ພຣະສູດຕັດຕະປີດົກ



ປະຫວັດ ແລະ ຄວາມເປັນມາຂອງພຣະໄຕຣປີດົກ
1. ໂຄງສ້າງຂອງພຣະໄຕຣປີດົກ

ສານສນາທຸກສາສນາ ມີຄໍາພີ ຫຼື ຕໍາລາທາງສາສນາເປັນຫຼັກໃນການສ່ງສອນເຖິ່ງແມ່ນວ່າແຕ່ເດີມ ຈະບໍ່ຂີດຂຽນເປັນລາຍລັກອັກສອນ ແຕ່ເມື່ອມະນຸດຮູຈັກໃຊຕົວອັກສອນໜັງສືກຊ່ໄດ້ມີການຂຽນ ການຈາລຶກຄໍາສອນໃນສາສນານັ້ນໆໄວ້ເມື່ອໂລກຈະເລີນຂຶ້ນຂັ້ນມີການພີມໜັງສືເປັນເຫລັມໆໄດ້ ຄໍາພີສາສນາເຫຼົ່ານັ້ນກໍ່ມີຜູ້ພີມເປັນເຫລັ່ມຂຶ້ນໂດຍລໍາດັບ.
        ພຣະໄຕຣປີດົກ ຫຼື ເປັນພາສາບາລີວ່າຕິປິດົກນັ້ນເປັນຄໍາພີ ຫຼື ຕໍາລາທາງພຸດທະສາສນາເຊັນດຽວກັບໄຕຣເວດເຊິ່ງເປັນຄໍາພີຂອງສາສນາພຣາມ ໃບເບິດຂອງສາສນາຄຣິດ ອັນກຸຣະອານຂອງສາສນາອິດສະລາມ ດັ່ງນັ້ນຈະກ່າວໂດຍສັບວ່າ ຄໍາວ່າ ພຣະໄຕຣປີດົກ ແປວ່າ 3 ຄໍາພີ ເມື່ອແຍກເປັນຄໍາໆວ່າ ພຣະ +ໄຕຣ+ປີດົກ = ຄໍາວ່າ ພຣະ ເປັນການສະແດງຄວາມເຄົາລົບ ຫຼື ຍົກຍອງ ຄໍາວ່າ ໄຕຣ ແປວ່າ 3 ຄໍາວ່າ ປີດົກ ແປ ໄດ້ 2 ຢ່າງ ຄືແປວ່າ ຄໍາພີ ຫຼື ຕໍາລາຢ່າງໜຶ່ງແປວ່າ ກຣະຈາດ ຫຼື ກະຕ້າ ຄວາມໝາຍລວມວ່າ ທີເກັບລວບລວມຂອງຄໍາສັ່ງສອນຂອງພຣະພຸດທະເຈົ້າໄວ້ເປັນໝວດໝູ່ ບໍ່ໃຫ້ກະຈັດກະຈາຍຫາຍໄປ ອັນເຊັນກັບ ກະຕ້າທີໃຊ້ຂອງເພື່ອບໍໃຫ້ຂອງຫາຍໄປເຊັນນັ້ນ.
ພຣະໄຕຣປີດົກແບງອອກເປັນ 3 ຄໍາພີ ໃຫຍ່ຄື:
1. ວິນັຍປີດົກ         : ວ່າດ້ວຍວິນັຍ ຫຼື ສີລຂອງພິຂຸກ ພິຂຸນີ 
2. ສູດຕັນຕະປີດົກ : ວ່າດ້ວຍພຣະທັມມະເທດສະນາທົ່ວໆໄປ 
3. ອະພິທັມປີດົກ    : ວ່າດ້ວຍທັມມະລ້ວນໆ ຫຼື ທັມມະທີສໍາຄັນນ

1.2. ພຣະສູດຕັດຕະປີດົກ
        ພຣະສູດຕັນຕະປີດົກ ແບ່ງອອກເປັນ 5 ສ່ວນໃຫຍ່ ແລະ ໃຊ້ອັກສອນຫຍໍ້ຄື. ທິ ມະ ສັງ ອັງ ຂຸ 


