ຮຽບຮຽງໂດຍ: ພຣະປັນດິຕາຈາຣຍ໌ ແຮ່ສະຫວັນ ສີລາຈັນທຣ໌, ທີ່ວັດທາດສຸສັນນະຜ້າຄຳ ວັນທີ 7 ກັນຍາ 2560
==
ຄວາມຍິ່ງໃຫຍ່ຂອງພຣະຜູ້ມີພຣະພາກເຈົ້າ ມີປາກົດຢູ່ທົ່ວໄປທັງໃນສ່ວນຂອງຕຳລາຄຳພີທີ່ສຳຄັນໆ ເຊັ່ນພຣະໄຕຣປິດົກ ອັດຖະກະຖາ ດີກາ ເປັນຕົ້ນ ແມ້ໃນສ່ວນອື່ນໆ ກໍ່ມີຫຼັກຖານພະຍານປາກົດໃຫ້ເຫັນປະຈັກເຖິງຄວາມຍິ່ງໃຫຍ່ຂອງພຣະທັມມະຣາຊາຜູ້ເປັນນາຍົກຂອງໂລກ ເຊັ່ນຫຼັກຖານທາງປະຫວັດສາດ ຫຼັກຖານຈາກນັກສຳຫຼວດບູຮານວິທະຍາ ແລະຫຼັກຖານຈາກນັກປາດສາດສະດາຂອງສາສະນາອື່ນເປັນຕົ້ນ ຫຼັກຖານທັງໝົດນີ້ລ້ວນແຕ່ເປັນເຄື່ອງບົ່ງຊີ້ໃຫ້ເຫັນເຖິງຄວາມຍິ່ງໃຫຍ່ຂອງພຣະພຸດທະເຈົ້າຜູ້ເປັນຄູຂອງເທວະດາແລະມະນຸດ ຕົວຢ່າງຈາກຄຳພີມິລິນທະບັນຫາ ໃນ ພຸທທັສສະ ອະນຸຕຕະຣະພາວະບັນຫາ ເປັນການຖາມຂອງພຣະເຈົ້າເມນັນເດີຣ໌ (Menander) ຫຼືມິລິນທະ ກະສັດຊາວກຣີກຜູ້ຊົງເປັນຍອດນັກຮົບນັກຄົບຄິດແຫ່ງຣາຊະວົງບັກເທຣຍ ເລື່ອງ “ຄວາມຍິ່ງໃຫຍ່ແຫ່ງພຣະພຸດທະເຈົ້າ” ມີເນື້ອໃນດັ່ງນີ້:
- ພຣະຣາຊາຕັດຖາມວ່າ "ພຣະຜູ້ເປັນເຈົ້ານາຄະເສນ! ພຣະພຸດທະເຈົ້າຊົງເປັນຜູ້ທີ່ບໍ່ມີບຸກຄົົນອື່ນຍິ່ງກວ່າຈິງຫຼື?"
- ພຣະເຖຣະຖວາຍພຣະພອນວ່າ "ຈິງຢ່າງນັ້ນ ມະຫາບໍພິດ ພຣະພຸດທະອົງຊົງເປັນຜູ້ທີ່ບໍ່ມີບຸກຄົົນອື່ນຍິ່ງກວ່າຈິງ"
- ພຣະຍາມິລິນທ໌ຕັດແຍ້ງວ່າ "ຂ້າແຕ່ພຣະນາຄະເສນ! ຕົວທ່ານເອງກໍ່ບໍ່ເຄີຍເຫັນພຣະພຸດທະເຈົ້າ ແລ້ວຮູ້ໄດ້ຢ່າງໃດເລົ່າວ່າພຣະພຸດທະເຈົ້າ ຊົງເປັນຜູ້ທີ່ບຸກຄົົນອື່ນຍິ່ງກວ່າບໍ່ໄດ້?"
- ພຣະເຖຣະຖວາຍພຣະພອນວ່າ "ມະຫາບໍພິດຣາຊະສົມພານຜູ້ປະເສີດ! ພຣະອົງຈະຊົງສຳຄັນຄວາມຂໍ້ນັ້ນເປັນຢ່າງໃດ, ຄົນທີ່ຍັງບໍ່ເຄີຍເຫັນມະຫາສະໝຸດ ຈະຮູ້ໄດ້ຫຼືບໍ່ວ່າມະຫາສະໝຸດກວ້າງໃຫຍ່ ເລິກປະມານບໍ່ໄດ້ ຫຍັ່ງເຖິງໄດ້ຍາກ ເປັນທີ່ໄຫຼໄປລວມຢູ່ບໍ່ຂາດສາຍຂອງແມ່ນ້ຳໃຫຍ່ທັງ ໕ ຄື: ຄົງຄາ ຍະມຸນາ ອະຈິຣະວະດີ ສະຣະພູ ແລະມະຫີ, ແຕ່ມະຫາສະໝຸດນັ້ນກໍ່ບໍ່ເຄີຍປາກົດວ່າບົກພ່ອງ ຫຼື ລົ້ນເຕັມຟັງຂຶ້ນກວ່າເກົ່າ"
- ພຣະຍາມິລິນທ໌ຕັດວ່າ "ເຂົາຕ້ອງຮູ້ໄດ້ ພຣະຜູ້ເປັນເຈົ້າ"
- ພຣະເຖຣະສະຫລຸບວ່າ "ຂໍຖວາຍພຣະພອນ! ຂໍ້ນັ້ນສັນໃດ ອາຕະມາພາບໄດ້ພົບເຫັນພຣະອະຣະຫັນຕະສາວົກທັງຫຼາຍຜູ້ (ມີກິເລດ) ດັບຮອບດີແລ້ວ ກໍ່ຊາບໄດ້ວ່າ ພຣະຜູ້ມີພຣະພາກເຈົ້າຊົງເປັນຜູ້ທີ່ຫາບຸກຄົນອື່ນຍິ່ງກວ່າບໍ່ໄດ້"
- ພຣະຍາມິລິນທ໌ຕັດສັນລະເສີນວ່າ "ພຣະຜູ້ເປັນເຈົ້ານາຄະເສນ ຄຳວິສັດຊະນາຂອງທ່ານສົມຄວນຍິ່ງແລ້ວ" ນອກຈາກຈະມີການສົນທະນາເລື່ອງຄວາມຍິ່ງໃຫຍ່ຂອງພຣະພຸດທະເຈົ້າແລ້ວ ຍັງປາກົດຄຳສົນທະນາລະຫວ່າງພຣະເຈົ້າມິລິນທ໌ກັບພຣະນາຄະເສນເຖຣະອີກຫຼາຍເລື່ອງທີ່ກ່ຽວກັບພຣະຜູ້ມີພຣະພາກເຈົ້າ ເຊັ່ນເລື່ອງ “ຄວາມມີຫຼື ບໍ່ມີແຫ່ງພຣະພຸດທະເຈົ້າ” ແລະເລື່ອງ “ຄວາມເປັນສັບພັນຍູຂອງພຣະພຸດທະເຈົ້າ” ເຊິ່ງມີລາຍລະອຽດໃນບົດສົນທະນາດັ່ງຕໍ່ໄປນີ້
1. ພຸທທັສສະ ອັຕຖິນັຕຖິພາວະປັນຫາ (ຖາມເລື່ອງຄວາມມີ ຫຼື ບໍ່ມີແຫ່ງພຣະພຸດທະເຈົ້າ)
- ພຣະຣາຊາຕັດຖາມວ່າ "ພຣະຜູ້ເປັນເຈົ້ານາຄະເສນ! ທ່ານເຄີຍເຫັນພຣະພຸດທະເຈົ້າຫຼືບໍ່?"
- ພຣະເຖຣະຖວາຍພຣະພອນປະຕິເສດວ່າ "ອາຕະມາພາບບໍ່ເຄີຍເຫັນ"
- ພຣະເຈົ້າມິລິນທ໌ຕັດຖາມວ່າ "ຖ້າຢ່າງນັ້ນອາຈານຂອງພຣະຜູ້ເປັນເຈົ້າເຄີຍເຫັນຫຼື?"
- ພຣະເຖຣະຖວາຍພຣະພອນຕອບວ່າ "ອາຈານຂອງອາຕະມາພາບກໍ່ບໍ່ເຄີຍເຫັນ"
- ພຣະຍາມິລິນທ໌ຕັດວ່າ "ທ່ານນາຄະເສນ! ຖ້າຢ່າງນັ້ນ ພຣະພຸດທະເຈົ້າກໍ່ບໍ່ມີຈິງ"
- ພຣະເຖຣະທູນວ່າ "ຂໍຖວາຍພຣະພອນ! ພຣະອົງເຄີຍທອດພຣະເນດເຫັນແມ່ນ້ຳອູຫານະທີ ທີ່ພູເຂົາຫິມະພານຫຼືບໍ່?"
