ພຣະອະພິທັມປີດົກ


ປະຫວັດ ແລະ ຄວາມເປັນມາຂອງພຣະໄຕຣປີດົກ
1. ໂຄງສ້າງຂອງພຣະໄຕຣປີດົກ

ສານສນາທຸກສາສນາ ມີຄໍາພີ ຫຼື ຕໍາລາທາງສາສນາເປັນຫຼັກໃນການສ່ງສອນເຖິ່ງແມ່ນວ່າແຕ່ເດີມ ຈະບໍ່ຂີດຂຽນເປັນລາຍລັກອັກສອນ ແຕ່ເມື່ອມະນຸດຮູຈັກໃຊຕົວອັກສອນໜັງສືກຊ່ໄດ້ມີການຂຽນ ການຈາລຶກຄໍາສອນໃນສາສນານັ້ນໆໄວ້ເມື່ອໂລກຈະເລີນຂຶ້ນຂັ້ນມີການພີມໜັງສືເປັນເຫລັມໆໄດ້ ຄໍາພີສາສນາເຫຼົ່ານັ້ນກໍ່ມີຜູ້ພີມເປັນເຫລັ່ມຂຶ້ນໂດຍລໍາດັບ.
        ພຣະໄຕຣປີດົກ ຫຼື ເປັນພາສາບາລີວ່າຕິປິດົກນັ້ນເປັນຄໍາພີ ຫຼື ຕໍາລາທາງພຸດທະສາສນາເຊັນດຽວກັບໄຕຣເວດເຊິ່ງເປັນຄໍາພີຂອງສາສນາພຣາມ ໃບເບິດຂອງສາສນາຄຣິດ ອັນກຸຣະອານຂອງສາສນາອິດສະລາມ ດັ່ງນັ້ນຈະກ່າວໂດຍສັບວ່າ ຄໍາວ່າ ພຣະໄຕຣປີດົກ ແປວ່າ 3 ຄໍາພີ ເມື່ອແຍກເປັນຄໍາໆວ່າ ພຣະ +ໄຕຣ+ປີດົກ = ຄໍາວ່າ ພຣະ ເປັນການສະແດງຄວາມເຄົາລົບ ຫຼື ຍົກຍອງ ຄໍາວ່າ ໄຕຣ ແປວ່າ 3 ຄໍາວ່າ ປີດົກ ແປ ໄດ້ 2 ຢ່າງ ຄືແປວ່າ ຄໍາພີ ຫຼື ຕໍາລາຢ່າງໜຶ່ງແປວ່າ ກຣະຈາດ ຫຼື ກະຕ້າ ຄວາມໝາຍລວມວ່າ ທີເກັບລວບລວມຂອງຄໍາສັ່ງສອນຂອງພຣະພຸດທະເຈົ້າໄວ້ເປັນໝວດໝູ່ ບໍ່ໃຫ້ກະຈັດກະຈາຍຫາຍໄປ ອັນເຊັນກັບ ກະຕ້າທີໃຊ້ຂອງເພື່ອບໍໃຫ້ຂອງຫາຍໄປເຊັນນັ້ນ.
ພຣະໄຕຣປີດົກແບງອອກເປັນ 3 ຄໍາພີ ໃຫຍ່ຄື:
1. ວິນັຍປີດົກ         : ວ່າດ້ວຍວິນັຍ ຫຼື ສີລຂອງພິຂຸກ ພິຂຸນີ 
2. ສູດຕັນຕະປີດົກ : ວ່າດ້ວຍພຣະທັມມະເທດສະນາທົ່ວໆໄປ 
3. ອະພິທັມປີດົກ    : ວ່າດ້ວຍທັມມະລ້ວນໆ ຫຼື ທັມມະທີສໍາຄັນນ