    ທິ    :     ທີຂະນິກາຍ ລ່ວມພຣະສູດຍາວໆ ມີພຣົມມະສາຣະສູດ ເປັນຕົ້ນມີ 3 ເຫລັ້ມ
    ມະ   :     ມະສິມະນິກາຍ ລ່ວມພຣະສູດຂະໜາດກາງມີທັ່ງໝົດ 3 ເຫລັມ
    ສັງ   :     ສັງຍຸຕະນະກາຍ ລ່ວມພຣະສູດຂະນ້ອຍເປັນໝວດໆ ມີ 5 ເຫລັ້ມ
    ອັງ   :     ອັງຄຸຕະຣະນິກາຍ ລ່ວມໝວດທັມຕັ້ງແຕ່ໝວດໜຶ່ງເຖິງເກິນ 10 ມີທັງໝົດ 5 ເຫລັ່ມ
    ຂຸ     :     ຂຸທະທະກະນິກາຍ ຊຸມນຸມບົດທັມທັ່ງຍາວ ແລະ ສັ້ນມີທັ່ງໝົດ 15 ຄໍາພີມີທັ່ງໝົດ 15 ເຫລັ່ມ
1.2 . ພຣະສູດຕັນຕະປີດົກ

        ພຣະສູດຕັນຕະປີດົກຄື: ພຣະສູດທີ່ລ່ວມພຣະສູດ ຄື ຄໍາມະເທດສະໜາ ຄໍາບັນຍາຍ​ ຫຼື ອະທິບາຍຫຼັກທັມຕ່າງໆ ທີ່ຊົ່ງບັນຍັດໄວ້ຄັ້ງເມື່ອຍັງມີພຣະຊົນຊີບຢູ່ ແລະ ຕະຫຼອດຈົນບົດປະພັນເລື່ອງເຫລົ່າ ແລະ ເລື່ອງລາວທັ້ງຫຼາຍທີ່ເປັນຄວາມຈິ່ງໃນພຣະພຸດທະສາສນາ ແບ່ງອອກເປັນ 5 ນິກາຍ ຫຼື ຈະຮຽກຫຍໍ້ໆວ່າ ທີ. ມະ. ສັງ. ອັງ. ຂຸ : ມີ 25 ເຫຼັ່ມ.
ທີ : ທີຂະນິກາຍ ແປວ່າ ໝວດຍາວ ໝາຍເຖິ່ງໝວດທີ່ລ່ວມພຣະສູດຂະໜາດຍາວໄວ້ ສ່ວນໜຶ່ງບໍ່ປົນກັບພຣະສູດປະເພດໜຶ່ງ ໃນໝວດນີ້ມີພຣະສູດທັ້ງໝົດ 34 ສູດ ຈັດເປັນເຫຼັ່ມໜັງສືໄດ້ 3 ເຫຼັ່ມມີເນື່ອຫາໂດຍຫຍໍ້ດັ່ງຕໍ່ໄປນີ້.
        ເຫຼັ່ມທີ 9 ສີຣະຂັນທະວັກຄ໌ ມີພຣະສູດຂະໜາດຍາວ 13 ສູດ ເລີມຕົ້ນດ້ວຍ ພຣົມມະຫະຊາລະສູດ ( ຫຼາຍສູດກ່າວເຖິ່ງພ້ອມດ້ວຍສີລະຂັນ ຊຶ່ງບ່າງທີກໍຈໍາແນກເປັນຈູລະສີລ ມັດຊິມະສີ ມະຫາສີລ ຈຶ່ງຮຽກວ່າ ສີລຂັນທະວັກຄ໌.
        ເຫຼັ່ມທີ 10 ມະຫາວັກຄ໌ ມີພຣະສູດຂະໜາດຍາວ 10 ສູດ ສ່ວນຫຼາຍຈະເລີມຈາກ ມະຫາ ເຊັ່ນວ່າ ມະຫາປະຣິນິບພານສູດ, ມະຫາສະຕິປັດຖານສູດເປັນຕົ້ນ.
        ເຫຼັ່ມທີ 11 ປາຕິວັກຄ໌ ມີພຣະສູດຂະໜາດຍາວ 11 ສູດ ເລີ່ມຈາກປາຕິກະວັກຄ໌ສູດ ຫຼາຍສູດມີຊື່ສ່ຽງເຊັ່ນ ຈັກກະວັກຕິສູດ, ສິງຄາລກສູດ ແລະ ສັງຄີຕິສູດ.
ມະ: ມັດຊິມະນິກາຍ ແປວ່າ ໝ່ວນປານກາງໝາຍເຖິ່ງໝວດທີລວມພຣະສູດຂະໜາດກ່າງບໍ່ສັ້ນບໍ່ຍາວເກີນໄປ ໃນໝວດນີ້ມີພຣະສູດທັງໝົດ 152 ສູດ ຈັດເປັນເຫຼັ່ມໜັ່ງສືໄດ້ຈໍານວນ 3 ເຫຼັ່ມດັ່ງນີ້.
        ເຫຼັ່ມທີ 12 ມູລະປັນຊາ (ບັນຕົ້ນ) ມີພຣະສູດຂະໜາດກ່າງ 50 ສູດ ເຊັ່ນ ທັມມະທາຍາສູດ ສັມມາທິຖິສູດ ສະຕິປັດຖານສູດ ວິມັງສະສູດ.
        ເຫຼັ່ມທີ 13 ມັດຊິມະປັນຊາສ (ບັນກ່າງ) ມີພຣະສູດຂະໜາດກ່າງ 50 ສູດ ເສຂປະຕິປະທາສູດ, ອຸປາລິທະສູດ ເປັນຕົ້ນ.
        ເຫຼັ່ມທີ່ 14 ອຸປຣິປັນຊາສ (ບັ້ນປາຍ) ມີພຣະສູດຂະໜາດກາງ 52 ສູດ.