- ພຣະຍາມິລິນທ໌ຕັດປະຕິເສດວ່າ "ບໍ່ເຄີຍເຫັນ ພຣະຜູ້ເປັນເຈົ້າ!"
- ພຣະເຖຣະທູນຖາມຕໍ່ວ່າ "ຖ້າຢ່າງນັ້ນ ພຣະຣາຊະບິດາຂອງພຣະອົງເຄີຍເຫັນຫຼືບໍ່?"
- ພຣະເຈົ້າມິລິນທ໌ຕຣັສຕອບວ່າ "ພຣະຣາຊບິດາຂອງຂ້າພະເຈົ້າກໍ່ບໍ່ເຄີຍເຫັນ"
- ພຣະເຖຣະທູນວ່າ "ຂໍຖວາຍພຣະພອນ! ຖ້າຢ່າງນັ້ນ ແມ່ນ້ຳອູຫານະທີກໍ່ບໍ່ມີຈິງ"
- ພຣະຍາມິລິນທ໌ຕັດຢືນຢັນວ່າ "ພຣະຜູ້ເປັນເຈົ້ານາຄະເສນ! ເຖິງຂ້າພະເຈົ້າແລະ ພຣະຣາຊະບິດາຈະບໍ່ເຄີຍເຫັນແມ່ນ້ຳອູຫານະທີທີ່ວ່ານັ້ນກໍ່ຈິງ ແຕ່ວ່າແມ່ນ້ຳອູຫານະທີກໍ່ມີຢູ່ຈິງ"
- ພຣະເຖຣະຖວາຍພຣະພອນສະຫລຸບວ່າ "ຂໍ້ນັ້ນສັນໃດ ເຖິງແມ່ນວ່າ ອາຕະມາພາບແລະ ອາຈານຂອງອາຕະມາພາບ ຈະບໍ່ເຄີຍເຫັນພຣະຜູ້ມີພຣະພາກກໍ່ຈິງຢູ່ ແຕ່ພຣະພຸດທະອົງກໍ່ມີຢູ່ຈິງ ສັນນັ້ນ"
- ພຣະຍາມິລິນທ໌ຕັດວ່າ "ພຣະຜູ້ເປັນເຈົ້ານາຄະເສນ! ທ່ານວິສັດຊະນາສົມຄວນຍິ່ງແລ້ວ"
(ຈົບພຸທທັສສະ ອັຕຖິນັຕຖິພາວະປັນຫາທີ່ ໑)
2. ສັພພັນຍູພາວະປັນຫາ (ຖາມເຖິງຄວາມເປັນສັບພັນຍູຂອງພຣະພຸດທະເຈົ້າ)
- ພຣະຣາຊາຕັດຖາມວ່າ "ຂ້າແຕ່ພຣະຜູ້ເປັນເຈົ້ານາຄະເສນ! ພຣະພຸດທະເຈົ້າຊົງເປັນສັບພັນຍູ ຮູ້ທຸກສິ່ງທຸກຢ່າງ, ຊົງເປັນຜູ້ເຫັນທຸກສິ່ງທຸກຢ່າງຈິງຫຼື?"
- ພຣະເຖຣະຖວາຍພຣະພອນຮັບວ່າ "ເປັນຢ່າງນັ້ນ ມະຫາຣາຊ ພຣະພຸດທະເຈົ້າຊົງຮູ້ທຸກສິ່ງທຸກຢ່າງ, ຊົງເຫັນທຸກສິ່ງທຸກຢ່າງ"
- ພຣະຍາມິລິນທ໌ຕັດຕໍ່ວ່າ "ພຣະຜູ້ເປັນເຈົ້ານາຄະເສນ! ເມື່ອເປັນເຊັ່ນນັ້ນ ເພາະເຫດໃດພຣະອົງຈຶ່ງຊົງບັນຍັດສິກຂາບົດແກ່ສາວົກທັງຫຼາຍໂດຍລຳດັບ (ເປັນຫຍັງຈຶ່ງບໍ່ບັນຍັດໄວ້ລ່ວງໜ້າກ່ອນ)?"
- ພຣະເຖຣະວິສັດຊະນາວ່າ "ຂໍຖວາຍພຣະພອນ! ໝໍຢາທີ່ຮູ້ຈັກຢາທຸກຊະນິດໃນແຜ່ນດິນນີ້ ເຖິງແມ່ນວ່າພຽງບາງຄົນກໍ່ມີຢູ່ແດ່ຫຼືບໍ່?"
- ພຣະຍາມິລິນທ໌ຕັດຮັບວ່າ "ມີຢູ່ ພຣະຜູ້ເປັນເຈົ້າ"
- ພຣະເຖຣະທູນຕໍ່ວ່າ "ຂໍຖວາຍພຣະພອນ! ໝໍຜູ້ນັ້ນໃຫ້ຄົນໄຂ້ກິນຢາກ່ອນເຖິງຄາວປ່ວຍໄຂ້ຫຼື ຫຼືວ່າເມື່ອໄຂ້ແລ້ວຈຶ່ງໃຫ້ກິນຢາ"
- ພຣະຍາມິລິນທ໌ຕັດວ່າ "ເມື່ອເຖິງຄາວປ່ວຍໄຂ້ຈຶ່ງໃຫ້ກິນຢາ ເມື່ອຍັງບໍ່ເຈັບປ່ວຍກໍບໍ່ໃຫ້ຢາກິນ"
- ພຣະເຖຣະທູນວ່າ "ຂໍຖວາຍພຣະພອນ ຂໍ້ນັ້ນສັນໃດ ພຣະຜູ້ມີພຣະພາກຜູ້ຊົງຮູ້ທຸກສິ່ງທຸກຢ່າງ ຊົງເຫັນທຸກສິ່ງທຸກຢ່າງ, ເມື່ອຍັງບໍ່ເຖິງເວລາກໍ່ບໍ່ບັນຍັດສິກຂາບົດແກ່ພິກຂຸທັງຫຼາຍ ກໍ່ຕໍ່ເມື່ອເຖິງເວລາແລ້ວຈຶ່ງຊົງບັນຍັດສິກຂາບົດ ແລະ ສິກຂາບົດທີ່ຊົງບັນຍັດນັ້ນ ເປັນສິກຂາບົດທີ່ສາວົກທັງຫຼາຍບໍ່ຄວນລ່ວງລະເມີດຕະຫຼອດຊີວິດ"
- ພຣະຍາມິລິນທ໌ຕັດວ່າ "ພຣະຜູ້ເປັນເຈົ້າວິສັດຊະນາສົມຄວນຍິ່ງແລ້ວ"
(ຈົບສັພພັນຍູພາວະປັນຫາທີ່ ໒)
ພຣະພຸດທະເຈົ້າຍິ່ງໃຫຍ່ໄດ້ດ້ວຍພຸດທະຄຸນ.
