ເປັນຫຍັງຈຶ່ງສູດມົນຂ້າມປີ? ໂດຍ: ພຣະມະຫາສິງຫາ ໄຂ່ອຳພອນ (ມະຫາຂາວ)

1. ຕ້ອງເຂົ້າໃຈ ຄວາມເປັນມາ ແລະຈຸດມຸ່ງໝາຍການໄຫວ້ພຣະສູດມົນກ່ອນ
    ສະໄໝກ່ອນ ການຮຽນການສອນທັມ ຍັງບໍ່ມີການບັກທຶກເປັນລາຍລັກອັກສອນ ກໍ່ເລີຍອາໄສການທ່ອງຈຳ ແລ້ວມາສາທະຍາຍພ້ອມກັນເປັນໝູ່ຄະນະເພື່ອທົບທວນ ຖ້າຕົກຫຼົ່ນຕົວໜຶ່ງ ຫຼື ຈຳບໍ່ໄດ້ວັກໜຶ່ງ ກໍ່ຈະສູດສາທະຍາຍບໍ່ເຂົ້າໝູ່ ຮູ້ວ່າຜິດທັນທີ ສະນັ້ນ ຈຶ່ງຜິດພາດບໍ່ໄດ້ ຄາດເຄື່ອນບໍ່ໄດ້ ເພື່ອສະດວກຕໍ່ການສາທະຍາຍ ຈຶ່ງແບ່ງເປັນກຸ່ມໆ ຄື ອາຈານນີ້ເກັ່ງນິກາຍໃດໃນພຣະໄຕຣປິດົກ ຈະເປັນທີຄະນິກາຍ ມັດຊິມະນິກາຍ ຫຼື ຂຸທທກະນິກາຍ ຕາມລຳດັບ (ສັງຄີຕິ/ສັງຄາຍະນາ ແປວ່າການສູດພ້ອມກັນ) ວິທີນີ້ ຈຶ່ງເປັນການຊົງຈຳຮັກສາພຣະພຸດທະພຈນ໌ ໄດ້ດີທີ່ສຸດ ແຕ່ຖ້າ ເປັນການຂຽນບັນທຶກອາດຕົກຫຼົ່ນໄດ້ທີລະຕົວສອງຕົວ ນານໆເຂົ້າອາດຜິດພາດເປັນວົງກວ້າງຂຶ້ນເລື້ອຍໆ ເໝືອນກັບການຄັດລອກຕຳລາຢາ ຈະຕົກຫຼົ່ນໄປເລື້ອຍໆ ລອກ 7 ຄັ້ງ ກິນແລ້ວຕາຍກັນພໍດີ ພາຍຫຼັງ ປະມານ ພ.ສ 500 ຈຶ່ງມີການບັນທຶກເປັນອັກສອນ ຄົນບູຮານຈຶ່ງຖືກັນເປັນຈິງເປັນຈັງວ່າ ສ້າງອັກສອນທັມມະ 1 ຕົວ ເທົ່າກັບການສ້າງພຣະພຸດທະຮູບ 1 ອົງ ແຕ່ໃນທາງກົງກັນຂ້າມ ການທຳລາຍ ຫຼື ທຳໃຫ້ຄາດເຄື່ອນ 1 ຕົວອັກສອນ ເທົ່າກັບທຳລາຍພຣະພຸດທະຮູບ 1 ອົງ ເຊັ່ນດຽວກັນ. 
    ສະນັ້ນແລ້ວ ການສາທະຍາຍເພື່ອທົບທວນນີ້ ຈຶ່ງເປັນແບບແຜນໃນການໄຫວ້ພຣະ ສູດມົນ ໂດຍເປັນກິດຈະວັດຂຶ້ນມາໃນພາຍຫຼັງ ການໄຫວ້ພຣະສູດມົນ ບໍ່ມີໃນຄັ້ງພຸດທະກາລ ມີຂຶ້ນມາໃນພາຍຫຼັງກໍ່ຈິງ ແຕ່ການໄຫວ້ພຣະສູດມົນໃນປັດຈຸບັນ ມີການກະທຳຕາມແບບພຸດທະກາລລວມຢູ່ດ້ວຍ ນັ້ນຄືການສາທະຍາຍທັມ
2. ປະເພດບົດສູດມົນມີ 3 ປະເພດໃຫຍ່ໆ ຄື 
     1. ເປັນພຣະພຸດທະພຈນ໌ ເປັນຄຳສອນໂດຍກົງຈາກພຣະໄຕຣປິດົກ ຍິ່ງສາທະຍາຍແປໄປດ້ວຍ ຍ່ອມນຳໄປສູ່ຄວາມເຂົ້າໃຈຊາບຊຶ້ງ ເປັນຄະຕິເຕືອນໃຈ ເຊັ່ນ: 
      - ມັງຄະລະສູຕ (ອະເສວະນາ ຈະ ພາລານັງ...) ມີໃຈຄວາມວ່າ ການບໍ່ຄົບຫາສະມາຄົມกับຄົນພາລ ການຄົບຫາສະມາຄົມສະເພາະບັນດິດ ການບູຊາບຸກຄົນທີ່ຄວນບູຊາ ເປັນມຸງຄຸນອັນສູງສູດ ເປັນຕົ້ນ
       - ໂອວາທະປາຕິໂມກຂ໌ ມີໃຈຄວາມເວົ້າເຖິງແກ່ນຄຳສອນ 3 ຫຼັກໃຫຍ່ ຄື ການບໍ່ທຳບາບທັ້ງປວງ ການບຳເພັງກຸສົນໃຫ້ເຖິງພ້ອມ ແລະການທຳຈິຕໃຈໃຫ້ຜ່ອງໃສ ເປັນຕົ້ນ.
    2. ບົດສັນລະເສີນພຣະຣັຕນະໄຕຣ ໄດ້ແກ່ ພຸດທະຄຸນ ທັມມະຄຸນ ສັງຄະຄຸນ (ອິຕິປິ ໂສ ພະຄະວາ...) ເພື່ອເປັນອະນຸສສະຕິ ລະນຶກເຖິງຄຸນຂອງພຣະພຸດທະເຈົ້າ ພຣະທັມ ພຣະສົງ ຈັດເປັນກັມມະຖານຢ່າງໜຶ່ງໃນກັມມະຖານ 40 ປະການ ເອີ້ນວ່າ ອະນຸສສະຕິກັມມະຖານ. 
   3. ບົດອວຍໄຊໃຫ້ພອນ ເຊັ່ນ (ພະວະຕຸ ສັພພະມັງຄະລັງ...) ເປັນບົດສູດທີ່ຮຽບຮຽງຂຶ້ນມາພາຍຫຼັງ ເປັນບົດສູດທີ່ສະແດງເຖິງຄວາມປາດຖະໜາດີ ມີເມຕຕາຕໍ່ກັນ ແປກໍ່ຈະໄດ້ໃຈຄວາມວ່າ ຂໍສິ່ງທີ່ເປັນມຸງຄຸງທັ້ງປວງຈົ່ງມີແກ່ທ່ານ ຂໍເທວດາຈົ່ງຄຸ້ມຄອງປົກປັກຮັກສາທ່ານ ເປັນຕົ້ນ (ແຕ່ບົດສູດປະເພດນີ້ ລະວັງຈະກາຍເປັນການສູດມົນອ້ອນວອນໄປ).