ສັງ : ສັງຍຸຕະຣະນິກາຍ ແປວ່າ ໝວດປະມວນຄື ການປະມວນເລື່ອງປະເພດດຽວກັນໄວ້ເປັນໝວດໝູ່ດຽວກັນ ຮຽກວ່າ ສັງຍຸຕໜຶ່ງໆ ລ່ວມ 56 ສັງຍຸດມີ 7,762 ສູດ ຈັດເປັນ ເຫຼັ່ມໜັ່ງສືໄດ້ຈໍານວນ 5 ເຫຼັ່ມດັ່ງນີ້.
        ເຫຼັ່ມທີ 15 ສະຄາຖະວັກ ລວ່ວມຄາຖາສຸພາສິດທີ່ຕຣັດ ແລະ ກ່າວຕອບບຸກຄົນຕາງໆ.
        ເຫຼັ່ມທີ 16 ນິທານວັກຄ໌ ເຄິງເຫຼັ່ມວ່າດ້ວຍເຫດ ແລະ ປັດຈັຍຄື ຫຼັກປະຕິຈະສະມູປບາດທ໌ ນອກນັ້ນມີເລື່ອງທາດ ການບັນລຸທັມສັງສາລະວັດຕ໌.
        ເຫຼັ່ມທີ 17 ຂັນທະວາວັກຄ໌ ວ່າດ້ວຍເລື່ອງຂັນ 5 ໃນແງ່ມຸມຕ່າງໆຈັດເປັນ 13 ສັງຍຸດ.
        ເຫຼັ່ມທີ 18 ສະລາຍະຕະນະວັກຄ໌ ເຄິງເຫຼັ່ມວ່າດ້ວຍອາຍະຕະນະ 6 ຕາມແນວໄຕຣລັກ ແລະ ອື້ນໆອີກ.
        ເຫຼັ່ມ 19 ມະຫາວາຣະວັກ ວ່າດ້ວຍໂພທິປັກຂິຍະທັມ 37ແຕ່ລຽກລໍາດັບເປັນມັກ ໂພດຊົງ ສະຕິປັດຖານ ອິດຊີ ສັມມັປປທານ ພຣະລະ ອິນທິບາດ ແລະ ອື້ນທີ່ກຽວຂ່ອງ.
ອັງ:     ອັງຄຸຕະຣະນິກາຍ ແປວ່າ ໝວດຍິ່ງດ້ວຍອົງຄ໌ ຄືຈັດລໍາດັບທັມມະໄວ້ເປັນໝວດໆຕາມຕົວເລກ ເຊິ່ງເປັນຊຸມນຸມພຣະສູດ ຕາມລໍາດັບຈໍານວນຫົວຂໍ້ທັມ ຮວມ 11 ນິບາດ ຫຼື 11 ໝວດ ທັມ 9,557 ສູດຈັດເປັນເຫຼັ່ມໜັ່ງສືຈໍານວນ 5 ເຫຼັ່ມດັ່ງນີ້.
        ເຫຼັ່ມ 20 ເອກະ-ທຸກ-ຕິນິບາດ ວ່າດ້ວຍທັມໝວດ 1 (ເຊັ່ນທັມມະເອກທີ່ຝຶກກອົບຮົມແລ້ວເໝາະແກ່ການໃຊ້ງານ ໄດ້ແກ່ ຈິດ ອົງຄຸນພາຍໃນອັນເອກທີ່ເປັນໄປເພື່ອປະໂຫຍດອັນຍິ່ງໃຫຍ່ ໄດ້ແກ່ຄວາມບໍ່ປະມາດແລະອື້ນໆ ເຊັ່ນ ໝວດ 2 ເປັນຕົ້ນ.
        ເຫຼັ່ມ 21 ຈະຕຸກະນິບາດ ວ່າດ້ວຍທັມໝວດ 4 ຕົວຢ່າງອະຄະຕິ 4, ບໍຣິສັດ 4, ປະທານ 4 ເປັນຕົ້ນ.
        ເຫຼັ່ມ 22 ປັນຈະກະ -ສັກກະນິບາດ ວ່າດ້ວຍທັມໝວດ 5 ເຊັ່ນ ພຣະລະ 5, ນິວອນ 5 ອະພິປັດຈະເວກຂະນະ 5.
