ວິທີ​ການ​ສິດສອນ​ຂອງ​ພຣະພຸດທະ​ເຈົ້າ. ບົດຄວາມໂດຍ: ພຣະ. ອຈ.ວົງເພັດ ພູມໜໍ່ສະຫວັນ


ວິທີ​ການ​ສິດສອນ​ຂອງ​ພຣະພຸດທະ​ເຈົ້າ
ບົດຄວາມໂດຍ: ພຣະອາຈານ ວົງເພັດ ພູມໜໍ່ສະຫວັນ, ບົດຈົບຊັ້ນ ຫົວຂໍ້: ບົດບາດ ແລະ ໜ້າທີ່ຂອງພຣະສົງ ໃນການເຜີຍແຜ່ສີລະທັມ.
===========================

        ກ່ອນ​ທີ່​ພຣະອົງ​ຈະ​ສະ​ແດງ​ທັມ​ໃຫ້​ແກ່ບຸ​ກຄົນ​ໃດ​ໜຶ່ງ​ນັ້ນ ຊົງ​ພິຈາລະ​ນະ​ບຸກຄົນ 4 ປະ​ເພ​ດ ເຊິ່ງໝາຍ​ເຖິງ​ບຸກຄົນ​ທີ່​ຈະ​ຟັງ​ທັມ ​ແລະ ​ໄດ້​ຮັບ​ຜົນ​ດີ​ຈາ​ກການ​ຟັງ​ທັມ​ນັ້ນ ພຣະອົງ​ຊົງ​ຍົກ​ເອົາ​ດອກບົວ 4 ​ເຫຼົ່ານຳ​ມາ​ປຽບທຽບ​ກັບ​ບຸກຄົນ 4 ປະ​ເພ​ດຄື:

1. ອຸກ​ຄະຕິ​ຕັນ​ຍູ: ​ໄດ້​ແກ່​ຜູ້​ມີ​ປັນຍາ​ສຽບ​ແຫຼມພຽງ​ແຕ່​ທ່ານ​ຍົກ​ຫົວ​ຂໍ້​ທັມ​ຂຶ້ນ​ມາສະ​ແດ​ງກໍສາມາດ​ຮູ້ ​ແລະ ​ເຂົ້າ​ໃຈ​ໄດ້​ທັນທີ​ເຊິ່ງປຽບ​ເໝືອນ​ດອກ​ບົວ​ທີ່​ພົ້ນ​ນ້ຳ ​ພໍ​ໄດ້​ຮັບ​ແສງ​ອາທິດ​ກໍ​ຈະ​ເບັ່ງ​ບານ​ໄດ້​ທັນທີ.

2. ວິ​ປະ​ຈິ​ຕັນ​ຍູ: ບຸກຄົນ​ທີ​ສາມາດ​ເຂົ້າ​ໃຈ​ເມື່ອ​ໄດ້​ຟັງ​ເຫດຜົນ​ປະກອບ​ຫົວ​ຂໍ້​ນັ້ນ ​ເຊິ່ງປຽບ​ເໝືອນດອກ​ບົວ​ທີ່ຢູ່​ພຽງ​ໜ້າ​ນ້ຳ ​ເຊິ່ງຈະ​ບານ​ໃນ​ມື້​ອື່ນ.

3. ​ ເນຍຍະ: ບຸ​ຄົນ​ທີ່​ຕ້ອງ​ຄອຍ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ທັງ​ການ​ສອນ ​ແລະ ຍົກ​ຕົວຢ່າງ​ໃຫ້​ເບິ່ງ ປຽບ​ເໝືອນ​ດອກ​ບົວ​ຢູ່​ໃນນ້ຳທີ່​ລໍຖ້າ​ແສງຕາ​ເວັນ ​ແລະ ຈະ​ບານ​ໃນ​ມື້​ຕໍ່​ໄປ.

4. ປະ​ທະ​ປະຣະມະ: ​ໄດ້​ແກ່​ຜູ້​ບໍ່​ມີ​ປັນຍາ ຫຼື ມີ​ປັນຍາ ​ແຕ່​ບໍ່​ມີ​ຄວາມ​ເຊື່ອ​ໃນຫຼັກ​ຄຳ​ສອນ ຂອງ​ພຣະພຸດທະ​ເຈົ້າ ປຽບ​ເໝືອນ​ດອກ​ບົວ​ທີ່ຢູ່​ພື້ນ​ນ້ຳ (​ ໃນ​ຕົມ ) ມີ​ໂອກາດ​ເປັນ​ອາຫານ ​ໃຫ້​ແກ່​ປາ ​ເຕົ່າ ​ໄດ້​ທຸກ​ເວລາ.

