ພິກຂຸສັທທະວິນິຈໄສ ໂດຍ: ປ.ປັນດິຕາຈາຣຍ໌ ແຮ່ສະຫວັນ ສີລາຈັນ

ພິກຂຸສັທທະວິນິຈໄສ
ພິກຂຸຄຳນີ້ເປັນນາມມະສັບອຸກາຣັນຕ໌ໃນປຸງລິງຄ໌ທີ່ມີຄວາມໝາຍຫຼາຍຢ່າງເຊັ່ນ ຜູ້ມີຄວາມພຽນ, ຜູ້ເຜົາບາບ (a mendicant, an ascetic.), ຜູ້ຂໍ, ຜູ້ເຫັນໄພໃນວັດຕະ ແລະຜູ້ບໍລິໂພກອະມະຕະຣົດເປັນຕົ້ນ ເປັນນາມມະສັບທີ່ປາກົດຢູ່ເດຍລະດາດທົ່ວໄປຕາມວັນນະກຳບາລີທັງຊັ້ນຕົ້ນແລະຊັ້ນຫຼັງ ເຊັ່ນພຣະໄຕຣປິດົກ, ອັດຖະກະຖາ ແລະສັທທາວິເສດເປັນຕົ້ນ ໂດຍສະເພາະຜູ້ທີ່ເຄີຍອ່ານພຣະໄຕຣປິດົກຈະຄຸ້ນກັບຄຳນີ້ເປັນຢ່າງຍິ່ງ ເພາະເປັນພຸດທະດຳຣັດທີ່ພຣະຜູ້ມີພຣະພາກຊົງໃຊ້ຕັດຮຽກສະຕິພິກຂຸດ້ວຍວິພັຕອາຣະປະນະ ພະຫຸພົຈນ໌ວ່າ ພິກຂະເວ (ດູກ່ອນພິກຂຸທັງຫຼາຍ) ເປັນຕົ້ນ ແລະພິກຂຸສັບນີ້ມີເລື່ອງເລົ່າຫຼາຍຢ່າງຕາມຫຼັກພາສາສາດເຊິ່ງຜູ້ຮຽບຮຽງຈະພາທ່ານຜູ້ອ່ານມາທຳຄວາມຮູ້ຈັກກັບນາມມະສັບໃກ້ຕົວຕາມລຳດັບດັ່ງຕໍ່ໄປນີ້