        ເຫຼັ່ມ 23 ສັດຕະກະ-ອັດຖະ-ນະວະກະນິບາດ ວ່າດ້ວຍທັມ ໝວດ 6 ເຊັ່ນ ອະນຸສັຍ 6 ອະປະຣິຫານິຍະທັມ 6 ສັບປຸຣິສະທັມ 6 ເປັນຕົ້ນ.
        ເຫຼັ່ມທີ 24 ທະສະກະ-ເອກາທະສະນິບາດ ວ່າດ້ວຍທັມໝວດ 10 ເຊັ່ນ ສັງໂຫຍດ 10 ແລະ ທັມໝວດ 11 ເປັນຕົ້ນ.
ໃນອັງຄຸຕະຣະນິກາຍມີຂໍ້ທັມຫຼາກຫຼາຍລັກສະນະ ຕັ້ງແຕ່ທິທັມມິກັດຖະເຖິ່ງປະລະມັດຖະທັງສໍາຫຼັບບັນພຣະສິດ(ນັກບວດ)ແລະຄະລະຫັດ ແຈກຢາຍກັນຢູ່ໂດຍຮຽກຕາມຈໍານວນ.
ຂຸ : ຂຸທະກະນິກາຍ ແປວ່າ ໝວດເລັກນ້ອຍ ຮຽບຮຽນຫົວຂໍ້ທັມທີ່່ບໍ່ໄດ້ຈັດເຂົ້າໃນ 4 ນິກາຍຂ້າງຕົ້ນແຫ່ງພຣະສູດ ຈັດລວມເຂົ້າໃນພຣະສູດນິກາຍນີ້ປະກອບດ້ວຍຊຸມນຸມພຣະສູດ ຄາຖາ ພາສິດ ຄໍາອະທິບາຍ ແລະ ເລື່ອງລາວຕ່າງໆທີ່ຈັດເຂົ້າໃນ 4 ນິກາຍ ແລະ ຈັດເປັນເຫຼັ່ມໜັ່ງສືໄດ້ 9 ເຫຼັ່ມດັ່ງນີ້.
        ເຫຼັ່ມທີ 25 ລວມຄໍາພີຫຍໍ້ໆ 5 ຄໍາພີຄື:
1. ຂຸທະກະປາທະ ລ່ວມບົດສວດຕ່າງໆ ເຊັ່ນ ມົງຄົນສູດ ລະຕະນະສູດ ກະລະນີຍະເມຕາສູດ
2. ທັມມະບົດ ບົດແຫ່ງທັມຫຼືບົດຮ້ອຍກອງທັມມີ 423 ຄໍາຖາໃ
3. ອຸທານ ພຣະສູດສະດງຄາຖາພຸດທະອຸທານມີຄວາມນໍາເປັນຮ້ອຍແກ້ວ 80 ເລື່ອງ.
4. ອິຕິວຸຕະກະ ພຣະສູດທີ່ບໍ່ໄດ້ຂຶ້ນຕົ້ນດ້ວຍ “ເອວະເມ ສຸຕັງ” ແຕ່ເຊື່ອມຄວາມເຂົົ້າສູຄາຖາດ້ວຍຄໍາວ່າ “ ອິຕິ ວຸຈະຕິ ” 112 ສູດ.
5. ສຸຕະນິບາດ ຊຸມນຸມພຣະສູດຊຸດພິເສດ ເຊິ່ງຄາຖາລ້ວນ ຫຼື ຮ້ອຍແກ້ວສະເພາະສ່ວນທີ່ເປັນຄວາມນໍາລ່ວມ 71 ສູດ.
        ເຫຼັ່ມທີ 26 ມີຄໍາພີຍ່ອຍ 4 ຄໍາພີເຊິ່ງເປັນບົດປະພັນຮ້ອຍກອງຄືຄາຖາລ້ວນໄດ້ແກ່.
1. ວິມານວັດຖຸ ຫຼື ເກີດໃນສະຫວັນຢູ່ວິມານເຫຼົ່າການທໍາຄວາມດີຂອງຕົນໃນອະດີດທີ່ທໍາໃຫ້ໄດ້ໄປເກີດເຊັ່ນນັ້ນ 95 ເລື່ອງ.
2. ເປຕະວັດຖຸ ເລື່ອງເຫຼົ່າກໍາຊົວໃນອະດີດຂອງຕົນ 51 ເລືອງ.
3. ເຖຣຄາຖາ ຄາຖາຂອງພຣະອາຣະຫັນເຖຣະ 264 ອົງ ທີ່ກ່າວສະແດງຄວາມຮູ້ສຶກສະຫງົບປະນີບໃນການບັນລຸທັມເປັນຕົ້ນ.
