ປະຫວັດຫຍໍ້ ແລະ ຜົນງານຂອງທ່ານ ມະຫາສີລາ ວີຣະວົງສ໌ l ພຣະ ແສງດາວັນ ຊຸມພົນພັກດີ

ມະຫາສີລາ ວີຣະວົງສ໌ ເຖິງແກ່ມໍລະນະກໍາໃນວັນທີ 18 ກຸມພາ 1987 ລວມອາຍຸໄດ້ 82 ປີ. ນັບເປັນການສູນເສຍເສົາຄໍ້າທີ່ທົດແທນໄດ້ຍາກຂອງວົງການຄົ້ນຄວ້າໃນປະເທດລາວ. ທ່ານສີຊະນະ ສີສານ ປະທານຄະນະກໍາມະການ ວິທະຍາສາດສັງຄົມ ໃນປະເທດລາວ ຂຽນໄວ້ວ່າ: ຕະຫຼອດຊີວິດຂອງທ່ານ. ມະຫາສີລາ ວີຣະວົງສ໌ ໄດ້ອຸທິດຕົນໃຫ້ແກ່ການຄົ້ນຄວ້າພາສາ, ວັນນະຄະດີ,ປະຫວັດສາດ  ແລະ ຍັງເປັນຫ່ວງເປັນໃຍ ຈົນເຖິງວາລະສຸດທ້າຍຂອງທ່ານ.
ດ້ວຍຢາກໃຫ້ ວັນນະຄະດີລາວສະໄໝບູຮານ ໄດ້ຮັບການພິມອອກເຜີຍແຜ່ຕໍ່ມວນຊົນຢ່າງທົ່ວເຖິງ. ບັນດານັກສຶກສາ, ນັກຄົ້ນຄວ້າ ທັງລາວ ແລະ ຕ່າງປະເທດ ຕ່າງກໍຖືເອົາທ່ານເປັນບ່ອນອີງ ເພື່ອຖາມເອົາຂໍ້ມູນ, ຫຼາຍໆຄົນຍົກຍ້ອງ ແລະ ນັບຖືທ່ານເປັນອາຈານເປັນຜູ້ຊົງຄຸນວຸດທິ ເປັນນັກປຣາດຜູ້ໜຶ່ງຂອງລາວ.
ມະຫາສີລາ ວີລະວົງສ໌ ກາຍເປັນບຸກຄົນໃນຕໍານານ ຊຶ່ງປະຊາຊົນຢູ່ຕາມລຽບສອງຝັ່ງແມ່ນໍ້າຂອງເລົ່າຂານກັນມາ. ຜົນງານຂອງເພີ່ນແຜ່ຫຼາຍໃນທົ່ວປະເທດ ແລະ ຈໍານວນບໍ່ໜ້ອຍກະຈັກກະຈາຍຢູ່ພາກອີສານຂອງປະເທດໄທ. ດັ່ງນັ້ນ, ເພື່ອເປັນການແລກປ່ຽນຂໍ້ມູນ ແລະ ທັດສະນະຕ່າງໆກ່ຽວກັບທ່ານຜູ້ນີ້ ຈີ່ງມີການສໍາມະນາລະຫວ່າງນັກວິຊາການຈາກສອງຝັ່ງຂອງ ເມື່ອວັນທີ 28 ເມສາ 1990 ທີ່ນະຄອນຫຼວງວຽງຈັນ. ນັບເປັນການແລກປ່ຽນຄວາມຄິດຄວາມເຫັນໃນຫຼາຍແງ່ມຸມເພາະມະຫາສີລາ ວິລະວົງສ໌ ເປັນທັງນັກອັກສອນສາດ, ນັກພາສາ, ນັກວັນນະຄະດີ, ນັກກະວີ, ນັກປະຫວັດສາດ, ນັກໂຫຣາສາດ ແລະ ນັກເຄື່ອນໄຫວຕໍ່ສູ້ເພື່ອເອກະລາດຂອງລາວ ໃນຊຸມປີ 1940.
ມະຫາສີລາ ວີລະວົງສ໌ ເກີດເມື່ອວັນທີ 1 ສິງຫາ 1905 ທີ່ບ້ານໜອງໝື່ນຖ່ານ ເມືອງອາດສາມາດ ແຂວງຮ້ອຍເອັດ ປະເທດໄທ ເປັນບຸດຄົນທີ 4 ໃນຈໍານວນ 9 ຄົນ ຂອງທິດເສນ ແລະ ນາງດາເຊິ່ງເປັນຄອບຄົວຊາວນາ ທີ່ສືບເຊື້ອສາຍມາຈາກ ພະຍາເມືອງປາກ ຜູ້ເປັນທວດ. ພະຍາເມືອງປາກ ເປັນຕົ້ນຕະກຸນທີ່ໄປຈາກນະຄອນຈຳປາສັກ.
