ກິດຂອງການບວດມີ 2 ຢ່າງ


ກິດຂອງການບວດມີ 2 ຢ່າງຄື
ກິດທັງ 2 ຢ່າງນີ້ລວມເຂົ້າກັນເອີ້ນວ່າ ບອກອະນຸສານ ການບອກອະນຸສານນີ້ຕ້ອງບອກໃນ ລຳດັບແຫ່ງການອຸບປະສົມບົດແລ້ວ ພຣະອຸບປັດຊາບອກເອງກໍ່ໄດ້ ໃຫ້ພຣະກັມມະວາຈາບອກກໍ່ໄດ້.
I. ບຸບພະກິດ (ກິດເບື້ອງຕົ້ນ) ຂອງການອຸປະສົມບົດມີ 9 ຢ່າງຄື
1. ໃຫ້ບັນພະຊາ
2. ໃຫ້ຂໍນິສັຍ
3. ໃຫ້ຖືອຸປັດຊາຍ໌
4. ຕັ້ງຊື່ເປັນພາສາມັກຄົດທ໌ ໃຫແກ່ຜູ້ຈະບວດ (ໂດຍທົວໄປນິຍົມໃຊ້ ນາຄະ ພຣະອຸປັດຊາຍ໌ໃຊ້ ຕິສສະ)
5. ບອກບາດ ແລະ ຈີວອນ ການບອກບາດ ແລະ ຈີວອນນີ້ ພຣະອຸປັດຊາບອກກໍ່ໄດ້ ພຣະກັມມະວາຈາຈາຣຍ໌ບອກກໍ່ໄດ້
6. ສັ່ງໃຫ້ຜູ້ອຸປະສົມບົດ ອອກໄປຢືນຂ້າງນອກ ໃຫ້ຫ່າງຈາກທ້າຍຫັດຖະບາດ 12 ສອກ ເປັນຢ່າງນ້ອຍ ພາຍໃນຣະຍະ 12 ສອກ ເປັນອຸປະຈາຣະແຫ່ງສົງຄ໌
7. ສົມມຸດຕິຕົນເອງວ່າ ຫຼື ພິຂຸອື່ນໃຫ້ເປັນຜູ້ຊັກຊ້ອມ ອັນຕຣາຍຍິກະທັມ ແກ່ຜູ້ອຸປະສົມບົດ (ອາຈາຣຍ໌ສູດ 2 ອົງຄ໌ ) ສູດອົງຄ໌ດຽວ ອາດຈະມີຜິດພາດ ແລະ ຕົກຫລົ່ນ ຖ້າອຸປະສົມບົດຫຼາຍອົງ໌ ຊົງອະນຸຍາດໃຊ້ອຸປະສົມບົດພ້ອມກັນໄດ້ເທື່ອລະ 2 ອົງຄ໌ 3  ອົງຄ໌ ແຕ່ໃຫ້ມີອຸປັດຊາຍ໌ດຽວກັນ ບໍ່ຊົງອະນຸຍາດຫຼາຍກວ່າ 3 ອົງຄ໌ ເພາະຕັ້ງແຕ່ 4 ອົງຄ໌ຂື້ນໄປເທົ່າກັບຈຳນວນສົງຄ໌
8.  ຮຽກນາກເຂົ້າມາ ໃຫ້ຂໍ້ອຸປະສົມບົດ
9. ສົມມຸຕິຕົນເອງ ຫຼື ພິຂຸອື່ນໃຫ້ເປັນຜູ້ສອບຖາມອັນຕະຣາຍິກະທັມແກ່ຜູ້ອຸປະສົມບົດມນທ່າມກາງສົງຄ໌
II. ປັຈສິຈ ( ກິດສຸດທ້າຍ ) ຂອງການອຸບປະສົມບົດມີ 6 ຢ່າງຄື
1. ວັດແທກເງົາແດດເບິ່ງເວລາໃນທັນໃດ ປັນຈຸບັນນີ້ກຳນົດເວລາດ້ວຍນາລິກາ ແທນການວັດແທກເງົາແດດ.
2. ບອກປະມານແຫ່ງຣະດູຄື ບອກເດືອນ ປັກຂະ ແລະ ດິຖີແຫ່ງຣະດູໃນບັດນີ້ ບອກພຸດທະສັກຣາຊດ້ວຍ
3. ສ່ວນບອກແຫ່ງວັນໄດ້ແກ່ການບອກຍາມ ແຕ່ໃນບັດນີ້ ບໍ່ໄດ້ບອກກັນແລ້ວ
4. ບອກສັງຄີຕິ (ຄືປະມວນນັບຄະນະສົງຄ໌) ກິດຂໍ້ນີ້ ອຸປັດຊາຍ໌ ເພິງຈົດລົງໃນພັບ ຫຼື ເອກະສານໃຫ້ໄວ້ເອີ້ນວ່າ ໃບສາຍາ
5. ບອກນິສັຍ 4 ຄື ບອກກິດທີ່ຄວນເຮັດ 4
6. ບອກອະກະຣນິກິດ 4 ຄື ກິດທີ່ບໍ່ຄວນເຮັດ 4

Share on Google Plus

About ສຽງທັມvoice

This is a short description in the author block about the author. You edit it by entering text in the "Biographical Info" field in the user admin panel.

0 ความคิดเห็น:

แสดงความคิดเห็น