I. ພິກຂຸສັບຕາມຫຼັກພາສາສາດ

ພິກຂຸສັບຈາກຄຳພີອະພິທານັປປະທີປິກາ ຫຼືວັດຈະນານຸກົມທີ່ສະແດງນາມມະສັບຫຼືຊື່ສິ່ງຂອງຕ່າງໆ ທີ່ຣິດຈະນາໂດຍພຣະໂມກຄັນລານະມະຫາເຖຣະ ປະມານສະຕະຫວັດທີ 17 ທີ່ເກາະສິງຫົນ ໄດ້ແກ່ປະເທດສີລັງກາໃນປັດຈຸບັນ ໄດ້ຮວບລວມນາມມະສັບຄຳວ່າ ພິກຂຸ ໄວ້ໃນຄາຖາທີ 409, 415, 433, 438 ເຊິ່ງບູຮານບັນດິດໄດ້ນຳມານິຍາມຄວາມໝາຍແລະວິເຄາະສັບໄວ້ດັ່ງນີ້
1. ຜູ້ຂໍ (ດ້ວຍກາຍວິນຍັດ) ມີວິເຄາະສັບວ່າ “ພິກຂະຕີຕິ ພິກຂຸ” ແລະທີ່ຊື່ວ່າພິກຂຸ ເພາະເປັນຜູ້ຂໍນີ້ມີອະທິບາຍໃນສະມັນຕະປາສາທິກາ ອັດຖະກະຖາພຣະວິນັຍປິດົກ ປາຣາຊິກກັນ ພິກຂຸປະທະພາຊະນີຍະວັນນະນາ ໜ້າ 350 ມຈຣ. ວ່າ “ຈະໄດ້ຫຼືບໍ່ໄດ້ກໍຂໍດ້ວຍອາການຂອງພຣະອະຣິຍະ” ສະນັ້ນ ຈຶ່ງຊື່ວ່າພິກຂຸຫຼືຜູ້ຂໍ ເຊິ່ງການຂໍດ້ວຍອາການຂອງພຣະອະຣິຍະໃນທີ່ນີ້ຄືບໍ່ອອກປາກຂໍເໝືອນຄົນກຳພ້າ ຄົນເດີນທາງໄກ ວະນິພົກຫຼືຍາຈົກ (ຈາກສາຣັຕຖະ.ດີກາ (ບາລີ) 2/45/62)
2. ຜູ້ເຫັນໄພໃນສັງສາຣະວັຕ ມີວິເຄາະສັບວ່າ “ສັງສາເຣ ພະຍັງ ອິກຂະຕີຕິ ພິກຂຸ”
3. ຜູ້ທໍາລາຍບາບອະກຸສົນກັມ ມີວິເຄາະສັບວ່າ “ພິນທະຕິ ປາປະເກ ອະກຸສະເລ ທັມເມຕິ ພິກຂຸ”
4. ຜູ້ຄອງຜ້າທີ່ຖືກທໍາລາຍແລ້ວ ມີວິເຄາະວ່າ “ພິນນະປະຕະທະໂຣຕິ ພິກຂຸ” ເຊິ່ງໃນຄໍາພີສະມັນຕະປາສາທິກາຂະຫຍາຍຄວາມໄວ້ໃນພິກຂຸປະທະພາຊະນີຍະວັນນະນາວ່າ “ທີ່ຊື່ວ່າພິກຂຸຜູ້ໃຊ້ຜື່ນຜ້າທີ່ຖືກທໍາລາຍນັ້ນຄືທຳລາຍດ້ວຍອາການ 3 ຢ່າງໄດ້ແກ່ (1) ທຳລາຍດ້ວຍລາຄາ ເພາະການໃຊ້ສາດຕຣາດຕັດ ໃຫ້ເປັນທ່ອນນ້ອຍທ່ອນໃຫຍ່ ຈາກແຜ່ນຜ້າທີ່ມີລາຄາ 1,000 ເມື່ອຖືກຕັດແລ້ວລາຄາຍ່ອມຕົກເຮັດໃຫ້ບໍ່ໄດ້ລາຄາເຄິ່ງໜຶ່ງຈາກລາຄາເດີມ ນີ້ຊື່ວ່າທຳລາຍດ້ວຍລາຄາ (2) ທໍາລາຍດ້ວຍສໍາຜັດ ເພາະການໃຊ້ເສັ້ນດ້າຍຫຍິບ ແຜ່ນຜ້າທີ່ມີສໍາຜັດນຸ້ມນວນເປັນສຸກ ເມື່ອໃຊ້ເສັ້ນດ້າຍຫຍິບເນື້ອຜ້າຍ່ອມມີສຳຜັດກະດ້າງ ນີ້ຊື່ວ່າ ທຳລາຍດ້ວຍສຳຜັດ ແລະ (3) ພຶ່ງຊາບການທໍາລາຍດ້ວຍສີເພາະມີຂີ້ໝ້ຽງເຂັ້ມ ແລະດ້ວຍການຍ່ອມດ້ວຍນໍ້າຝາດເປັນຕົ້ນ ເພື່ອໃຫ້ລະສີຕາມປົກກະຕິ ຕະຫຼອດຈົນການທຳຕຳໜິຜ້າດ້ວຍການວິກັບ ນີ້ຊື່ວ່າ ການທຳລາຍດ້ວຍສີ ແລະຜູ້ໃຊ້ຜ້າດ້ວຍການທຳລາຍ 3 ຢ່າງນີ້ລວມຮຽກວ່າພິກຂຸ ຫຼືຜູ້ຄອງຜ້າທີ່ຖືກທໍາລາຍແລ້ວ
5. ຜູ້ບໍລິໂພກອະມະຕະຣົສ (ຄືນິບພານ) ມີວິເຄາະວ່າ “ອະມະຕະຣະສັງ ພັກຂະຕິ ພຸນຊະຕີຕິ ພິກຂຸ”
🙏ນອກຈາກຄຳພີອະພິທານັປປະທີປິກາແລ້ວ ຄຳວ່າພິກຂຸ ຕາມຫຼັກພາສາສາດໃນວັດຈະນານຸກົມ ສັບສາສະໜາສາກົນ ອັງກິດ-ໄທ ສະບັບຣາຊະບັນດິຕະຍະສະຖານ ພິມຄັ້ງທີ 3 ພ.ສ.2552 ໜ້າ 96 ໄດ້ຮິບໂຮມສັບທະສາດຄຳວ່າພິກຂຸໄວ້ໃຫ້ງ່າຍຕໍ່ການສຶກສາຄົ້ນຄວ້າຂອງຜູ້ສົນໃຈ ເຊິ່ງໃນທີ່ນີ້ຜູ້ຮຽບຮຽງຈະນໍາສະເໜີແຕ່ບາງປະເດັ່ນດັ່ງນີ້:
🙏“Bhiksu ແປວ່າ ພິກຂຸ ເປັນຄຳທີ່ຮຽກນັກບວດຜູ້ຊາຍໃນສັງຄົມອິນເດຍບູຮານ ພຣະພຸດທະເຈົ້າຊົງນໍາມາໃຊ້ຮຽກສາວົກຂອງພຣະອົງຄັ້ງທຳອິດຕອນສະເດັດໄປໂຜດປັນຈະວັກຄີ ແລະຄໍາວ່າພິກຂຸນີ້ເປັນຄໍາສັບມາຈາກພາສາສັນສະກິດ ກົງກັບພາສາບາລີວ່າ ພິກຂຸ ເຊິ່ງມີຄວາມໝາຍຫຼາຍຢ່າງ ແລະນອກຈາກພຣະພຸດທະເຈົ້າຈະຊົງຮຽກສາວົກຂອງພຣະອົງວ່າ ພິກຂຸ ແລ້ວ ຍັງຊົງໃຊ້ຄຳອື່ນອີກເພື່ອຂະນານນາມສາວົກຂອງພຣະອົງ ເຊັ່ນ ບັນພະຊິດ, ສະມະນະ, ພຣາມ, ລືສີ, ມຸນີ ເປັນຕົ້ນ”