ປະໂຫຍດຂອງການໄຫວ້ພຣະສູດມົນ
    1. ເປັນບໍ່ເກີດແຫ່ງວິມຸຕິ ການສູດສາທະຍາຍທັມນັ້ນ ນອກຈາກເປັນວິທີທວນຄວາມຈຳແລ້ວ ຍັງເປັນວິມຸຕາຍະນະ ຄື ເປັນບໍ່ເກີດແຫ່ງວິມຸຕິ (ຄວາມຫຼຸດພົ້ນ) 
ບໍ່ເກີດແຫ່ງວິມຸຕິນັ້ນມີ 5 ປະການຄື 
1. ການຟັງທັມ
2. ການສະແດງທັມ
3. ການສາທະຍາຍທັມ
4. ການຄິດນຶກທັມ
5. ການຈະເລີນພາວະນາທັມ
      ເມື່ອບຸກຄົນຟັງທັມຢູ່ກໍ່ດີ ສະແດງທັມຢູ່ກໍ່ດີ ສາທະຍາຍທັມຢູ່ກໍ່ດີ ໃຈນຶກຄິດຕິຕອງທັມນັ້ນ ເຂົ້າໃຈ ຊາບຊຶ້ງ ແລ້ວເກີດປີຕິປາໂມທຍ໌ ເກີດສະມາທິ (ຈິຕຕັ້ງໝັ້ນ) ເກີດນິພພິທາ (ເບື່ອໜ່າຍ) ເກີດວິຣາຄະ (ຄາຍກຳໜັດ) ແລ້ວນຳໄປສູ່ວິມຸຕິ (ການຫຼຸດພົ້ນ) ເປັນຍຖາພູຕະຍານະທັສສະນະ (ຮູ້ເຫັນຕາມຄວາມເປັນຈິງ) ມີເລື່ອງທີ່ຄູບາອາຈານເລົ່າໃຫ້ຟັງວ່າ ພຣະກັມມະຖານ ຂຶ້ນເທດຕາມວາລະທີ່ໄດ້ຮັບມອບໝາຍ ຂະນະທີ່ກຳລັງເທດໄປໆ ໄດ້ໄລຍະໜຶ່ງ ກໍ່ງຽບໄປເອງ ພໍຄູບາອາຈານໄປເບິ່ງ ກໍ່ເຫັນວ່າທ່ານໄດ້ເຂົ້າສະມາທິໄປແລ້ວ ເພາະຂະນະທີ່ເທດ ນຶກຄິດທັມໄປດ້ວຍ ຈິຕເກີດຄວາມສະຫງົບ ແລ້ວເຂົ້າສະມາທິໄປເລີຍ.
  2.ເພື່ອເປັນການຕຽມຈິຕໃຈກ່ອນນັ່ງສະມາທິ ຖ້າມາແລ້ວນັ່ງສະມາທິແບບປຸບປັບ ຈິຕມັນຍັງວຸ້ນວາຍຢູ່ ສະນັ້ນ ຈຶ່ງຕ້ອງນ້ອມຈິຕໃຫ້ມາສູ່ຄວາມສະຫງົບລະດັບໜຶ່ງກ່ອນດ້ວຍການສູດມົນ ຂະນະທີ່ສູດມົນຈິຕຈົດຈໍ່ ເລື່ອງສະມາທິບໍ່ແມ່ນເລັກນ້ອຍ ຖືວ່າເປັນເລື່ອງໃຫຍ່ ເພາະນີ້ເປັນການເຂົ້າມາເຖິງລະດັບກາງແລ້ວ ຄື ສີລ ສະມາທິ ປັນຍາ 
      3. ເພື່ອເປັນການສ້າງຄວາມສາມັກຄີໃນໝູ່ຄະນະ 
- ທາງຝ່າຍພຣະສົງ ທັ້ງວັນອາດບໍ່ໄດ້ເຫັນໜ້າກັນ ເພາະຕ່າງຄົນຕ້ອງຮຽນໜັງສື ປີກວິເວກປະຕິບັດທັມ ຫຼື ທຳງານເຜີຍແຜ່ ກໍ່ເລີຍຖືໂອກາດນີ້ມາລວມກັນພົບປະປຶກສາຫາລື ຫຼື ເຈົ້າອະທິການວັດ ມີຫຍັງມາແຈ້ງເພື່ອຊາບ ກໍ່ປະກາດກັນໃຫ້ຮູ້ບ່ອນນັ້ນເລີຍ
- ທາງຝ່າຍຍາດໂຍມ ກໍ່ຈະໄດ້ຟັງທັມຈາກຄູບາອາຈານເປັນຂໍ້ຄິດໃນການດຳເນີນຊີວິດ ຖືເປັນການມາພັກຜ່ອນຈິຕໃຈ ຈາກບ້ານເມືອງທີ່ສັບສົນວຸ້ນວາຍ.
