ສາມະເນນ ສະມະນະນ້ອຍຜູ້ເດີນຕາມຮອຍພຸດທະ .ໂດຍ: ພຣະມະຫາສິງຫາ ໄຂ່ອຳພອນ



ຄຳວ່າ ສາມະເນນ ແປວ່າ ເຫຼົ່າກໍຂອງສະມະນະ ໜໍ່ເນື້ອສະມະນະ ຫຼື ເອີ້ນວ່າ ຈົວນ້ອຍ ມາຈາກຄຳບູຮານທີ່ມັກເອີ້ນພຣະດ້ວຍຄວາມນັບຖື ແບບຍົກໃສ່ເກົ້າເທົ້າໃສ່ຫົວວ່າ ເຈົ້າຫົວ ເອີ້ນສາມະເນນ ວ່າ ເຈົ້າຫົວນ້ອຍ ຫຼັງໆມາເອີ້ນສັ້ນໆວ່າ ຈົວນ້ອຍ ໝາຍເຖິງ ນັກບວດຊາຍ ໃນພຣະພຸດທະສາດສະໜາ ມີອາຍຸຍັງນ້ອຍເດັກນ້ອຍທີ່ຈະບວດເປັນສາມະເນນໄດ້ຕ້ອງມີອາຍຸ 7 ປີຂຶ້ນໄປ ເມື່ອອາຍຸໄດ້ 20 ປີບໍລິບູນຈຶ່ງສາມາດບວດເປັນພຣະພິກຂຸໄດ້ 

ສາມະເນນອົງທຳອິດ
    ສາມະເນນອົງທຳອິດ ຄື ສາມະເນນຣາຫຸນ ເປັນໂອຣົສຂອງເຈົ້າຊາຍສິດທັດຖະກັບພຣະນາງຍະໂສທະຣາ ພິມພາ (ກ່ອນອອກບວດ) ຫຼັງຈາກທີ່ເຈົ້າຊາຍສິດທັດຖະອອກບວດໄດ້ບັນລຸເປັນພຣະສັມມາສັມພຸດທະເຈົ້າແລ້ວ ພັນສາທີ 7 ກັບມາເມືອງກະບິນລະພັດເພື່ອສະແດງທັມໂຜດຍາດໆ ພຣະນາງຍະໂສທະຣາພິມພາ ຜູ້ເປັນມານດາ ຈຶ່ງແຕ່ງຣາຫຸນກຸມານໄປທູນຂໍມໍລະດົກຈາກພຣະບິດາຂອງຕົນ ພຣະພຸດທະເຈົ້າຄິດວ່າ ຊັບທີ່ເປັນໂລກິຍະ (ຊັບສິນທາງໂລກ) ນັ້ນເປັນຂອງບໍ່ຢັ້ງຢືນ ແຕ່ອະຣິຍະຊັບ (ຊັບອັນປະເສີດ ຄື ມັຄ ຜົລ ນິພພານ) ເປັນສິ່ງທີ່ຢັ້ງຢືນ ບັນດາສົມບັດໃດໆໃນໂລກເມື່ອໄດ້ຄອບຄອງແລ້ວ ກໍ່ຍັງບໍ່ພົ້ນຈາກຄວາມທຸກຂ໌ ບໍ່ພົ້ນຈາກຄວາມເກີດ ຄວາມແກ່ ແລະຄວາມຕາຍໄດ້ ຍັງຕ້ອງວົນວຽນຢູ່ໃນວັດຕະສົງສານ ສົມບັດທີ່ທຳໃຫ້ພົ້ນຈາກທຸກຂ໌ໄດ້ ຄື ສົມບັດພາຍໃນ ເຊິ່ງເປັນໄປເພື່ອຄວາມຫຼຸດພົ້ນ ຄື ພຣະນິພພານ ດັງນີ້ແລ້ວ ຈຶ່ງໃຫ້ພຣະສາຣີບຸດບັນພະຊາຣາຫຸນເປັນສາມະເນນ ນີ້ຈຶ່ງນັບວ່າ ສາມະເນນຣາຫຸນເປັນສາມະເນນອົງທຳອິດໃນພຣະພຸດທະສາດສະໜາ ສາມະເນນຣາຫຸລຫຼັງບວດແລ້ວ ໄດ້ຊື່ວ່າເປັນຕົວຢ່າງທີ່ຍອດຢ້ຽມທາງການສຶກສາ ເພາະເປັນຜູ້ວ່ານອນສອນງ່າຍ ອົດທົນຕໍ່ໂອວາດຂອງຄູບາອາຈານ ຕື່ນມາແຕ່ເຊົ້າມືດ ກຳດິນຊາຍເຕັມມືຂຶ້ນ ແລ້ວຕັ້ງຈິດໝັ້ນອະທິດຖານວ່າ ເຮົາຄວນໄດ້ຮັບຄຳສອນຈາກພຣະພຸດທະເຈົ້າແລະອຸປັດຊາອາຈານເທົ່າເມັດຊາຍໃນກຳມືນີ້ເຖີດ ສາມະເນນທຳແບບນີ້ທຸກໆວັນ ຈົນໄດ້ຮັບຄຳສັນລະເສີນຈາກພຣະພຸດທະອົງວ່າ ເປັນຜູ້ເລີດກວ່າພິກຂຸທັ້ງຫຼາຍທາງການສຶກສາ 

ໂດຍສາມະເນນມີສີລ 10 ເປັນຂໍ້ປະຕິບັດ ຄື

1. ເວັ້ນຈາກການຂ້າສັດ
2. ເວັ້ນຈາກການລັກຊັບ
3. ເວັ້ນຈາກການປະພຶດລ່ວງພົມມະຈັນ
4. ເວັ້ນຈາກການຕົວະຍົວະຫຼອກລວງ
5. ເວັ້ນຈາກການດື່ມສຸຣາເມໄລ
6. ເວັ້ນຈາກການບໍລິໂພກອາຫານໃນເວລາວິການ (ຫຼັງທ່ຽງວັນໄປ)
7. ເວັ້ນຈາກການຟ້ອນລຳຂັບຮ້ອງ ແລະການຊົມມະຫໍລະສົບ ອັນເປັນຂ້າເສິກຕໍ່ກຸສົນ
8. ເວັ້ນຈາກການຕົບແຕ່ງປະດັບປະດາຮ່າງກາຍດ້ວຍ ດອກໄມ້ຂອງຫອມເຄື່ອງລູບໄລ້
9. ເວັ້ນຈາກທີ່ນັ່ງທີ່ນອນອັນສູງໃຫຍ່ ທີ່ຍັດດ້ວຍນຸ່ນແລະສຳລີ
10. ເວັ້ນຈາກການຮັບເງິນແລະທອງ