II.ພິກຂຸສັບຈາກພຣະໄຕຣປິດົກ

ສະຫລຸບແລ້ວພິກຂຸສັບຕາມຫຼັກພາສາສາດມີຄວາມໝາຍຫຼາຍຢ່າງ ແລະຄວາມໝາຍແຕ່ລະຢ່າງນັ້ນລ້ວນແລ້ວແຕ່ບົງບອກເຖິງການດຳເນີນຊີວິດ ໜ້າທີ່ ການເປັນຢູ່ຕາມລັກສະນະແຫ່ງຄຸນສົມບັດຂອງບຸຣຸດຜູ້ຖືບັນພະຊິດເພດໃນພຸດທະສາສະໜາ ດັ່ງເຊັ່ນໃນພຣະວິນັຍປິດົກ ມະຫາວິພັງ ພາກ 1 ໂດຍມະຫາວິທະຍາໄລ ມະຫາຈຸຣາລົງກອນ ຣາຊະວິທະຍາໄລ ໜ້າ 33 ຂໍ້ 45 ສະຫລຸບພິກຂຸສັບໄວ້ຕັ້ງແຕ່ລະດັບພິກຂຸປຸຖຸຊົນຈົນເຖິງອະຣິຍະພິກຂຸດັ່ງນີ້
“ຊື່ວ່າພິກຂຸ (ເພາະເປັນຜູ້ຂໍ, ເພາະອາໄສການທ່ຽວຂໍ, ເພາະໃຊ້ຜື່ນຜ້າທີ່ເຮັດໃຫ້ເສຍລາຄາ, ເພາະຮຽກກັນໂດຍໂວຫານ, ເພາະການປະຕິຍານຕົນ, ເພາະພຣະພຸດທະເຈົ້າຊົງບວດໃຫ້, ເພາະເປັນຜູ້ບວດດ້ວຍໄຕຣສະຣະນະຄົມ, ເພາະເປັນຜູ້ຈະເລີນ, ເພາະເປັນຜູ້ມີສາຣະ, ເພາະເປັນຜູ້ຍັງຕ້ອງສຶກສາ, ເພາະເປັນຜູ້ບໍ່ຕ້ອງສຶກສາ) ແລະ ຊື່ວ່າພິກຂຸ ເພາະເປັນຜູ້ທີ່ສົງພ້ອມພຽງກັນອຸປະສົມບົດໃຫ້ດ້ວຍຍັດຕິຈະຕຸດຖະກັມທີ່ຖືກຕ້ອງ ສົມຄວນແກ່ເຫດ” (ສາມາດເບິ່ງອັດຖາທິບາຍຂະຫຍາຍຄວາມໂດຍລະອຽດໃນສະມັນຕະປາສາທິກາ ປະຖະມະປາຣາຊິກ ພິກຂຸປະທະພາຊະນີຍະວັນນະນາ ມຈຣ.ແປ ໜ້າ 353)