3. ເປັນຫຍັງສູດມົນ ຈຶ່ງຕ້ອງຂ້າມປີ ?
       ການຈັດງານຕ້ອງໃຊ້ທຶນ ລວບລວມທຶນ ເພື່ອຈະຈັດງານ ຮອງຮັບຄົນເປັນຫຼາຍຮ້ອຍ ຫຼືເປັນພັນ ຈຶ່ງມີຄົນບາງກຸ່ມທີ່ເປັນມິດສາທິດຖິວ່າ ເປັນຫຍັງຕ້ອງເສຍເງິນກັບພິທີບໍ່ມີສາຣະແບບນີ້ ແທນທີ່ຈະເອົາໄປພັດທະນາໂຄງສ້າງພື້ນຖານ ເຊັ່ນ ຖະໜົນຫົນທາງ ການຂົ່ນສົ່ງມວນຊົນ ເປັນຫຍັງບໍ່ເອົາໄປຈັດການແກ້ໄຂປັນຫາຄວາມຍາກຈົນ ຄວາມເລື່ອມລຳ້ທາງສັງຄົມ ຄົນຈະມີຄວາມສຸກກວ່າບໍ່ ຫາກມີຖະໜົນຫົນທາງທີ່ດີ ຄົນຈະມີຄວາມສຸກກວ່າບໍ່ ຫາກໂຮງໝໍມີເຄື່ອງມືແພດພ້ອມສຳຫຼັບຄົນໄຂ້ ທຸກຄົນເອົາແຕ່ນັ່ງສູດມົນ ແຕ່ຄວາມເລື່ອມລຳ້ທາງເສດຖະກິດກໍ່ຍັງມີຢູ່ ປັນຫາຄວາມຍາກຈົນກໍ່ຍັງມີຢູ່
ນີ້ ຄື ພວກເຮົາກຳລັງຈະຫຼຸດທອນປັນຫາທີ່່ຊັບຊ້ອນທາງສັງຄົມແມ່ນບໍ່?
ນີ້ ຄື ການວາງຢາກ່ອມປະສາດແກ່ສັງຄົມ ແມ່ນບໍ່? (ຄຳນີ້ຮູ້ສຶກຄຸ້ນໆ)
ຕອບ 
ນັ້ນເປັນການຍັດຍຽດວ່າ ການສູດມົນຂ້າມປີເປັນການແກ້ໄຂປັນສັງຄົມທຸກດ້ານ ເໝືອນກັບບອກວ່າ ຢາພາລາຂະໜານດຽວແກ້ໄດ້ທຸກໂລກພະຍາດ? ເຊິ່ງມັນເປັນໄປບໍ່ໄດ້ ປັນຫາສັງຄົມອື່ນໆ ກໍ່ແກ້ໄຂປັນຫາກັນໄປຕາມວາລະອື່ນໆ ປັນຫາສັງຄົມ ເສດຖະກິດ ກໍ່ໃຫ້ເປັນພາລະຂອງຝ່າຍບ້ານເມືອງໄປ ຢ່າເອົາມາຍັດຍຽດໃສ່ການສູດມົນ ເພາະການສູດມົນໃນເທດສະກາລປີໃໝ່ນັ້ນ ຫຼັກໃຫຍ່ໃຈຄວາມກໍ່ເພື່ອຫຼຸດການດື່ມສຸຣາຢາເມົາ ຫຼຸດອຸບັດຕິເຫດ ນັ່ນເອງ ທາງວັດວາສາສະນາ ທຳໜ້າທີ່ອົບຮົມສີລທັມ ປູກຈິຕໃຕ້ສຳນຶກທີ່ດີ ເພາະນີ່ຕ້ອງກິນຢາຄົນລະຂະໜານກັນ ເພື່ອໃຫ້ເໝາະກັບໂລກພະຍາດ.