4. ເຖລີຄາຖາ ຄາຖາຂອງພຣະອາລະຫັນເຖລີ 73 ອົງທີ່ກ່າວສະແດງຄວາມຮູ້ສຶກເຊັ້ນນັ້ນ.
        ເຫຼັ່ທີ 27 ຊາດົກ ພາກ 1 ລວມບົດຮ້ອຍກອງຄື ຄາຖາສະແດງຄະຕິທັມທີ່ພຣະພຸດທະເຈົ້າຕຣັດເມື່ອຄັ້ງຍັງເປັນພຣະໂພທິສັດໃນອະດີດຕະຊາດ ແລະ ມີຄາຖາພາສິດຂອງຜູ້ອື້ນປົນຢູ່ນໍາ ແລະ ອື້ນໆ ລວມ 525 ເລື່ອງ.
        ເຫຼັ່ມທີ 28 ຊາດົກ ພາກ 2 ລວມຄາຖາຢ່າງໃນພາກ 1 ນັ້ນ ເພີ່ມອີກແຕ່ເປັນເລື່ອງຢ່າງຍາວຕັ້ງແຕ່ເລືອງມີ 50 ຄາຖາ (ປັນຍານິບາດ)ເຖິ່ງເລື່ອງມີຄາຖາຫຼາກຫຼາຍ(ມະຫານິບາດ) ຈົບລົງດ້ວຍມະຫາເວດສັນຕະຊາດົກ ເຊິ່ງມີ 1,000ຄາຖາ ພາກນີ້ມີ 22 ເລື່ອງ ບັນຈົບທັງສອງພາກ ເປັນ 547 ຊາດົກ.
        ເຫຼັ່ມທີ 29 ມະຫານິເທດ ພາສິດຂອງພຣະສາລີບຸດອະທິບາຍຂະຫຍາຍຄວາມພຣະສູດ 16 ສູດໃນອັດຖະວັກແຫ່ງສຸຕະນິບາດ.
        ເຫຼັ່ມທີ 30 ຈູຣະນິເທສ໌ ພາສິດຂອງພຣະສາລີບຸດອະທິບາຍຂະຫຍາຍຄວາມພຣະສູດ 16 ສູດ.
        ເຫຼັ່ມທີ 31 ປະຕິສັມພິທາມັກ ພາສິດຂອງພຣະສາລີບຸດອະທິບາຍຂໍ້ທັມທີ່ລຶກຊຶ່ງຕ່າງໆ.
        ເຫຼັ່ມທີ 32 ອະປະທານ ພາກ 1 ບົດປະພັນຮ້ອຍກອງ(ຄາຖາ)ສະແດງປະຫວັດພຣະອະຣະຫັນໂດຍສະເພາະໃນອະດີດຊາດ ເລີມຕົ້ນດ້ວຍພຸດທະປະທານ (ປະຫວັດຂອງພຣະພຸດທະເຈົ້າ) ຕໍ່ດ້ວຍເຖຣະປະທານ ຄືເລື່ອງເຫຼົ່າຂອງພຣະສາລີບຸດ ພຣະໂມກຄະລານະ ແລະ ອື້ນໆເປັນຕົ້ນຈົນຈົບພາກ 1 ລວມ 410 ອົງ.
        ເຫຼັ່ມທີ 33 ອະປະທານ ພາກ 2 ຄາຖາປະພັນສະແດງອັນປະຫວັດພຣະອະລະຫັນເຖຣະຕໍ່ອີກຈົນເຖິ່ງອົງທີ 550.