ຄຸນງາມຄວາມດີຂອງພຣະພຸດທະເຈົ້ານັ້ນແມ້ມະນຸດ ເທວະດາ ອິນພົມຍົມມະຣາດທ່ານໃດກໍ່ຕາມ ກໍ່ບໍ່ອາດຈະຫານກ່າວພັນລະນາຄຸນຂອງພຣະພຸດທະເຈົ້າໄດ້ຕະຫຼອດໂດຍບໍ່ຕິດຂັດ ແມ້ພຣະອັກຄະຣະສາວົກທີ່ເລີດກວ່າເພື່ອນພົມມະຈັນໃນດ້ານປັນຍາ ຜູ້ເປັນສອງຮອງຈາກພຣະສາດສະດາ ຜູ້ເປັນພຣະທັມມະເສນາບໍດີ ນາມວ່າ ສາຣີບຸດ ກໍ່ບໍ່ອາດຈະພິຈາລະນາພຸດທະຄຸນໄດ້ໂດຍທົ່ວເຖິງ ແມ້ພຣະປັດເຈກະພຸດທະເຈົ້າ ຜູ້ຊົງຕັດສະຮູ້ເຍີຍຍະທັມດ້ວຍພຣະອົງເອງເໝືອນກັບພຣະຜູ້ມີພຣະພາກເຈົ້າ ພຽງແຕ່ມີຂໍ້ແຕກຕ່າງກັນບາງປະການເທົ່ານັ້ນ ກໍ່ບໍ່ອາດຈະພິຈາລະນາເຖິງພຸດທະພາວະຂອງພຣະສັບພັນຍູພຸດທະເຈົ້າໄດ້ທົ່ວເຖິງ ເພາະຈິດຂອງທ່ານເຫຼົ່ານັ້ນເປັນໄປໄດ້ຊ້າ ອືດອາດ ເມື່ອພິຈາລະນາເຖິງພຸດທະພູມ ເຊິ່ງຄວາມຂໍ້ນີ້ທ່ານທີ່ສົນໃຈໃຝ່ສຶກສາຫາຄວາມຮູ້ເພີມ ສາມາດຄົ້ນຄວ້າໄດ້ຈາກຄຳພີມິລິນທະປັນຫາ ຕອນ ສັພພັນຍຸພາວະປັນຫາ ເປັນຕົ້ນ ຫຼືທີ່ອື່ນໆ ໄດ້ຫຼາກຫຼາຍ
ຖາມ:ເມື່ອຍອດມະນຸດຢ່າງພຣະປັດເຈກະພຸດທະເຈົ້າແລະພຣະສາຣີບຸດເຖຣະກໍ່ບໍ່ສາມາດຈະພິຈາລະນາເຖິງຄຸນຫຼືພຸດທະພູມໄດ້ທົ່ວເຖິງ ແລ້ວຜູ້ໃດເລົ່າຈະສາມາດ?
ຕອບ: ບຸກຄົນຜູ້ທີ່ຈະສາມາດພິຈາລະນາເຖິງຄຸນຫຼືພຸດທະພູມໄດ້ຕະຫຼອດໂດຍບໍ່ຕິດຂັດ ເໝືອນບຸລຸດຂະມັງທະນູຜູ້ມີກຳລັງແຮງຍິງລູກທະນູທີ່ດັດແປງດີແລ້ວບໍ່ມີຂໍ້ຫຼືປົມ ຍິງໄປທີ່ເປົ້າໝາຍຜ້າເປືອກໄມ້ເນື້ອລະອຽດ ຜ່ານໄປໄດ້ສະບາຍ ທ່ານເຊັ່ນນີ້ຕ້ອງເປັນພຣະພຸດທະເຈົ້າ ເໝືອນກັນເທົ່ານັ້ນ ຈຶ່ງຈະພັນລະນາພຸດທະຄຸນໄດ້ຄົບຖ້ວນກະບວນຄວາມ ໂດຍໃຊ້ເວລາຫາທີ່ສິ້ນສຸດບໍ່ໄດ້ ໂດຍທົ່ວໄປແລ້ວການມະນະສິການພຸດທະຄຸນທັງໝົດແມ້ແຕ່ອົງສົມເດັດພຣະບໍຣົມມະສາດສະດາເອງກໍ່ບໍ່ສາມາດຈະພິຈານຕາມລຳດັບໃຫ້ສຳເລັດໄດ້ໃນເວລາທີ່ຈຳກັດ ດັ່ງຂໍ້ຄວາມໃນອັດຖະກະຖາອາຫຸສູດ ຂຸດທະກະນິກາຍ ອຸທານ ຊັຈຈັນທະວັກ ກ່າວວ່າ “ພຸດທະຄຸນທັງໝົດ ແມ້ພຣະຜູ້ມີພຣະພາກເຈົ້າກໍ່ບໍ່ອາດມະນະສິການຕາມລຳດັບໄດ້ໝົດສິ້ນ ເພາະ (ພຸດທະຄຸນນັ້ນ) ເປັນທັມຫາທີ່ສຸດບໍ່ໄດ້” ເຊິ່ງມະຕິຂອງອັດຖະກະຖາຈານໄດ້ສອດຄ້ອງກັບພຸດທະດຳລັດທີ່ຕັດໄວ້ວ່າ “ແມ້ພຣະພຸດທະເຈົ້າເອງຈະພັນລະນາຄຸນຂອງພຣະພຸດທະເຈົ້າເອງ ເຖິງບໍ່ຕັດຢ່າງອື່ນເລີຍຕະຫຼອດກັບ ກັບກໍ່ຈະພຶງສິ້ນໄປເສຍກ່ອນນານໃນລະຫວ່າງ (ພັນລະນາ) ຄຸນຂອງພຣະຕະຖາຄົດທັງຫຼາຍບໍ່ໄດ້ໝົດສິ້ນໄປ” ເມື່ອກ່າວໂດຍຫຍໍ້ແລ້ວ ພຣະຜູ້ມີພຣະພາກເຈົ້ານັ້ນ ຊົງອຸດົມດ້ວຍຄຸນນານາປະການ ດັ່ງປາກົດໃນບົດສູດສັນລະເສີນພຣະພຸດທະຄຸນ 9 ບົດທີ່ຂຶ້ນຕົ້ນວ່າ “ອິຕິປິ ໂສ ພະຄະວາ ອະຣະຫັງ ສັມມາສັມພຸທໂທ ວິຊຊາຈະຣະນະສັມປັນໂນ ສຸຄະໂຕ ໂລກະວິທູ ອະນຸຕຕະໂຣ ປຸຣິສະທັມມະສາຣະຖິ ສັຕຖາ ເທວະມະນຸສສານັງ ພຸທໂທ ພະຄະວາ” ດັ່ງນີ້ ເຊິ່ງມີລາຍລະອຽດພິສະດານໃນຄຳພີວິສຸທທິມັຄແລະປະຣະມັຕຖະມັນຊຸສາ ແຕ່ໃນທີ່ນີ້ຜູ້ລວບລວມຈະຂໍນຳມາກ່າວແຕ່ໂດຍຫຍໍ້ດັ່ງຕໍ່ໄປນີ້
1. ພຣະນາມວ່າ ອະຣະຫັງ ດ້ວຍເຫດ 5 ຢ່າງ ຄື: 1) ເພາະຊົງເປັນຜູ້ໄກ, 2) ເພາະຊົງກຳຈັດຂ້າເສິກທັງຫຼາຍໄດ້ແລ້ວ, 3) ເພາະຊົງທຳລາຍກັມທັງຫຼາຍ, 4) ເພາະຊົງເປັນຜູ້ຄວນແກ່ສັກກາຣະມີປັດໄຈເປັນຕົ້ນ ແລະ 5) ເພາະບໍ່ຊົງມີທີ່ລັບໃນການກະທຳບາບກັມ
2. ພຣະຜູ້ມີພຣະພາກຊົງພຣະນາມວ່າ “ສັມມາສັມພຸທໂທ” ເພາະພຣະອົງຊົງຕັດສະຮູ້ທັມທັງປວງໂດຍຊອບດ້ວຍພຣະອົງເອງ ດັ່ງພຸດທະດຳລັດທີ່ຕັດໄວ້ວ່າ “ທັມທີ່ຄວນຮູ້ຍິ່ງເຮົາໄດ້ຮູ້ແລ້ວ ແລະທັມທີ່ຄວນຈະເລີນເຮົາໄດ້ຈະເລີນແລ້ວ ທັມທີ່ຄວນລະເຮົາໄດ້ລະແລ້ວ ດູກ່ອນພຣາມ ເພາະສະນັ້ນ ເຮົາຈຶ່ງເປັນພຸດທະ” ດັ່ງນີ້