ບົດບາດສຳຄັນຂອງສາມະເນນ
      ສາມະເນນທີ່ຄວນກ່າວອົງໜຶ່ງ ທີ່ມີບົດບາດສຳຄັນໃນການປະກາດພຣະພຸດທະສາດສະໜາ ຄື ສາມະເນນນິໂຄດ "ມີເລື່ອງກ່າວໄວ້ໃນຄຳພີສະມັນຕະປາສາທິກາ ໃນສະໃໝກະສັດອົງໜຶ່ງ" ຊື່ວ່າ ພຣະເຈົ້າອະໂສກມະຫາຣາຊ (ພ.ສ 270 - ພ.ສ 311) ເປັນນັກຮົບທີ່ໂຫດຮ້າຍ ຂ້າລ້າງຜານຊີວິດຄົນເປັນອັນມາກໃນສະໜາມຮົບ ແລະສັງຫານເຈົ້າຊາຍດ້ວຍກັນຫຼາຍພຣະອົງເພື່ອຊິງບັງລັງ ຈົນໄດ້ສາຍາວ່າ ຈັນດາໂສກ ແປວ່າ ພຣະເຈົ້າອະໂສກຜູ້ໂຫດຮ້າຍ ຈວບຈົນວັນໜຶ່ງ ຂະນະທີ່ຢືນຢູ່ທີ່ສີຫະບັນຊອນ (ປ່ອງຢ້ຽມ) ເຫັນສາມະເນນນິໂຄດ ຜູ້ຝຶກຕົນມາຢ່າງດີ ມີອິນຊີສະຫງົບ ສົມບູນດ້ວຍອິຣິຍາບົດ ກຳລັງເດີນຜ່ານໄປທາງພຣະລານຫຼວງ ທຳໃຫ້ເກີດຄວາມເຫຼື້ອມໃສເປັນຢ່າງຍິ່ງ ຈຶ່ງສັ່ງໃຫ້ເສນາອຳມາດນິມົນເຂົ້າມາພຣະຣາຊວັງ ເມື່ອຖວາຍພັດຕາຫານແລ້ວ ສາມະເນນໄດ້ສະແດງທັມໂດຍຫຍໍ້ວ່າ ອັປປມາໂທ ອະມະຕັງ ປະທັງ ປະມາໂທ ມັຈຈຸໂນ ປະທັງ ແປວ່າ ຄວາມບໍ່ປະມາທເປັນທາງແຫ່ງຄວາມບໍ່ຕາຍ ຄວາມປະມາທເປັນທາງແຫ່ງຄວາມຕາຍ. ພຣະຣາຊາໄດ້ສົນທະນາທັມ ຍິ່ງເຫຼື້ອມໃສຂຶ້ນໄປອີກ ຊາບເຊິ່ງໃນທັມຂອງສາມະເນນ ບວກກັບຄວາມເບື່ອໜ່າຍຈາກສົງຄາມທີ່ເຫັນຜູ້ຄົນຈຳນວນມະຫາສານຕ້ອງລົ້ມຕາຍ ຈຶ່ງທຳໃຫ້ກັບໃຈມາປະກາດຕົນເປັນພຸດທະມາມະກະ ປ່ຽນຈາກພຣະເຈົ້າຈັນດາໂສກ ຜູ້ໂຫດຮ້າຍ ມາເປັນພຣະເຈົ້າທັມມາໂສກ ແປວ່າ ພຣະເຈົ້າອະໂສກຜູ້ຊົງທັມ ປ່ຽນນະໂຍບາຍທາງການເມືອງທີ່ໃຊ້ການແຜ່ອຳນາດດ້ວຍສົງຄາມວິຊັຍ (ຊະນະດ້ວຍສົງຄາມ) ມາເປັນທັມມະວິຊັຍ(ຊະນະດ້ວຍທັມ) 

ໄດ້ທຳການອຸປະຖັມພຣະພຸດທະສາສະໜາເປັນການໃຫຍ່ ຄື

      1.ໄດ້ບູຣະນະປະຕິສັງຂອນວັດວາອາຣາມຈຳນວນມາກ ສ້າງພຣະສະຖູບເຈດີຍ໌ 84,000 ແຫ່ງທົ່ວຊົມພູທະວີບ ເພື່ອບັນຈຸພຣະສາຣີຣິກະທາຕຸ ຂອງພຣະສັມມາສັມພຸດທະເຈົ້າ ສ້າງເສົາອະໂສກໃນສະຖານທີ່ສຳຄັນໆ ເປັນຫຼັກຖານທາງປະວັດສາດຕໍ່ຄວາມຍິ່ງໃຫຍ່ຂອງພຣະພຸດທະສາສະໜາໃນເວລາຕໍ່ມາ 
    2.ໄດ້ອຸປະຖັມການສັງຄາຍະນາ ຄັ້ງທີ 3 ກຳຈັດສ້ຽນໜານ ຊຳຮະພຣະພຸດທະສາສະໜາໃຫ້ສະອາດຈາກພວກເດຍຣະຖີຍ໌(ນັກບວດນອກສາສະໜາ) ປອມບວດ 
    3.ເປັນຜູ້ບຸກເບີກຂະຫຍາຍພຣະພຸດທະສາສະໜາ ໂດຍການສົ່ງສະມະນະທູດເຜີຍແຜ່ໄປຍັງດິນແດນຕ່າງໆ ເຖິງ 9 ສາຍ 1 ໃນນັ້ນ ໄດ້ເຂົ້າມາທາງສຸວັນນະພູມ ຄື ຂະເໝນ ລາວ ພະມ້າ ໄທ ແລະຫວຽດນາມ ທຳໃຫ້ພຣະພຸດທະສາສະໜາໝັ້ນຄົງເປັນປຶກແຜ່ນໃນດິນແດນແຖບນີ້ເປັນຕົ້ນມາ 

