ກອງທຶນສົ່ງເສີມການສຶກສາບາລີພຸດທະວົງສ໌
1. ຄວາມເປັນມາ
ພາສາບາລີ ຫຼື ພາສາມະຄົຕເປັນພາສາທີ່ອົງຄ໌ສົມເດັດພຣະສັມມາສັມພຸດທະເຈົ້າຊົງໃຊ້ປະກາດ ພຣະພຸດທະສາສະໜາ ພາຍຫຼັງຕໍ່ມາບູຮານບັນດິດໄດ້ໃຊ້ເປັນພາສາຕົ້ນແບບໃນການບັນທຶກພຣະທັມ ຄຳສັ່ງສອນຂອງພຣະບໍຣົມມະສາດສະດາໃນຮູບແບບຂອງຄຳພີພຣະໄຕຣປິດົກ ອັຕຖະກະຖາ ແລະ ດີກາ ເພື່ອໃຫ້ອະນຸຊົນຄົນພາຍຫຼັງໄດ້ສຶກສາຄົ້ນຄວ້າແລ້ວນຳໄປປະພຶດປະຕິບັດ.
ດ້ວຍເຫດທີ່ຄຳສອນທາງພຸດທະສາດສະໜາໄດ້ລິດຈະນາຈາລຶກຂີດຂຽນໄວ້ເປັນພາສາບາລີລວມທັງພຣະໄຕຣປິດົກ ອັດຖະກະຖາ ແລະດີກາກໍຈານຈາລຶກເປັນພາສາບາລີ ຕະຫຼອດຈົນຄຳພີວ່າດ້ວຍ ກົດທາງໄວຍາກອນຂອງພາສາບາລີທີ່ສຳຄັນເຊັ່ນ ຄຳພີກັດຈາຍະ, ຄຳພີປະທະຣູປະສິດທິ ແລະຄຳພີ ສັດທະນີຕິໄວຍາກອນ ເປັນຕົ້ນ ກໍຍັງບໍ່ໄດ້ຮັບການແປເປັນພາສາລາວ ສ່ວນການຮຽນການສອນກໍ ຍັງບໍ່ປາກົດມີຂຶ້ນໃນປັດຈຸບັນ ຈຶ່ງຍາກຕໍ່ການສຶກສາຄົ້ນຄວ້າຂອງຄົນໃນຍຸກນີ້ ເຮັດໃຫ້ຊາວພຸດບາງກຸ່ມ ເຂົ້າໃຈເນື້ອຫາຫຼັກທັມທາງພຣະພຸດທະສາດສະໜາບໍ່ທົ່ວເຖິງແລະນຳມາເຊິ່ງການປະຕິບັດທີ່ບໍ່ຖືກຕ້ອງ ຕາມຫຼັກທັມວິນັຍ
ດັ່ງນັ້ນ ໃນປີ 2013 ກອງທຶນສົ່ງເສີມການສຶກສາບາລີພຸດທະວົງສ໌ໄດ້ກໍ່ຕັ້ງຂຶ້ນ ໂດຍພຣະ ປັນດິຕາຈາຣຍ໌ ແຮ່ສະຫວັນ ສີລາຈັນທຣ໌ ດ້ວຍການລະດົມທຶນຮອນແລະພຣະສົງສາມະເນນທີ່ມີສັດທາ ແລ້ວສົ່ງໃຫ້ໄປສຶກສາປະຣິຍັດຕິທຳສາຍທຳມະບາລີ ທີ່ປະເທດພະມ້າແລະໄທ ໂດຍເນັ້ນການຮຽນບາລີ ສາຍກັດຈາຍະນະໄວຍາກອນ ເພາະເປັນຮູບແບບ ການຮຽນທີ່ເກົ່າແກ່ທີ່ສຸດຂອງພຸດທະສາດສະໜາ ຝ່າຍເຖຣະວາດ ໂດຍສະເພາະໃນປະເທດສີລັງກາ ແລະພະມ້າໄດ້ຍຶດເປັນຮູບແບບການຮຽນມາຈົນເຖິງ ທຸກວັນນີ້ ທັງນີ້ເພື່ອຍັງປະໂຫຍດໃຫ້ເກີດຂຶ້ນຕໍ່ພຣະພຸດທະສາດສະໜາໃນລາວສືບໄປພາຍພາກໜ້າ
2. ວັດຖຸປະສົງ
