ທຸກກາຍ, ທຸກໃຈເພາະຮັກ


ທຸກກາຍເປັນສິ່ງທີ່ພໍທົນໄດ້ ແຕ່ທຸກໃຈນີ້ທົນໄດ້ຍາກນັກ
    ເຈົ້າເຊື່ອຫຼືວ່າຄວາຍຕາຍຈະຊ່ວຍເຈົ້າພົ້ນທຸກແຕ່ຖ້າເຈົ້າເຊື່ອກໍ່ຈະເປັນການທຳລາຍຕົນເອງ ຄວາມທຸກບໍ່ໄດ້ຢູ່ທີແຂງຂາ ມື,ຕີນ, ຫົວໃຈ , ປອດ ກະໂຫຼກສີສະ ຫຼື ສ່ວນໃດສ່ວນໜິ່ງຂອງຮ່າງກາຍ ແຕ່ຢູ່ທີ່ຈິດໃຈ ຮ່າງກາຍເປັນແຕ່ພຽງວັດຖຸຍາບໆ ບໍ່ຮູ້ເລືອງຮູ້ລາວອັນໃດທັງສິ້ນໃຈຕ່າງຫາກເປັນຜູ້ແບກທຸກເມື່ອຮາງກາຍຕາຍລົງໄປ ຈິດໃຈກໍຍັງມີການສືບຕໍ່ໄປອີກ ຍັງຈະຕ້ອງເກີດອີກ ແລະ ອາດຈະນຳເອົາຄວາມສຸກ, ຄວາມທຸກ,ຄວາມເສົ້າໝອງ ຫຼື ຄວາມບໍລິສຸດສະອາດໄປນຳໄດ້
      ສະນັ້ນຄວາມຕາຍຈິ່ງບໍ່ແມ່ນທີ່ສິ້ນສຸດຂອງສຸກ ຫຼື ທຸກ ການຂ້າຕົວຕາຍເປັນການທຳຮ້າຍຮ່າງກາຍເຊິ່ງບໍ່ຮູ້ເລືອງຮູ້ລາວອັນໃດເລີຍໃຫ້ຕາຍໄປຢ່າງບໍ່ມີປະໂຫຍດ ການຂ້າຕົວຕາຍເພື່ອໃຫ້ພົ້ນທຸກ ເປັນການແກ້ທຸກທີ່ຜິດທີ່ ຕົວຢ່າງເຊັນຊາຍຄົນໜຶ່ງຖືກເຂົາດ່າວ່າ ແລ້ວເກີດຄວາມເຈັບໃຈເປັນທຸກເລີຍເອົາໄພເຜົາບ້ານຂອງຕົວເອງຈົນບ້ານຖືກໄພເຜົາ ລາບລ່ຽບໄປເມື່ອບ້ານເຮືອນທີ່ບໍ່ຮູ້ເລືອງຮູ້ລາວນຳກາຍເປັນເຖົາທ່ານໄປແລ້ວເຂົາພົ້ນທຸກໄດ້ຫຼື ບໍ່ເລີຍກັບຈະເປັນທຸກໜັກຂື້ນ ເພາະທຸກບໍ່ໄດ້ຢູ່ທີ່ບ້ານເຮືອນແຕ່ຫາກຢູ່ທີ່ຈິດໃຈຂອງເຂົານັ້ນເອງ ສະນັ້ນເມືອໃຈເປັນທຸກກໍ່ຕ້ອງແກ້ທີ່ໃຈຢ່າໄປທຳຮາຍຮາງກາຍທີ່ບໍ່ຮູ້ເລືອງນຳ.

ຮັກທີ່ຈະຫຼີ້ນກິລາ............ຕອ້ງຕຽມຕົວຮັບທັງສະນະແລະພ່າຍແພ້
ຮັກທີ່ຈະສອບແຂງຂັນ....ຕ້ອງຕຽມຮັບທັງໄດ້ແລະຕົກ
ຮັກທີ່ຈະຫວັງອັນໃດ........ຕ້ອງຕຽມຮັບທັງສົມຫວັງແລະຜິດຫວັງ
ຜູ້ເບິງໂລກໃນສອງດ້ານຕຽມຕົວພ້ອມຢູ່ທຸກເມື່ອຍ່ອມຍິ້ມສະເໝີທັງເວລາທີ່ພ່າຍແພ້ແລະສະນ

======
ໝາຍເຫດ: ບາງຕອນໃນວະວະນິຍາຍເລືອງ ລີລາວະດີ 
ໂດຍ: ໂພທິນັນທະ ແປ
https://www.youtube.com/watch?v=P1UUonxm3b4
Share on Google Plus

About ສຽງທັມvoice

This is a short description in the author block about the author. You edit it by entering text in the "Biographical Info" field in the user admin panel.

0 ความคิดเห็น:

แสดงความคิดเห็น