ຂໍເຊີນຮ່ວມງານບຸນສະເຫຼີມສະຫຼອງວັນວິສາຂະບູຊາສາກົນ ຄັ້ງທີ 2 ທີ່ສະໂມສອນແຂວງບໍ່ແກ້ວ ວັນທີ 16, 17, 18 ພຶດສະພາ 2019



ຂໍເຊີນພຸດທະສາສະນິກະຊົນລາວບັນດາເຜົ່າ
ຮ່ວມງານບຸນສະເຫຼີມສະຫຼອງສຸດຍອດມະຫັດສະຈັນວັນວິສາຂະບູຊາສາກົນ ຄັ້ງທີ 2
ທີ່ສະໂມສອນແຂວງບໍ່ແກ້ວ
ວັນທີ 16, 17, 18 ພຶດສະພາ 2019
ໃນງານຈະມີມະຫະກຳການສະແດງທີ່ຫຼາກຫຼາຍເຊັ່ນ
ການສະແດງລະຄອນຈຳລອງເຫດການຕອນ
ພຣະພຸດທະເຈົ້າຊະນະມານ
ແລະກິດຈະກຳເສີມຄວາມຮູ້ປະຫວັດສາດພຸດທະສາສະໜາອື່ນໆ ອີກການສະແດງ

ພິເສດວັນທີ 18 ເວລາ 6:00 ນາທີ
ຕັກບາດ 80 ພັນສາ ບູຊາພຸດທະອົງທີ່ສະໂມສອນແຂວງບໍ່ແກ້ວໆ

ວັນວິສາຂະບູຊາເປັນວັນສຳຄັນທາງພຸດທະສາສະໜາ ເພາະເປັນວັນທີ່ພຣະສຳມາສຳພຸດທະເຈົ້າປະສູດ (ເກີດ) ຕັດສະຮູ້ ປະລິນິບພານ ເຊິ່ງອົງການສະຫະປະຊາຊາດ ຫຼື UN ກໍໄດ້ກຳໜົດໃຫ້ເປັນວັນສຳຄັນສາກົນຂອງໂລກໂດຍໃຫ້ມີການຈັດງານສະເຫຼີມສະຫຼອງຂຶ້ນໃນພາກພື້ນແລະໃນໂລກໜູນວຽນກັນໃນປະເທດທີ່ມີຄວາມພ້ອມຮອບດ້ານທຸກໆ ປີ ເຊິ່ງປີນີ້ເປັນຄັ້ງທີ 16 ໂດຍມີປະເທດ ສສ. ຫວຽດນາມຮັບເປັນເຈົ້າພາບ ແລະປະເທດລາວເຮົາເອງກໍໄດ້ກໍາໜົດໃຫ້ວັນດັ່ງກ່າວເປັນວັນສຳຄັນແຫ່ງຊາດ ເຊິ່ງປີນີ້ກົງກັບວັນທີ 18/5/2019 ສາກົນ ຫຼືເດືອນ 6 ເພັງ ຂຶ້ນ 15 ຄໍ່າ ເປັນຊ່ວງທີ່ນານາອະລິຍະປະເທດທີ່ນັບຖືພຸດທະສາສະໜາກຳລັງພວມຈັດງານສະເຫຼີມສະຫຼອງຢ່າງຟົດຟື້ນ ທັງນີ້ ເພື່ອຊືມຊັບສິນທຳແລະເຊີດຊູກຽດຕິຄຸນຂອງພຣະສັມມາສັມພຸດທະເຈົ້າໃຫ້ຊາວໂລກໄດ້ຮັບຮູ້.
ການຈັດງານບຸນສະເຫຼີມສະຫຼອງສຸດຍອດມະຫັດສະຈັນວັນວິສາຂະຂຶ້ນໃນຄັ້ງນີ້ ແມ່ນແນ່ໃສ່ເພື່ອໃຫ້ປະຊາຊົນລາວບັນດາເຜົ່າ ນັກຮຽນ ນັກສຶກສາ ພຣະສົງສາມະເນນ ໄດ້ເຂົ້າໃຈເຖິງຄວາມໝາຍແລະຄວາມສໍາຄັນຂອງວັນວິສາຂະບູຊາສາກົນ.
ເຊິ່ງແຂກຜູ້ເຂົ້າຮ່ວມພິທີງານໃນເທື່ອນີ້ປະກອບມີບັນດາເຈົ້າຄະນະ ອພສ. ແຂວງ/ເມືອງ, ເຈົ້າອະທິການວັດພຣະສົງສາມະເນນຈາກ 5 ຕົວເມືອງ ແລະ ການນຳພັກລັດ 4 ພະແນກການ, ຄູອາຈານນັກຮຽນນັກສຶກສາ 5 ໂຮງຮຽນ, 1 ວິທະຍາໄລ ແລະພຸດທະສາສະນິກະຊົນຜູ້ສົນໃຈທົ່ວໄປພາຍໃນແຂວງບໍ່ແກ້ວ
 -------------
ກໍານົດການພິທີສະເຫຼີມສະຫຼອງວັນວິສາຂະບູຊາສາກົນ ຄັ້ງທີ 2