3. ພຣະຜູ້ມີພຣະພາກຊົງພຣະນາມວ່າ “ວິຊຊາຈະຣະນະສັມປັນໂນ” ເພາະພຣະອົງເຖິງພ້ອມດ້ວຍວິຊຊາແລະຈະຣະນະນັ້ງເອງ ວິຊຊານັ້ນໄດ້ແກ່ ວິຊຊາ 3 ທີ່ປາກົດລາຍລະອຽດໃນພະຍະເພຣະວະສູຕ ແລະວິຊຊາ 8 ທີ່ຕັດໄວ້ໃນອັມພັຕຖະສູຕ ສ່ວນຈະຣະນະນັ້ນໄດ້ແກ່ ທັມ 15 ຢ່າງເລົ່ານີ້ຄື ສີລະສັງວອນໜຶ່ງ, ຄວາມເປັນຜູ້ຊົງຄຸ້ມຄອງທະວານໃນອິນຊີທັງຫຼາຍໜຶ່ງ, ຄວາມເປັນຜູ້ຮູ້ປະມານໃນໂພຊະນະໜຶ່ງ, ຊາຄະຣິຍານຸໂຍຄໜຶ່ງ, ສັທທັມ 7 ໜຶ່ງ ແລະຣູປາວະຈອນ 4 ລວມເປັນທັມ 15 ເຫຼົ່ານີ້ຊື່ວ່າ ຈະຣະນະ
4. ພຣະຜູ້ມີພຣະພາກຊົງພຣະນາມວ່າ “ສຸຄະໂຕ” ເພາະຊົງມີການສະເດັດໄປອັນງົດງາມໜຶ່ງ, ເພາະສະເດັດໄປສູ່ສະຖານທີ່ດີໜຶ່ງ, ເພາະສະເດັດໄປດີໜຶ່ງ ແລະເພາະຕັດໂດຍຊອບໜຶ່ງ
5. ພຣະຜູ້ມີພຣະພາກຊົງພຣະນາມວ່າ “ໂລກະວິທູ” ເພາະພຣະອົງຊົງເປັນຜູ້ຊົງຮູ້ໂລກແມ້ໂດຍປະການທັງປວງ ຄື ໂດຍສະພາວະ ໂດຍສະມຸໄທ ໂດຍນິໂຣທ ໂດຍອຸບາຍແຫ່ງນິໂຣທ
6. ພຣະຜູ້ມີພຣະພາກຊົງພຣະນາມວ່າ “ອະນຸຕຕະໂຣ” ເພາະບໍ່ມີຜູ້ໃດເລີຍທີ່ພິເສດຍິ່ງກວ່າພຣະອົງໂດຍຄຸນທັງຫຼາຍມີສີລະຄຸນເປັນຕົ້ນ ເຊິ່ງຄຳພີປະຣະມັຕຖະມັນຊຸສາ ມະຫາດີກາຂອງຄຳພີວິສຸທທິມັຄ ໄດ້ຂະຫຍາຍຄວາມຖາຄາທີ່ພັນລະນາເຖິງຄວາມຍິ່ງໃຫຍ່ຂອງພຣະຕະຖາຄົດໄວ້ດັ່ງນີ້ວ່າ
“ເຮົາເປັນພຣະອະຣະຫັນຕ໌ໃນໂລກ
ເຮົາເປັນສາສະດາຜູ້ຍຽມຍອດ
ເຮົາເປັນສັມມາສັມພຸດທະຜູ້ເປັນເອກ
ເຮົາເປັນຜູ້ຍຽມຍອດແລ້ວ ດັບແລ້ວ,
ເຮົາເປັນຜູ້ເຝິກຕົນທີ່ປະເສີດສຸດກວ່າຜູ້ເຝິກຕົນທັງຫຼາຍ
ເຮົາເປັນຜູ້ສະແຫວງຫາຄຸນຜູ້ສະຫງົບທີ່ປະເສີດທີ່ສຸດກວ່າຜູ້ສະຫງົບທັງຫຼາຍ
ເຮົາເປັນຜູ້ຫລຸດພົ້ນແລ້ວເຊິ່ງເປັນຍອດຂອງຜູ້ຫລຸດພົ້ນທັງຫຼາຍ
ເຮົາເປັນຜູ້ຂ້າມໄດ້ແລ້ວເຊິ່ງປະເສີດກວ່າຜູ້ຂ້າມທັງຫຼາຍ..ເປັນຕົ້ນ”
7. ພຣະຜູ້ມີພຣະພາກຊົງພຣະນາມວ່າ “ປຸຣິສະທັມມະສາຣະຖີ” ເພາະພຣະອົງຊົງຍັງບຸລຸດຜູ້ຄວນເຝິກໃຫ້ແລ່ນໄປ ວິເສດດ້ວຍອຸບາຍຕ່າງໆ ດັ່ງພຸດທະພາສິດທີ່ລິຂິດໄວ້ໃນເກສິສູຕວ່າ “ດູຣາເກສີ ເຮົາແລຍ່ອມນຳໄປໃຫ້ວິເສດເຊິ່ງບຸລຸດຜູ້ຄວນເຝິກທັງຫຼາຍດ້ວຍວິທີລະອຽດບ້າງ ຍ່ອມນຳໄປໃຫ້ວິເສດດ້ວຍວິທີຫຍາບບ້າງ ຍ່ອມນຳໄປໃຫ້ວິເສດດ້ວຍວິທີທັງລະອຽດບ້າງແລະຫຍາບບ້າງ” ດັ່ງນີ້
8. ພຣະຜູ້ມີພຣະພາກຊົງພຣະນາມວ່າ “ເທວະມະນຸສສານັງ” ເພາະພຣະອົງຊົງຕາມສອນຕາມຄວນ (ຄືຍ່ອມຊົງແນະນຳໃຫ້ຕັ້ງຢູ່ໃນປະໂຫຍດນັ້ນໆ) ດ້ວຍທິຕຖະທັມມິກັຕຖະປະໂຫຍດ ຄືປະໂຫຍດໃນໂລກນີ້, ສັມປະຣາຍິກັຕຖະປະໂຫຍດ ຄືປະໂຫຍດໃນໂລກໜ້າ ແລະປະຣະມັຕຖະປະໂຫຍດ ຄືປະໂຫຍດສູ່ງສຸດ
9. ພຣະຜູ້ມີພຣະພາກຊົງພຣະນາມວ່າ “ພຸທໂທ” ເພາະພຣະອົງຊົງຕັດສະຮູ້ເຍີຍຍະທັມນັ້ນທັງໝົດ ດ້ວຍອຳນາດວິໂມກຂັນຕິຍານ ແລະເພາະເຫດທີ່ພຣະອົງຊົງຕັດສະຮູ້ສັຈຈະທັມທັງສີ່ ແມ້ດ້ວຍພຣະອົງເອງ ທັງຍັງປະຊາສັດເຫຼົ່າອື່ນໃຫ້ຕັດສະຮູ້ຕາມ ເພາະສະນັ້ນຈຶ່ງຊົງພຣະນາມວ່າ ພຸດທະ ສະນັ້ນພຣະພຸດທະເຈົ້າບັນດິດພຶ່ງຊາບວ່າ ເປັນພຣະອະຣະຫັນຕ໌ ເພາະເປັນຜູ້ໄກ ຊົງທຳລາຍຂ້າເສິກທັງຫຼາຍ ຊົງຫັກກັມຈັກທັງຫຼາຍ ເພາະເປັນຜູ້ຄວນແກ່ປັດໄຈເປັນຕົ້ນ ເພາະບໍ່ມີຄວາມລັບໃນການທຳບາບ ແລະພຸດທະຄຸນກໍ່ບໍ່ສາມາດຈະນັບໄດ້ ແຕ່ຖ້າຫາກຂະໜານພຣະນາມໂດຍພຣະຄຸນ ກໍ່ຄົງໄດ້ພຣະນາມຈຳນວນເຖິງພັນ.
ມາຮູ້ຈັກພຸດທະຄຸນຈາກພຸດທະນາມ
ໃນຄຳພີອະພິທານໄດ້ຜູກຄາຖາພຣະນາມພຣະພຸດທະເຈົ້າທຸກພຣະອົງ 32 ສັບດ້ວຍກັນດັ່ງນີ້
1. ພູດໂທ ທະສະພະໂລ ສັດທາ
ສັບພັນຍູ ທະວິປະທຸຕຕະໂມ
ມຸນິນໂທ ພະຄະວາ ນາໂຖ
ຈັກຂຸມັງຄີລະໂສ ມຸນິ.
2. ໂລກະນາໂຖນະທິວະໂຣ
ມະເຫສິ ຈະ ວິນາຍະໂກ
ສະມັນຕະຈັກຂຸ ສຸຄະໂຕ
ທູຣິປັນໂຍ ຈະ ມາຣະຊິ.
3. ນະຣະສີໂຫ ນະຣະວະໂຣ
ທັມມະຣາຊາ ມະຫາມຸນິ
ເທວະເທໂວ ໂລກະຄະຣຸ
ທັມມັສສາມີ ຕະຖາຄະໂຕ.
4. ສະຍັມພູ ສັມມາສັມພຸທໂທ
ວະຣະປັນໂຍ ຈະ ນາຍະໂກ
ຊິໂນ ສັກໂກ ຕຸ ສິທທັຕໂຖ
ສຸທໂທທະນິ ຈະ ໂຄຕະໂມ.
5. ສັກກະຍະສີໂຫ ຕະຖາ ສັກກະຍະ
ມຸນິ ຈາທິຈຈະພັນທຸ ຈະ.
ພຣະພຸດທະອົງໄດ້ພຣະນາມເຫລົ່ານັ້ນເພາະ...
