູ້ລາສິຂາຂາບ 3 ເທື່ອ ເເລ້ວຜູ້ລາສິກຂາເອົາເຄື່ອງສັກກາຣະໄປຖວາຍ ພຣະສົງຄ໌ອະນຸໂມທະນາເປັນອັນຈົບພິທີ. (ສ່ວນການສິກຂາຂອງສາມະເນນບໍ່ມີຄົງອະນຸໂລມຕາມຢ່າງພຣະພິຂຸ).

12. ເອກກະສານອ້າງອີງ

1. ປື້ມຄູ່ມືການບັນພະຊາ ແລະ ອຸບປະສົມບົດ
2. ປື້ມ ພຣະປາຕິໂມກບາລີ-ແປໂດຍຍົກສັບ ແລະ ຄູ່ມືສັງຄະກັມ ພິທີຕ່າງໆ ຂອງລາວ20ມີນາ ພ.ສ. 2545
3. ປື້ມວິນັຍພາກສອງ
4. ປື້ມ ວັດທະນະທຳ ແລະ ປະເພນີບູຮານລາວ/ຮຽບຮຽງໂດຍ: ຄໍາຜຸນ ພິລາວົງສ໌ 
ໜັງສືຄູ່ມື ພຸດທະມະກະ 15 ພຶດສະພາ ພ.ສ. 2547 / ສະຫວັນນະເຂດ 
6. ມໍຣະດົກວັດທະນະທັມລາວລ້ານຊ້າງ ຮວບຮວມ ຮຽບຮຽງໂດຍ: ມະຫາທອງຄໍາ ຫລ່ຽມບຸນເຮືອງ ປ.ຣຽນ. B.A. 10 ມີນາ 2546
---------------


Share on Google Plus

About ສຽງທັມvoice

This is a short description in the author block about the author. You edit it by entering text in the "Biographical Info" field in the user admin panel.

0 ความคิดเห็น:

แสดงความคิดเห็น