ຄັ້ງຈົບອະປະທານແລ້ວ ທ້າຍເຫຼັມ 33 ນີມີຄໍາພີ ພຸດທະວົງເປັນຄາຖາປະພັນສະແດງເລື່ອງຂອງພຣະພຸດທະເຈົ້າໃນອະດີ 24 ພຣະອົງທີພຣະພຸດທະເຈົ້າພຣະອົງປັດຈຸບັນເຄີຍໄດ້ຊົ່ງເຂົ້າເຝົາ ແລະ ໄດ້ຮັບພະຍາກອນຈົນເຖິ່ງປະຫວັດຂອງພຣະອົງເອງລວມເປັນພຣະພຸດທະເຈົ້າ 25 ພຣະອົງ ຈົບແລ້ວມີຄໍາພີສັ້ນໆຊື່ ຈະຣິຍາປີດົກ ເປັນທ້າຍສຸດ ສະແດງພຸດທະຈະຣິຍາໃນອະດີດຊາດ 35 ເລື່ອງທີ່ມີແລ້ວໃນຊາດົກແຕ່ເຫຼົ່າດ້ວຍຄາຖາປະພັນໃໝ່ ຊື່ຕົວຢ່າງການບໍາເພັນປາລະມີບາງຂໍ້.
ຂຸທະກະນິກາຍ ເມື່ອສັງເກດໂດຍພາບລວມແລ້ວ ກໍ້ຈະເຫັນລັກສະນະທີ່ກ່າວວ່າເປັນທີ່ຊຸມນຸມຂອງຄໍາພີປີກຫຍອຍຄື ເຖິ່ງຈະມີເຖິ່ງ 15 ຄໍາພີລວມໄດ້ເຖິ່ງ 9 ເຫຼັ່ມແຕ່ມີພຽງເຫຼັ່ມທໍາອິດເຫຼັ່ມທີ 25 ທີ່ໜັກໃນດ້ານເນື່ອຫາ ຫຼັກທັມແຕ່ກໍ່ເປັນຄໍາພີນ້ອຍໆໃນເຫຼັ່ມດຽວມີເຖິ່ງ 5 ຄໍາພີ ທຸກຄໍາພີມີຄວາມສໍາຄັນ ແລະ ລຶກຊຶ່ງຫຼາຍອີ 3 ເຫຼັ່ມ (28,29,30,) ຄືນິທເທສະ ແລະ ປະຕິສັມພິທາມັກເປັນຕົ້ນ. ທີເຫຼືອຈາກນັ້ນອີກ 8 ຄໍາພີລ້ວນເປັນບົດປະພັນຮ້ອຍກອງທີ່ເນັນຄວາມງົດງາມໃຫ້ເຮົ້າຄວາມຮູ້ສຶກເຊັ້ນ ເສີບສັດທາເປັນຕົ້ນຄື.
      ເຫຼັ່ມທີ 26 ວິມານວັດຖຸ ເປັດວັດຖຸ ເຖຣາຄາຖາ ເຖຣີຄາຖາ ເຫຼົ່າປະສົບການ ຄວາມຮູ້ສຶກ ແລະ ອື້ນເປັນຕົ້ນ.
    ພຣະອະຖະກະຖາຈານກ່າວວ່າ ພຣະໄຕຣປີດົກມີເນື່ອຫາທັງໝົດ 84000 ພຣະທັມມະຂັນແບ່ງເປັນ ພຣະວິນັຍປີດົກ 21,000 ພຣະທັມມະຂັນ ພຣະສູດຕັນຕະປີດົກ 21,000 ພຣະທັມມະຂັນ ພຣະອະພິທັມ 42,000 ພຣະທັມມະຂັນ.



-----------------------
ໝາຍເຫດ: ຫຼັງຈາກທ່ານອ່ານແລ້ວກະລຸນາຂຽນຄອມເມັນບອກວ່າ ອັກຂະລະໃດມີ່ຜິດ ເພາະຜູ້ຂຽນບໍມີທີມງານຊວຍໃນການກອດແກ້ ມີແຕ່ຄວາມສັດທາ ແລະ ປາດຖະໜາດີ (ຄົນດຽວ) 


Share on Google Plus

About ສຽງທັມvoice

This is a short description in the author block about the author. You edit it by entering text in the "Biographical Info" field in the user admin panel.

0 ความคิดเห็น:

แสดงความคิดเห็น