1.1 ພຣະອະພິທັມປີດົກ

        ພຣະອະພິທັມປີດົກແບ່ງອອກເປັນ 7 ສ່ວນໃຫຍໃຊ້ອັກສອນຫຍໍ້ຄື: ສັງ ວິ ທາ ປຸ ກະ ຍະ ປະ 


    ສັງ : ສັງຄິນີ ປະມວນທັມເປັນສຸດໆ ຮຽກວ່າມາຕິກາມີ 1 ເຫລັ່ມ
    ວິ   : ວິພັງ ການຈໍາແນກທັມອອກເປັນຂັນ ທາດ ເປັນຕົ້ນມີ 1 ເຫລັ່ມ
    ທາ : ທາຕຸຄາຖາ ນໍາຂໍ້ທັມມາຈັດໃນຂັນ ທາຕຸ ອາຍະຕະນະ ເຄີ່ງເຫລັ່ມ
    ປຸ   : ປຸກຄະຣະບັນຍັດ ວ່າດ້ວຍບັນຍັດຕ່າງໆມີ ເຄິ່ງເຫລັ່ມ
    ກະ : ກະຖາວັດຖຸ ປັນຫາການຖາມຕອບຂອງນິກາຍຕ່າງໆ 18 ນິກາຍມີ 1 ເຫລັ່ມ
    ຍະ : ຍະມະກະ ວ່າດ້ວຍຄໍາອະທິບາຍຫຼັກທັມອອກພິດສະດານ ເປັນຄູ່ໆມີ 2 ເຫລັ່ມ
    ປະ : ປັດຖານ ວ່າດ້ວຍປັດຈັຍຕ່າງໆ 24 ໂດຍພິດສະດານມີທັ້ງໝົດ 6 ເຫລັມ
1.2  ພຣະອະພິທັມປີດົກ