ຖາມວ່າ ການສູດມົນກໍ່ດີ ຟັງບົດສູດມົນກໍ່ດີ ເຊິ່ງເປັນພາສາບາລີທີ່ບໍ່ເຂົ້າໃຈ ຈະຊາບຊຶ້ງໃນທັມມະ ຫຼື ໄດ້ຮັບປະໂຫຍດຢ່າງໃດ?
ຕອບ 
ໃນຂະນະທີ່ສູດສາທະຍາຍກໍ່ໄດ້ຍິນສຽງໄປດ້ວຍ ໄດ້ຟັງໄປດ້ວຍ ໃຫ້ຖືວ່າເປັນການກຳໜົດສຽງເປັນອາລົມກັມມະຖານ ນີ້ບໍ່ໄດ້ມຸ່ງຄວາມເຂົ້າໃຈ ແຕ່ມຸ່ງວິປັສສນາກັມມະຖານ ໃຫ້ຕັ້ງສະຕິໄວ້ທີ່ຫູ ເມື່ອສຽງມາກະທົບຫູ ຫຼືຖ້າຟັງຮູ້ເລື່ອງ ແຕ່ບໍ່ຕ້ອງການຄວາມເຂົ້າໃຈ ກຳໜົດໃຫ້ເປັນພຽງອາລົມກັມມະຖານກໍ່ໄດ້ເຊັ່ນດຽວກັນ ໃຫ້ກຳໜົດວ່າ ໄດ້ຍິນໜໍ ໄດ້ຍິນໜໍ ໄດ້ຍິນໜໍ ພ້ອມກັບການພິຈາລະນາວ່າ ສຽງເກີດ ແລະ ດັບໄປ ຢ່າງໃດ ແຍກຮູບ ແຍກນາມ ສຽງທີ່ໄດ້ຍິນເປັນຮູບ ຈິຕທີ່ຮັບຮູ້ເປັນນາມ ເມື່ອເຫັນຄວາມເກີດ-ດັບ ດ້ວຍປັນຍາແລ້ວ ຍ່ອມເຫັນສິ່ງທັ້ງປວງເປັນ ອນິຈຈັງ ທຸກຂັງ ອະນັຕຕາ (ບໍ່ທ່ຽງ ເປັນທຸກ ບໍ່ມີຕົວຕົນ) ຍົກຈິຕຂຶ້ນສູ່ວິປັສສະນາ ຍ່ອມເບື່ອໜ່າຍ ຄາຍກຳໜັດ ຫຼຸດພົ້ນ ເປັນມັຄຜົນ ນິພພານ ຕໍ່ໄປ ນີ້ເປັນເປົ້າໝາຍສູງສຸດໃນພຣະພຸດທະສາສະນາ.
4. ປະໂຫຍດແລະເປົ້າໝາຍ ສູດມົນຂ້າມປີ
    1. ເພື່ອເປັນການສະເໜີ ທາງເລືອກ ວ່າຍັງມີຄວາມສຸກທີ່ບໍ່ຈຳເປັນຕ້ອງຊື້ມາດ້ວຍເງິນ ຈາກການຊັອປປີ້ຊ່ວງປີໃໝ່.
