ລົດຊາດແຫ່ງຄວາມຮັກ ໃນວັນນະຄະດີ l ໂດຍ: ແສງດາວັນ ຊຸມພົນພັກດີ


ວິເຄາະລົດຊາດແຫ່ງຄວາມຮັກໂດຍຜ່ານຕົວລະຄອນນາງສຸມຸນທາກັບຍັກກຸມພັນ
ຄວາມຮັກເປັນສິ່ງທີ່ງົດງາມ ແລະ ກໍເປັນຄວາມສຸກຢ່າງໜຶ່ງທີ່ທຸກຄົນຂາດບໍ່ໄດ້ ຄືທຸກຄົນຕ້ອງການຄວາມຮັກ, ຄວາມອົບອຸ່ນ ແລະ ສິ່ງທີ່ດີໆມອບໃຫ້ແກ່ກັນ ແລະ ກັນ. ຖ້າຈະເວົ້າເຖິງເລື່ອງຂອງຄວາມຮັກແລ້ວ ຍ່ອມມີຫຼາຍແບບ ຫຼາຍສີສັນແຕກຕ່າງກັນໄປເຊັ່ນ ຄວາມຮັກລະຫວ່າງສາມີພັນລະຍາ, ພໍ່ແມ່ລູກ, ຍາດພີ່ນ້ອງ ແລະ ເພື່ອນຝູງ ເຫຼົ່ານີ້ເປັນຕົ້ນ. ແຕ່ຄວາມຮັກທີ່ເຫັນວ່າໂດດເດັ່ນໃນເລື່ອງ ‘‘ສັງສິນໄຊ’’ ແມ່ນຄວາມຮັກລະຫວ່າງຍາດພີ່ນ້ອງ ແລະ ຄວາມຮັກລະຫວ່າງສາມີພັນລະຍາ ຄືຄວາມຮັກຂອງພະຍາກຸດສະລາດກັບນ້ອງສາວ ແລະ ຄວາມຮັກຂອງນາງສຸມຸນທາກັບຍັກກຸມພັນ. ຄວາມຮັກຂອງສຸມຸນທາກັບຍັກກຸມພັນນັ້ນຖືວ່າເປັນຄວາມຮັກແບບບຸບເພສັນນິວາດ. ເຖິງແມ່ນວ່າຍັກກຸມພັນຈະໄດ້ລັກເອົານາງສຸມຸນທາມາເປັນເມຍ ແຕ່ໃນທີ່ສຸດນາງສຸມຸນທາກໍມີຄວາມຮັກໃຫ້ແກ່ຍັກກຸມພັນ ຈົນທັງສອງມີລູກນໍາກັນໜຶ່ງຄົນ ເຊິ່ງໃນໄລຍະນີ້ ເຮົາເຫັນວ່າເກືອບຈະເປັນຄອບຄົວທີ່ສົມບູນແລ້ວ; ແຕ່ຍ້ອນບາບກໍາຂອງກຸມພັນທີ່ໄດ້ກະທໍາໄວ້ເມື່ອກ່ອນ ຄືໄປລັກເອົາສຸມຸນທາມາເປັນເມຍ, ກໍານັ້ນຈຶ່ງເຮັດໃຫ້ກຸມພັນບໍ່ໄດ້ຢູ່ກັບສຸມຸນທາຈົນຕະຫຼອດຮອດຝັ່ງ. ເມື່ອມີຄົນມາຕາມນາງສຸມຸນທາກັບບ້ານນາງກໍຍາກທີ່ຈະຕັດສິນໃຈໄດ້ ເພາະເບື້ອງຊາຍແມ່ນຜົວ ເບື້ອງຂົວແມ່ນອ້າຍ ເຊິ່ງສະແດງອອກ ຜ່ານຄໍາເວົ້າຂອງນາງທີ່ວ່າ ‘‘ອາບໍ່ໄດ້ຮັກພຸ້ນຊັງພີ້’’. ຢ່າງໃດກໍຕາມນາງກໍຍັງອາໄລຮັກນໍາຜົວຢູ່ ເຊິ່ງສະແດງອອກຕອນທີ່ສິນໄຊມານໍາເອົາໂດຍຜ່ານຄໍາເວົ້າທີ່ວ່າ ‘‘ບາດນີ້ຫຼານຊິພາເມຍຂ້າມເຂົາໄປໄກຈາກອ້າຍແລ້ວ! ນ້ອງກໍຂີນບໍ່ໄດ້ຢ້ານຫຼານຫຼາຍແທ້ໆ ຢູ່ດີເດີເຈົ້າອ້າຍຜູ້ເປັນທີ່ເພິ່ງຂອງນ້ອງ’’ ອີກຕອນໜຶ່ງທີ່ນາງສຸມຸນທາເວົ້າກັບສິນໄຊວ່າ ‘‘ຂໍນໍາຫຼານກ່ອນອາລືມຜ້າສະໃບຄ່າແພງແທ້ໆ’’. ພໍນາງຄືນເມືອຮອດຜົວແລ້ວຜັດກອດກຸມພັນທັງໄຫ້ ພ້ອມເວົ້າວ່າ “ລຸກຖ້ອນອ້າຍ! ເມຍຊິໜີໄກຈາກແລ້ວ ເປັນຫຍັງວ່າມານອນຫຼັບໂພດເຫຼືອແທ້” ແລະ ສະແດງອອກອີກຕອນໜຶ່ງທີ່ນາງສຸມຸນທາກັບໄປຫາຜົວນາງກໍປຸກຄົ້ນຊັ່ນຄີງຍັກ ພ້ອມຮ້ອງສັ່ງຜົວແຮງຂຶ້ນ ‘‘ໂອ້ຍ! ຄັນຕື່ນມາຊິບໍ່ເຫັນນ້ອງຢູ່ນໍາແລ້ວ’’, ນາງສຸມຸນທາກໍຍັງໄດ້ຕົວະຫຼານອີກວ່າລືມຊ້ອງ ເມື່ອນາງຄືນເມືອ ກໍໄຫ້ສັ່ງຜົວສຽງວອນໆ ‘‘ລຸກມາຖ້ອນອ້າຍເອີຍ ມາຍາດຊິງເອົານ້ອງແດ່ແມ ນ້ອງບໍ່ໄດ້ຄຶດຢາກເມືອບ້ານເມືອເມືອງນ່າ ຄຶດຮອດຄາວອ້າຍຮັກນ້ອງນັ້ນນາຄືວ່າຮັກຫຼາຍທີ່ສຸດ ນ້ອງນີ້ບໍ່ເຄີຍພໍ້ຄວາມທຸກບໍ່ພໍ້ຮອດແດດຝົນເລີຍ’’ (ຊຸດມໍລະດົກວຽງຈັນ ສັງສິນໄຊ ເຫຼັ້ມ ໑ ຄໍາກອນຄູ່ຮ້ອຍແກ້ວ ໂດຍທ້າວປາງຄໍາ ພ.ສ 2193:167-168) ຄໍາເວົ້າເຫຼົ່ານີ້ສະແດງວ່ານາງບໍ່ຢາກຄືນເມືອເມືອງເປັງຈານ, ອັນນີ້ມັນຕ່າງຫຼາຍກັບຕອນທີ່ນາງຖືກຍັກກຸມພັນລັກມາ ເມື່ອນັ້ນນາງມີແຕ່ຮ້ອງໄຫ້ຂັດຂືນທຸກຢ່າງ, ແຕ່ຍ້ອນວ່າກຸມພັນຮັກນາງແທ້ໆ ແລະ ຍອມເອົາອົກເອົາໃຈທຸກຢ່າງ ເອົາເຄື່ອງຂອງມີຄ່າຮ້ອຍອັນພັນແນວ ບໍ່ວ່າຈະເປັນເພັດນິນຈິນດາ ແກ້ວແຫວນ ເງິນທອງ ແລະ ດອກໄມ້ອັນຫອມຫວນນາໆຊະນິດມາມອບໃຫ້ຢ່າງມະຫາສານ ເພື່ອອົບອຸ່ນທະນຸຖະໜອມດ້ວຍຄວາມສະເໜ່ຫາຫອມຮັກສຸດຫົວໃຈຂອງມັນ. ສະນັ້ນ, ຈຶ່ງເຮັດໃຫ້ນາງເກີດມີຄວາມຮັກຕໍ່ກຸມພັນ ແລະ ຢູ່ກິນນໍາກັນຢ່າງມີຄວາມສຸກ. ເມື່ອສິນໄຊຜູ້ເປັນຫຼານມານໍາເອົານາງຄືນບ້ານ ເຮັດແນວໃດນາງຈະຕັດສິນໃຈກັບຄືນເມືອແບບງ່າຍໆໄດ້ ເພາະວ່ານາງກໍໄດ້ດໍາລົງຊີວິດຢູ່ຮ່ວມສຸກຮ່ວມທຸກກັບຍັກກຸມພັນມາເປັນເວລາຫຼາຍປີແລ້ວ ມັນຍາກທີ່ຈະຕັດຂາດຈາກກັນໂດຍບໍ່ໄດ້ເວົ້າຈາປາໄສຈັກຄວາມ. ດັ່ງທີ່ເຮົາຮູ້ນໍາກັນແລ້ວວ່າຕັ້ງແຕ່ໃດມາແມ່ຍິງລາວຈະຮັກລູກແພງຜົວຂອງຕົນຢູ່ສະເໝີ ເຖິງແມ່ນວ່າຜົວຂອງຕົນຈະຮູບຮ່າງບໍ່ງາມ, ບໍ່ລໍ້າລວຍ ແຕ່ເມື່ອໄດ້ຢູ່ກິນນໍາກັນແລ້ວເຂົາກໍຖືວ່າຜົວຂອງເຂົາດີທີ່ສຸດສໍາລັບເຂົາແລ້ວ. ໃນເລື່ອງສັງສິນໄຊນີ້ ຖ້າເບິ່ງໃນແງ່ມຸມໜຶ່ງນາງສຸມຸນທາກໍມີລັກສະນະຄ້າຍຄືກັນ ເພາະວ່າຍັກກຸມພັນໄດ້ຮັກນາງຄົນດຽວ ເອົາອົກເອົາໃຈທຸກຢ່າງແບບມົດບໍ່ໃຫ້ໄຕ່ໄຮບໍ່ໃຫ້ຕອມ ກຸມພັນສຸດແສນອີດູສົງສານ ແລະ ເປັນຫ່ວງເມຍຮັກບໍ່ຢາກໃຫ້ນາງຖືກແດດລົມຟ້າຝົນແຕ່ຢ່າງໃດ. ທຸກສິ່ງທຸກຢ່າງແມ່ນມັນເປັນຜູ້ຂານອາສາ ຮັບເປັນພາລະແບກຫາບແທນໝົດ. ເຖິງແມ່ນວ່າມັນຈະມີສາວສະໜົມຕັ້ງມາກມາຍກາຍກອງກໍຕາມ ມັນກໍບໍ່ສົນໃຈເພາະມັນໄດ້ຮັກສຸມຸນທາຄົນດຽວເທົ່ານັ້ນ. ກຸມພັນຮັກສຸມຸນທາສຸດຫົວໃຈແມ່ນແຕ່ເດືອນດາວມັນກໍຈະໄປເອົາມາໃຫ້ ໂດຍຍຶດໝັ້ນໃນອຸດົມຄະຕິ ທີ່ວ່າ: ເພື່ອສຸມຸນທາແມ່ນແຕ່ຊີວິດກໍຍິນດີເສຍສະຫຼະແທນໄດ້ ຂໍແຕ່ວ່າສິ່ງນັ້ນເປັນຄວາມປາຖະໜາຂອງເມຍຮັກ. ດັ່ງຄໍາເວົ້າຂອງກຸມພັນທີ່ວ່າ:

‘‘ຮູ້ວ່ານາງໄຄ່ໄດ້                           ດາວດາດພາຍພະໂຍມ ກໍດີ
ຮຽມຈະກອຍໃຈເດີນ                   ດຸ່ງເອົາຖວາຍໄທ້
ອັນໃດເພິ່ງໃຈເຈົ້າ                       ຈອມນາງໃຫ້ນ້ອງວ່າ ມາເທີ້ນ
ພີ່ບໍ່ໄດ້ກີດຂ້ອງ                            ຂະຫຼັງໄທ້ທີ່ຄະນິງ ດອກນາ’’.

(ດຣ. ທອງຄໍາ ອ່ອນມະນີສອນ, ບົດບາດນາງສຸມຸນທາ ແລະ ໄຟປັນຍາສິນໄຊ 2011:47).