ທັງໝົດນີ້ ກໍ່ຍ້ອນສາມະເນນນິໂຄດ ຜູ້ເປັນໜໍ່ເນື້ອຂອງສະມະນະນີ້ເອງ
ທາຍາດພຣະສາສະໜາ

     ຄາວໜຶ່ງ ພຣະເຈົ້າອະໂສກມະຫາຣາຊ ໄດ້ໄປຖາມພຣະໂມຄຄະລີຕິສສະເຖຣະ ວ່າ “ ຂ້າພະເຈົ້າໄດ້ທະນຸບຳລຸງເຊີດຊູພຣະພຸດທະສາສະໜາ ສ້າງບຸນຍິ່ງໃຫຍ່ ຍາກທີ່ຜູ້ໃດສະເໝີເໝືອນ ເຖິງພຽງນີ້ ຂ້າພະເຈົ້າໄດ້ຊື່ວ່າເປັນທາຍາດຂອງພຣະສາສະໜາຫຼືຍັງ ? ”
   ພຣະໂມຄຄະລີຕິສສະເຖຣະ ຕອບວ່າ “ ພຽງເທົ່ານີ້ຍັງບໍ່ໄດ້ຊື່ວ່າ ເປັນທາຍາດພຣະສາສະໜາ ແຕ່ຜູ້ໃດກໍ່ຕາມຈະເປັນຄົນມັ່ງມີ ຫຼືຍາກຈົນເຂັນໃຈ ໄດ້ມອບບຸດຂອງຕົນໃຫ້ບວດໃນພຣະສາສະໜາ ຜູ້ນັ້ນກໍ່ຈະໄດ້ຊື່ວ່າເປັນທາຍາດຂອງພຣະສາສະໜາ ” ດັງນີ້ເອງ ພຣະເຈົ້າອະໂສກມະຫາຣາຊ ຈຶ່ງໄດ້ມອບພຣະໂອຣົສຂອງຕົນຊື່ວ່າ ມະຫິນທະກຸມານ ບວດເປັນສາມະເນນ ແລະພຣະທິດາ ຊື່ວ່າ ສັງຄະມິຕຕາ ບວດເປັນສາມະເນຣີ ແລ້ວສົ່ງໄປປະກາດພຣະສາສະໜາທີ່ເກາະ ຕັມພະປະນິິທະວີບ (ປະເທດສີລັງກາໃນປັດຈຸບັນ)
  ດ້ວຍເຫດນີ້ເອງ ບູຮານຈຶ່ງຖືຄະຕິກັນວ່າ ການມອບບຸດຂອງຕົນໃຫ້ບວດໃນພຣະພຸດທະສາສະໜາເປັນມະຫາກຸສົນ ລູກຜູ້ຊາຍທຸກຄົນກ່ອນອອກເຍົ້າອອກເຮືອນມີຄອບຄົວຕ້ອງບວດກ່ອນ 7 ວັນ 1 ເດືອນ ຫຼື 1 ພັນສາ (ສາມເດືອນ) ເພື່ອອົບຮົມຈາກຄົນດິບໃຫ້ສຸກດ້ວຍເພດອັນສູງສຸດແລະຕອບແທນຄຸນພໍ່ແມ່ໃຫ້ໄດ້ເປັນທາຍາດພຣະສາສະໜາ ຫຼືເອີ້ນກັນຈົນຕິດປາກວ່າ ບວດກ່ອນບຽດ, ແລ້ວຄ່ອຍລາສິກຂາອອກມາໃຊ້ຊີວິດຕາມປົກກະຕິ ເຖິງຈະເປັນເວລາຊົ່ວຄັ້ງຊົ່ວຄາວກໍ່ຕາມ ຫຼືຖ້າຢູ່ສືບທອດພຣະສາສະໜາຕະຫຼອດໄປ ຍິ່ງເປັນມະຫາກຸສົນຫາປະມານບໍ່ໄດ້ ນີ້ຈຶ່ງເປັນປະເພນີສືບທອດກັນມາ.