ໃນປະຖົມໄວ ທ່ານບວດເປັນຈົວ ຈຶ່ງໄດ້ຮຽນໜັງສືຕົວທຳ, ຕົວຂອມ, ຕົວໄທ ແລະ ຕົວລາວສະຫຼັບດ້ວຍການຮຽນທາງໂລກຄື ໂຮງຮຽນປະຖົມ ເມື່ອໃຫຍ່ມາ ກໍໄປຮຽນຕໍ່ທີ່ກຸງເທບ ໂດຍຢູ່ໃນສະມະນະເພດ ຈົນສຳເລັດມະຫາຫ້າປະໂຫຍກ ໃນປີ 1928.
ປີ 1930 ທ່ານເດີນທາງມາວຽງຈັນ ໃນຊຸດຜ້າເຫຼືອງ ບໍ່ຮອດປີກໍສິກ ແລ້ວເຂົ້າເຮັດການເປັນສະ    ໝຽນນຳເຈົ້າມະຫາອຸປະຮາດເພັດຊະລາດ, ຕອນນັ້ນເຈົ້າເພັດຊະລາດ ດໍາລົງຕໍາແໜ່ງເປັນສາລະວັດກວດກາແຜ່ນດິນລາວ ທັງເປັນຜູ້ຮັບຜິດຊອບຟື້ນຟູວັດທະນະທໍາລາວ ໂດຍສະການສຶກສາພຸດທະສາສະໜາ ດ້ວຍການອຸປະຖໍາຂອງ (EFEO) ສຳນັກສຶກສາຝຣັ່ງ ພາກບູລະພາ.
ປີ 1931 ມະຫາສີລາ ວີລະວົງສ໌ ໄດ້ຮັບໜ້າທີ່ເປັນອາຈານສອນບາລີ ຢູ່ໂຮງຮຽນບາລີທີ່ຂຶ້ນກັບພຸດທະບັນດິດສະພາຈັນທະບູລີ ອັນເປັນສະຖາບັນທຳອິດຂອງປະເທດລາວ, ທໍາອິດແມ່ນ ມະຫາແກ້ວ ເປັນອາຈານສອນບາລີ, ຕໍ່ມາແມ່ນມະຫາຮັກ ມີວັນດິດ (ປັດຈຸບັນເປັນເຈົ້າອາວາດວັດສີເມືອງ ຈັງຫວັດໜອງຄາຍປະເທດໄທ). ເມື່ອທັງສອງທ່ານນີ້ໄດ້ລາອອກແລ້ວ ມະຫາສີລາ ວີລະວົງສ໌ກໍຮັບໜ້າທີ່ແທນ.
ລະຫວ່າງປີ 1931-1940 ທ່ານໄດ້ແຕ່ງຕຳລາຮຽນພາສາບາລີ, ຊໍາລະແກ້ໄຂໜັງສືສູດມົນ ແລະ ຕໍາລາຕ່າງໆ ສໍາລັບພະສົງສາມະເນນ ຂຽນໄວຍາກອນລາວພາກຕົ້ນ ທີ່ມີອັກສອນຄົບສໍາລັບຂຽນພາສາບາລີໄດ້ ແລະ ຊໍາລະໜັງສືເກົ່າແກ່ຈາກໃບລານຫຼາຍເລື່ອງ.
ປີ 1940 ເປັນໄລຍະຕົ້ນຂອງສົງຄາມໂລກຄັ້ງທີ 2 ເກີດຂະບວນການຕໍ່ສູ້ຂອງປະຊາຊົນລາວເພື່ອຍາດເອົາເອກະລາດຈາກຝຣັ່ງ ມະຫາສີລາ ໄດ້ເຂົ້າຮ່ວມເຄື່ອນໄຫວຢ່າງຫ້າວຫັນ ແລະ ມາຮອດປີ 1941    ກໍຕ້ອງຫຼົບໜີໄປປະເທດໄທເພາະອໍານາດການປົກຄອງຝຣັ່ງນໍາຈັບຕົວ.