ສ່ວນສຸມຸນທາກໍຮັກກຸມພັນຢ່າງດູດດື່ມເລິກເຊິ່ງເໝືອນກັນ. ແປດປີຜ່ານໄປທັງສອງຊີວິດບໍ່ເຄີຍສ້າງມົນທິນແຫ່ງຄວາມແຕກແຍກມ້າງເພໃຫ້ແກ່ຮັກອະມະຕະນີ້ເລີຍ. (ດຣ. ທອງຄໍາ ອ່ອນມະນີສອນ, ບົດບາດນາງສຸມຸນທາ ແລະ ໄຟປັນຍາສິນໄຊ 2011:25). ເມື່ອສິນໄຊຜູ້ເປັນຫຼານໄດ້ມານໍາເອົາອາຄືນເມືອໃຫ້ພະຍາພໍ່ ກຸມພັນກໍຕ້ອງໄດ້ລະດົມກໍາລັງຂອງຕົນທີ່ມີ ພ້ອມດ້ວຍກໍາລັງຂຶ້ນຊ່ວຍແຕ່ລະຫົວເມືອງຕັ້ງເປັນແສນເປັນລ້ານເພື່ອນໍາເອົາເມຍຄືນ ເຊິ່ງຕອນນີ້ເຮົາອາດເວົ້າໄດ້ວ່າ ເປັນເສິກແຫ່ງຄວາມຮັກ ຫຼືວ່າ ເສິກຊິງນາງ; ແຕ່ໂຊກບໍ່ດີດ້ວຍອໍານາດບາລະມີຂອງສິນໄຊ ແລະ ບາບກໍາຂອງກຸມພັນທີ່ໄດ້ກໍ່ໍ່ໄວ້ ຈຶ່ງເຮັດໃຫ້ກຸມພັນບໍ່ສາມາດເອົາຊະນະສິນໄຊໄດ້ ກຸມພັນຈຶ່ງຕ້ອງຕາຍຄາສະໜາມຮົບ.

        ສະນັ້ນ, ຈຶ່ງສະຫຼຸບໄດ້ວ່າ ຄວາມຮັກແບບບຸບເພສັນນິວາດ ຫຼື ຕັນຫານີ້ເກີດຂຶ້ນເພາະເປັນໄປຕາມອະວິຊາ- ຕັນຫາ ເປັນອັນວ່າອະວິຊານັ້ນເອງເປັນເຫດແຫ່ງຄວາມຮັກແບບຕັນຫາ. ເມື່ອຄວາມຮັກແບບຕັນຫາເກີດຂຶ້ນຈົນເກີດຄວາມປາຖະໜາຄວາມຕ້ອງການຢ່າງຮຸນແຮງ ຈະຊັກນໍາໄປສູ່ການສະແຫວງຫາ ໄຝ່ຫາຄົ້ນຫາ ເພື່ອໃຫ້ໄດ້ມາຄອບຄອງ ຢາກເຂົ້າໄປຍຶດຖືຄອບຄອງແຕ່ພຽງຜູ້ດຽວ ບໍ່ຢາກໃຫ້ຄົນອື່ນມາຍາດແຍ່ງຈາກຕົນໄປ ທີ່ເອີ້ນວ່າຄວາມຫຶງຫວງ ເມື່ອເກີດຄວາມຫຶງຫວງແລ້ວ ມັນກໍຈະພາໃຫ້ເກີດຄວາມເຫັນແກ່ຕົວ ຈຶ່ງອາດເຮັດໃຫ້ເກີດການຍາດຊິງຜິດຖຽງກັນ ເຖິງແມ່ນວ່າຈະບໍ່ໄດ້ໄປຍາດຊິງ ຫຼື ຜິດຖຽງກັບຜູ້ໃດ ກໍຈະເກີດຄວາມມົວເມົາມຸກມຸ້ນ ຈົນກະທັ້ງບາງເທື່ອເຖິງກັບປະຖິ້ມໜ້າທີ່ການງານ ຫຼື ຄວາມດີງາມທີ່ຄວນຈະເຮັດ ຫຼື ບໍ່ເຊັ່ນນັ້ນມັກຈະເປັນໄປໃນອີກລັກສະນະໜຶ່ງ ຄືເຮັດໃຫ້ຍິ່ງຮັກຫຼາຍຂຶ້ນແລ້ວພະຍາຍາມສະແຫວງຫາສິ່ງຕ່າງໆ ມຸ້ງແຕ່ຈະກອບໂກຍມາເພື່ອຕົນເອງ ແລະ ເພື່ອຄົນທີ່ຕົນເອງຮັກເທົ່ານັ້ນ. ດັ່ງນັ້ນ, ຄວາມຮັກທີ່ມີມາໃນອາດີດຊາດ ຈຶ່ງມີລັກສະນະ ແລະ ອາການທີ່ຮຸນແຮງ ຮ້ອນຮົນກະວົນກະວາຍໃນຈິດໃຈ ຊຶ່ງປາກົດແກ່ຍັກກຸມພັນທີ່ມີຄວາມຮັກຕໍ່ນາງສຸມຸນທາ. (ສິນໄຊສອງຝັງຂອງ, 2014:74)