ເພື່ອສ້າງພຣະສົງສາມະເນນໃຫ້ມີຄວາມຮອບຮູ້ວີຊາການທາງພຸດທະສາສະໜາ
ເພື່ອສຸ່ມໃສ່ການກໍ່ຕັ້ງສູນກາງການສຶກສາວິຊາການທາງພຸດທະສາສະໜາໃນເຂດພາກເໜືອ
ເພື່ອກຽມພ້ອມກ່ອນຈະແຕ່ງແປຄຳພີທີ່ສຳຄັນທາງພຸດທະສາສະໜາ
3. ຜູ້ດຳເນີນການ
ພຣະອາຈາຣຍ໌ແຮ່ສະຫວັນ ປັນດິໂຕ ປະທານກອງທຶນບາລີພຸດທະວົງສ໌
ພຣະອາຈາຣຍ໌ແສງມະນີ ເພັງພອນທິບ ຮອງປະທານກອງທຶນບາລີພຸດທະວົງສ໌
ພຣະອາຈາຣຍ໌ຄຳຫລ້າ ສາຣະປຸນໂຍ ຮອງປະທານກອງທຶນບາລີພຸດທະວົງສ໌
4. ກຸ່ມເປົ້າໝາຍ
ພຣະພິກຂຸສົງສາມະເນນທີ່ມີຄວາມສົນໃຈສຶກສາຫຼັກທັມໃນພຣະພຸດທະສາສະໜາ
5. ວິທີ່ດຳເນີນການ
ຫຼັງຈາກຕິດຕໍ່ສຳນັກຮຽນ ແລະປະກອບເອກະສານໜັງສືຜ່ານແດນ (PASSEPORT) ຖືກຕ້ອງ ຕາມຂັ້ນຕ້ອນແລ້ວ ຈາກນັ້ນຈັດສົ່ງພຣະສົງສາມະເນນທີ່ມີຄວາມຕັ້ງໃຈໃຫ້ເດິນທາງໄປສຶກສາພຣະປະຣິ ຍັດຕິທຳຕາມວັດຕ່າງໆ ທີ່ກຳໜົດໄວ້
6. ສຳນັກຮຽນໃນເຄື່ອຂ່າຍ
1) ວັດມະໂຊເຢັນ (Ma so yein) ຍ່າງກຸ່ງ (ປະເທດສະຫະພາບມຽນມ້າ)
2) ວັດໂມລີໂລກະຍາຣາມ ກຸງເທບມະຫານະຄອນ (ປະເທດໄທ)
3) ວັດຈາກແດງ ແຂວງສະໝຸດປາການ (ປະເທດໄທ)
4) ວັດທ່າມະໂອ ແຂວງລຳປາງ (ປະເທດໄທ)
5) ວັດພຣະທາດສີຈອມທອງ ແຂວງຊຽງໃໝ່ (ປະເທດໄທ)
7. ປະໂຫຍດທີ່ຈະໄດ້ຮັບ
ສາມາດເຂົ້າໃຈເນື້ອຄວາມບາລີພຣະໄຕປິດົກ ແລະອັດຖະກະຖາ ຕາມພຸດທະປະສົງ
ເຮັດໃຫ້ມີຄວາມພ້ອມທີ່ຈະແຕ່ງແປຕຳລາໄວ້ເປັນມໍລະດົກທັມໃນພຸດທະສາສະໜາ
ໄດ້ສາສະນະທາຍາດທີ່ມີຄວາມຮູ້ພ້ອມທັງປະຣິຍັດແລະປະຕິບັດ
8. ສະຖານທີ່ຕິດຕໍ່
ປະທານກອງທຶນສົ່ງເສີມການສຶກສາບາລີພຸດທະວົງສ໌
ພຣະປັນດິຕາຈາຣຍ໌ ແຮ່ສະຫວັນ ສີລາຈັນ
ວັດທາດສຸວັນນະຜ້າຄຳ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ
ໂທລະສັບເບີລາວ 02099938981 ເບີໄທ 0873012007
0 ความคิดเห็น:
แสดงความคิดเห็น