ປະຣິວາດສ໌ມີ 4 ຢ່າງຄື:
1. ອັປປະຕິຈສັນນະປະຣິວາສ: ຮຽກອີກຢ່າງໜຶ່ງວ່າ ຕິຕຖິຢະປະຣິວາດ
ປາຣິວາດສຳລັບຄາຣະວາດ ສຳລັບຄົນທົວໄປ.ໃຫ້ຢູ່ປະຣິວາດ
4 ເດືອນ
2. ປະຕິຈສັນນະປະຣິວາສ :ແປວ່າ ຄວນໃຫ້ເພື່ອອາບັດຕາມທີ່ປົກປິດໄວ້ເຊັ່ນ
ອາບັດວັດຖຸດຽວ ກໍ່ຂໍຢູ່ຕາມວັນທີ່ປົກປິດໄວ້
3. ສຸທທັນຕະປະຣິວາສ: ໝາຍເຖິງອາບັດທີ່ຕ້ອງແລ້ວປົກປິດໄວຈົນບໍ່ຈື່ໄດ້ທັງຈຳນວນ
ແລະ ຣາຕີ
ຈື່ໄດ້ແຕ່ບາງຈຳນວນເມື່ອຂໍຕ້ອງປະມວນຈຳນວນແລະຣາຕີເຂົ້າກັນແລ້ວຢູ່ໄປຈົນເຫັນວ່າບໍຣິສຸດແລ້ວຈຶ່ງຂໍອັມພານ.
4. ສະໂມທານະປະຣິວາສ: ແບງອອກເປັນ 3 ເພດຄື
1.
ໂອທານະສະໂມທານ
ໝາຍເຖິງອາບັດ ຫຼາຍກວ່າຈຳນວນດຽວ ແຕ່ມີວັນປິດໄວເທົ່າກັນເຊັ່ນຕ້ອງອາບັດ 2
ຄັ້ງແລ້ວປິດໄວ້ຄັ້ງລະ 5 ວັນຕ້ອງໄດ້ຢູ່ 5 ວັນ.
2.
ອັຄຄະສະໂມທານ
ໝາຍເຖິງອາບັດໂຕດຽວ ຜິດຫຼາຍຄັ້ງແຕ່ປິດໄວ້ບໍ່ເທົາກັນໃຫ້ເອົາຈຳນວນປິດໄວ້ ຫຼາຍເປັນເກນ.
3.
ມິສສະກະສະໂມທານ
ໝາຍເຖິງອາບັດຫຼາຍໂຕແລະປົກປິດໄວ້ບໍ່ເທົ່າກັນ
ໃຫ້ປະມວນເອົາຈຳນວນປິດທີ່ຫຼາຍກວ່າໝູ່ເປັນເກນ.
====
0 ความคิดเห็น:
แสดงความคิดเห็น