ຍອດຂອງຄວາມອັນຕະລາຍ...ກໍ່ຄືວາມຕາຍ
ອະທິບາຍ: ຄົນເຮົາທຸກຄົນຢ້ານຕໍ່ຄວາມອັນຕະລາຍ, ຢ້ານຕໍ່ໄພພິບັດຕ່າງໆ ຍອດຂອງຄວາມອັນຕະລາຍກໍ່ຄືວາມຕາຍ ຖ້າບໍ່ຢ້ານຄວາມຕາຍເສຍແລ້ວອັນຕະລາຍຢ່າງອື່ນໆກໍຫາມີຄວາມໝາຍ ການທຳຄວາມຂຸ້ນເຄີຍກັບຄວາມຕາຍໂດຍການໝັນລະນຶກເຖິ່ງຄວາມຕາຍຢູ່ສະເໝີວ່າຊີວິດຂອງຄົນເຮົາກຳລັງໄຫລໄປສູ່ຄວາມຕາຍ ເຊັ້ນດ່ຽວກັບກະແສ່ແຫ່ງນ້ຳໃນແມ່ນໍ້າໃຫຍ່ທີ່ກຳລັງໄຫລໄປສູ່ທະເລເຮົາຫ້າມນ້ຳບໍ່ໄຫ້ໄຫລໄປບໍ່ໄດ້ສັນໃດ..ເຮົາກໍຫ້າມຊີວິດຂອງເຮົາບໍ່ໃຫ້ຕາຍບໍ່ໄດ້ສັນນັ້ນ ເຮົາຕ້ອງຕາຍແນ່ເພາະຊີວິດຄືການເດີນທາງໄປສູ່ຄວາມຕາຍ ວັນຄືນທີ່ຜ່ານໄປຄືກ້າວໜຶ່ງໆທີ່ເຮົາເຂົ້າໃກຄວາມຕາຍເຂົ້າໄປທຸກວິນາທີ ຄວາມຕາຍກໍຄືຄວາມຈິ່ງແຫ່ງຊີວິດ.
(08. ລີລາວະດີ. ຕ.8)
=====
0 ความคิดเห็น:
แสดงความคิดเห็น