1. ພຸທທະ (ພຣະພຸທທະເຈົ້າ, ຜູ້ຕຣັສຮູ້)
ທີ່ຊົງໄດ້ພຣະນາມວ່າພຸດທະເພາະ
(1) ຊົງຕັດສະຮູ້ສັດຈະທຳ
ວິເຄາະສັບວ່າ “ພຸຊຊິຕາ ສັຈຈານີຕິ ພຸທໂທ
(2) ຊົງຍັງຫມູ່ສັດໃຫ້ຕັດສະຮູ້ຕາມ
“ໂພເທຕາ ປະຊາຍາຕິ ພຸທໂທ”
(3) ຊົງຮູ້ທັມທຸກຢ່າງ
“ສັພພັນຍຸຕາຍະ ພຸທໂທ”
(4) ຊົງເຫັນແຈ້ງທັມທຸກຢ່າງ
“ສັພພະທັສສາວິຕາຍະ ພຸທໂທ”
(5) ຊົງຮູ້ຍິ່ງ “ອະພີນເຍີຍຍະຕາຍະ ພຸຸທໂທ”
(6) ຊົງທຳນິບພານໃຫ້ແຈ້ງ “ວິສະວິຕາຍະ ພຸທໂທ”
(7) ຊົງສິ້ນອາສະວະກິເລດ
“ຂີນາສະວະສັງຂາເຕນະ ພຸທໂທ”
(8) ຊົງປາສະຈາກກິເລດ
“ນິຣຸປັກກິເລສະສັງຂາເຕນະ ພຸທໂທ”
(9) ຊົງປາສະຈາກຣາຄະແນ່ນອນ
“ເອກັນຕະວີຕະຣາໂຄຕິ ພຸທໂທ”
(10) ຊົງປາສະຈາກໂທສະແນ່ນອນ
“ເອກັນຕະວີຕະໂທໂສຕິ ພຸທໂທ”
(11) ຊົງປາສະຈາກໂມຫະແນ່ນອນ
“ເອກັນຕະວີຕະໂມໂຫຕິ ພຸທໂທ”
(12) ຊົງສິ້ນກິເລດແນ່ນອນ
“ເອກັນຕະນິກກິເລໂສຕິ ພຸທໂທ”
(13) ຊົງສະເດັດໄປສູ່ຫົນທາງອັນເປັນເອກ
“ເອກາຍະນະມັຄຄັງ ຄະໂຕຕິ ພຸທໂທ”
(14) ຊົງຕັດສະຮູ້ອະນຸດຕະຣະສັມມາສັມໂພທິທິຍານໄດ້ພຽງພຣະອົງດຽວ “ເອໂກ ອະນຸດຕະຣັງ ສັມມາສັມໂພທິງ ອະພິສັມພຸທໂທຕິ ພຸດໂທ”
(15) ຊົງກໍາຈັດອະວິຊາ ແລ້ວຕັດສະຮູ້ວິດຊາ “ອະພຸທທິວິຫະຕັຕຕາ ພຸທທິປະຕິລາພັຕຕາ ພຸທໂທ”
(16) ຜູ້ໃດຕັດສະຮູ້ຜູ້ນັ້ນພຣະນາມວ່າພຸດທະ “ພຸຊຊະຕີຕິ ພຸທໂທ” ພຣະນາມວ່າພຣະພຸດທະໃນຄຳພີປະຕິສັມມິທາມັກ ຕອນວ່າດ້ວຍອານາປານັດສະຕິກະຖາ ກໍ່ໄດ້ສະຫລຸບຄວາມໝາຍໄວ້ເໝືອນໄນກ່ອນ ໆ ແລະພຣະນາມທີ່ວ່າພຣະພຸດທະເຈົ້ານີ້ບໍ່ໄດ້ເປັນພຣະນາມທີ່ວົງສາຄະນາຍາດຫຼືຜູ້ອື່ນໃດຕັ້ງໃຫ້ ແຕ່ເປັນເປັນວິໂມກຂັນຕິກະນາມ (ໝາຍເຖິງພຣະນາມທີ່ເກີດໃນທີ່ສຸດແຫ່ງອະຣະຫັດຕະຜົນ) ເປັນສັຈສິກາບັນຍັດ (ໝາຍເຖິງການກະທຳໃຫ້ແຈ້ງເຊິ່ງອະຣະຫັດຕະຜົນ ຫຼືກະທຳໃຫ້ແຈ້ງເຊິ່ງທັມ) ຂອງພຣະຜູ້ມີພຣະພາກເຈົ້າທັງຫຼາຍ ເກີດຂຶ້ນພ້ອມກັບການຊົງໄດ້ສະເພາະເຊິ່ງພຣະສັບພັນຍຸຕະຍານທີ່ໃຕ້ຕົ້ນໂພທິບັນລັງ
2. ທະສະພະລະ (ພຣະທົດສະພົນ)
ພຣະພຸດທະເຈົ້າພຣະນາມວ່າ ທະສະພະລະ ເພາະຊົງມີກຳລັງພຣະວໍຣະກາຍເທົ່າກັບກຳລັງຂອງພະຍາຊ້າງສັດທັນ 10 ເຊືອກ ມີວິເຄາະວ່າ “ທະສະ ພະລານິ ອັສສັຕຖີຕິ ທະສະພະໂລ” ແລະຊົງມີກຳລັງຊານ 10 ປະການດັ່ງນີ້:
1.) ຮູ້ແຈ້ງຖານະເຫດ ປັດໃຈປຸ່ງແຕ່ງ
2.) ຮູ້ວິບາກແຫ່ງອະດີດ ກັມເກົາປາງຫຼັງ
ລວມທັງປັດຈຸບັນພ້ອມ ອະນາຄົດການໄກ
3.) ຮູ້ປະຕິປະທາໄປໃຫ້ເຖິງ ຄະຕິພູມທີ່ດີ
4.) ຮູ້ວ່າທາດໃນໂລກນີ້ ຫຼາຍເຍື່ອງສິບແປດຢ່າງ
5.) ຮູ້ອັດທະຍາໄສແຕກຕ່າງ ຂອງສັບພະສັດຊາດຊີວີ
6.) ຮູ້ວ່າອິນຊີສັດໂລກ ແກ້ກ້າຫຼືວ່າອ້ອນ
7.) ຮູ້ຄວາມເສົ້າໝອງຜ່ອງແຜວ ຊານ ວິໂມກ ສະມາທິ ສະມາບັດກໍຮອບຮູ້ ວິທີ່ອອກກໍຊຳນານ
8.) ຮູ້ລະນຶກຊາດກ່ອນໄດ້ ຫຼາຍຊາດອະສົງໄຂ
9.) ຮູ້ຜູ້ໄປບັງເກີດ ພົບພູມທຸກຫົນແຫ່ງ
10.) ຮູ້ແຈ້ງເຈໂຕວິມຸຕໄດ້ ປັນຍາວິມຸຕບໍ່ອັບຈົນ ທົດທະພົນເລື່ອງທີ່ວ່ານີ້ ມີເຄົ້າມາໃນພຣະສູດ ມັດຊິມະນິກາຍ ມູລະປັນນາດ ຝູງນັດປາດຜູ້ຮອບຮູ້ ປະສົງແຈ້ງເພີມປັນຍາ ຂໍໃຫ້ສືບຄົ້ນຫາ ຈາກໄຕຣແກ້ວປິດົກ...ເທີນ
3. ສັດຖຸ (ພຣະພຸດທະເຈົາ, ພຣະສາສະດາ) ພຣະນາມວ່າ ສັດຖຸ ເພາະແນະນຳສັງສອນສັດທັ້ງຫລາຍດ້ວຍປະໂຫຍດໃນປັດຈຸບັນ ປະໂຫຍດໃນອານາຄົດ ແລະປະໂຫຍດໃນສູງສຸດ ມີວິເຄາະສັບວ່າ “ທິຕຖະທັມມິກະສັມປະຣາຍິກະປະຣະມັຕເຖຫິ ຍະຖາຣະຫັງ ອະນຸສາສະຕີຕິ ສັດຖາ.”