     ສະນັ້ນ, ເຮົາຈຶ່ງສາມາດເວົ້າໄດ້ວ່າ ຄວາມຮັກທີ່ກຸມພັນມີໃຫ້ສຸມຸນທານັ້ນມີທັງຈຸດດີ ແລະ ຈຸດອ່ອນ.ຈຸດດີຄືກຸມພັນ ຮັກດຽວໃຈດຽວ ເດັດດ່ຽວໜຽວແໜ້ນ ໝັ້ນຄົງຊື່ຕົງ. ຈຸດອ່ອນຄືກຸມພັນຮັກສຸມຸນທາຫຼາຍເກີນໄປຈົນເຮັດໃຫ້ລາຄະ ໂທສະ ໂມຫະ ຄືຕັນຫາ ໂລບ ໂກດ ຫຼົງ ເຂົ້າຄອບງໍາ ດັ່ງຄໍາເວົ້າຂອງ ດຣ. ທອງຄໍາ ອ່ອນມະນີສອນ ທີ່ວ່າ: “ຄວາມຮັກບາງຄັ້ງກໍເຮັດໃຫ້ຄົນຕາດີກາຍເປັນຄົນຕາບອດ ແລະ ບາງຄັ້ງກໍເຮັດໃຫ້ຄົນຕາບອດກາຍເປັນຄົນຕາດີ”. ດັ່ງນັ້ນ, ຈຶ່ງອາດເວົ້າໄດ້ວ່າ: ຄວາມຮັກນີ້ປຽບເໝືອນດາບສອງຄົມ ຖ້າມີສະຕິກັບຄວາມຮັກ ຄວາມຮັກນັ້ນກໍຈະພາໄປສູ່ຫົນທາງທີ່ສວຍງາມ ແຕ່ຖ້າຂາດສະຕິກັບຄວາມຮັກ ຄວາມຮັກນັ້ນກໍຈະພາໄປສູ່ຫົນທາງແຫ່ງຄວາມຫະຍະນະ. ຄວາມຮັກອັນບໍລິສຸດທີ່ແທ້ຈິງນັ້ນ ເກີດມາຈາກສ່ວນເລິກຂອງຫົວໃຈເຊິ່ງບໍ່ອາດລຶບລອກໃຫ້ຫຼົງລືມ ເລືອນລາງໄລລາຈາກຊີວິດນີ້ໄດ້. ໂລກມະນຸດມີອາຍຸຍືນຍາວ ແລະ ໝັ້ນຄົງຢືນຢົງຢູ່ໄດ້ ດ້ວຍຄວາມຮັກ, ຄວາມເມດຕາ. ຕ່າງແຕ່ວ່າປັດຊະຍາແຫ່ງຄວາມຮັກ ໄດ້ແບ່ງສັນປັນສ່ວນຄວາມຮັກອອກເປັນຫຼາຍປະເພດ ແລະ ມີນິຍາມຕ່າງກັນເຊັ່ນ ຄວາມຮັກຊາດ, ຮັກບ້ານເກີດເມືອງນອນ, ຄວາມຮັກທີ່ພໍ່ແມ່ມີຕໍ່ລູກ, ຄວາມຮັກທີ່ລູກມີຕໍ່ພໍ່ແມ່, ຄວາມຮັກລະຫວ່າງເພື່ອນສະຫາຍຮ່ວມເປັນຮ່ວມຕາຍ, ຄວາມຮັກລະຫວ່າງບ່າວສາວ ແລະອື່ນໆ, ເຊິ່ງອາດຈະເປັນຄວາມຮັກອັນຍິ່ງໃຫຍ່ ແລະ ມີພະລັງສູງສົ່ງຫຼາຍເທົ່າໃດນັ້ນຂຶ້ນຢູ່ກັບພູມທໍາ ແລະ ປັນຍາຂອງແຕ່ລະຄົນທີ່ຈະໃຫ້ຄຸນຄ່າແກ່ມັນເທົ່ານັ້ນເອງ. (ດຣ. ທອງຄໍາ ອ່ອນມະນີສອນ ເພື່ອຮັກເພື່ອນາງ 1997) 
