ພຣະທັມ ຫຼື ທັມມະນັ້ນເປັນໜຶ່ງໃນໄຕຣສະຣະນະຄົມທີ່ພຸດທະບໍລິສັດເທີດທູນບູຊາ ຍຶດເປັນທີ່ເພິງຕະຫຼອດຊີວິດຕາມກຳລັງແຫ່ງອິນຊີຂອງໃຜລາວແລະທັມມະນີ້ນອກຈາກຊາວພຸດທະບໍລິສັດຈະເຄົາລົບບູຊາແລ້ວ ແມ້ແຕ່ອົງພຣະບໍລົມມະສາດສະດາຜູ້ເປັນພຣະທັມມະຣາຊາ ຫຼືທັມມັສສາມີ (ເຈົ້າຂອງທັມ) ດັ່ງມີວິເຄາະໃນຄັມພີອະພິທານວັນນະນາວ່າ ອະມະຕັສສະ ທາຕາ ທັມມັສສາມີ ຕະຖາຄະໂຕ. (ພຣະພຸດທະເຈົ້າຜູ້ຊົງປະທານອະມະຕະທັມ ຜູ້ເປັນເຈົ້າຂອງທັມ) ກໍ່ຍັງຊົງໃຫ້ຄວາມເຄົາລົບເທີດທູນບູຊາ ດັ່ງມີປາກົດໃນປະຣະມັຕຖະທີປະນີ ອັດຖະກະຖາຂຸດທະກະນິກາຍ ຈະຣິຍາປິດົກ ຕອນເລີມຕົ້ນຄັມພີວ່່າພຣະຈະຣິຍາສົມບູນດ້ວຍວິດຊາແລະຈະຣະນະນຳສັດອອກຈາກໂລກດ້ວຍພຣະທັມໃດ ຂ້າພະເຈົ້າ (ໄດ້ແກ່ອາຈານພຸດທະໂຄສະ) ຂໍນະມັດສະການພຣະທັມອັນອຸດົມນັ້ນ ອັນພຣະສັມມາສັມພຸດທະເຈົ້າຊົງບູຊາແລ້ວ.
ສະນັ້ນ ແທ້ຈິງແລ້ວຂອບເຂດຂອງຄຳວ່າທັມມະຢູ່ໃສ? ພຣະພຸດທະເຈົ້າທັງຫຼາຍຊົງບູຊາທັມມະປະເພດໃດ? ແລະ ທັມມະທີ່ຄຸ້ນຫູກັນວ່າທັມມະຄືທຳມະຊາດນີ້ພໍແລ້ວຫຼືບໍ ທີ່ຈະເປັນທີ່ເພິງ ທີ່ລະນຶກເຖິງ ທີ່ນອບນ້ອມບູຊາຂອງເຮົາທ່ານທັງຫຼາຍ?
ນິຍາມສັບຄຳວ່າ ທັມມະ
ໃນຄັມພີອະພິທານັບປະທີປິກາ ທີ່ຣິດຈະນາໃນຊ່ວງສະໄໝພຸດທະສະຕະວັດທີ 17 ໂດຍ ພຣະໂມກຄັນລານະມະຫາເຖຣະ ແຫ່ງວັດມະຫາເຊຕະວັນ ເກາະສິງຫົນຫຼືປະເທດສີລັງກາໃນປັດຈຸບັນ ເຊິງຄັມພີດັ່ງກ່າວໄດ້ນິຍາມ ທັມມະ ສັບໄວ້ 14 ຄວາມໝາຍດ້ວຍກັນ ໃນຄາຖາທີ 784 ດັ່ງນີ້ຄື