ການບວດສາມະເນນໃນຍຸກສະໃໝຕໍ່ມາ
   ແຕ່ດັ້ງເດີມແລ້ວຈະເຫັນວ່າ ສາມະເນນຜູ້ເປັນໜໍ່ເນື້ອຂອງສະມະນະ ບວດເພື່ອເດີນຕາມມັຄຄາແຫ່ງພຣະອະຣິຍະ ຝຶກຕົນມຸ່ງສູ່ຄວາມຫຼຸດພົ້ນ ຄື ພຣະນິພພານແລະສືບທອດພຣະສາສະໜາ ດັ່ງກ່າວມາ. 
    ຍຸກສະໃໝປ່ຽນຜ່ານ ກາລເວລາຖັດມາ ວັດວາສາສະໜາ ນອກຈາກເປັນທີ່ອົບຮົມຈິດໃຈສັ່ງສອນທັມມະ ເປັນທີ່ບຳເພັນບຸນທານການກຸສົນແລ້ວ ຍັງເປັນແຫຼ່ງຮຽນຮູ້ວິຊາສາດຫຼາຍຂະແໜງ ມີສາດຕຳລາຢາ ວິຊາອາຄົມ ງານແກະສະລັກຝີມື ເປັນຕົ້ນ ໂດຍສະເພາະການສອນໃຫ້ອ່ານອອກຂຽນໄດ້ ຮຳ່ຮຽນຕຳລັບຕຳລາ ກໍ່ແມ່ນຮຽນຈາກຄູບາອາຈານໃນວັດ ເວລາເຈັບປ່ວຍ ກໍ່ຫັນໜ້າເຂົ້າວັດເພາະຢາດີ ແລະຜູ້ຊ່ຽວຊານດ້ານຮັກສາກໍ່ແມ່ນຄູບາອາຈານໃນວັດນັ່ນເອງ ວັດຈຶ່ງເປັນທັງເຮືອນ ໂຮງຮຽນ ໂຮງໝໍ ແລະສູນຝຶກວິຊາ ເປັນແຫຼ່ງຄວາມຮູ້ ຄົນຈຶ່ງນິຍົມມອບບຸດຫຼານຂອງຕົນເຂົ້າມາສຶກສາ ຝາກຕົວເປັນລູກສິດ ຈຳເປັນຕ້ອງໃຫ້ບວດເປັນສາມະເນນກ່ອນ ຫຼືບາງຄົນບໍ່ບວດ ກໍ່ເປັນສັງຄະລີຮັບໃຊ້ຄູບາອາຈານໄປພ້ອມໄດ້ສຶກສາວິຊາໄປພ້ອມ ນີ້ຈຶ່ງເປັນທີ່ມາຂອງການບວດຮຽນ ເປັນຄ່ານິຍົມສືບມາ ສະນັ້ນ ຈຶ່ງມີີຄຳເອີ້ນຜູ້ຜ່ານການສຶກສາຈາກວັດຈົນຕິດປາກວ່າ ເດັກວັດ ຫຼື ໃຊ້ມວຍວັດ ນັ່ນເອງ 