4. ສັບພັນຍູ ຜູ້ຮູ້ທັມທັ້ງປວງ ພຣະນາມວ່າສັບພັນຍູ ເພາະຊົງຮູ້ທັມທັ້ງປວງໂດຍປົກກະຕິ ມີວິເຄາະສັບວ່າ “ສັບພັງ ຊານາຕິ ສີເລນາຕິ ສັພພັນຍູ”
5. ທະວີປະທຸດຕະມະ (ຜູ້ປະເສີດກວ່າສັດສອງຕີນ) ຜູ້ປະເສີດກວ່າສັດສອງຕີນທຸກຊະນິດ ພຣະນາມວ່າທະວິປະທຸດຕະມະ ມີວິເຄາະສັບວ່າ “ທະວິປະທານັງ ອຸຕຕະໂມ ທະວິປະທຸຕຕະໂມ.”
6. ມຸນິນທະ (ພຣະມຸນິນ) ຜູ້ຍິ່ງໃຫຍ່ກວ່າພຣະມຸນິທັງຫລາຍ ມີວິເຄາະສັບ “ມຸນີນັງ ອີນໂທ ຣາຊາ ມຸນິນໂທ”
7. ພະຄະວັນຕຸ (ພຣະຜູ້ມີພຣະພາກ) ພະຄະວາຕິ ຄາຣະວາທິວະຈະນັງ, ອະປິຈະ ພັຄຄະຣາໂຄຕິ ພະຄະວາ, ພັຄຄະໂມໂຫຕິ ພະຄະວາ .
ຄຳວ່າ ພຣະຜູ້ມີພຣະພາກເຈົ້າ ເປັນພຣະນາມທີ່ພຸດທະບໍຣິສັດທົ້ງຫລາຍຮຽກໂດຍເຄົາລົບ ອີກຢ່າງໜຶງ ພຣະນາມພຣະຜູ້ມີພຣະພາກ ເພາະຊົງທຳລາຍຣາຄະໄດ້ ທຳລາຍໂທສະໄດ້ ທຳລາຍ ໂມຫະໄດ້ ທຳລາຍມານະໄດ້ ພະຄະວາ ຄຳນີ້ໃນຄຳພີສຸມັງຄະລະວິສາລິນີ ອັດຖະກະຖາທີຄະນິກາຍ ສີລະຂັນທະວັຄ (ຣິດຈະນາໂດຍ ພຣະພຸດທະໂຄສາຈາຣຍ໌ມະຫາເຖຣະ) ໄດ້ອະທິບາຍຄຳວ່າ ພະຄະວາ ແປວ່າ ຄູ ເພາະບັນດິດທັງຫຼາຍໃນໂລກ ຮຽກຄູວ່າ ພະຄະວາ, ແລະພຣະຜູ້ມີພຣະພາກເຈົ້າກໍ່ຊົງເປັນຄູຂອງສັບພະສັດທັງຫຼາຍ ເພາະຊົງເປັນຜູ້ປະເສີດທີ່ສຸດໂດຍຄຸນທັງປວງ ສະນັ້ນ ຈຶ່ງຊົງໄດ້ພຣະນາວ່າ ພະຄະວາ.
ແມ້ບູຮານບັນດິດທັງຫຼາຍກໍ່ໄດ້ກ່າວໄວ້ວ່າ “ຄຳວ່າ ພະຄະວາ ເປັນຄຳປະເສີດສຸດ, ເປັນຄຳສູງສຸດ ເພາະພຣະຜູ້ມີພຣະພາກເຈົ້ານັ້ນ ຊົງຄວນແກ່ຄວາມເຄົາລົບໂດຍຖານະຄວາມເປັນຄູ ສະນັ້ນ ຈຶ່ງຊົງພຣະນາມວ່າ ພະຄະວາ” ນອກຈາກຄວາມໝາຍດັ່ງກ່າວນີ້ແລ້ວ ພຣະພຸດທະໂຄສາຈາຣຍ໌ໄດ້ປະພັນເປັນຄາຖາໃຈຄວາມວ່າ “ພຣະຜູ້ມີພຣະພາກເຈົ້າຊົງມີໂຊກ ຊົງຫັກກິເລດ ຊົງປະກອບດ້ວຍພະຄະທັມ ຊົງຈຳແນກທັມ ຊົງຄົບທັມ ແລະຊົງຄາຍກິເລດເປັນເຄື່ອງໄປໃນພົບທັງຫຼາຍໄດ້ແລ້ວ ເຫດນັ້ນຈຶ່ງຊົງພຣະນາມວ່າ ພະຄະວາ” ໃນຄຳພີວິສຸດທິມັຄຈັດໃຫ້ ພະຄະວາ ສັບນີ້ ເປັນເນມິດຕິກະນາມ (ໃນນາມ 4 ປະເພດນັ້ນໄດ້ແກ່ ອາວັດຖິກະນາມ, ລິງຄະນາມ, ເນມິດຕິກະນາມແລະອະທິດຈະສະມຸບປັນນະນາມ. (ຜູ້ທີ່ສົນໃຈສາມາດສືບຄົ້ນໄດ້ຈາກຄຳພີປະທະວິຈານ) ເນມິດຕິກະນາມ ຄືນາມຫຼືຊື່ທີ່ບັນຍັດຂຶ້ນໂດຍອາໄສເຫດຢ່າງໃດຢ່າງໜຶ່ງເປັນເກນໃນການຕັ້ງ ເຊັ່ນ “ເຕວິຊໂຊ: ຜູ້ມີວິຊາ 3” ພຣະນາມວ່າພະຄະວາ ນີ້ພຣະນາງເຈົ້າມະຫາມາຍາ ຜູ້ເປັນພຸດທະມານດາ ແລະພຣະເຈົ້າສຸດໂທທະນະມະຫາຣາຊ ຜູ້ເປັນພຣະພຸດທະບິດາ ບໍ່ໄດ້ຊົງຂະໜານນາມຖວາຍ, ແມ້ໝູ່ພຣະປະຍູຣະຍາດ 84,000 ກໍ່ບໍ່ໄດ້ຂະໜານນາມຖວາຍ, ແມ່ນແຕ່ເທວະດາຜູ້ວິເສດທັງຫຼາຍມີທ້າວສັກກະແລະ ທ້າວດຸສິດເປັນຕົ້ນ ກໍ່ບໍ່ໄດ້ຊົງຂະໜານນາມ ພະຄະວາ ນັ້ນຖວາຍ.