1.ທັມມະ ຄື ສະພາວະທັມ ເຊັ່ນ: ກຸສະລາ ທັມມາ ອະກຸສະລາ ທັມມາ ອັພຍາກະຕາ ທັມມາ (ສະພາວະທັມອັນເປັນກຸສົນ, ສະພາວະທັມອັນເປັນອະກຸສົນ ສະພາວະທັມອັນເປັນອັບພະຍາກິດ)
2. ທັມມະ ຄື ປະຣິຍັຕ ເຊັ່ນ: ອິທະ ພິກຂະເວ ພິກຂຸ ທັມມັງ ປະຣິຍາປຸນາຕິ ສຸຕຕັງ ເຄີຍຍັງ ເວີຍຍາກະຣະນັງ...ເປັນຕົ້ນ (ພິກຂຸໃນທັມວິນັຍນີ້ ຍ່ອມສຶກສາຮ່ຳຮຽນປະຣິຍັດຕິທັມ ຄື ສຸດຕະ, ເຄີຍຍະ, ເວີຍຍາກຣະນະ, ຄາຖາ, ອຸທານ, ອິຕິວຸຕຕະກະ, ຊາດົກ, ອັບພູຕະທັມ ແລະເວທັລລະ)
3. ທັມມະ ຄື ປັນຍາ ເຊັ່ນ: ສັຈຈັງ ທັມໂມ ທິຕິ ຈາໂຄ ທິດຖັງ ໂສ ອະຕິວັຕຕະຕິ (ຜູ້ມີສັດຈະ ປັນຍາ ຄວາມພຽນ ການສະຫຼະ ເໝືອນທ່ານນັ້ນ ຍ່ອມລ່ວງພົ້ນສັດຕູໄດ້)
4. ທັມມະ ຄື ຄວາມສົມຄວນ ເຊັ່ນ: ທັມມານຸທັມມະປະຕິປັຕຕິ (ປະຕິບັດຕາມສົມຄວນແກ່ທັມ)
5. ທັມມະ ຄື ສັຈຈະ ເຊັ່ນ: ທິດຖະທັມໂມ ປັຕຕະທັມໂມ ວິທິຕະທັມໂມ (ເຫັນສັຈຈະທັມ ບັນລຸທັມ ຮູ້ທັມແຈ່ມແຈ້ງແລ້ວ)
6. ທັມມະ ຄື ປົກກະຕິ,ທຳມະດາ ເຊັ່ນ: ຊາຕິທັມມານັງ ພິກຂະເວ ສັຕຕານັງ ເອວັງ ອິຈສາ ອຸປປັຊຊະຕິ (ຄວາມປາຖະໜາຍ່ອມເກີດຂຶ້ນແກ່ສັດຜູ້ມີຄວາມເກີດເປັນທຳມະດາ ຢ່າງນີ້)
7. ທັມມະ ຄື ບຸນ ເຊັ່ນ: ທັມໂມ ສຸຈິນໂນ ສຸຂະມາວະຫາຕິ (ບຸນທີ່ບຸກຄົນບຳເພັນດີແລ້ວ ຍ່ອມນຳສຸກມາໃຫ້)
8. ທັມມະ ຄື ເຍີຍຍະທັມ 5 ໄດ້ແກ່ ສັງຂາຣ ລັກສະນະ ນິພພານ ວິການ ແລະບັນຍັດ, ດັ່ງຕົວຢ່າງ ເຊັ່ນ: ສັພເພ ທັມມາ ສັພພາກາເຣນະ ພຸທທັສສະ ພະຄະວະໂຕ ຍານະມຸເຂ ອາປາຖັງ ອາຄັຈ - ສັນຕິ (ເຍີຍຍະທັມທັງປວງ ຍ່ອມມາປາກົດຊັດໃນຍານຂອງພຣະຜູ້ມີພຣະພາກເຈົ້າ ໂດຍອາການທຸກຢ່າງ)
9. ທັມມະ ຄື ຄຸນ ເຊັ່ນ ສັນນັງ ພຸທທະທັມມານັງ (ພຸດທະຄຸນ 6)
10. ທັມມະ ຄື ຄວາມປະພຶດ
11. ທັມມະ ຄື ສະມາທິ ເຊັ່ນ: ເອວັງທັມມາ ເຕ ພະຄະວັນໂຕ ອະເຫສຸງ (ພຣະຜູ້ມີພຣະພາກເຫຼົ່ານັ້ນ ຊົງມີສະມາທິທັມເຊັ່ນນີ້)
12. ທັມມະ ຄື ຄວາມບໍ່ແມ່ນສັດ ເຊັ່ນ: ທັມເມສຸ ທັມມານຸປັສສີ ວິຫະຣະຕິ (ມີປົກກະຕິເຫັນທັມໃນທັມຢູ່)
13. ທັມມະ ຄື ອາບັຕ ເຊັ່ນ: ຈັຕຕາໂຣ ປາຣາຊິກາ ທັມມາ (ອາບັດປາຣາຊິກ 4)
14. ທັມມະ ຄື ເຫດ ເຊັ່ນ: ເຫຕຸມຫິ ຍານັງ ທັມມະປະຕິສັມພິທາ (ຄວາມຮູ້ແຕກສານໃນເຫດ ຊື່ວ່າ ທັມມະປະຕິສັມພິທາ)
ທັມມະ ທີ່ປາກົດໃນອັດຖະກະຖາພຣະສູຕຕັນຕະປິດົກ
ທັມມະ ສັບທີ່ໄດ້ຫຍິບຍົກມາຈາກຄັມພີອະພິທານນັ້ນ ມີປາກົດຢູ່ທົ່ວໄປຕາມຄັມພີພຣະໄຕຣປິດົກແລະອັດຖະກະຖາ ເຊັ່ນ ໃນຄັມພີ ສັທທັມມະປະກາສິນີ ອັດຖະກະຖາຂຸທທະກະນິກາຍ ປະຕິສັມພິທາມັຄ ຕອນວ່າດ້ວຍ ທັມມະຖິຕິຍານ ໄດ້ນິຍາມຄຳວ່າ ທັມມະ ໄວ້ໃນຄວາມໝາຍວ່າ ສະພາວະ, ປັນຍາ, ບຸນ, ບັນຍັດ, ອາບັດ, ປະຣິຍັດ, ນິສສັຕຕະຕາ, ວິກາຣ, ຄຸນ, ປັດຈັຍ, ປັດຈະຍຸປບັນເປັນຕົ້ນ.
ວ່າໂດຍສັງເຂບແລ້ວ ທັມມະ ສັບ ທີ່ປາກົດໃນຄຳເລີມຕົ້ນຂອງຄັມພີສັທທັມມະປະກາສິນີ ອັດຖະກະຖາຂຸທທະກະນິກາຍ ປະຕິສັມພິທາມັຄ ໄດ້ໃຫ້ຄວາມໝາຍ ທັມມະ ໂດຍຫຍໍ້ວ່າໄດ້ແກ່ ປັດຈັຍ ເພາະປັດຈັຍນັ້ນຍ່ອມປຸ່ງແຕ່ງ ຄືຍ່ອມໃຫ້ເປັນໄປ ກ່າວຄືຍ່ອມໃຫ້ເຖິງເຊິ່ງຜົນນັ້ນ ໆ ສະນັ້ນ ຈຶ່ງຮຽກວ່າ ທັມມະ. ແຕ່ເມື່ອວ່າໂດຍປະເພດແລ້ວ ທັມມະ 5 ປະການເຫຼົ່ານີ້ຄື: ເຫດໃຫ້ເກີດຜົນຢ່າງໃດຢ່າງໜຶ່ງ 1 ອະຣິຍະມັຄ 1 ພຣະບາລີອັນພຣະຜູ້ມີພຣະພາກເຈົ້າຕັດແລ້ວ 1 ກຸສົນ 1 ອະກຸສົນ 1 (ສະນັ້ນ) ບັນດິດພຶ່ງຊາບວ່າ ທັມມະ (ໂດຍປະເພດດັ່ງນີ້)
