ສະມາທິ


ສມາທິ (ສະມາທິ)ຄືການທີ່ຈິດຕັ້ງໝັ້ນ ບໍ່ຫວັນໄຫວໄປກັບອາຣົມພາຍນອກທີ່ມາກະທົບ ຈະຢູ່ນິ້ງກັບສິ່ງໃດ ສິ່ງໜຶ່ງ ເຊັ່ນ ອ່ານໜັງສື ຈິດຈະນິ້ງຢູ່ກັບໜັງສື ຮຽກວ່າອ່ານໜັງສືຢ່າງມີສະມາທິ ໃນທີ່ນີ້ຈໍາແນ່ກເປັນ 2 ຄື:

ອຸປຈາຣສມາທິ: ສະມາທິເປັນໄປສຽດໆ 
ອັປປນາສມາທິ: ສະມາທິອັນແນ່ວແນ່ 

1.ອຸປຈາຣສມາທິ ສະມາທິໃກ້ຄວາມສະຫງົບເຂົ້າໄປ ຄື ຈິດຂອງ ບຸກຄົນເລື່ອນລອຍໄປມາໃນອາຣົມຕ່າງໆ ແຕ່ພໍມາຈະເຣີນສະມະຖະກັມມະຖານ ພິຈາຣະນາທັມເປັນອາຣົມພໍເຖິງຈຸດໜຶ່ງຈິດຈະສະຫງົບແນ່ວແນ່ຢູ່ກັບອາຣົມທີ່ກໍານົດ ອາດຈະເປັນເວລາ 3 ນາທີ ຫຼື 4 ນາທີ ໃນທີ່ສຸດຈິດກໍອອກໄປຮັບອາຣົມພາຍນອກອີກໃນຊ່ວງທີ່ຈິດສະຫງົບຢູ່ນັ້ນ ຖືວ່າເປັນອຸປຈາຣສມາທິ ຄືສຽດໃກ້ຄວາມສະຫງົບເຂົ້າໄປຍັງບໍ່ດິ່ງລົງໄປທີດຽວ ເປັນແຕ່ສຽດໆ

2.ອັປປນາສມາທິ ຄື ຄວາມສະຫງົບອັນແນ່ວແນ່ລຸມເລິກລົງໄປ ຈົນຕັດ ອາລົມພາຍນອກໄດ້ ແມ່ນສຽງຈະຜ່ານເຂົ້າມາທາງຫູກໍບໍ່ຮັບຮູ້ຄວາມສະຫງົບນີ້ແນ່ວແນ່ໄປຈົນເຖິງຊານທັງ 4 ປະການ ເຊັ່ນນັ່ງກໍາມະຖານ 1 ຊົ່ວໂມງ ແຕ່ໃຈສະຫງົບໄດ້ເຖິງ 20ນາທີ ຫລື 30 ນາທີກໍຖືວ່າເຂົ້າຂັ້ນເຖິງອັປປນາສມາທິຈິດຕັ້ງໝັ້ນແນ່ວແນ່ ດິ່ງລົງໄປໃນອາລົມນັ້ນໂດຍບໍ່ສັ່ນຄອນລະອຽດສຸຂຸມຍິ່ງກວ່າ ອຸປຈຮສມາທິ ເວົ້າອີກຢ່າງໝຶ່ງວ່າຈິດເປັນເອກັຄຄຕາ. 
ສມາທິທັງ 2 ປະເພດນີ້ມີປະໂຫຍດແກ່ບຸກຄົນຜູ້ປະກອບການ ງານທຸກຢ່າງແຕ່ວ່າ ອຸປຈາຣສມາທິ ຍ່ອມບໍ່ອໍານວຍປະໂຫຍດໄດ້ເຕັມທີ່ຈັດເປັນຕົວສະມາທິຢ່າງແທ້ຈິງບໍ່ໄດ້ ສ່ວນອັປປນາສມາທິ ບາງແຫ່ງທານກ່າວວ່າເປັນຕົວຊານ ສາມາດໃຫ້ບຸກຄົນປະກອບການງານໄດ້ຜົນເຕັມທີ່ ທັງທາງຄະດີໂລກ ຄະດີທັມ

ຖາມ: ສະມາທິ ກັບ ວິມຸດຕິ ມີຄວາມກ່ຽວກັບຢ່າງໃດ ?
ຕອບ: ສະມາທິເປັນເຫດແຫ່ງຄວາມຫລຸດພົ້ນທີ່ຮຽກວ່າ ວິມຸດຕິ ແລະ ວິມຸດຕິເປັນຜົນຂອງສະມາທິທັງ 2 ປະເພດຕ່າງກໍເປັນອັນຍະມັນຍະປັດຈັຍແຫ່ງກັນ ແລະ ກັນ.