ປີ 1945 ທ່ານກັບຄືນມາຈາກປະເທດໄທ ເພື່ອຮ່ວມກັບຂະບວນລາວອິດສະຫຼະຂຶ້ນແລ້ວທ່ານກໍໄດ້ຮັບກຽດເປັນທີ່ປຶກສາລັດຖະບານ ແລະ ເປັນຜູ້ໜຶ່ງ ທີ່ຮ່ວມອອກແບບທຸງພະຈັນເພັງອັນກາຍມາເປັນ ທຸງຊາດໃນປັດຈຸບັນ.
ປີ 1946 ຝຣັ່ງຄືນມາຍຶດເອົາລາວ ຈໍາເປັນລັດຖະບານອິດສະຫຼະ ຕ້ອງຫຼົບໜີໄປຢູ່ໄທ, ມະຫາສີລາ ວີລະວົງສ໌ ກໍໄປນໍາຂະບວນດ້ວຍເພື່ອຄວາມປອດໄພ ຈົນຮອດປີ 1948 ຈຶ່ງໄດ້ກັບມາລາວ ແລ້ວເຂົ້າເຮັດການຢູ່ສະພາຜູ້ແທນລາສະດອນ. ຕໍ່ມາ ທ່ານຍ້າຍໄປຢູ່ກະຊວງທໍາມະການ ແລະ ໃນປີ 1952 ກໍຍ້າຍໄປເປັນຫົວໜ້າກອງວັນນະຄະດີ ກະຊວງສຶກສາທິການ ທັງເປັນກໍາມະການ ແລະ ເລຂານຸການ ຄະນະກໍາມະການວັນນະຄະດີ. ຕໍ່ມາ ຄະນະກໍາມະການນີ້ ກໍໄດ້ຮັບການຍົກຍ້ອງຂຶ້ນເປັນລາຊະບັນດິດສະພາລາວ. ທ່ານຮັບລາຊະການຈົນມາຮອດປີ 1963 ກໍອອກກິນເບັ້ຍບໍານານ. (ຄັດມາຈາກ: ປຶ້ມສັງສິນໄຊ ຄໍາກອນ ຄູ່ ຮ້ອຍແກ້ວ ໂດຍ ທ້າວປາງຄໍາ ເຫຼັ້ມ  ໑ ຮຽບຮຽງໂດຍ ອຸທິນ ບຸນຍາວົງ, ລິດຈະນາຄໍາກອນໂດຍ ມະຫາສີລາ ວີລະວົງສ໌)
ຊີວິດຄອບຄົວ ແລະ ນິໄສສ່ວນຕົວ
ແຕ່ງດອງຄັ້ງທີ 1 ປີ 1931 ກັບນາງແກ້ວຕາ, ລູກບ້ານອູມຸງ ເມືອງສີໂຄດຕະບອງ ນະຄອນຫຼວງ ວຽງຈັນ, ມີລູກ 3 ຄົນ.
ແຕ່ງດອງຄັ້ງທີ 2 ປີ 1939 ກັບນາງມາລີ ແລະ ດໍາລົງຊີວິດຮ່ວມກັນຕະຫຼອດຊີວິດມີລູກຮ່ວມກັນ 14 ຄົນ, ຊາຍ 7 ຄົນ ແລະ ຍິງ 7 ຄົນ.
ປະຕິພານໂວຫານເກັ່ງ ເວົ້າລ່ຽນໄຫຼ ໂດຍສະເພາະ ມັກເລົ່ານິທານໃຫ້ລູກສິດ ແລະ ໝູ່ຄູ່ຟັງ, ເທດເກັ່ງ ມັກປູກຝັງເຮັດສວນຜັກ ແລະ ປູກຕົ້ນໄມ້, ຫາປາຄ່ວງແຫ ແລະ ຊິດເບັດ ເປັນມັກແຕ່ງອາຫານລາວໆປະເພດລາບກ້ອຍເອງ ມັກຊຸມແຊວກິນເຂົ້າ ຊຸມເຫຼົ້າກັບໝູ່ຄູ່ຊາວບ້ານ, ມັກອ່ານໜັງສື ແລະ ມີຄວາມດຸໝັ້ນຂຽນບັນທຶກ. (ຄັດມາຈາກ: ປຶ້ມສັງສິນໄຊ ຄໍາກອນ ຄູ່ ຮ້ອຍແກ້ວ ໂດຍ ທ້າວປາງຄໍາ ເຫຼັ້ມ ລິດຈະນາຄໍາກອນໂດຍ ມະຫາສີລາ ວີລະວົງສ໌)
ຜົນງານ