ທັມມະ ທີ່ປາກົດໃນ ອັດຖະກະຖາວິນັຍປິດົກ
ສ່ວນໃນຄັມພີ ສະມັນຕະປາສາທິກາ ອັດຖະກະຖາພຣະວິນັຍ ມະຫາວິພັງຄ໌ ຕອນວ່າດ້ວຍ ເວຣັນຊະກັນດະວັນນະນາ ໄດ້ອະທິບາຍຄຳວ່າ ພຣະທັມແລະພຣະສົງຄ໌ ໄວ້ໜ້າສຶກສາຍິ່ງ ແຕ່ໃນທີ່ນີ້ ຈະອັດຖາທິບາຍສະເພາະພຣະທັມ ສະພາບທີ່ຊື່ວ່າ ທັມ ເພາະຄວາມໝາຍວ່າ ຊົງໄວ້ເຊິ່ງບຸກຄົນ ຜູ້ໃດບັນລຸມັຄ ຜູ້ກະທຳໃຫ້ແຈ້ງນິໂຣທແລ້ວ ແລະຜູ້ປະຕິບັດຢູ່ຕາມຄຳພ່ຳສອນ ບໍ່ໄດ້ຕົກໄປໃນອະບາຍ. ທັມນັ້ນ ໂດຍຄວາມໝາຍ ໄດ້ແກ່ ອະຣິຍະມັຄແລະນິພພານ. ດັ່ງພຸດທະດຳຣັດທີ່ວ່າ “ພິກຂຸທັງຫຼາຍ! ທັມທັງຫຼາຍທີ່ປັດຈັຍປຸງແຕ່ງໄດ້ ມີປະມານພຽງໃດ ອະຣິຍະມັຄມີງອົງ 8 ເຮົາກ່າວວ່າປະເສີດກວ່າທັມເຫຼົ່ານັ້ນ” ທັມນັ້ນໄດ້ແກ່ອະຣິຍະມັຄແລະນິພພານຢ່າງດຽວກໍ່ບໍ່ແມ່ນ ເຖິງແມ້ປະຣິຍັຕຕິທັມ ກັບອະຣິຍະຜົນ ກໍ່ຊື່ວ່າ ທັມ ດັ່ງພຸດທະດຳຣັດຕັດວ່າ “ທ່ານຈົ່ງເຂົ້າເຖິງພຣະທັມ ອັນເປັນທັມຄາຍຄວາມກຳໜັດ ເປັນທັມບໍ່ຫວັ່ນໄຫວ ບໍ່ມີຄວາມເສົ້າໂສກ ອັນປັດຈັຍປຸງແຕ່ງບໍ່ໄດ້ ບໍ່ປະຕິກູນ ເປັນທັມໄພເລາະ ຄ່ອງແຄ້ວ ອັນເຮົາຈຳແນກດີແລ້ວ ເພື່ອເປັນທີ່ເພິງເຖີດ”
ສະຫລຸບ
ສະຫລຸບແລ້ວ ທັມມະ ທີ່ຄຸ້ນຮູ້ກັນວ່າ ທັມມະຄືທຳມະຊາດ ຍັງບໍ່ຈັດວ່າເປັນທີ່ເພິງທີ່ເຮົາຈະນອບນ້ອມ ຈະຍຶດໜຽວເອົາເປັນສະຣະນະຕະຫຼອດຊີວິດ ເພາະ ຊາດ ຊະຣາ ມະຣະນະ ເປັນຕົ້ນກໍ່ຊື່ວ່າ ທັມມະ ກາມາວະຈອນ ເປັນຕົ້ນກໍ່ຊື່ວ່າ ທັມມະ ສິ່ງເຫຼົ່ານີ້ ລ້ວນເປັນໄປຕາມທຳມະຊາດທັງນັ້ນ ສະນັ້ນ ທັມມະທີ່ເຮົາຈະນອບນ້ອມຍຶດເອົາເປັນທີ່ເພິງນັ້ນຄືທັມມະຊະນິດທີ່ພຣະຜູ້ມີພຣະພາກເຈົ້າກໍ່ຊົງໃຫ້ຄວາ ເຄົາລົບບູຊາ ໄດ້ແກ່ປະຣິຍັດ,ວິດຊາ (ປັນຍາ), ຈະຣະນະ (ສິນແລະສະມາທິ), ອະຣິຍະມັຄ, ອະຣິຍະຜົນ ແລະນິພພານ ເມື່ອວິນຍູຊົນຮູ້ຈັກທັມມະອັນປະເສີດເຊັ່ນນີ້ແລ້ວ ກໍ່ຂໍໃຫ້ນ້ອມໃຈເຂົາມາສຶກສາ ຕາມລະນຶກເຖິງທັມມະນັ້ນໃຫ້ເນື່ອງ ໆ ເພາະທັມມະທີ່ພຣະຜູ້ມີພຣະພາກເຈົ້າຊົງສະແດງໄວ້ດີແລ້ວ ອັນມີຄວາມງາມໃນເບື້ອງຕົ້ນ ງາມໃນທ່າມກາງ ແລະງາມໃນທີ່ສຸດ ສົມບູນພ້ອມດ້ວຍອັດຖະແລະພະຍັນຊະນະ ຈະຊ່ວຍອະພິບານຕາມຮັກສາຜູ້ຕາມລະນຶກເຖິງທັມເນື່ອງ ໆ ຢ່າງນີ້ວ່າ “ສວາກຂາໂຕ ພະຄະວາຕາ ທັມໂມ ສັນທິຕຖິໂກ ອະກາລິໂກ ເອຫິປັສສິໂກ ໂອປະນະຍິໂກ ປັຈຈັຕຕັງ ເວທິຕັພໂພ ວິນຍູຫິ. ແປຄວາມວ່າ ພຣະທັມອັນພຣະຜູ້ມີພຣະພາກຕັດໄວ້ດີແລ້ວ ພຶງເຫັນດ້ວຍຕົນເອງ ບໍ່ປະກອບດ້ວຍການ ພຶງຮຽກໃຫ້ມາຊົມ ຄວນນ້ອມເຂົ້າມາໃນຕົນ ອັນວິນຍູຊົນທັງຫຼາຍຮູ້ໄດ້ສະເພາະຕົນ.” (ຄວນອ່ານລາຍລະອຽດຈາກຄັມພີວິສຸທທິມັຄແລະປະຣະມັຕຖະມັນຊູສາ ໃນກະຖາວ່າດ້ວຍ ທັມມານຸສສະຕິ) ໃຫ້ປະສົບແຕ່ຄວາມຈະເລີນຝ່າຍດຽວ ທັມມະ (ໝາຍເອົາທັມມະທີ່ຄວນນອບນ້ອມບູຊາ) ນັ້ນເປັນຣັດຕະນະອັນປະເສີດ ມີຄຸນຄ່າ ມີອານິສົງຫາປະມານບໍ່ໄດ້ ດັ່ງຄາຖາໃນຄັມພີສຸໂພທາລັງກາຣມັນຊະຣີ (ໜ້າ 209) ກ່າວວ່າ
ຈິຕຕີກະຕັງ ມະຫັຄຄັນຈະ ອະຕຸລັງ ທຸລລະພະທັສສະນັງ
ອະໂນມະສັຕຕະປະຣິໂພຄັງ ຣະຕະນັງ ເຕນະ ວຸຈຈະຕິ.