        ພຣະອະພິທັມປີດົກຄື ປະມວນພຸດທະວັດຈະນະ(ຄໍາສອນ)ໝວດອະພິທັມຄື ຫຼັກທັມ ແລະ ຄໍາອະທິບາຍທີ່ເປັນເນື່ອຫາວິຊາລ້ວນໆ ບໍ່ກ່ຽວກັບບຸກຄົນຫຼືເຫດການ ແບ່ງເປັນ 7 ຄໍາພີ ຫຼື 
ຮຽກຫຍໍ້ໆວ່າ ສັງ ວິ ທາ ປຸ ກະ ຍະ ປະ ມີ 12 ເຫຼັ່ມມີເນື່ອຫາໂດຍຫຍໍ້ໆວ່າດັ່ງນີ້.
ສັງ: ສັງຄິນີ ຫຼື ທັມມະສັງຄິນີ 
    ວິ    :  ວິພັງຄ໌ 
    ທາ  :  ທາຕຸກະຖາ
    ປຸ    :  ປຸຄະຣະບັນຍັດ
    ກະ   :  ກະຖາວັດຖຸ
    ຍະ   :  ຍະມະກະ
    ປະ   :  ປະຖານະ ຫຼື ປັດຖານ        ເຫຼັ່ມທີ 34 (ທັມມະ)ສັງຄິນີ ເລີມຕົ້ນສະມາຕິກາ(ແມ່ບົດ)ອັນໄດ້ແກ່ບົດສະຫຼຸບຂອງທັມທັງຫຼາຍທີ່ຈັດເປັນໝວດໝູ່ແຕ່ລະຊຸດໆ ມີທັງຊຸດ 3 ເຊັ້ນຈັດທຸກສິ່ງທຸກຢ່າງເປັນກຸສົນທັມ ອະກຸສົນທັມ ອັບພະຍາຄະຕາທັມ ຊຸດໜຶ່ງ ເປັນອະດີທັມ ອະນາຄົດທັມ ປັດຈຸບັນທັມ ຊຸດໜຶ່ງໆ ແລະ ຊຸດ 2 ເຊັ່ນຈັດທຸກສິ່ງທຸກຢ່າງເປັນສັງຂະຕະທັມ ອະສັງຂະຕະທັມ ຊຸດໜຶ່ງໂລກີຍະທັມ ໂລກຸຕະຣະທັມ ຊຸດໜຶ່ງເປັນຕົ້ນລວມທັງໝົດມີ 164 ຊຸດ ຫຼື 164 ມາຕິກາ.
        ຕອນຕໍຈາກນັ້ນ ເຊິ່ງເປັນເນື່ອຫາສວນສໍາຄັນຂອງຄໍາພີນີ້ເປັນຄໍາວິຊັດສະນາ(ຖາມ-ຕອບ) ຂະຫຍາຍຄວາມມາຕິກາທີ 1 ຕົວຢ່າງສະແດງໃຫ້ເຫັນກຸສົນທັມ ອະກຸສົນທັມ ແລະ ອັບພະຍາກະຕາທັມ ທີ່ກະຈາຍອອກໄປໃນແງ່ຂອງຈິດ ເຈຕສິກ ຮຸບ ແລະ ນິບພານເປັນຕົ້ນ ແລະ ທ້າຍເຫຼັ່ມມີອີກ 2 ບົດ ແຕ່ລະບົດສະແດງຄໍາອະທິບາຍຫຍໍ້ ຫຼື ຄໍາຈໍາກັດຄວາມຂໍ້ທັມທັ່ງຫຼາຍໃນມາຕິກາກ່າວເຖິ່ງຂ້າງຕົ້ນຈົນຈົບ 164 ມາຕິກາ ໄດ້ຄໍາຈໍາກັດຄວາມຂໍ້ທັມໃນ 2 ບົດຕ່າງແນວກັນເປັນ 2 ແບບ(ແຕ່ບົດທ້າຍຈໍາກັດຄວາມໄວ້ພ່ຽງ 122 ມາຕິກາ.