III. ຈະໄດ້ຄວາມເປັນພິກຂຸດ້ວຍວິທີໃດ?

ບຸກຄົນທີ່ຈະເປັນພິກຂຸພາວະໃນພຣະພຸດທະສາສະໜາໄດ້ນັ້ນຕ້ອງຜ່ານການອຸປະສົມບົດດ້ວຍວິທີ 8 ຢ່າງນີ້ເທົ່ານັ້ນ ເຊິ່ງໃນຍຸກຕົ້ນພຣະຊົນຊີບຂອງພຣະຜູ້ມີພຣະພາກນັ້ນບໍ່ໄດ້ຈຳກັດເພດ ອາຍຸ ວັນນະ ການສຶກສາຂອງຜູ້ທີ່ຈະເຂົ້າມາເປັນພິກຂຸ ຂໍພຽງບຸກຄົນນັ້ນມີວຸດທິພາວະຄຸນນະທໍາຂັ້ນສູງພໍທີ່ຈະຮອງຮັບຢາດພຣະສັທທັມໄດ້ ພຣະບໍຣົມມະໄຕຣໂລກະນາຖກໍຊົງປະທານການອຸປະສົມບົດໃຫ້ເປັນພິກຂຸພາວະ ດັ່ງເຊັ່ນພຣະມະຫາເຖຣະນ້ອຍໜ້າໃສ່ໄວງາມນາມກະເດືອງຮຸ່ງເຮືອງແລ້ວໃນສາສະນາຂອງພຣະຊິນະວອນຕອນອາຍຸໄດ້ 7 ປີ ມີນາມມະກອນວ່າທັບພະມັນລະບຸດ ພຣະພຸດທະອົງກໍຊົງປະທານການອຸປະສົມບົດໃຫ້ພ້ອມກັບຕຳແໜ່ງເອຕະທັກຄະດ້ານຈັດແຈງເສນາສະນະ ແລະຕໍ່ມາອຸປະສົມບົດແບບຕ່າງໆ ກໍທະຍອຍກັນອອກມາຕາມພຸດທານຸຍາດໂດຍລໍາດັບດັ່ງປາກົດໃນສະມັນຕະປາສາທິກາ ແລະອັດຖະກະຖາພຣະສຸຕຕັນຕະປິດົກ ອັງຄຸຕຕະຣະນິກາຍ ທຸກະນິບາຕ ມຈຣ.ແປ ໜ້າ 95 ເປັນຕົ້ນແລະທີ່ອື່ນໆ ດັ່ງນີ້

IV ອຸປະສົມບົດ 8 ຢ່າງໄດ້ແກ່

1. ເອຫິພິກຂຸອຸປະສັມປະທາ ເປັນການປະທານອຸປະສົມບົທແກ່ພຸດທະສາວົກໃນຊ່ວງປະຖົມໂພທິການດ້ວຍພຸດທະດຳລັດພຽງວ່າ “ທ່ານຈົ່ງມາເປັນພິກຂຸເຖີດ” ເທົ່ານີ້ ພຸດທະສາວົກທັງໝົດເຫຼົ່ານັ້ນຈໍານວນ 27300 ອົງ ມີພຣະເຖຣະປັນຈະວັກຄີ 5 ອົງເປັນຜູ້ອຸປະສົມບົດດ້ວຍວິທີນີ້ເປັນຄັ້ງແຮກ ມີພຣະຍະສະກຸນລະບຸດພ້ອມດ້ວຍສະຫາຍ 54 ອົງ ພຣະພັດທະວັກຄີ 30 ອົງ ພຣະປຸ
--------------------=========
ຂອບໃຈທີ່ມາຈາກ:  ປ.ປັນດິຕາຈາຣຍ໌ ແຮ່ສະຫວັນ ສີລາຈັນ

Share on Google Plus

About ສຽງທັມvoice

This is a short description in the author block about the author. You edit it by entering text in the "Biographical Info" field in the user admin panel.

0 ความคิดเห็น:

แสดงความคิดเห็น