      2. ເປັນກຸສໂລບາຍອັນສະຫຼາດ ເພື່ອຫຼຸດອຸບັດຕິເຫດ ເພາະການດື່ມສຸຣາຢາເມົາຊ່ວງເວລາປົກກະຕິກໍ່ບໍ່ປານໃດ ແຕ່ຖ້າເປັນເທດສະການປີໃໝ່ແບບນີ້ ການເກີດອຸບັດຕິເຫດກໍ່ຫຼາຍເປັນພິເສດ ສາເຫດຫຼັກກໍ່ມາຈາກການດື່ມແລ້ວຂັບ ເກີດອຸບັດຕິເຫດສະເພາະຄົນດື່ມກໍ່ໄຄຢູ່ ແຕ່ມັນເລີຍເຖີດໄປຕຳຄົນອື່ນທີ່ບໍ່ໄດ້ເມົາ ຮັກສາກົດລະບຽບຈາລະຈອນຢ່າງດີ ຍັງບໍ່ວາຍທີ່ຈະເກີດເຫດ ເກີດການບາດເຈັບ ພິການ ສູນເສຍຄ່າຮັກສາພະຍາບານອີກມະຫາສານ ແລະຈົນເຖິງການສູນເສຍຄົນທີ່ຮັກໄປຢ່າງບໍ່ມີວັນກັບ ແທນທີ່ຈະນັບໜຶ່ງດ້ວຍສັກກະຫຼາດໃໝ່ ເລີ່ມຕົ້ນຊີວິດໃໝ່ ແຕ່ກັບເປັນວ່າ ໄປເກີດໃໝ່ ເລີຍກະມີໃຫ້ເຫັນນັບບໍ່ຖ້ວນ ດັ່ງນັ້ນ ແທນທີ່ຄວນເລີ່ມຕົ້ນຊີວິດໃໝ່ດ້ວຍສະຕິປັນຍາ ແຕ່ກັບເມົາມາຍ ທະເລາະວິວາດ ປະສົບອຸບັດຕິເຫດ ເຈົ້າຢາກເລີ່ມຕົ້ນຊີວິດແບບນັ້ນສັ້ນບໍ?
    3. ໄດ້ຮັບອິດທິພົນພະລັງແຫ່ງຄວາມດີ ທີ່ເກີດຈາກຄົນໝູ່ມາກທີ່ມາລວມໂຕກັນສ້າງທິດທາງຊີວິດດ້ວຍສະຕິປັນຍາ ໃຫ້ລືມເລື່ອງເກົ່າ ລະເລີກການກະທຳເກົ່າທີ່ບໍ່ສ້າງສັນ ຄິດໃໝ່ທຳໃໝ່ ການສ້າງຄຸນງາມຄວາມດີລວມໝູ່ ຈຶ່ງມີພະລັງແລະເກີດຂຶ້ນໄດ້ງ່າຍ ແຕ່...ໃນທາງກົງກັນຂ້າມ ຖ້າໄປກັບໝູ່ທີ່ດື່ມສຸຣາຢາເມົາ ພະລັງຂອງຄົນໝູ່ມາກນັ້ນກໍ່ຊັກພາເຮົາໄປທາງນັ້ນໂດຍບໍ່ຕ້ອງສົງໄສ ເຖິງບໍ່ມັກກິນກໍ່ຕາມ ແຕ່ທຳມະຊາດຂອງມະນຸດ ມີພຶດຕິກຳລອກລຽນແບບຢູ່ໃນຕົວ ສະນັ້ນ ພະລັງຂອງຄົນໝູ່ມາກຈຶ່ງສຳຄັນ.
        ສະນັ້ນມາເຖິດມານັບໜຶ່ງປີໃໝ່ເລີ່ມຕົ້ນຊີວິດໄໝ່ ເລີ່ມຕົ້ນດີ ຊີວິດດີ
1. ມາລະຊົ່ວທຳດີ ຊ່ວງປີໃໝ່
2. ມາສະແດງຄວາມຮັກຄວາມໃສ່ໃຈຢ່າງຖືກທາງ
3. ມາຮ່ວມສ້າງສັມມາທິດຖິ ແລະທຳສະຕິໃຫ້ສຕຣອງ
                                                                              ໂດຍ... ພຣະມະຫາສິງຫາ ໄຂ່ອຳພອນ (ມະຫາຂາວ)

---------------




Share on Google Plus

About ສຽງທັມvoice

This is a short description in the author block about the author. You edit it by entering text in the "Biographical Info" field in the user admin panel.

0 ความคิดเห็น:

แสดงความคิดเห็น