ຮັກ 4 ລະດັບໃນພຸດທະສາດສະໜາ l ໂດຍ: ສາທຸໃຫຍ່ ຄໍາຈັນ



ຈ່ອຍ ສຸກສະຫວັດດີ (2010: 158) ໄດ້ອ້າງຄໍາເວົ້າຂອງສາທຸໃຫຍ່ຄໍາຈັນ ທີ່ສອນໃຫ້ລູກສິດຮູ້ຄ່າເລື່ອງຂອງ “ຄວາມຮັກ” ທີ່ເຮົາຄວນມີຕໍ່ຄົນອື່ນວ່າ ໃຫ້ຮັກແບບພຣະພຸດທະສາສະໜາ 4 ປະເພດດັ່ງນີ້: 
1. ໃຫ້ຮັກແບບເມດຕາຄື: ປາຖະໜາໃຫ້ຜູ້ອື່ນເປັນສຸກ, ໃຫ້ຄວາມຈະເລີນແກ່ຜູ້ອື່ນ ແລະ ທີ່ສຸກເຖິງທີ່ສຸດ ຄືໃຫ້ຮັກແບບບໍລິສຸດ ໂດຍບໍ່ຫວັງຜົນຫຍັງຕອບແທນກັບຄືນ.
2. ໃຫ້ຮັກແບບກະລຸນາຄື: ຊ່ວຍໃຫ້ຜູ້ອື່ນພົ້ນຈາກຄວາມທຸກເທົ່າທີ່ເຮົາຈະມີຄວາມສາມາດ ຊ່ວຍເຫຼືອເຂົາເຈົ້າໄດ້, ສົງສານຄົນທີ່ກໍາລັງເປັນທຸກດ້ວຍໃຈຮັກ ແລະ ຊື່ຕົງ.
3. ໃຫ້ຮັກແບບມຸທິຕາຄື: ໃຫ້ຄວາມຊື່ນຊົມຍິນດີ ເມື່ອເຮົາເຫັນຜູ້ໃດຜູ້ໜຶ່ງເຮັດໄດ້ໃນສິ່ງທີ່ດີ ແລະ ປະສົບຜົນສໍາເລັດ ພ້ອມສະໜັບສະໜູນ ແລະ ສົ່ງເສີມເຂົາເຈົ້າຕໍ່ໄປ.
4. ໃຫ້ຮັກແບບອຸເປກຂາຄື: ທຸກເລື່ອງທີ່ເຮົາພົບບັນຫາ ເຮົາຕ້ອງວາງໃຈທີ່ເປັນກາງ ຢ່າເຜີໄປເຂົ້າຂ້າງຕົນເອງ ຫຼື ເຂົ້າຂ້າງຄົນອື່ນ ຫຼື ເຂົ້າຂ້າງຝ່າຍທີ່ເຮົາຮັກຫຼາຍກວ່າເປັນອັນຂາດ. 
      ຖ້າຜູ້ໃດເດີນຕາມຮອຍຄວາມຮັກແບບພົມມະວິຫານ 4 ປະເພດນີ້ໄດ້ ຈະເປັນມະນຸດໂດຍສົມບູນແບບ, ຖ້າເປັນຄູ່ຮັກກໍຈະຮັກກັນໄດ້ດົນນານ. ດັ່ງຄໍາສຸພາສິດທີ່ວ່າ: “ຢູ່ກັນຮອດເຖົ້າ ເໝືອນໄມ້ເທົ້າຍອດທອງ ກະບອງຍອດເພັດ”.
======
ບົດຄວາມບ່າງຕອນໃນ ບົດຈົບຊັ້ນເລື່ອງ: ລົດຊາດຂອງວັນນະຄະດີ ໃນບົດເລື່ອງ “ສັງສິນໄຊ” ເຫຼັ້ມ ໑ ໂດຍ ມະຫາສີລາ ວີລະວົງສ໌, ໂດຍກຸ່ມນັກສຶກສາຄະນະສຶກສາສາດ. ພຣະ ແສງດາວັນ ຊຸມພົນພັກດີ, ພຣະ ສຸລະບຸດ ແສນທະວີສຸກ 
ເອກະສານອ້າງອີງ 
1. ຄົ້ນຄວ້າ ແລະ ຮຽບຮຽງ ໄພວັນ ມາລາວົງ, ຫລັກການວິຈານວັນນະຄະດີ,  ສໍານັກພິມ ໃບໂພ ຄ.ສ 2015 
2. ພຣະອາຈານ ໄພວັນ ມາລາວົງ, ພຣະເຫວດສັນດອນ ທັດສະນະວິຈານ,  ສໍານັກພິມນັກປະພັນລາວ ຄ.ສ 2015 
3.  ພິມທີ່: ໂຮງພິມຂອນແກ່ນການພິມ ອ. ເມືອງ ຈ. ຂອນແກ່ນ ຄ.ສ 2014, ສິນໄຊສອງຝັ່ງຂອງ,  (ປຶ້ມໄທ-ລາວ) 895.919 ບງ, ຫໍສະໝຸດກາງມະຫາວິທະຍາໄລແຫ່ງຊາດ 
4.  ໂດຍ: ດຣ. ທອງຄໍາ ອ່ອນມະນີສອນ, ປຶ້ມບົດບາດນາງສຸມຸນທາ ແລະ ໄຟປັນຍາສິນໄຊ,  ຄ.ສ 2011 
5.  ໂດຍ ອຸທິນ ບຸນຍາວົງ, ຊຸດມໍລະດົກວຽງຈັນ ສິນໄຊ ເຫຼັ້ມດຽວຈົບ ຈາກຄໍາກອນຂອງປາງຄໍາ ຂຽນເປັນຄໍາເວົ້າ ທໍາມະດາ, ຄ.ສ 2010 
5.  ໂດຍ: ດຣ. ທອງຄໍາ ອ່ອນມະນີສອນ, ວັດຈະນານຸກົມພາສາລາວ,  ຄ.ສ 2008, ຫໍສະໝຸດແຫ່ງຊາດ ເລກທະບຽນ 000001/08, ເລກໝູ່ໜັງສື 413.959191 ວຈ  
6.ສົມໝາຍ ເປຣມຈິດ, ມະຫາເວດສັນດອນຊາດົກ ວິເຄາະທາງສັງຄົມ ແລະ ວັດທະນະທໍາ,  (ປຶ້ມໄທ) ພ.ສ 2544, 807 ສຫມ, ຫໍສະໝຸດກາງມະຫາວິທະຍາໄລແຫ່ງຊາດ 
Share on Google Plus

About ສຽງທັມvoice

This is a short description in the author block about the author. You edit it by entering text in the "Biographical Info" field in the user admin panel.

0 ความคิดเห็น:

แสดงความคิดเห็น