ການບວດຮຽນຄືໂອກາດທາງການສຶກສາ
     ບ້ານເຮົາເມື່ອທຽບກັນແລ້ວ ເປັນປະເທດທີ່ພັດທະນາລ້າຊ້າປະເທດໜຶ່ງໃນພູມິພາກເອເຊຍຕາເວັນອອກສຽງໃຕ້ ປັດຈຸບັນປະຊາກອນ 1 ໃນ 4 ປະສົບປັນຫາຄວາມຍາກຈົນ ໂຮງຮຽນຕາມຊົນນະບົດແອອັດໄປດ້ວຍເດັກນ້ອຍແລະຂາດແຄນຊັບພະຍາກອນ ທາງຄະນະສົງຈຶ່ງເລັງເຫັນປັນຫາແລະໂອກາດທາງການສຶກສາ ແລ້ວຈັດໃຫ້ມີການຮຽນການສອນແບບສາມັນຂຶ້ນ ຕາມລະບົບການສຶກສາພາກບັງຄັບ ພາຍໃຕ້ການກຳກັບຂອງນະໂຍບາຍພາກລັດ ເອີ້ນວ່າໂຮງຮຽນສົງ ຈົນເຖິງຂັ້ນອຸດົມສຶກສາ ຄືລະດັບມະຫາວິທະຍາໄລສົງ. 
    ການໃຊ້ເວລາ 2-3 ປີ ຫຼືຈົນເຖິງຈົບມໍປາຍ ໃນການບວດຮຽນຈຶ່ງເໝືອນຈະກາຍເປັນຫົນທາງໃຫ້ເດັກນ້ອຍພົ້ນຈາກຄວາມຍາກຈົນ ມີໂອກາດທາງການສຶກສາ ເຖິງຈະສະດວກສະບາຍດ້ານອາຫານແລະທີ່ຢູ່ ບໍ່ລຳບາກເລື່ອງປາກທ້ອງ ແຕ່ກໍ່ຕ້ອງແລກຄວາມອິສຣະທີ່ບໍ່ສາມາດໃຊ້ຊີວິດສະໜຸກສະໜານແບບໄວລຸ້ນທົ່ວໄປ ເພາະຕ້ອງຢູ່ໃນລະບຽບວິນັຍຂອງນັກບວດ ມີການສັນ ການນອນ ເປັນເວລາ ເປັນລະບົບລະບຽບ ຢູ່ໃນສະພາບແວດລ້ອມທີ່ເໝາະແກ່ການຮຽນຮູ້ ຕ້ອງທຳກິດຈະວັດໂດຍພ້ອມພຽງກັນ ສຶກສາທັມມະ ໄດ້ຝຶກຝົນຕົນໃຫ້ມີວິນັຍ ຝຶກຄວາມພ້ອມພຽນຂອງໝູ່ຄະນະ ຝຶກຄວາມເສຍສະລະແລະມີຄວາມຮັບຜິດຊອບ ມີບຸກຄະລິກທີ່ງາມ ອົງອາດ ມີຂອບເຂດຈຳກັດດ້ານຄວາມປະພຶດ ຈະຫຼີ້ນຄຶກຄະນອງແບບໄວລຸ້ນທົ່ວໄປບໍ່ໄດ້ ດ້ວຍລະບຽບວິນັຍນີ້ ພໍ່ແມ່ບາງຄົນເຖິງມີກຳລັງສົ່ງລູກຮຽນໃຫ້ຈົບໄດ້ສະບາຍ ແຕ່ກໍ່ສົ່ງໃຫ້ມາບວດຮຽນ ເພື່ອໃຫ້ຫ່າງຈາກໂລກທີ່ເຕັມໄປດ້ວຍສິ່ງລໍ້ຕາລໍ້ໃຈ ສິ່ງລະຫຼິ້ນຫຼາກຫຼາຍ ເຫຼວໄລໄປຕາມເພື່ອນຝູງ ຕິດເກມ ຕິດຢາ ຕິດພະນັນ ໝູ່ມາກລາກໄປ ເປັນເຫດໃຫ້ຮຽນບໍ່ຈົບ ກາຍເປັນຄົນທີ່ມີປັນຫາ ເສຍຄົນ ສ້າງຄວາມເດືອດຮ້ອນໃຫ້ແກ່ຄອບຄົວແລະສັງຄົມ ກໍ່ມີໃຫ້ເຫັນນັບບໍ່ຖ້ວນ ດັງນັ້ນ ການບວດຮຽນເປັນໂອກາດອັນດີທີ່ພໍ່ແມ່ຫຼາຍຄົນເລືອກໃຫ້ແກ່ບຸດຫຼານຂອງຕົນ.

