ວັນທີ17 ສິງຫາ ພ.ສ. 2560(2017)ກະຊວງພາຍໃນຈັດກອງປະຊຸມເຜີຍແຜ່ດຳລັດ ວ່າດ້ວຍການຄຸ້ມຄອງແລະການປົກປ້ອງການເຄື່ອນໄຫວສາສະໜາ ຢູ່ໃນ ສປປລາວ ສະບັບເລກທີ 315/ລບ ລົງວັນທີ 16 ສິງຫາ 2016 ທີ່ຫໍທັມມະສະພາ ສູນກາງອົງການພຸດທະສາສະໜາສຳພັນລາວນະຄອນຫລວງວຽງຈັນ ໄດ້ເມດຕາເປັນປະທານຝ່າຍພຣະສົງ ໂດຍພຣະອາຈານໃຫຍ່ມະຫາງອນ ດຳຣົງບຸນ ປະທານສູນກາງ ອພສ. ພຣະອາຈານໃຫຍ່ມະຫາເວດ ມະເສໄນ ຮອງປະທານສູນກາງ ອພສ. ຜູ້ຊີ້ນຳວຽກກັມມາທິການເຜີຍແຜ່ສີລະທັມ ພຣະອາຈານໃຫຍ່ມະຫາຄຳມາ ປັນຍາວິຈິດ ຮອງປະທານສູນກາງ ອພສ. ຜູ້ຊີ້ນຳວຽກກັມມາທິການສາທາຣະນູປະການ ແລະປະທານຝ່າຍຄາຣະວາດ ໂດຍທ່ານຄຳມູນ ວິພົງໄຊ ຮອງລັດຖະມົນຕີ ກະຊວງພາຍໃນ ທ່ານສີສະໄໝ ແສງສະຫວ່າງ ຮອງຫົວໜ້າກົມສາສະໜາສູນກາງແນວລາວສ້າງຊາດ ມີພະສົງແລະຄາຣະວາດ ເຂົ້າຮ່ວມ ລວມ 55ອົງ/ທ່ານ
======
ຂ່າວຈາກ: ສູນກາງອົງການພຸດທະສາສະໜາສຳພັນລາວ
https://www.facebook.com/LaoLBFO/
0 ความคิดเห็น:
แสดงความคิดเห็น