ໃນເລື່ອງນີ້ ພຣະທັມມະເສນສບໍດີສາລີບຸດໄດ້ກ່າວໄວ້ດັ່ງນີ້ວ່າ “ພະຄະວາ ນີ້ ເປັນວິໂມກຂັນຕິກະນາມ ຄືນາມທີ່ເກີດໃນທີ່ສຸດແຫ່ງອະຣະຫັຕຕະມັຄ ເປັນບັນຍັດທີ່ສຳເລັດປະຈັກແຈ້ງພ້ອມກັບການໄດ້ພຣະສັບພັນຍຸຕະຍານ ໃນໃຕ້ຕົ້ນໂພທິບັນລັງຂອງພຣະຜູ້ມີພຣະພາກເຈົ້າທັງຫຼາຍ. ເພາະເຫດທີ່ພຣະຜູ້ມີພຣະພາກເຈົ້າຜູ້ອຸດົມດ້ວຍຄຸນຫາປະມານບໍ່ໄດ້ດັ່ງທີ່ໄດ້ພັນລະນາມາແລ້ວໃນຂ້າງເທິງຈຶ່ງຊົງພຣະນາມວ່າ ພະຄະວາ
8. ນາຖະ (ຜູ້ຊົງເປັນທີ່ເພີ່ງ) ຄຳວ່າ ນາໂຖ ໝາຍເຖິງ ພຣະຜູ້ຊົງເປັນທີ່ເພີ່ງຂອງຊາວໂລກ, ເປັນເຈົ້າແຫ່ງຊາວໂລກ, ເປັນຜູ້ນຳຂອງຊາວໂລກ, ພຣະຜູ້ຊົງຫວັງປະໂຫຍດສຸກແກ່ເວໄນຍະສັດ ປະຕິບັດເພື່ອປະໂຫຍດນັ້ນໆ ຈຶ່ງຊົງພຣະນາມວ່າ ນາຖະ
9. ຈັກຂຸມັນຕຸ (ຜູ້ມີຈັກຂຸຄືສັບພັນຍູຕະຍານ) ຜູ້ມີປັນຍາຈັກຂຸ ພຣະນາມວ່່າຈັກຂຸມັນຕຸ ມີວິເຄາະສັບວ່າ “ຈັກຂຸ ຍານະຈັກຂຸ ອັດສັດຖີຕິ ຈັກຂຸມາ”
10. ອັງຄີຣະສະ (ພຣະພຸດທະເຈົ້າ, ພຣະອັງຄີຣົດ) ຜູ້ມີພຣະຣັດສະມີແຜ່ຊານອອກຈັກພຣະວໍຣະກາຍ ຈືງຊົງພຣະນາມວ່າອັງຄີຣະສະ
11. ມຸນິ (ພຣະມຸນີ)
ຜູ້ຊົງຮູ້ປະໂຫຍດຕົນແລະປະໂຫຍດຜູ້ອື່ນ ພຣະນາມວ່າ ມຸນິ
12. ໂລກະນາຖະ (ພຣະໂລກະນາດ, ພຣະຜູ້ເປັນທີ່ເພິງຂອງຊາວໂລກ)
13. ອະນະທິວະຣະ (ຜູ້ປະເສີດສຸດ) ຜູ້ທີ່ບໍ່ມີໃຜຍິ່ງກວ່າ ພຣະອົງນັ້ນພຣະນາມວ່າ ພຸດທະ ຫຼື ອະນະທິວະຣະ
14. ມະເຫສິ (ຜູ້ຊົງສະແຫວງຫາຄຸນອັນຍິ່ງໃຫຍ່) ພຣະອົງໃດຜູ້ຊົງສະແຫວງຫາຄຸນອັນຍິ່ງໃຫຍ່ ມີສີລະຂັນ ສະມາທິຂັນ ປັນຍາຂັນ ວິມຸດຕິຂັນ ແລະ ວິມຸດຕິຍານະທັດສະນະຂັນອັນຍິ່ງໃຫຍ່ ພຣະອົງນັ້ນພຣະນາມວ່າ ມະເຫສິ ຫຼືພຸດທະ
15. ວິນາຍະກະ (ຜູ້ແນະນຳ, ຜູ້ນຳໝູ່ສັດໄປສູ່ນິພພານ)
ພຣະພຸດທະເຈົ້າຜູ້ຊົງເຝິກສັດທັງຫຼາຍດ້ວຍອຸບາຍຄືເຄື່ອງເຝິກເປັນອັນມາກ ຈຶ່ງຊົງພຣະນາມ
ວ່າ ວິນາຍະກະ
16. ສະມັນຕະຈັກຂຸ (ຜຸ້ຊົງມີພຸດທະຍານຮອບທິດ) ພຸດທະຍານ 14 ຊື່ວ່າສະມັນຕະຈັກຂຸ ໄດ້ແກ່ ປັນຍາເຫັນທຸກຂະສັດຈະເປັນຕົ້ນ
17. ສຸຄະຕະ (ພຣະສຸຄົຕ, ຜູ້ມີພຣະຍານອັນງົດງາມ, ຜູ້ສະເດັດໄປດີແລ້ວ)
18. ພູຣິປັນຍະ (ຜູ້ມີປັນຍາມາກ, ຜູ້ມີປັນຍາບໍ່ສິ້ນສຸດ, ຜູ້ມີປັນຍາກວ້າງດັ່ງແຜ່ນດິນ)
19. ມາຣະຊິ (ຜູ້ຊົງຊະນະມານທັງ 5 ມີ ເທວະປຸຕຕະມານ (ວະສະວັດຕີມານ),
ກິເລສມານ (ມານຄືກິເລດ), ອະພິສັງຂາຣະມານ (ມານຄືການປຸ່ງແຕ່ງ),
ຂັນທະມານ (ມານຄືຂັນ 5) ແລະ ມັດຈຸມານ (ມານຄືຄວາມຕາຍ).
20. ນະຣະສີຫະ (ພຣະນະຣະສີຫ໌, ພຣະຜູ້ປົກຄອງມະນຸດແລະເທວະດາ, ຜູ້ປະເສີດກວ່າເທວະດາແລະ ມະນຸດ, ຜູ້ຫັກລ້າງວາທະຂອງເຈົ້າລັດທິອື່ນໄດ້)
21. ນະຣະວະຣະ (ຜູ້ປະເສີດກວ່າເທວະດາແລະມະນຸດ)
22. ທັມມະຣາຊະ (ພຣະທັມມະຣາຊາ, ຜູ້ເປັນຈອມຈັກກະພັດແຫ່ງທັມ)
23. ມະຫາມຸນິ (ພຣະມະຫາມຸນີ, ຊົງພຣະນາມວ່າມະຫາມຸນິ ເພາະຊົງເປັນຜຸ້ປະເສີດກວ່າມຸນີທັງ 5)
24. ເທວະເທວະ (ພຣະພຸດທະເຈົ້າຜູ້ເປັນເທວະດາຂອງເທວະດາ, ເພາະພຣະອົງຊົງຍິ່ງໃຫຍ່ ແລະປະເສີດກວ່າເທວະດາທັງຫຼາຍຈ່ງຊົງພຣະນາມວ່າ ເທວະເທວະ)
25. ໂລກະຄະຣຸ (ຜູ້ເປັນຄູຂອງຊາວໂລກ, ເພາະຊົງສອນແລະຊົງເປັນທີ່ເຄົາລົບຂອງຊາວໂລກ ພຣະ
ພຸດທະອົງຈຶ່ງໄດ້ຊົງພຣະນາມວ່າ ໂລກະຄະຣຸ)
26. ທັມມັສສາມີ (ພຣະພຸດທະເຈົ້າຜູ້ເປັນເຈົ້າຂອງແຫ່ງທັມ)
27. ຕະຖາຄະຕະ (ພຣະຕະຖາຄົຕ, ພຣະອົງໃດຊົງສະເດັດມາແລ້ວຢ່າງນັ້ນ ສະເດັດໄປແລ້ວຢ່າງນັ້ນ ຊົງຕຣັສຮູ້ສັຈຈະທັມຕາມຄວາມເປັນຈິງ ເປັນຕົ້ນ ຈຶ່ງຊົງພຣະນາມວ່າ ຕະຖາຄະຕະ)
28. ສະຍັມພູ (ພຣະຜູ້ຕຣັສຮູ້ເອງ ຊື່ວ່າ ພຣະສະຍັມພູ ໄດ້ແກ່ພຣະຜູ້ມີພຣະພາກເຈົ້ານັ້ນເອງ)
29. ສັມມາສັມພຸທທະ (ເພາະຊົງຕຣັສຮູ້ທັມທັງປວງດ້ວຍພຣະອົງເອງໂດຍຊອບ ຈຶ່ງຊົງພຣະນາມວ່າ
ພຣະສັມມາສັມພຸດທະເຈົ້າ)
30. ວະຣະປັນຍະ (ໄດ້ແກ່ພຣະຜູ້ມີພຣະພາກເຈົ້ານັ້ນເອງ ເພາະຊົງເປັນຜູ້ມີປັນຍາປະເສີດສຸດ)
31. ນາຍະກະ (ພຣະພຸດທະເຈົ້າຊົງໄດ້ພຣະນາມວ່າ ນາຍະກະ ເພາະພຣະອົງຊົງເປັນຜູ້ນຳໝູ່ສັດອອກຈາກສາຄອນຄືວັດຕະສົງສານແລ້ວໄປສູ່ຝັງແຫ່ງນິບພານ)
32. ຊິນະ (ພຣະຊິນະເຈົ້າ ທີ່ພຣະຜູ້ມີພຣະພາກຊົງພຣະນາມເຊັ່ນນັ້ນເພາະພຣະອົງຊົງຊະນະມານທັງ 5)
