ການບວດຮຽນໃນພຣະພຸດທະສາດສະໜາ


ມູນເຫຕຸເເຫ່ງການບວດ ໃນສະໄຫມບູຮານ ຄົນທີ່ອອກບວດຍ່ອມບວດເພາະຊາຣາເຈັບເປັນ ຈົນຊັບ ສິ້ນຍາຕິຂາດມິດ ສໍາຫລັບພຣະພຸດທະເຈົ້າ ພຣະອົງຄ໌ຜາຣົບຄວາມເກີດ ເເກ່ ເຈັບ ຕາຍ ຈຶ່ງອອກບວດ ສ່ວນຄົນທຸກວັນນີ້ ບວດຕາມປະເພນີ ເມື່ອອາຍຸຄົບກໍາໜົດບວດ ບວດເເກ້ບະບົນກໍມີ ບວດຊົດໃຊ້ນີ້ບຸນຄຸນຂອງພໍ່ເເມ່ກໍ່ມີ. 

ຄົນທີ່ຄວນໃຫ້ບວດ 

ຜູ້ຈະບວດ (ບວດພຣະ) ຕ້ອງມີອາຍຸຄົບ 20 ປີບໍຣິບູນ 1 ເປັນຄົນມີອາຊີບຊອບທັມ ມີຫລັກຖານບໍ່ມີໜີ້ສີນ 1 ມີຄວາມປະພຶດດີ ບໍ່ສູບຝິ່ນກິນຢາມາ ສຸຣາ ຢາເສບຕິດ ເເລະອື່ນໆ 1 ມີຄວາມຮູ້ອ່ານອອກຂຽນໄດ້ 1 ເປັນຜູ້ປາດສະຈາກໂທດ ມີຮ່າງກາຍສົມບູນ: ບໍ່ຊະຣາທຸບພົລພາບ ຫຼື ພິການ 1 ມີສະມະນະບໍຣິຂານຄົບຖືກຕ້ອງຕາມພຣະວິນັຍ 1 ກ່າວຄໍາຂໍບວດໄດ້ຖືກຕ້ອງດ້ວຍຕົວເອງ. ຜູ້ບໍ່ມີລັກສະນະດັ່ງກ່າວນີ້ຈຶ່ງຄວນໃຫ້ບວດ 
ຄົນທີ່ບໍ່ຄວນໃຫ້ບວດ 

ຄົນທີ່ບໍ່ຄວນໃຫ້ບວດ
ຄືຄົນທີ່ມີອາຍຸບໍ່ຄົບ 20 ປີ1 ຜູ້ມີຄວາມຜິດໜີອາຍາເເຜ່ນດິນ1 ຄົນຫລົບໜີຣາຊການ1 ຄົນມີຄະດີຄ້າງໂຮງຄ້າງສານ1 ຄົນທີ່ຖືກຕັດສິນຈໍາຄຸກຖານເປັນຜູ້ຮ້າຍສໍາຄັນ1 ຄົນຖືກຫ້າມອຸປະສົມບົດໂດຍເດັກຂາດທາງພຣະພຸດທະສາສນາ1 ຜູ້ມີພະຍາອັນຕິດຕໍ່ໄປໂດຍງ່າຍ1 ຄົນມີອະໄວຍະວະພິການໄຮ້ຄວາມສາມາດ ຈົນບໍ່ອາດປະຕິບັຕິສາສນະກິຈ ໄດ້ສະດວກ1. ບໍ່ມີບາດ ເເລະ ຈີວອນ1 ເເລ້ວຍັງຕ້ອງຫ້າມຕາມປະເພນີຄືວັນຂຶ້ນ ຫຼື ເເຮມ 14 ຄໍາ ຫ້າມບວດນາກ ຫຼື ທໍາກິຈະກັມອັນໃດຕ່າງໆ ກ່ຽວກັບພຣະ ທ່ານວ່າໄວ້ດັ່ງນີ້ຄື ສົງຄ໌ 14 ນາຣິ 11 ສົມຣົດ 7 ປົງສົບ 15 ດັ່ງນີ້ເປັນຕົ້ນ.

ການຮຽນ

ເມື່ອບວດເເລ້ວ ຕ້ອງມີການຮຽນ ຜູ້ບວດຈະຕ້ອງເປັນຜູ້ຄົງເເກ່ຮຽນສົມກັບຊາວບ້ານ ເຂົານິຍົມນັບຖື ວ່າ: ບວດຮຽນຂຽນອ່ານ ພຣະທັມວິນັຍ (ພຣະສູຕຣ໌, ພຣະວິນັຍ, ພຣະອະພິທັມ) ໃຫ້ຮູ້ຂໍ້ວັດປະຕິບັຕິ. (ຖ້າບວດເເລ້ວບໍ່ຮຽນເຂົາວ່າ: ບວດລັບບວດຫລີີ້ນ ບວດລອງ ບວດຄອງປະເພນີ ບວດບໍ່ໜີສົງສານ ບວດຂີ້ໃສ່ຖານ ບວດຜານເຂົ້າສຸກ ບວດສຸບຫົວນອນ ບວດເພື່ອສະນຸກສະໜານ ບວດຜານຄອງວັດ. ສໍາຫລັບບວດມາເພື່ອສຶກສາຮໍ່າຮຽນນັ້ນ: ສະໄໝກ່ອນເພິ່ນເເບ່ງຊັ້ນຮຽນອອກເປັນ 3 ຕອນຄື ບັ້ນຕົ້ນ, ບັ້ນກາງ, ບັ້ນປາຍ ເເຕ່ລະຂັ້ນມີດັ່ງນີ້: 