       ຄວາມຮັກດັ່ງກ່າວມາຂ້າງເທິງນີ້, ປາສະຈາກມົນທິນລາຄີ ທີ່ຈະເປັນປັດໃຈສ້າງຄວາມມົ່ນໝອງອັນບໍ່ຢຸດຕິທໍາທຸກປະການ. ສ່ວນວ່າຄວາມຮັກລະຫວ່າງບ່າວ-ສາວນັ້ນ ເປັນຄວາມມັກຮັກທີ່ຖືກສັນສ້າງປູກປັ້ນ ແລະ ປູຂຶ້ນບົນພື້ນຖານຖະໜົນດອກໄມ້ແຫ່ງຄວາມຮັກໄຄ່ດ້ວຍກິ່ນຫອມຂອງຕັນຫາ ແລະ ໄຟລາຄະ, ເຊິ່ງເຊື່ອງຊ້ອນຢ່າງເລິກລັບລະອຽດອ່ອນ ດ້ວຍຄວາມບໍລິສຸດ ຊື່ສັດ ໃນຈິນຕະນາການຂອງຄວາມຮັກແທ້ ຮັກດຽວໃຈດຽວ ທີ່ສຸດຖະໜອມໄວ້ເໝືອນດັ່ງຊີວິດ ແລະ ດວງໃຈ, ແຕ່ຄວາມຮັກທີ່ເຫັນແກ່ຕົວນັ້ນ ມັນເຈືອຈານສານແນບດ້ວຍກາມາລົມ ຫຼອກຫຼວງ ເພາະພິດສະຫວາດ ຫຼົງໄຫຼໃນຄວາມງາມ ເນື້ອຄີງອັນເປັນຄວາມຕ້ອງການ ແລະ ປວດກະສັນຢາກເຊີຍຊົມຂອງມວນມະນຸດຜູ້ວົນວຽນ ລ່ອງລອຍຢູ່ໃນວັດຕະສົງສານ ທ່າມກາງກົດເກນ ເກີດ ແກ່ ເຈັບ ຕາຍ ຮ່ວມໜ່ວຍພິພົບທີ່ສວຍງາມໜ່ວຍນີ້ຮ່ວມກັນ. 
         ໃນກະແສວົນວຽນຂອງຄວາມຮັກລະຫວ່າງບ່າວສາວນີ້ ມີບາງຄັ້ງຄາວກໍສົມຫວັງ ສົມດັ່ງດວງໃຈໄຝ່ປາຖະໜາ ພໍປານວ່າຟ້າດິນ ອິນພົມ ຍົມມະຍັກ (ຮູບພາບປຽບທຽບແບບບູຮານລາວ) ແລະ ທົ່ວສັງຄົມມະນຸດຕ່າງກໍອ່ວຍໜ້າມາອ່ວຍພອນ ສະໜັບສະໜູນໃຫ້ຮັກນັ້ນບັນລຸໄດ້ດັ່ງໃຈປອງເອົາແທ້ເອົາວ່າ. ແຕ່ກໍມີຄູ່ຮັກນັບບໍ່ຖ້ວນທີ່ເຄີຍມີຄວາມຮັກອັນຫອມຫວານປານຈະກືນກິນຕ້ອງປະສົບພົບພໍ້ກັບຄວາມຜິດຫວັງພັງທະລາຍດ້ວຍສາເຫດຫຼາຍປະການ: ຍ້ອນພໍ່ແມ່ເຈົ້າໂຄດລຸງຕາຝ່າຍຍິງ ຫຼື ຝ່າຍຊາຍບໍ່ເຫັນດີເຫັນພ້ອມ ຍ້ອນເຫດຜົນທາງຖານະຄອບຄົວ, ຊົນຊັ້ນ, ຊັບສົມບັດ ເງິນຄໍາ ກຽດສັກສີໃນສັງຄົມ ແລະ ອື່ນໆ. ບາງກໍລະນີວິມານຮັກໄດ້ກາຍເປັນວິມານຮ້າງ ຍ້ອນຝ່າຍໃດຝ່າຍໜຶ່ງບໍ່ຖືຄໍາໝັ້ນສັນຍາ ຮັກພຽງວາຈາ ແຕ່ແກ່ນໃນຂອງໝາກຫົວໃຈຊໍ້າພັດຈົມຈາງຢູ່ໃນວັງເວີນຫຼອກລວງຄົນດຽວ “ເຫັນໃໝ່ມັກໜ້າ ລືມຊູ້ເກົ່າຫຼັງ” ດັ່ງຄໍາຜະຫຍາບູຮານເພິ່ນເວົ້າໄວ້ວ່າ: “ກ້ຽງແຕ່ນອກທາງໃນເປັນໝາກເດື່ອ ກ້ຽງແຕ່ຂໍ້ຂັງບັ້ງປາກກະທໍ” ບາງເຫດການຜູ້ໃຫຍ່ຝ່າຍຍິງເປັນຜູ້ຕັດສິນອານາຄົດຂອງລູກ ແລະ ຫຼານສາວຂອງຕົນ ໂດຍບໍ່ຄິດເຖິງປະຊາທິປະໄຕ ຫຼື ເສລີພາບຂອງມວນມະນຸດ, ຍືດໝັ້ນຢ່າງເຂັ້ມງວດໃນລັດທິເຈົ້າໂຄດດ້ວຍວິທີ: “ຈັບນົກອ້ຽງຟາກຄູ່ມັນມາ ຈັບເອົານົກແສງກາຟາກຮັງມາລ້ຽງ ພຽງບໍ່ພຽງກໍຟັນເຈີ້ຍ ຫວັງເອົາເຂີຍລູກຜູ້ຮັ່ງ ຂັງລູກສາວດ້ວຍຮັກແລ້ງ ເລີຍໃຈແຫ້ງຫ່ຽວບໍ່ຫອມ ຫັ້ນແລ້ວ”.
=======
ບົດຄວາມບ່າງຕອນໃນ ບົດຈົບຊັ້ນເລື່ອງ: ລົດຊາດຂອງວັນນະຄະດີ ໃນບົດເລື່ອງ “ສັງສິນໄຊ” ເຫຼັ້ມ ໑ ໂດຍ ມະຫາສີລາ ວີລະວົງສ໌, ໂດຍກຸ່ມນັກສຶກສາຄະນະສຶກສາສາດ. ພຣະ ແສງດາວັນ ຊຸມພົນພັກດີ, ພຣະ ສຸລະບຸດ ແສນທະວີສຸກ 

ເອກະສານອ້າງອີງ
1. ຫລັກການວິຈານວັນນະຄະດີ ຄົ້ນຄວ້າ ແລະ ຮຽບຮຽງ ໄພວັນ ມາລາວົງ ສໍານັກພິມ ໃບໂພ ຄ.ສ 2015
2. ພຣະເຫວດສັນດອນ ທັດສະນະວິຈານ ພຣະອາຈານ ໄພວັນ ມາລາວົງ ສໍານັກພິມນັກປະພັນລາວ ຄ.ສ 2015 
3. ສິນໄຊສອງຝັ່ງຂອງ ຖານທີ່ໝັ້ນວັດທະນະທໍາແຫ່ງຍຸກສະໄໝ ພຸດທະທໍາ: ສຸນທະລີທໍາ: ສັດຈະທໍາ ຄະນະຈັດພິມ: ສູນຂໍ້ມູນລາວ ມະຫາວິທະຍາໄລຂອນແກ່ນ ພິມທີ່: ໂຮງພິມຂອນແກ່ນການພິມ ອ. ເມືອງ ຈ. ຂອນແກ່ນ ຄ.ສ 2014; (ປຶ້ມໄທ-ລາວ) 895.919 ບງ, ຫໍສະໝຸດກາງມະຫາວິທະຍາໄລແຫ່ງຊາດ
4. ປຶ້ມບົດບາດນາງສຸມຸນທາ ແລະ ໄຟປັນຍາສິນໄຊ ໂດຍ: ດຣ. ທອງຄໍາ ອ່ອນມະນີສອນ ຄ.ສ 2011
5. ຊຸດມໍລະດົກວຽງຈັນ ສິນໄຊ ເຫຼັ້ມດຽວຈົບ ຈາກຄໍາກອນຂອງປາງຄໍາ ຂຽນເປັນຄໍາເວົ້າ ທໍາມະດາ ໂດຍ ອຸທິນ ບຸນຍາວົງ ຄ.ສ 2010
6. ວັດຈະນານຸກົມພາສາລາວ ໂດຍ: ດຣ. ທອງຄໍາ ອ່ອນມະນີສອນ ຄ.ສ 2008, ຫໍສະໝຸດແຫ່ງຊາດ ເລກທະບຽນ 000001/08, ເລກໝູ່ໜັງສື 413.959191 ວຈ
7. ຄວາມເປັນໄປແຫ່ງຊີວິດ THE WAY OF LITTLE LIFE ສຸກສະຫວັດດີ ຈ່ອຍ ຄ.ສ 2007, ຫໍສະໝຸດກາງມະຫາວິທະຍາໄລແຫ່ງຊາດ ເລກທະບຽນ 294.3 ສສຫວ
8. ວັນນະຄະດີລາວ 630LI222 ວິທະຍາໄລວິທະຍາສາດພື້ນຖານ, ມະຫາວິທະຍາໄລແຫ່ງຊາດວຽງຈັນ, ຄ.ສ 2002