ສະຖານທີ່ສະໂມສອນແຂວງບໍ່ແກ້ວ
ລະຫວ່າງວັນທີ 16 17 18 ພຶດສະພາ ພ.ສ.2562 ຄ.ສ.2019

ວັນພະຫັດ ຂຶ້ນ 13 ຄ່ຳ ວັນທີ 16/05/2019
ທີ່ສະໂມສອນແຂວງບໍ່ແກ້ວ

ທັງວັນ
-    ເຕົ້າໂຮມຂອງທານ
-    ຫ້າງຫາດາແຕ່ງ
-    ຈັດແຈງສະຖານທີ່ແລະອື່ນໆ

ວັນສຸກ ຂຶ້ນ 14 ຄ່ຳ ວັນທີ 17/05/2019
ທີ່ສະໂມສອນແຂວງບໍ່ແກ້ວ

12:30-13:00 ນ.
ຜູ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນວິສາຂະບູຊາສາກົນ ຄັ້ງທີ 2
ເດີນທາງເຖິງຫ້ອງປະຊຸມໃຫຍ່ສະໂມສອນແຂວງບໍ່ແກ້ວ



13:00-13:40 ນ.
- ປະທານພິທີນຳພາໄຫວ້ພຣະຣັດຕະນະໄຕຣ
- ກ່າວລາຍງານການຈັດພິທີສະເຫຼີມສະຫຼອງວັນວິສາຂະບູຊາ
- ຫົວໜ້າກໍາມາທິການເຜີຍແຜ່...ກ່າວເປີດພິທີສະເຫຼີມສະຫຼອງ...
13:40-14:00 ນ.
- ຜູ້ແທນພຣະສົງ 29 ອົງ ຂຶ້ນເວທີນໍາພາສູດ ອິຕິປິໂສ





14:00-14:40 ນ.
- ອ່ານມະຫາສະມະນະພົດຂອງພຣະອາຈານໃຫຍ່ ປະທານສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ.ລາວ
- ອ່ານປະຕິນຍາສາກົນວັນວິສາຂະໂລກ
- ແປປະຕິນຍາສາກົນວັນວິສາຂະໂລກ
- ອ່ານສະດຸດິວິສາຂະບູຊາຂອງຫົວໜ້າກະຊວງພາຍໃນ
14:40-14:50 ນ.
ຮອງເຈົ້າແຂວງ ແຂວງບໍ່ແກ້ວປະກອບຄຳຄິດເຫັນ
14:50-15:00 ນ.
ປະທານແນວລາວສ້າງຊາດແຂວງ ປະກອບຄຳຄິດເຫັນ
15:00-15:10 ນ.
ພະແນກຖະແຫຼງຂ່າວແຂວງ ປະກອບຄຳຄິດເຫັນ
15:10-15:20 ນ.
ກອງບັນຊາການ ປກສ. ປະກອບຄຳຄິດເຫັນ

15:20-15:40 ນ.
ຄນັກຮຽນ ຮຮ ມສ.ສັນຕິພາບຮ້ອງບົດເພງພຣະພຸດທະເຈົ້າ
15:40-16:10 ນ.
ຟັງປາຖະກະຖາເຊີດຊູກຽດຕິຍົດພຣະທົດສະພະລະຍານ
16:10-16:40 ນ.
ຊົມການສະແດງລະຄອນພຣະພຸດທະເຈົ້າຊະນະມານ
16:40 ນາທີ
ແຂກຜູ້ມີກຽດຖ່າຍຮູບລວມກັນ

ວັນເສົາ ຂຶ້ນ 15 ຄ່ຳ ວັນທີ 18/5/2019
ທີ່ສະໂມສອນແຂວງບໍ່ແກ້ວ
5:30-6:00 ນ.
ເຕົ້າໂຮມກ້ອນກຳລັງສັດທາປະຊາຊົນ

6:00-6:30 ນ.
ພິທີໄຫ້ວພຣະຮັບສິນຟັງທັມມະເທສະໜາ
ສະຫຼອງວັນວິສາຂະບູຊາ 1 ກັນ (ພຣະອາຈານໃຫຍ່ຄຳຄູນ)
6:30-8:00 ນ.
ພິທີຕັກບາດ 80 ພັນສາບູຊາພຸດທະອົງ


8:00-11:00 ນ.
- ຊົມນິທັດສະການປະຫວັດສາດພຸດທະສາສະໜາ
- ຊົມການສະແດງລະຄອນສີລະທັມ
- ຊົມການສະແດງສິລະປະວັດທະນະທັມ
11:00-12:00 ນ.
ຖວາຍພັດຕາຫານພຣະສົງສາມະເນນ



Share on Google Plus

About ສຽງທັມvoice

This is a short description in the author block about the author. You edit it by entering text in the "Biographical Info" field in the user admin panel.

0 ความคิดเห็น:

แสดงความคิดเห็น