ນິຍາມຄວາມຮັກ l ໂດຍ: ດໍາຣົງ ພ.ທັມມິກະມຸນີ


ດໍາຣົງ ພ.ທັມມິກະມຸນີ (2015:146) ກ່າວວ່າ: “ຄວາມຮັກ” ຕາມຫຼັກການຂອງພຣະພຸດທະສາສະໜາມີຢູ່ 2 ປະການໃຫຍ່ຄື ຮັກແບບຕັນຫາກັບສະເໜ່ຫາ ແລະ ຄວາມຮັກແບບເມດຕາ ໃນຄວາມຮັກແບບເມດຕານັ້ນຍັງແຍກອອກໄປໄດ້ອີກ 2 ຢ່າງຄື ຮັກແບບຈໍາເພາະເຈາະຈົງ ແລະ ຮັກແບບບໍ່ມີປະມານມີຄວາມຮັກສະເໝີທົ່ວໜ້າກັນ. ຄວາມຮັກປະການທີໜຶ່ງ ທີ່ຮັກແບບຕັນຫາກັບສະເໜ່ຫານັ້ນ ເປັນຄວາມຮັກມັກຢາກໄດ້ເຂົາມາເພື່ອເຮັດໃຫ້ຕົນເອງມີຄວາມສຸກເປັນຄວາມປາຖະໜາຕໍ່ບຸກຄົນ ຫຼື ສິ່ງທີ່ຈະເອົາມາບໍາລຸງສະໝອງຄວາມສຸກຂອງຕົນ ມັກຄົນນັ້ນ ເພາະວ່າຈະເອົາມາສະໜອງຄວາມຕ້ອງການ ມາຊ່ວຍບໍາລຸງສະໝອງໃຫ້, ເຮັດໃຫ້ຕົນມີຄວາມສຸກໄດ້ ອັນໃດທີ່ເຮັດໃຫ້ຕົນມີຄວາມສຸກກໍພໍໃຈ ຕ້ອງການມັນ ນີ້ຄືຄວາມຮັກແບບທີໜຶ່ງ ທີ່ເອີ້ນວ່າ ຮັກແບບຕັນຫາສະເໜ່ຫາ ເຊິ່ງມີຫຼາຍທົ່ວໄປໃນຄູ່ໜຸ່ມສາວຊາວບ້ານ, ແຕ່ຄວາມຮັກປະການທີສອງຄືຢາກໃຫ້ເຂົາມີຄວາມສຸກ ຫຼື ປາຖະໜາໃຫ້ຄົນອື່ນຢູ່ດີມີສຸກ ຄວາມຮັກນີ້ເຮົາເຫັນໄດ້ໃນຄອບຄົວລະຫວ່າງພໍ່ແມ່ກັບລູກ ເປັນຕົ້ນ ເຫັນໄດ້ວ່າຄວາມຮັກສອງແບບນັ້ນກົງກັນຂ້າມກັນເລີຍ ຄວາມຮັກແບບໜຶ່ງຈະເອົາມາ ທາງພຣະເອີ້ນວ່າ ຣາຄະຕັນຫາ ຄວາມຮັກແບບທີສອງເພື່ອຈະໃຫ້ໄປ ເອີ້ນວ່າ ເມດຕາ.
=======
ບົດຄວາມບ່າງຕອນໃນ ບົດຈົບຊັ້ນເລື່ອງ: ລົດຊາດຂອງວັນນະຄະດີ ໃນບົດເລື່ອງ “ສັງສິນໄຊ” ເຫຼັ້ມ ໑ ໂດຍ ມະຫາສີລາ ວີລະວົງສ໌, ໂດຍກຸ່ມນັກສຶກສາຄະນະສຶກສາສາດ. ພຣະ ແສງດາວັນ ຊຸມພົນພັກດີ, ພຣະ ສຸລະບຸດ ແສນທະວີສຸກ 
Share on Google Plus

About ສຽງທັມvoice

This is a short description in the author block about the author. You edit it by entering text in the "Biographical Info" field in the user admin panel.

0 ความคิดเห็น:

แสดงความคิดเห็น