33. ສັກກະ (ຜູ້ຊົງສາມາດ. ໃນທີ່ນີ້ຊົງໝາຍເຖິງສາມາດໃນການຊະນະມານ ແລະ ຊົງສາມາດຮູ້ທຳນຽມຂອງຊາວໂລກ ເປັນຕົ້ນ)
34. ສິທທັຕຖະ (ທີ່ຊົງໄດ້ພຣະນາມວ່າ ສິດທັດຖະ ເພາະຊົງທຳປະໂຫຍດໃຫ້ສຳເລັດແກ່ຊາວໂລກ)
35. ສຸທໂທທະນິ (ພຣະອົງຊົງເປັນພຣະຣາຊະໂອລົດຂອງພຣະເຈົ້າສຸດໂທທະນະ ດ້ວຍເຫດນັ້ນ ຈຶ່ງໄດ້ຊົງພຣະນາມວ່າ ສຸທໂທທະນິ)
36. ໂຄຕະມະ (ພຣະສະມະນະໂຄດົມ, ທີ່ຊົງພຣະນາມເຊັ່ນນັ້ນເພາະພຣະບໍຣົມມະສາສະດາຊົງເປັນພຣະໂອລົດຂອງຕະກູນທີ່ເປັນສິດຂອງກະປິລະດາບົດໂຄຕະມະໂຄດ ພຣະນາມວ່າ ໂຄຕະມະ)
37. ສັກກະຍະສີຫະ (ທີ່ພຣະພຸດທະອົງຊົງໄດ້ພຣະນາມວ່າ ສັກກະຍະສີຫະ ນີ້ ເພາະພຣະອົງຊົງເປັນຜູ້ປະເສີດກວ່າສາກະຍະທຸກພຣະອົງ)
38. ສັກກະຍະມຸນິ (ພຣະອົງໃດຜູ້ຊົງສະເດັດອອກຜະນວດຈາກສາກະຍະຕະກູນ ພຣະອົງນັ້ນຄື ພຸດທະ)
39. ອາທິຈຈະພັນທຸ (ພຣະຜູ້ມີພຣະເຈົ້າພຣະອົງໃດຊົງແຜ່ພຣະລັດສະໝີໄປເຖິງວິມານຂອງສຸລິຍະເທບພະບຸດ ເພາະເຫດນັ້ນຈຶ່ງຊົງພຣະນາມວ່າ ອາທິຈຈະພັນທຸ)
ວິທີ່ຈະເລີນພຸດທະຄຸນ
ການຈະເລີນພຸດທະຄຸນນັ້ນ ເປັນທີ່ປາກົດຊັດແຈ້ງແກ່ໃຈຂອງພຸດທະບໍລິສັດທຸກທ່ານແລ້ວ ວ່າຄວນສາທະຍາຍມົນບົດໃດ ທຸກທ່ານສາມາດຫຍິບຍົກເອົາບົດພຸດທະຄຸນພຽງບົດໃດບົດໜຶ່ງມາແລ້ວນ້ອມຈິດພິນິດພິຈາລະນາຕາມລະນຶກເຖິງພຸດທະຄຸນໃຫ້ໄດ້ຕາມກຳລັງແຫ່ງອິນຊີ ອັນຈະເປັນເຄື່ອງບົ່ມເພາະພຸດທະຄຸນໃຫ້ເກີດຂຶ້ນໃນໃຈໃຫ້ຊຸ່ມຊ່ຳ ແຕ່ໃນທີ່ນີ້ຈະຂໍແນະນຳວິທີ່ການຈະເລີນພຸດທະຕຸນຕາມແບບຄຳພີວິສຸດທິມັຄ ດັ່ງນີ້
1. ໂສ ພະຄະວາ ອິຕິປິ ອະຣະຫັງ
2. ໂສ ພະຄະວາ ອິຕິປິ ສັມມາສັມພຸທໂທ
3. ໂສ ພະຄະວາ ອິຕິປິ ວິຊຊາຈະຣະນະສັມປັນໂນ
4. ໂສ ພະຄະວາ ອິຕິປິ ສຸຄະໂຕ
5. ໂສ ພະຄະວາ ອິຕິປິ ໂລກະວິທູ
6. ໂສ ພະຄະວາ ອິຕິປິ ອະນຸຕຕະໂຣ ປຸຣິສະທັມມະສາຣະຖິ
7. ໂສ ພະຄະວາ ອິຕິປິ ສັຕຖາ ເທວະມະນຸສສານັງ
8. ໂສ ພະຄະວາ ອິຕິປິ ພຸທໂທ
9. ໂສ ພະຄະວາ ອິຕິປິ ພະຄະວາ
ປະໂຫຍດທີ່ໄດ້ຮັບ
ອານິສົງຫຼືປະໂຫຍດໃນການນອບນ້ອມຕໍ່ພຣະພຸດທະຄຸນນັ້ນຍິ່ງໃຫຍ່ມະຫາສານ ເຄີຍຮັບຮອງແມ້ຊະຕາກຳຊີວິດຂອງສັດໂລກຜູ້ທີ່ກຳລັງຈະມົກໄໝ້ໃນນາຮົກໃຫ້ໄດ້ຮັບຄວາມສະຫວັດດີພາບມາແລ້ວນັບບໍ່ຖ້ວນ ແລະຈະຄອຍຮັບຮອງຢູ່ເຊັ່ນນີ້ໄປອີກນານແສນນານ ຫຼືຄ່ອຍຊ່ວຍເຫຼືອຜູ້ທີ່ມົກໄໝ້ໃນນາຮົກບໍ່ມີທີ່ສິ້ນສຸດໃຫ້ມີຄະຕິທີ່ດີເລີດໃນພາຍພາກໜ້າ ຖ້າຫາກເຂົານັ້ນເປີດໃຈຮັບພຸດທະຄຸນ ເຊັ່ງພຣະເທວະທັດເປັນຕົ້ນ (ຫາອ່ານລາຍລະອຽດໄດ້ຈາກຄຳພີມິລິນທະປັນຫາ ຕອນ ເທວະທັຕຕະປັພພັຊຊະປັນຫາ)
ສ່ວນວິສຸທທິມັຄຄຳພີໄດ້ມ້ວນທ້າຍພຸດທານຸສສະຕິໄວ້ວ່າ “ຜູ້ປະກອບເນື່ອງໆ ເຊິ່ງພຸດທານຸສສະຕິກັມມັດຖານນີ້ ຍ່ອມເປັນຜູ້ມີຄວາມເຄົາລົບ ມີຄວາມຍຳເກງໃນພຣະສາສະດາ ຍ່ອມບັນລຸເຖິງຄວາມໄພບູນດ້ວຍສັດທາ ດ້ວຍສະຕິ ດ້ວຍປັນຍາ ແລະດ້ວຍກຸສົນທັງຫຼາຍ ເປັນຜູ້ມາກຫຼາຍໄປດ້ວຍປີຕິແລະປາໂມດ ເປັນຜູ້ເສຍໄດ້ເຊິ່ງໂທດໄພອັນໜ້າສະພຶງກົວ ເປັນຜູ້ສາມາດອົດກັ້ນຕໍ່ທຸກຂະເວທະນາ ຍ່ອມໄດ້ຄວາມໝັ້ນໃຈວ່າຢູ່ຮ່ວມກັບພຣະສາສະດາ ແມ້ຮ່າງກາຍຂອງພິກຂຸຜູ້ພຸດທານຸສະຕິຄອບຄອງແລ້ວ ຍ່ອມເປັນສິ່ງທີ່ຄວນແກ່ການບູຊາເໝືອນເຈຕິຍະສະຖານ ສະນັ້ນ ຈິດຂອງທ່ານເຫຼົ່ານັ້ນຍ່ອມນ້ອມໄປໃນພຸດທະພູມ ແລະຖ້າຫາກພານພົບປະສົບກັບສິ່ງທີ່ຈະພຶງລ່ວງລະເມີດ ຫິຣິແລະໂອດຕັບປະຍ່ອມຈະປາກົດແກ່ພິກຂຸນັ້ນ ເປັນດັ່ງວ່າ ພຣະສາສະດາປະທັບຢູ່ຕໍ່ໜ້າ ອີກຢ່າງໜຶ່ງ ພິກຂຸຜູ້ປະກອບຢູ່ເນື່ອງ ໆ ເຊິ່ງພຸດທານຸສະຕິກັມມັດຖານນັ້ນ ເມື່ອຍັງບໍ່ໄດ້ແທງຕະຫຼອດຄຸນວິເສດຍິ່ງ ໆ ຂຶ້ນໄປໃນຊາດນີ້ ກໍ່ຈະເປັນຜູ້ມີສຸຄະຕິເປັນທີ່ໄປໃນພົບເບື້ອງໜ້າ.”
ຕັສມາ ຫະເວ ອັປປະມາທັງ
ກະຍິຣາຖະ ສຸເມທະໂສ
ເອວັງ ມະຫານຸພາວາຍະ
ພຸທທານຸສສະຕິຍາ ສະທາຕິ.
ເພາະເຫດສະນັ້ນແລຜູ້ມີປັນຍາດີພຶງກະທຳຄວາມບໍ່ປະມາດໃນພຸດທານຸດສະຕິອັນມີອານຸພາບມາກຫຼາຍຢ່າງນີ້ ໃນການທຸກເມື່ອເທີນ
====================
ຮຽບຮຽງໂດຍ: ພຣະປັນດິຕາຈາຣຍ໌ ແຮ່ສະຫວັນ ສີລາຈັນທຣ໌, ທີ່ວັດທາດສຸສັນນະຜ້າຄຳ ວັນທີ 7 ກັນຍາ 2560
0 ความคิดเห็น:
แสดงความคิดเห็น