ກິດຂອງການບວດມີ2ຢ່າງ


ກິດທັງ 2 ຢ່າງນີ້ລວມເຂົ້າກັນເອີ້ນວ່າ ບອກອະນຸສານ ການບອກອະນຸສານນີ້ຕ້ອງບອກໃນ ລຳດັບແຫ່ງການອຸບປະສົມບົດແລ້ວ ພຣະອຸບປັດຊາບອກເອງກໍ່ໄດ້ ໃຫ້ພຣະກັມມະວາຈາບອກກໍ່ໄດ້.

1. ບຸບພະກິດ (ກິດເບື້ອງຕົ້ນ) ຂອງການອຸປະສົມບົດມີ 9 ຢ່າງຄື

1. ໃຫ້ບັນພະຊາ
2. ໃຫ້ຂໍນິສັຍ
3. ໃຫ້ຖືອຸປັດຊາຍ໌
4. ຕັ້ງຊື່ເປັນພາສາມັກຄົດທ໌ ໃຫແກ່ຜູ້ຈະບວດ ( ໂດຍທົວໄປນິຍົມໃຊ້ ນາຄະ ພຣະອຸປັດຊາຍ໌ໃຊ້ ຕິສສະ)
5. ບອກບາດ ແລະ ຈີວອນ ການບອກບາດ ແລະ ຈີວອນນີ້ ພຣະອຸປັດຊາບອກກໍ່ໄດ້ ພຣະກັມມະວາຈາຈາຣຍ໌ບອກກໍ່ໄດ້
6. ສັ່ງໃຫ້ຜູ້ອຸປະສົມບົດ ອອກໄປຢືນຂ້າງນອກ ໃຫ້ຫ່າງຈາກທ້າຍຫັດຖະບາດ 12 ສອກ ເປັນຢ່າງນ້ອຍ ພາຍໃນຣະຍະ 12ສອກ ເປັນອຸປະຈາຣະແຫ່ງສົງຄ໌
7. ສົມມຸດຕິຕົນເອງວ່າ ຫຼື ພິຂຸອື່ນໃຫ້ເປັນຜູ້ຊັກຊ້ອມ ອັນຕຣາຍຍິກະທັມ ແກ່ຜູ້ອຸປະສົມບົດ (ອາຈາຣຍ໌ສູດ 2 ອົງຄ໌ ) ສູດອົງຄ໌ດຽວ ອາດຈະມີຜິດພາດ ແລະ ຕົກຫລົ່ນ ຖ້າອຸປະສົມບົດຫຼາຍອົງ໌ ຊົງອະນຸຍາດໃຊ້ອຸປະສົມບົດພ້ອມກັນໄດ້ເທື່ອລະ 2 ອົງຄ໌ 3 ອົງຄ໌ ແຕ່ໃຫ້ມີອຸປັດຊາຍ໌ດຽວກັນ ບໍ່ຊົງອະນຸຍາດຫຼາຍກວ່າ 3 ອົງຄ໌ ເພາະຕັ້ງແຕ່ 4 ອົງຄ໌ຂື້ນໄປເທົ່າກັບຈຳນວນສົງຄ໌
8. ຮຽກນາກເຂົ້າມາ ໃຫ້ຂໍ້ອຸປະສົມບົດ
9. ສົມມຸຕິຕົນເອງ ຫຼື ພິຂຸອື່ນໃຫ້ເປັນຜູ້ສອບຖາມອັນຕະຣາຍິກະທັມແກ່ຜູ້ອຸປະສົມບົດມນທ່າມກາງສົງຄ໌

2. ປັຈສິຈ ( ກິດສຸດທ້າຍ ) ຂອງການອຸບປະສົມບົດມີ 6 ຢ່າງຄື

1. ວັດແທກເງົາແດດເບິ່ງເວລາໃນທັນໃດ ປັນຈຸບັນນີ້ກຳນົດເວລາດ້ວຍນາລິກາ ແທນການວັດແທກເງົາແດດ.
2. ບອກປະມານແຫ່ງຣະດູຄື ບອກເດືອນ ປັກຂະ ແລະ ດິຖີແຫ່ງຣະດູໃນບັດນີ້ ບອກພຸດທະສັກຣາຊດ້ວຍ
3. ສ່ວນບອກແຫ່ງວັນໄດ້ແກ່ການບອກຍາມ ແຕ່ໃນບັດນີ້ ບໍ່ໄດ້ບອກກັນແລ້ວ
4. ບອກສັງຄີຕິ (ຄືປະມວນນັບຄະນະສົງຄ໌) ກິດຂໍ້ນີ້ ອຸປັດຊາຍ໌ ເພິງຈົດລົງໃນພັບ ຫຼື ເອກະສານໃຫ້ໄວ້ເອີ້ນວ່າ ໃບສາຍາ
5. ບອກນິສັຍ 4 ຄື ບອກກິດທີ່ຄວນເຮັດ 4
6. ບອກອະກະຣນິກິດ 4 ຄື ກິດທີ່ບໍ່ຄວນເຮັດ 4
========

ເອກກະສານອ້າງອີງ

1. ປື້ມຄູ່ມືການບັນພະຊາ ແລະ ອຸບປະສົມບົດ
2. ປື້ມ ພຣະປາຕິໂມກບາລີ-ແປໂດຍຍົກສັບ ແລະ ຄູ່ມືສັງຄະກັມ ພິທີຕ່າງໆ ຂອງລາວ20ມີນາ ພ.ສ. 2545
3. ປື້ມວິນັຍພາກສອງ
4. ປື້ມ ວັດທະນະທຳ ແລະ ປະເພນີບູຮານລາວ/ຮຽບຮຽງໂດຍ: ຄໍາຜຸນ ພິລາວົງສ໌
ໜັງສືຄູ່ມື ພຸດທະມະກະ 15 ພຶດສະພາ ພ.ສ. 2547 / ສະຫວັນນະເຂດ ມໍຣະດົກວັດທະນະທັມລາວລ້ານຊ້າງ ຮວບຮວມ ຮຽບຮຽງໂດຍ: ມະຫາທອງຄໍາ ຫລ່ຽມບຸນເຮືອງ ປ.ຣຽນ. B.A. 10 ມີນາ 2546



Share on Google Plus

About ສຽງທັມvoice

This is a short description in the author block about the author. You edit it by entering text in the "Biographical Info" field in the user admin panel.

0 ความคิดเห็น:

แสดงความคิดเห็น