ຖາມ: ສະມາທິ 2 ຢ່າງໆໃດ ຍ່ອມມີໃນເມື່ອອະຣິຍະມັກເກີດຂຶ້ນ ຈົງອ້າງຫລັກໃນທີ່ ຮຽກກັນມາແລ້ວ ? 
ຕອບ: ອັປປນາສມາທິ ຍ່ອມມີໃນເມື່ອອຣິຍມັກເກີດຂຶ້ນ ມີສັມມາທິ ໃນອັດຖັງຄິກມັຄເປັນຫລັກສ້າງ.

ຖາມ: ສະມາທິ ມີຄຸນຢ່າງໃດ ທີ່ສຳເຣັດເປັນຮູປຊານ 4 ມີອາຣົມ ປະນີດກວ່າກັນຢ່າງໃດ? 
ຕອບ: ມີຄຸນ ຄື ເປັນເຄື່ອງທຳຈິດໃຈໃຫ້ໝັນຄົງ ສາມາດໃນການງານ ອຸດໜຸນກຳລັງໃຈໃຫ້ເກີດປັນຍາຢ່າງສຸຂຸມ ຄື ຮູ້ແຈ້ງຕາມເປັນຈິງ ເພາະການທຳໃຈໃຫ້ນິ້ງຈົນມີອາຣົມດຽວ ເຊັ່ນມີອາຣົມທີ່ຈະເພິ່ງຄິດພລ່ານໄປໃຫ້ເປັນໜຶ່ງດຽວ ປຽບດ້ວຍນ້ຳທີ່ໄຫລໄປທາງດຽວ ຍ່ອມແຮງກວ່າທີ່ໄຫລບ່າໄປຫລາຍທາງ ທີ່ສຳເຣັດຮູປຊານ 4 ມີອາຣົມປະນີດກວ່າກັນຢ່າງນີ້ປະຖະມະຊານມີອົງຄ໌ 5 ຄື ວິຕົກ ວິຈານ ປີຕິ ສຸ ເອກັຄຄຕາ ທຸຕິຍຊານ ມີອົງຄ໌ 3 ຄື ລະ ວິຕົກ ວິຈານ ເສັຍໄດ້ຄົງຢູ່ແຕ່ ປິຕິ ສຸຂ ເອກັຄຄະຕາ ຕະຕິຍະຊານ ລະສຸຂ ແລະ ເອກັຄຄະຕາ ໄດ້ ຈະຕຸຕຖະຊານມີອົງຄ໌ 2 ເໝືອນກັນ ລະສຸກເສັຍໄດ້ກາຍເປັນອຸເບກຂາ ກັບເອກັຄຄະຕາ.

ຖາມ: ສະມາທິ (ສະມາທິ)ກັບສມາບັດ ຕ່າງກັນ ຫຼື ເໝືອນກັນຢ່າງໃດ ? 
ຕອບ: ສມາທິ (ສະມາທິ) ຄວາມໝາຍກວ້າງກວ່າສະມາບັດຕິ ຄື ຈິດທີ່ຢັ່ງລົງໝັ່ນໃນອາຣົມອັນໜຶ່ງ ບໍ່ເຖິງນັຍວ່າຊານກໍດີ ເຖິງຊານສະມາບັດກໍດີ ຮຽກວ່າ ສະມາທິແຕ່ ສະມາບັດນັ້ນ ໝາຍເອົາສະເພາະ ຮູປຊານ 4 ອະຣູປຊານ 4 ທີ່ເປັນສ່ວນລະອຽດ.

==================
ເອກະສານອ້າງອີ້ງ

1. ປື້ມ ທັມມະບັນຍາຍ ພາກ 1
2. ປື້ມນັກທັມຊັ້ນຕຣີ
3. ປື້ມ ວັດທະນະທຳ ແລະ ປະເພນີບູຮານລາວ/ຮຽບຮຽງໂດຍ: ຄໍາຜຸນ ພິລາວົງສ໌
ໜັງສືຄູ່ມື ພຸດທະມະກະ 15 ພຶດສະພາ ພ.ສ. 2547 / ສະຫວັນນະເຂດ
ມໍຣະດົກວັດທະນະທັມລາວລ້ານຊ້າງ ຮວບຮວມ ຮຽບຮຽງໂດຍ: ມະຫາທອງຄໍາ ຫລ່ຽມບຸນເຮືອງ ປ.ຣຽນ. B.A. 10 ມີນາ 2546
6. ພາບຈາກ www.google.la images.com

Share on Google Plus

About ສຽງທັມvoice

This is a short description in the author block about the author. You edit it by entering text in the "Biographical Info" field in the user admin panel.

0 ความคิดเห็น:

แสดงความคิดเห็น