        ເຫຼັ່ມທີ 35 ວິພັງຄ໌ ແມ່ນການຍົກເອົາຫຼັກທັມສໍາຄັນໆ ຂຶ້ນມາແຈກແຈ່ງ ອອກອະທິບາຍເປັນໝວດໝູ່ໃນທຸກຫົວຂໍ້ ແລະ ວິເຄາະຈົນລະອຽດຊັດເຈນໃຫ້ຈົບເປັນເລື່ອງໆ ລວມອະທິບາຍທັ່ງໝົດ 18 ເລື່ອງຄື ຂັ້ນ 5 ອາຍະຕະນະ 12 ທາຕຸ 18 ອະຣິຍະສັດຈ໌ 4 ອິນຊີ 22 ປະຕິຈະສະມຸປບາດທ໌ ສະຕິປັດຖານ 4 ສັມມັປປະທານ 4 ອິນທິບາດທ໌ 4 ໂພດຊົງຄ໌ 7 ມັກມີອົງຄ໌ 8 ຍານ ອັບປະມັດຍາ ສີລ 5 ປະຕິສັມພິທາ 4 ຍານປະເພດຕ່າງໆ ແລະ ສິ່ງເລັກນ້ອຍອື້ນໆອີກວ່າດ້ວຍອະກຸສົນທັມຕ່າງໆ ອະທິບາຍເລຶ່ອງໃດ ກໍຮຽກວ່າ ວິພັງຄ໌ ຂອງເລື່ອງນັ້ນ ເຊັ່ນ ອະທິບາຍຂັ້ນທ໌ 5 ກໍຮຽກວ່າ ຂັນທະວິພັງຄ໌ເປັນຕົ້ນລວມມີ 18 ເລືອງ.
        ເຫຼັ່ມທີ 36 ມີ 2 ຄໍາພີຄື: ທາຕຸຄາຖາ ນໍາຂໍ້ທັມໃນມາຕິກາທັ່ງຫຼາຍ ແລະ ຂໍ້ທັມອື້ນໆອີກ 125 ມາຈັດເຂົ້າໃນຂັນທ໌ 5 ອາຍະຕະນະ 12 ແລະ ທາຕຸ 18 ວ່າຂໍ້ໃດຈັດເຂົ້າໄດ້ຫຼືບໍ່ໄດ້ໃນແຕ່ລະຢ່າງ ແລະ ປຸຄະລະບັນຍັດຕິ ບັນຍັດຕິຄວາມໝາຍຂອງຊື່ທີ່ໃຊ້ຮຽກບຸກຄົນຕ່າງໆ ຕາມຄຸນນະທັມ ເຊັ່ນວ່າ ໂສດາບັນ ໄດ້ແກ່ບຸກຄົນຜູ້ລະສັງໂຫຍດນ໌ 3 ໄດ້ແລ້ວ ດັ່ງນີ້ເປັນຕົ້ນ.
        ເຫຼັ່ມທີ 37 ກະຖາວັດຖຸຄໍາພີທີ່ພຣະໂມກຄະລີບຸດເຖຣະ ປະທານການທໍາສັງຄາຍະນາຄັ້ງທີ 3 ຮຽບຮຽງຂຶ້ນເພື່ອແກ້ຄວາມເຫັນຜິດຂອງນິກາຍຕ່າງໆໃນພຣະພຸດທະສາສນາຄັ້ງນັ້ນ ຊິ່ງໄດ້ແຕກແຍກກັນອອກໄປເຖິ່ງ 18 ນິກາຍ ເຊັ່ນ ຄວາມເຫັນວ່າ ພຣະອະຣະຫັນເສື່ອມຈາກອະຣະຫັນຕະຜົນໄດ້ ເປັນພຣະອະຣະຫັນພ້ອມກັບການເກິດໄດ້ ທຸກຢ່າງເກິດຈາກກັມ ເປັນຕົ້ນ ປະພັນເປັນຄໍາປຸສາວິສັດຊະນາ ມີທັ່ງໝົດ 219 ກະຖາ.
        ເຫຼັ່ມທີ 38 ຍະມະກະ(ຍມກ) ພາກ 1 ຄໍາພີຍະມະກະນີ້ອະທິບາຍຫຼັກທັມສໍາຄັນໃຫ້ເຫັນຄວາມໝາຍ ແລະ ຂອບເຂດຢ່າງຊັດເຈນ ແລະ ທົດສອບຄວາມຮູ້ຢ່າງລຶກຊຶ້ງ ດ້ວຍວິທີການຕັ້ງຄໍາຖາມຍ້ອນກັນເປັນຄູ່ໆ ( ຍະມະກະ ແປວ່າເປັນຄູ່)ຕົວຖາມວ່າ ທັມທັງປວງທີເປັນ ກຸສົນ ເປັນຮູບຂັນ ຫຼື ວ່າ ທັມທັງປວງທີ່ເປັນກຸສົນມູນ ເປັນ ກຸສົນຣ໌ ຮູບ(ທັ້ງໝົດ)ເປັນຮູບຂັນ ຫຼື ວ່າຮູບຂັນທ໌ (ທັ່ງໝົດ) ເປັນທຸກຂະສັດຈ໌ ຫຼືວ່າ ທຸກຂະສັດຈ໌ (ທັ່ງໝົດ) ເປັນທຸກຂ໌ ຫຼັກທັມທັມທີ່ນໍາມາອະທິບາຍໃນເຫຼັ່ມນີ້ 7 ຄື ມູຣ (ເຊັ່ນກຸສົນມູນຣ໌) ຂັນທ໌ ອາຍະຕະນະ ທາຕຸ ສັດຈະ ສັງຂາຣ໌ ອະນຸສັຍ ຖາມຕອບ ອະທິບາຍເລື່ອງໃດ ກໍຮຽກວ່າ ຍະມະກະ ຂອງເລື່ອງນັ້ນໆ ເຊັ້ນ ມູລະຍະມະກະ ຂັນທະຍະມະກະ ເປັນຕົ້ນ             ເຫຼັ່ມນີ້ຈຶ່ງມີ 7 ຍະມະກະ.
        ເຫຼັ່ມທີ 39 ຍະມະກະ(ຍມກ) ພາກ 2 ຖາມຕອບອະທິບາຍຫຼັກທັມເພີ່ມເຕີມຈາກພາກ 1 ອີກ 3 ເລື່ອງຄື ຈິດຕ໌ຍະມະກະ ທັມຍະມະກະ (ອຸສົນ - ອະກຸສົນ - ອັບພະຍາກະຕະທັມ) ອິນຊີຍະມະກະຈົນຮອນ10ຍະມະກະ.
       ເຫຼັ່ມທີ 40 ປັດຖານະ(ປັດຖານ) ພາກ 1 ຄໍາພີປັດຖານະ ອະທິບາຍປັດຈັຍ 24 ໂດຍພິດສະດານສະແດງຄວາມສໍາພັນອີງອາສັຍເປັນປັດຈັຍແກ່ກັນແຫ່ງທັມທັ່ງຫຼາຍໃນແງ່ດ້ານຕ່າງໆ ທັມທີ່ນໍາມາອະທິບາຍກໍຄື ຂໍ້ທັມທີ່ມີໃນມາຕິກາຄືແມ່ບົດ ຫຼື ບົດສະຫຼຸບທັມ ຊຶ່ງກ່າວໄວ້ແລ້ວໃນຕອນຕົ້ນຄໍາພີສັງຄະນີ(ສັງຄິນີ)ນັ້ນເອງ ແຕ່ອະທິບາຍສະເພາະ 122 ມາຕິກາທໍາອິດທີ່ຮຽກວ່າ ອະພິທັມມາຕິກາ ປັດຖານະເຫຼັ່ມທໍາອິດນີ້ ອະທິບາຍຄວາມໝາຍຂອງປັດຈັຍ 24 ເປັນການປູພື້ນຄວາມເຂົ້າໃຈເບື້ອງຕົ້ນກອນ ຈາກນັ້ນຈຶ່ງເຂົ້າສູ້ເນື່ອງຫາຂອງເຫຼັ່ມຄື ອະນຸໂລມ ຕິກປັດຖານະ ອະທິບາຍຄວາມເປັນປັດຈັຍແກ່ກັນແຫ່ງທັມທັ້ງຫຼາຍໃນແມ່ບົດຊຸດ 3(ຕິກມາຕິກາ) ໂດຍປັດຈັຍ 24 ນັ້ນ ເຊັ່ນວ່າ ກຸສົນລະທັມເປັນປັດຈັຍແກ່ກຸສົນລະທັມໂດຍອຸປະນິສັຍປັດຈັຍຢ່າງໃດ ກຸສົນທັມເປັນປັດຈັຍແກ່ອະກຸສົນທັມໂດຍອຸປະນິສັຍປັດຈັຍຢ່າງໃດ ກຸສົນທັມເປັນປັດຈັຍແກ່ອະກຸສົນທັມໂດຍອາຣັມມະນະປັດຈັຍຢ່າງໃດ ຯລຯ (ເຫຼັ່ມນີ້ອະທິບາຍແຕ່ໃນເຊິ່ງອະນຸໂລມ ຄື ຕາມນັຍປົກກະຕິ ບໍ່ອະທິບາຍຕາມນັຍປະຕິເສທ໌ ຈຶ່ງຮຽກວ່າ ອະນຸໂລມປັດຖານະ).