ຜົນງານທີ່ສໍາຄັນມີ: ໄວຍາກອນພາສາບາລີ, ໄວຍາກອນພາສາລາວ, ວັດຈະນານຸກົມພາສາລາວ, ປະຫວັດສາດລາວ, ປະຫວັດສາດໜັງສືລາວ, ທ້າວຮຸ່ງທ້າວເຈືອງ, ນາງຕັນໄຕ, ສັງສິນໄຊ ໆລໆ. ສະເພາະປຶ້ມປະຫວັດສາດລາວຫົວນີ້ ເປັນຜົນງານການຄົ້ນຄວ້າທາງປະຫວັດສາດທີ່ເປັນເສົາຫຼັກ ແລະ ເປັນບ່ອນອີງຂອງນັກຄົ້ນຄວ້າທັງລາວ ແລະ ຕ່າງປະເທດໃນປັດຈຸບັນ. ມະຫາວິທະຍາໄລຊຽງໃໝ່ກໍໄດ້ແປ ແລະ ເຜີຍແຜ່ເພື່ອປະໂຫຍດທາງການສຶກສາ ສໍາລັບນັກການສຶກສາ, ນັກວິໄຈ ຕະຫຼອດທັງຜູ້ສົນໃຈທົ່ວໄປ. (ຄັດມາຈາກ: ປຶ້ມສັງສິນໄຊ ຄໍາກອນ ຄູ່ ຮ້ອຍແກ້ວ ໂດຍ ທ້າວປາງຄໍາ ເຫຼັ້ມ ຮຽບຮຽງໂດຍ ອຸທິນ ບຸນຍາວົງ ລິດຈະນາຄໍາກອນໂດຍ ມະຫາສີລາ ວີລະວົງສ໌)
ຜົນງານສຸດທ້າຍ: ແປ ແລະ ອະທິບາຍທຸກແຖວກອນອອກເປັນຮ້ອຍແກ້ວ.
- ລະຫວ່າງວັນທີ 2 ກຸມພາ ຫາ 22 ເມສາ 1986, ຮ່ວມເວລາພຽງສອງເດືອນເຄິ່ງ,ມະຫາສີລາ ວິລະວົງສ໌ ໄດ້ສຸມໃສ່ເຮັດວຽກນີ້ ກ່ອນຈະເສຍຊີວິດ ໃນອີກປີໜຶ່ງຕໍ່ມາ ວັນທີ 18 ກຸມພາ 1987.
- ລະຫວ່າງ ປີ . 1990-1996 ບາງມື້ ອຸທິນ ບຸນຍາວົງ ໄດ້ນໍາໃຊ້ບົດຮ້ອຍແກ້ວນີ້ ມາຮຽບຮຽງ ໃຫ້ເປັນສະບັບສໍາລັບເຍົາວະຊົນ ແລະ ທ່ານກົງພັດ ຫຼວງລາດ ແຕ້ມຮູບປະກອບ. ສະບັບນີ້ໄດ້ພັດທະນາປັບປຸງ ແລະ ຈັດພິມຄືນຫຼາຍຄັ້ງ.
- ຕໍ່ມາອີກເກືອບສາມທົດສະວັດ ພວກເຮົາຈຶ່ງສາມາດນໍາເອົາບົດຮ້ອຍແກ້ວນີ້ ອອກມາຈັດພິມຄູ່ຄຳກອນ ໃນປີ . 2009-2011 ໂດຍໃຊ້ສະກົດຄໍາຕາມແບບສະໄໝນິຍົມ ເພື່ອໃຫ້ຄົນຮຸ່ນໃໝ່ອ່ານໄດ້ສະດວກ.
(ຄັດມາຈາກ: ປຶ້ມສິນໄຊສອງຝັ່ງຂອງ)
====
ບົດຄວາມບ່າງຕອນໃນ ບົດຈົບຊັ້ນເລື່ອງ: ລົດຊາດຂອງວັນນະຄະດີ ໃນບົດເລື່ອງ “ສັງສິນໄຊ” ເຫຼັ້ມ ໑ ໂດຍ ມະຫາສີລາ ວີລະວົງສ໌, ໂດຍກຸ່ມນັກສຶກສາຄະນະສຶກສາສາດ. ພຣະ ແສງດາວັນ ຊຸມພົນພັກດີ, ພຣະ ສຸລະບຸດ ແສນທະວີສຸກ 

Share on Google Plus

About ສຽງທັມvoice

This is a short description in the author block about the author. You edit it by entering text in the "Biographical Info" field in the user admin panel.

0 ความคิดเห็น:

แสดงความคิดเห็น