ບັ້ນຕົ້ນ

1. ສູຕຣ໌ມົນຕ໌ນ້ອຍ: ຄື ຕັ້ງມຸງຄຸນນ້ອຍໄດ້ເເກ່ເຈັດຕໍານານ ສູຕຕ໌ມົຕຕ໌ ຫລວງ ຄື ຕັ້ງມຸງຄຸນຫລວງ ໄດ ເເກ່ 12 ຕໍານານ ໄຊຍ໌ນ້ອຍ ໄຊຍ໌ໃຫຍ່ ທ່ອງຈົນໄດ້ຕິດປາກ ຕິດຄໍ ຈົນຈົບບໍຣິບູນ.
2. ສູຕຣ໌ມົນຕ໌ກາງ: ຄື ທັມມະຈັກກັບປະວັດຕະນະສູຕຣ໌ ມະຫາສະມະຍະສູຕຣ໌ ອະທິດຕະປະຣິຍະສູຕຣ໌ ອະນັດຕະລັກຂະນະສູຕຣ໌ ມາຕິການ ເເຈ້ກ ອະພິທັມເຈັດຄັມພີຣ໌ ພຣະວິນັຍ, ພຣະສູຕຣ໌.
3. ສູຕຣ໌ມົນຕ໌ປາຍ ຄື ສັດທາ (ປາລີມູລະກັດຈາຍນະສູຕຣ໌ ອະພິທັມມັດຖະສັງຄະຫະປາລີ) ປາຕິໂມກຂ໌ບາລີທ່ອງໃຫ້ໄດ້.

ບັ້ນກາງ

1. ຮຽນສູຕຣ໌ ມູລກັຈຈາຍນະ ເຣີ່ມຈາກ ສະມັນຍາພິທານສົນທິ ເປັນຕົ້ນໄປເໝືອນຮຽນ ບາລີໄວຍາກຣນ໌ໃນປັດຈຸບັນ.
2. ເເປຄັມພີຣ໌ບາລີ ອັດຖະກະຖາທັງ 5 ຄື ວິນັຍອັດຖະກະຖາ ອາທິກັມ ອັດຖະກະຖາປາຈິຕຕິຍ໌ ອັດຖະກະຖາຈຸລະວັກ ອັດຖະກະຖາມະຫາວັກ ອັດຖະກະຖາປະຣິວາຣວັກ.
3. ອັດຖະກະຖາທັມມະບົທບາລີ 8 ພາກ.

ບັ້ນປາຍ

1. ຄັມພີຣ໌ທະສະຊາຕິບາລີ
2. ມັງຄະລັດຖະທີປະນີບາລີ
3. ອັດຖະກະຖາວິສຸດທິມັກບາລີ 
4. ອັດຖະກາຖາອະພິທັມມັດຖະສັງຄະຫະບາລີ.

==============
ເອກກະສານອ້າງອີງ

1. ປື້ມຄູ່ມືການບັນພະຊາ ແລະ ອຸບປະສົມບົດ 
2. ປື້ມ ພຣະປາຕິໂມກບາລີ-ແປໂດຍຍົກສັບ ແລະ ຄູ່ມືສັງຄະກັມ ພິທີຕ່າງໆ ຂອງລາວ20ມີນາ ພ.ສ. 2545 
3. ປື້ມວິນັຍພາກສອງ 
4. ປື້ມ ວັດທະນະທຳ ແລະ ປະເພນີບູຮານລາວ/ຮຽບຮຽງໂດຍ: ຄໍາຜຸນ ພິລາວົງສ໌ 
ໜັງສືຄູ່ມື ພຸດທະມະກະ 15 ພຶດສະພາ ພ.ສ. 2547 / ສະຫວັນນະເຂດ ມໍຣະດົກວັດທະນະທັມລາວລ້ານຊ້າງ ຮວບຮວມ ຮຽບຮຽງໂດຍ: ມະຫາທອງຄໍາ ຫລ່ຽມບຸນເຮືອງ ປ.ຣຽນ. B.A. 10 ມີນາ 2546
Share on Google Plus

About ສຽງທັມvoice

This is a short description in the author block about the author. You edit it by entering text in the "Biographical Info" field in the user admin panel.

0 ความคิดเห็น:

แสดงความคิดเห็น