      ມີຫຼາຍຄົນທີ່ລາສິກຂາທັນທີທີ່ຈົບການສຶກສາພາກບັງຄັບ ເພື່ອໄປຕໍ່ການສຶກສາຊັ້ນສູງຂຶ້ນໄປ ຫຼືຈົບຕາມເປົ້າໝາຍທີ່ຕົນຕັ້ງໄວ້ ແລ້ວກັບມາໃຊ້ຊີວິດຕາມປົກກະຕິ ແລະພວກເຂົາຫວັງວ່າປະສົບການຈາກການບວດຮຽນຈະທຳໃຫ້ເຂົາເປັນເຍົາວະຊົນທີ່ມີປະສິດທິພາບ ແລະເປັນກຳລັງສຳຄັນໃນການຂັບເຄື່ອນເສດຖະກິດຂອງປະເທດ ໃນດ້ານນີ້ ວັດຈຶ່ງເປັນສະຖານທີ່ເປີດໂອກາດທາງການສຶກສາ ປູກຝັງຈິດໃຕ້ສຳນຶກທີ່ດີດ້ວຍທັມມະ ເປັນການຫຼໍ່ຫຼອມບຸກຄະລາກອນໃຫ້ພ້ອມທັງຄວາມຮູ້ຄູ່ຄຸນທັມ ເມື່ອໄດ້ດິບໄດ້ດີເພາະອາໄສວັດ ແລ້ວກັບມາພັດທະນາອຸປະຖຳທະນຸບຳລຸງຕອບແທນພຣະສາສະໜາກໍ່ມີຫຼາຍ.
    
    ແຕ່ກໍ່ມີຫຼາຍຄົນທີ່ບວດສາມະເນນເພື່ອສຶກສາ ພໍອາຍຸຄົບ 20 ປີບໍລິບູນ ກໍ່ເຂົ້າອຸປະສົມບົດບວດເປັນພຣະພິກຂຸ ຄອງເພດບັນພະຊິດຢູ່ຕໍ່ໄປເປັນກຳລັງສຳຄັນຊ່ວຍງານພຣະສາສະໜາ ຈົນເຖິງເປັນຄູບາອາຈານຫຼັກສຳຄັນ ຂັບເຄື່ອນທັມມະຈັກ ປະກາດພຣະສາສະນະທັມ ເພື່ອປະໂຫຍດແກ່ອະນຸຊົນລຸ້ນຫຼັງ ແກ່ສັງຄົມ ແກ່ປະເທດຊາດ ແລະຈົນເຖິງແກ່ຊາວໂລກທັງມວນ.