        ເຫຼັ່ມທີ 41 ປັດຖານະ(ປະຖານ) ພາກ 2 ອະນຸໂລມຕິປັດຖານະ ຕໍ່ຄື ອະທິບາຍຄວາມເປັນປັດຈັຍແກ່ກັນແຫ່ງທັມທັ່ງຫຼາຍໃນແມ່ບົດຊຸດ 3 ຕໍ່ຈາກເຫຼັ່ມ 40 ເຊັ່ນ ອະດີດ ທັມເປັນປັດຈັຍແກ່ປັດຈຸບັນທັມໂດຍອາຣັມມະນະປັດຈັຍ(ພິຈາຣະນາຮູບ ສຽງ ເປັນຕົ້ນ ທີ່ດັບເປັນອະດີໄປແລ້ວ ວ່າເປັນຂອງບໍ່ທ່ຽງ ເປັນທຸກ ເປັນອະນັດຕາ ເກີດຄວາມໂທມະນັດຂຶ້ນ ຯລຯ) ເປັນຕົ້ນ.
        ເຫຼັ່ມທີ 42 ປັດຖານະ ພາກ 3 ອະນຸໂລມທຸກປັດຖານະ ອະທິບາຍຄວາມເປັນປັດຈັຍແກ່ກັນແຫ່ງທຸກທັມທັ່ງຫຼາຍໃນແມ່ບົດຊຸດ 2 (ທຸກມາຕິກາ) ເຊັ່ນ ໂລກີຍະທັມເປັນປັດຈັຍແກ່ໂລກີຍະທັມໂດຍອາຣັມມະນະປັດຈັຍ(ຮູບປາຍະຕະນະເປັນປັດຈັຍແກ່ຈັກຂຸວິນຍານ ຯລຯ ດັ່ງນີ້ເປັນຕັ້ນ.
        ເຫຼັ່ມທີ 43 ປັດຖານະ ພາກ 4 ອະນຸໂລມທຸກປັດຖານະຕໍ່ ອະທິບາຍປັດຖານະຕາມລໍາດັບ.
        ເຫຼັ່ມທີ 44 ປັດຖານະ ພາກ 5 ຍັງເປັນອະນຸໂລມປັດຖານະ ແຕ່ອະທິບາຍຄວາມເປັນປັດຈັຍແກ່ກັນແຫ່ງທັມທັ່ງຫຼາຍໃນແມ່ບົດຕ່າງໆຂ້າມຊຸດກັນໄປມາ ປະກອບດ້ວຍອະນຸໂລມທຸກຕິກປັດຖານະ ທັມໃນແມ່ບົດຊຸດ 2 (ທຸກມາຕິກາ) ໂຍງກັບທັມໃນແມ່ບົດຊຸດ 3 (ຕິກມາຕິກາ) ເຊັ່ນ ອະທິບາຍ “ກຸສົນທັມທີ່ເປັນໂລກຸຕະຣະທັມເປັນປັດຈັຍແກ່ກຸສົນທັມທີ່ເປັນໂລກີຍະທັມ ໂດຍອະທິປະຕິປັດຈັຍ” ເປັນຢ່າງຝດ ເປັນຕົ້ນ ອຸນຸໂລມຕິກທຸກປັດຖານະທັມໃນແມ່ບົດຊຸດ 3 (ຕິກມາຕິກາ) ໂຍງກັບທັມໃນແມ່ບົດຊຸດ 2 (ທຸກມາຕິກາ) ອະນຸໂລມຕິກຕິກປັດຖານະທັມໃນແມ່ບົດຊຸດ 3 (ຕິກມາຕິກາ) ໂຍງກັບທັມໃນແມ່ບົດຊຸດ 3 (ຕິກມາຕິກາ)ໂຍງຣະຫວ່າງຕ່າງຊຸດກັນ ເຊັ່ນ ອະທິບາຍ “ກຸສົນລະທັມທີ່ເປັນອະດີທັມ ເປັນປັດຈັຍແກ່ກຸສົນທັມທີ່ເປັນປັດຈຸບັນທັມ” ເປັນຢ່າງໃດ ເປັນຕົ້ນ ອະນຸໂລມທຸກທຸກປັດຖານະ ທັມໃນແມ່ບົດຊຸດ 2 (ທຸກມາຕິກາ) ກັບທັມໃນແມ່ບົດຊຸດ 2 (ທຸກມາຕິກາ) ໂຍງຣະຫວ່າງຕ່າງຊຸດກັນ ເຊັ່ນ ຊຸດໂລກີຍະໂລກຸຕະຣະ ກັບຊຸດສັງຕະອະສັງຂະຕະ ເປັນຕົ້ນ.
