ຖໍ້າພຣະ ບ້ານນາຂ້າງຊ້າງແຂວງຄໍາມ່ວນ



ງາມແທ້ເດ ງາມແທ້ນໍ ງາມທຳມະຊາດ ງາມສະຖາປັດຕິຍະກຳວັດຖຸບູຮານພາຍໃນ "ຖໍ້າພຣະເຂດບ້ານນາຂ້າງຊ້າງ ແຂວງຄໍາມ່ວນ ຕາມເສັ້ນທາງສາຍເລກທີ 12 ຫ່າງຈາກຕົວເມືອງທ່າແຂກປະມານ 14 ກິໂລແມດ" 25 ຕຸລາ 2017 ແຂວງຄຳມ່ວນ ສປປລາວ
(1) ພາຍໃນຖໍ້າດັ່ງກ່າວມີພຣະພຸດທະຮູບຈໍານວນຫຼວງຫລາຍເຖິງ 229 ອົງ ແລະ ລ້ວນແຕ່ມີອາຍຸເກົ່າແກ່ກວ່າ 600 ປີ;
(2) ຢູ່ດ້ານໃນຂອງຖໍ້າມີປາຝາທີ່ສວຍງາມ ອັນເປັນທີ່ມາແຫ່ງ "ຖໍ້າຫນອງປາຝາ";
(3) ຖໍ້ານີ້ມີລັກສະນະເປັນຖໍ້າສອງຊັ້ນ, ດ້ານເທີງມີພະພຸດທະຮູບຂະໜາດນ້ອຍໃຫຍ່ເກົ່າແກ່ປະດິດສະຖານຢູ່ຕາມພັກຄ້າຍຄືຂັ້ນໄດ;
(4) ຖໍ້າດ້ານລຸ່ມແມ່ນມີນໍ້າໄຫຼລອດອອກມາຈາກຫນອງປາຝາ ແລະ ທັງສອງຖໍ້າມີຄວາມຍາວປະມານ 200 ແມັດ;
(5) ເປັນຖໍ້າທີ່ມີຄວາມງົດງາມຫລາຍ ເຕັມໄປດ້ວຍຫີນງອກຫີນຍ້ອຍ ຫຼາກຫຼາຍຂະໜາດ, ມີຮູບຮ່າງທີ່ແຕກຕ່າງກັນໄປຢັ່ງຢາຍໄປຕາມຖໍ້າ.
------

Share on Google Plus

About ສຽງທັມvoice

This is a short description in the author block about the author. You edit it by entering text in the "Biographical Info" field in the user admin panel.

0 ความคิดเห็น:

แสดงความคิดเห็น