ມີຄົນກ່າວວ່າ ຜູ້ບວດຮຽນຄືຜູ້ດ້ອຍໂອກາດ
        ຄຳນັ້ນບໍ່ເປັນຄວາມຈິງເລີຍ ຕາມປະວັດພຣະພຸດທະສາສະໜາ ຄົນທີ່ເຂົ້າມາບວດມີທຸກລະດັບຊັ້ນນັບຕັ້ງແຕ່ກະສັດ ຜູ້ມີຍົດຖາບັນດາສັກ ເສດຖີ ພໍ່ຄ້າ ໄປຈົນເຖິງຄວາມຍາກຈົນເຂັນໃຈ ເຖິງປັດຈຸບັນກໍ່ເປັນເຊັ່ນນັ້ນດັ່ງກ່າວມາ ແທ້ຈິງແລ້ວ ຄົນບວດຮຽນຄືຜູ້ໄດ້ໂອກາດ ບໍ່ແມ່ນຜູ້ດ້ອຍໂອກາດ ໄດ້ມີໂອກາດສ້າງຄວາມດີ ເພີ່ມພູນບາຣະມີກຸສົນໃຫ້ຫຼາຍຍິ່ງຂຶ້ນ ມີໂອກາດສຶກສາອ່ານຕຳລັບຕຳລາຫຼາຍກວ່າ ຕັດຄວາມວຸ້ນວາຍແບບຊາວໂລກ ທີ່ຕ້ອງຫາລ້ຽງຕົນເອງ ຫາລ້ຽງຄອບຄົວ ຕ້ອງຍື້ແຍ່ງແຂ່ງຂັນກັນທຸກຢ່າງ ຈົນທຳໃຫ້ເກີດການທະເລາະວິວາດບາດໝາງໃຈກັນ ສ້າງສັດຕູຢູ່ເລື້ອຍໄປ ເພາະຊັບພະຍາກອນໃນໂລກນີ້ມີຈຳກັດ ໃຜໆກໍ່ຢາກໄດ້ຄອບຄອງຍຶດເອົາໄວ້ ແຍ່ງຖີ່ນກັນຢູ່ແຍ່ງຄູ່ກັນນອນ ເມື່ອມີຄູ່ແຂ່ງກໍ່ມີຜູ້ແພ້ຜູ້ຊະນະ ທຳໃຫ້ຕ້ອງທຳຮ້າຍເຊິ່ງກັນແລະກັນ ບາງຄັ້ງເຖິງກັບທຳລາຍຊີວິດກັນກໍ່ມີ ແຕ່ເມື່ອມາບວດບໍ່ຕ້ອງຜະຈົນກັບສິ່ງເຫຼົ່ານັ້ນ ທຳໃຫ້ມີເວລາສຶກສາທັມມະ ມີເວລາປະຕິບັດທັມຢ່າງເຕັມທີ່ ເພີ່ມພູນບຸນກຸສົນໃຫ້ກັບຕົນເອງໃຫ້ມາກຍິ່ງຂຶ້ນ ແລະສາມາດເປັນທີ່ເພິ່ງໃຫ້ກັບຊາວໂລກທົ່ວໄປທີ່ບໍ່ມີເວລາໄດ້ທຳຢ່າງນີ້ ໂດຍການນຳທັມທີ່ສຶກສາມາຢ່າງແຕກສານ ສອນໃຫ້ຮູ້ຈັກບາບບຸນ ຄຸນໂທດ ຊີ້ທາງອອກບອກທາງບຸນ ໃຫ້ລະບາບ ສ້າງແຕ່ບຸນບາຣະມີ ແລະປະຕິບັດທັມໃຫ້ໃຈໃສສະອາດບໍລິສຸດ ເມື່ອຊາວໂລກໄດ້ທຳສິ່ງເຫຼົ່ານີ້ ກໍ່ຈະມີຈິດໃຈໂອບອ້ອມອາຣີ ມີຄວາມເອື້ອເຝື້ອຕໍ່ກັນ ບໍ່ແກ່ງແຍ່ງຊິງດີຊິງເດັ່ນກັນ ທຳໃຫ້ເກີດຄວາມສະຫງົບສຸກ ເມື່ອມີຄົນດີມາກຂຶ້ນ ແລະແຜ່ຂະຫຍາຍຄວາມສັນຕິສຸກໄປໃນວົງກວ້າງຈົນເຖິງໄປທົ່ວໂລກ.

ບົດຄວາມໂດຍ: ພຣະມະຫາສິງຫາ ໄຂ່ອຳພອນ
                                    14/01/2018
---------

Share on Google Plus

About ສຽງທັມvoice

This is a short description in the author block about the author. You edit it by entering text in the "Biographical Info" field in the user admin panel.

0 ความคิดเห็น:

แสดงความคิดเห็น