9/.ມະຫາເວດສັນດອນຊາດົກ ວິເຄາະທາງສັງຄົມ ແລະ ວັດທະນະທໍາ ໂດຍ: ສົມໝາຍ ເປຣມຈິດ (ປຶ້ມໄທ) ພ.ສ 2544, 807 ສຫມ, ຫໍສະໝຸດກາງມະຫາວິທະຍາໄລແຫ່ງຊາດ 
10. ອາທິດອຸໄທ ຈະຕຸພອນໄຊ ພ້ອມຄະນະ ປື້ມແບບຮຽນວິຊາ ວັນນະຄະດີລາວ I, ສໍາລັບໂຮງຮຽນສ້າງຄູ ລະບົບ 11 + 3 ປີທີ I ກະຊວງສຶກສາທິການ ສູນພັດທະນາຄູ ຄ.ສ 1998, ພິມຄັ້ງທີ I, ຫໍສະໝຸດຄະນະສຶກສາສາດ
11. ມະຫາສີລາ ວີລະວົງສ໌ ປະໂຫຍດຂອງວັນນະຄະດີ, ໄຜ່ໜາມການພິມ, ພິມເທື່ອທີສອງ, ທັນວາ ຄ.ສ 1996; 895.919 ສພ, ຫໍສະໝຸດກາງມະຫາວິທະຍາໄລແຫ່ງຊາດ
12. ສດຈ. ດຣ. ບໍ່ແສງຄໍາ ວົງດາລາ ພ້ອມຄະນະ, ວັນນະຄະດີລາວ, ສະຖາບັນຄົ້ນຄວ້າວິທະຍາສາດສັງຄົມ ພິມເທື່ອທີໜຶ່ງ ວຽງຈັນ ຄ.ສ 1987; 895.9191 ບສຄ, ຫໍສະໝຸດກາງມະຫາວິທະຍາໄລແຫ່ງຊາດ
13. ຊຸດມໍລະດົກວຽງຈັນ ສັງສິນໄຊ ໑ ຄໍາກອນ ຄູ່ ຮ້ອຍແກ້ວ ໂດຍ: ທ້າວປາງຄໍາ ນັກປະພັນເອກ ແຫ່ງກຸງສີສັດຕະນາຄະນະຫຸດວຽງຈັນ ພ.ສ 2193 ລິດຈະນາ ແລະ ແປເປັນຄໍາຮ້ອຍແກ້ວໂດຍ ສີລາ ວີລະວົງສ໌. 895.9191 ປຄ, ຫໍສະໝຸດແຫ່ງຊາດ.
14. ການວິເຄາະວັນນະຄະດີໄທຕາມທິດສະດີວັນນະຄະດີສັນສະກິດ ໂດຍ: ກຸສຸມາ ຣັກສະມະນີ (ປຶ້ມໄທ) 895. 91072 ກສມ, ຫໍສະໝຸດກາງມະຫາວິທະຍາໄລແຫ່ງຊາດ.
15. ສັງຄົມອຸດົມຄະຕິ ສັງຄົມອັນດີງາມຕາມຫຼັກຄໍາສອນ ໃນເຫວດສັນດອນຊາດົກ ພຣະ ດໍາຣົງ ພ. ທັມມິກະມຸນີ ຫໍສະໝຸດກາງມະຫາວິທະຍາໄລແຫ່ງຊາດ ເລກທະບຽນ 294.308 ດຣ
16. ຈ່ອຍ ສຸກສະຫວັດດີ ປຶ້ມຫຼາກຫຼາຍແນວຄິດ Different Perspectives ຫໍສະໝຸດກາງມະຫາວິທະຍາໄລແຫ່ງຊາດ ເລກທະບຽນ 000 ຈ
Share on Google Plus

About ສຽງທັມvoice

This is a short description in the author block about the author. You edit it by entering text in the "Biographical Info" field in the user admin panel.

0 ความคิดเห็น:

แสดงความคิดเห็น