ທັມທີ່ບຸກຄົນພຶງກະທຳຄວາມເຄົາລົບ ມີຄ່າຫຼາຍ
ບໍ່ມີສິ່ງໃດປຽບ ເຫັນໄດ້ຍາກ
ເປັນເຄື່ອງບໍລິໂພກຂອງຊົນຜູ້ປະເສີດ
ດ້ວຍເຫດນັ້ນຈຶ່ງຮຽກວ່າ ຣັດຕະນະ ແລະໃນຄັມພີວິສຸດທິມັຄ ຂອງພຣະພຸດທະໂຄສະມະຫາເຖຣາຈາຣຍ໌ ໄດ້ພັນລະນາອານິສົງທັມມານຸສສະຕິໄວ້ວ່າ ກໍແລ ພິກຂຸຜູ້ປະກອບເນື່ອງ ໆ ເຊິ່ງທັມມານຸສສະຕິນີ້ ຍ່ອມເປັນຜູ້ຊື່ວ່າ ມີຄວາມເຄົາລົບ ມີຄວາມຍຳເກງໃນພຣະສາສະດາ ດ້ວຍການເຫັນພຣະທັມມະຄຸນຢ່າງນີ້ວ່າ “ໃນການອັນເປັນອາດີດ ເຮົາຍ່ອມບໍ່ພິຈາລະນາເຫັນສາສະດາຜູ້ສະແດງທັມອັນຄວນນ້ອມເຂົ້າມາໃນໃຈຢ່າງນີ້ ຜູ້ປະກອບດ້ວຍອົງຄຸນແມ້ນີ້ເລີຍ ເຖິງໃນປັດຈຸບັນນີ້ ນອກຈາກພຣະຜູ້ມີພຣະພາກເຈົ້າພຣະອົງນັ້ນ ເຮົາກໍ່ບໍ່ພິຈາລະນາເຫັນ” ດັ່ງນີ້ ເປັນຜູ້ກະທັມຄວາມອ່ອນນ້ອມຢ່າງໜັກໃນພຣະທັມ ຍ່ອມບັນລຸຄວາມໄພບູນແຫ່ງສັດທາ ເປັນຕົ້ນ ເປັນຜູ້ຍິ່ງໄປດ້ວຍປີຕິແລະຄວາມປາໂມທ ເປັນຜູ້ທົນຕໍ່ຄວາມຢ້ານກົວແລະຄວາມຕົກໃຈ ເປັນຜູ້ສາມາດກັ້ນອົດກັ້ນໄດ້ຕໍ່ທຸກຂະເວທະນາ ຍ່ອມໄດ້ຄວາມໝັ້ນໃຈວ່າໄດ້ຢູ່ຮ່ວມກັບພຣະທັມ ແລະເຖິງແມ່ນວ່າ ຮ່າງກາຍອັນທັມມານຸສສະຕິຄອບຄອງຢູ່ແລ້ວ ຍ່ອມເປັນຮ່າງກາຍທີ່ຄວນແກ່ການບູຊາເໝືອນດັ່ງເຮືອນພຣະເຈດີ ຈິດຍ່ອມນ້ອມໄປເພື່ອບັນລຸທັມອັນຍຽມຍອດ ອັນໜຶ່ງ ເມື່ອວັດຖຸທີ່ຈະພຶງລ່ວງລະເມີດປະຈອບເຂົ້າ ຫິຣິແລະໂອດຕັບປະຍ່ອມປາກົດແກ່ພິກຂຸນັ້ນ ຜູ້ພິຈາລະນາເຫັນຄວາມເປັນພຣະທັມດີຂອງພຣະທັມ ຖ້າຫາກຍັງບໍ່ແທງຕະຫຼອດ (ບັນລຸທັມ) ຂັ້ນສູງຍິ່ງຂຶ້ນ ເຂົາຜູ້ນັ້ນຍ່ອມເປັນຜູ້ມີສຸຄະຕິເປັນທີ່ໄປໃນເບື້ອງໜ້າ.
ຕັສມາ ຫະເວ ອັປປະມາທັງ ກະຍິຣາຖະ ສຸເມທະໂສ
ເອວັງ ມະຫານຸພາວາຍະ ທັມມານຸສສະຕິຍາ ສະທາຕິ.
ເພາະສະນັ້ນ ຜູ້ມີປັນຍາພຶງກະທຳຄວາມບໍ່ປະມາດ
ໃນທັມມານຸສສະຕິ ອັນມີອານຸພາບຫຼາຍຍິ່ງ ຢ່າງນີ້
ໃນການທຸກເມື່ອເຖີດ
===============
ຮຽບຮຽງໂດຍ: ພຣະປັນດິຕາຈາຣຍ໌ ແຮ່ສະຫວັນ ສີລາຈັນທຣ໌
(ທີ່ວັດພຣະທາດສຸວັນນະຜ້າຄຳ19 ສິງຫາ 2017)
(ທີ່ວັດພຣະທາດສຸວັນນະຜ້າຄຳ19 ສິງຫາ 2017)
https://www.facebook.com/permalink.php?story_fbid=1436989703035834&id=100001744555306
0 ความคิดเห็น:
แสดงความคิดเห็น