        ເຫຼັ່ມທີ 45 ປັດຖານະ ພາກ 6 ເປັນປັນຈະນີຍະປັດຖານະ ຄື ອະທິບາຍຄວາມເປັນປັດຈັຍແກ່ກັນແຫ່ງທັມທັ້ງຫຼາຍຢ່າງເຫຼັ່ມກອ່ນໆນັ້ນເອງ ແຕ່ອະທິບາຍແງ່ປະຕິເສດແຍກເປັນ ປັນຈະນີຍະປັດຖາຄື ປັນຈະນີຍະ (ປະຕິເສທ໌+ປັນຈະນີຍ໌ (ປະຕິເສທ໌) ເຊັ່ນວ່າາທັມທີ່ບໍ່ແມ່ນກຸສົນ ອາສັຍທັມທີ່ບໍ່ແມ່ນກຸສົນເກີດຂຶ້ນໂດຍເຫດປັດຈັຍເປັນຢ່າງໃດ ອະນຸໂລມປັນຈະນີຍະປັດຖານະ ຄື ອະນຸໂລມ+ປັນຈະນີຍ໌(ປະຕິເສດ) ເຊັ່ນ ອາສັຍໂລກິຍທັມ ທັມທີ່ບໍ່ແມ່ນໂລກຸຕະຣະທັມ ເກີດຂຶ້ນໂດຍເຫດປັດຈັຍ ເປັນຢ່າງໃດ ປັນຈະນີຍານຸໂລມປັດຖາຄື ປັນຈະນີຍ໌(ປະຕິເສດ)+ ອະນຸໂລມ ເຊັ່ນ ອາສັຍທັມທີ່ບໍ່ແມ່ນກຸສົນທັມທີ່ເປັນອະກຸສົນ ເກີດຂຶ້ນໂດຍເຫດປັດຈັຍເປັນຢ່າງໃດ ແລະ ໃນທັ້ງ 3 ແບບນີ້ ແຕ່ລະແບບຈະອະທິບາຍໂດຍໃຊ້ທັມມໃນແມ່ບົດຊຸດ 3 ແລ້ວຕໍ່ດ້ວຍຊຸດ 2 ແລ້ວຂ້າມຊຸດລະຫວ່າງຊຸດ 2 ກັບຊຸດ 3 ຊຸດ 3 ກັບຊຸດ 2 ຊຸດ 3 ກັບຊຸດ 2 ກັບ ຊຸດ 2 ຈົນຄົບທັ່ງໝົດຄືກັນ ດັງນັ້ນແຕ່ລະແບບຈຶ່ງແຍກຊອຍລະອຽດອອກໄປເປັນ ຕິກ -ທຸກ - ທຸກຕິກ - ຕິກທຸກ - ຕິກຕິກ - ທຸກທຸກ - ຕາມລໍາດັບ(ຂຽນໃຫ້ເຕັ້ມເປັນປັນຈະມີຍະຕິກປັດຖານະ ປັນຈະນີຍະທຸກປັດຖານະ ປັນຈະນີຍະທຸກຕິກປັດຖານະ ຯລຯ ດັ່ງນີ້ຈົນເຖິ່ງທ້າຍສຸດຄື ປັນຈະນີຍານຸໂລມທຸກທຸກປັດຖານະ.)
        ພຣະອະຖະກະຖາຈານກ່າວວ່າ ພຣະໄຕຣປີດົກມີເນື່ອຫາທັງໝົດ 84000 ພຣະທັມມະຂັນແບ່ງເປັນ ພຣະວິນັຍປີດົກ 21,000 ພຣະທັມມະຂັນ ພຣະສູດຕັນຕະປີດົກ 21,000 ພຣະທັມມະຂັນ ພຣະອະພິທັມ 42,000 ພຣະທັມມະຂັນ.


-----------------------


ໝາຍເຫດ: ຫຼັງຈາກທ່ານອ່ານແລ້ວກະລຸນາຂຽນຄອມເມັນບອກວ່າ ອັກຂະລະໃດມີ່ຜິດ ເພາະຜູ້ຂຽນບໍມີທີມງານຊວຍໃນການກອດແກ້ ມີແຕ່ຄວາມສັດທາ ແລະ ປາດຖະໜາດີ (ຄົນດຽວ) 



Share on Google Plus

About ສຽງທັມvoice

This is a short description in the author block about the author. You edit it by entering text in the "Biographical Info" field in the user admin panel.

0 ความคิดเห็น:

แสดงความคิดเห็น