          ນອກຈາກ​ນີ້​ແລ້ວ ພຣະພຸດທະອົງ​ຊົງ​ມີພຸດ​ທະວິ​ທີ​ໃນ​ການ​ສອນ ​ເຊິ່ງ​ໃຊ້​ຮູບ​ແບບ​ທີ່​ຕ່າງ​ກັນ​ເພື່ອ​ຄວາມ​ສະດວກ​ຕໍ່​ການ​ທຳ​ຄວາມ​ເຂົ້າ​ໃຈ ກ່ຽວ​ກັບ​ຫລັກການ​ສອນ​ພຸດ​ທະ​ທັມ ຂອງ​ພຣະພຸດ ທະອົງ ​ເບື້ອງຕົ້ນ​ໄດ້​ຊົ່ງກຳນົດ​ຮູ້​ຈາກ​ຕົວ​ຂອງ​ບຸກຄົນ ທີ່ກຳລັງ​ຮັບ​ຟັງ​ການ​ສອນ ຖ້າ​ຫາກ​ວ່າ​ບຸກຄົນ​ມີ​ລະດັບ​ສະຕິ​ປັນຍາ​ນ້ອຍ ພຣະອົງ​ກໍ່​ຈະ​ໃຊ້​ວິທີ​ສອນ​ທັມ​ອີກ​ຮູບ​ແບບ​ໜຶ່ງ ຖ້າ​ຜູ້​ມີ​ສະຕິ​ປັນຍາ​ແກ່​ກ້າ​ແລ້ວ ກໍ​ຈະ​ປັບ​ໃຊ້​ອີກວິທີ ​ແລະ ສະຫລຸບ​ວິທີ​ການ​ສອນ​ພຣະພຸດ​ທະ​ອົງ​ໂດຍ​ແບ່ງ​ອອກ​ເປັນ 4 ວິທີ ດັ່ງ​ລາຍ​ອຽດຕໍ່​ໄປ​ນີ້:

1). ​ແບບ​ສາກັຈສາ

        ການ​ສອນ​ໂດຍ​ໃຊ້​ວິທີ​ການຖາມ​ຄູ່​ສົນທະນາ ​ເພື່ອ​ນຳ​ໃຫ້​ເກີດຄວາມ​ພໍ​ໃຈ​ຫລັກ​ທັມ ອັນ​ຈະ​ນຳ​ໃຫ້​ເກີດ​ຄວາມ​ເຫລື້ອມ​​​ໃສ​ສັດທາ ວິທີ​ການ​ສອນ​ແບບ​ນີ້ຈະ​ເຫັນ​ໄດ້ຈາກ​ທີ່​ພຣະອົງ​​ໃຊ້​ໂຜດ​ບຸກຄົນ​ໃນ​ກຸ່ມ​ທີ່​ມີ​ຈຳນວນ​ຈຳກັດ ທີ່​ສາມາດ​ສົນທະນາ​ຕອບ​ໂຕ້ກັນ​ໄດ້ ການ​ສອນ​ແບບ​ນີ້ ມີ​ປາກົດ​ໃນ​ໜັງ​ສື່​ພຣະ​ໄຕຣປີດົກ​ ​ໃນ​ການ​ສອນ​ແບບ​ສາກັຈສາ ມີ​ການ​ຖາມ​ລາຍ​ລະອຽດ​ໄດ້​ຫລາຍ​ກວ່າ​ກາຍ​ສອນ​ແບບ​ທົ່ວ​ໄປ ​ແລະ ​ເປັນ​ການ​ໃຫ້​ຂໍ້​ມູນ​ຕໍ່​ກຸ່ມ​ຄົນ​ທີ່​ມີ​ຈຳນວນ​ຈຳກັດ ​ໂດຍ​ພຣະພຸດທະອົງ​ສະ​ແດງທັມ ຈົບ​ຜູ້​ຟັງ​ຈະ​ໄດ້​ຮັບ​ຄຸນ​ວິ​ເສດ​ຈາ​ກການ​ຟັງ​ດ້ວຍ​ວິທີ​ນີ້ຢູ່​ສະ​ເໝີ.

2). ​ແບບ​ບັນ​ລະ​ຍາຍ

         ການ​ສອນ​ທີ່ພຣະພຸດທະ​ອົງ​ຊົ່ງ​ໃຊ້​ໃນ​ທີ່​ປະ​ຊຸມ​ໃຫຍ່ ​ໃນ​ການສະ​ແດງ​ທັມ​ປະຈຳ​ວັນ ເຊິ່ງມີປະ ຊາຊົນ ​ແລະ ພຣະສາວົກ​ເປັນ​ຈຳ​ນວນ​ຫລວງ​ຫລາຍ ຄອຍ​ຮັບ​ຟັງ​ຈັດ​ເປັນ​ວິທີ​ສອນ​ທີ່​ພຣະພຸດທະ​ເຈົ້າ​ໃຊ້ຫລາຍ​ທີ່​ສຸດ​ໃນ​ການສະ​ແດງ​ທັມ ​ເພາະ​ມີ​ທັງການສະ​ແດງ​ທັມ​ເຊິ່ງມີ​ໃຈ​ຄວາມຍາວ ​ແລະ ມີ​ໃຈຄວາມ​ແບບສັ້ນໆ ທັງ​ນີ້​ແລ້ວແຕ່​ລັກສະ​ນະ​ການທີ່​ເຫັນວ່າ​ເໝາະ​ສົມ​.

3). ​ແບບ​ຕອບ​ບັນຫາ

      ພຣະພຸດທະອົງ​ຊົ່ງສອນ​ໃຫ້ພິຈາລະ​ນະ​ເບິ່ງ​ລັກສະນະ​ຂອງ​ບັນຫາ ​ແລະ ​ໃຊ້​ວິທີ​ຕອບ​ໃຫ້​ເໝາະສົມ ສຳລັບ​ໃນ​ການ​ຕອບ​ບັນຫາ​ຂອງ​ພຣະອົງ​ນັ້ນ ຈະ​ຊົ່ງພິຈາລະນາ​ຈາ​ກຄວາ​ມ​ເໝາະ​ສົມຕາມ​ລຳດັບ ​ແຫ່ງ​ພູ​ມຄວາມ​ຮູ້ຂອງ​ຜູ້​ຖາມ​ເປັນ​ສຳຄັນ.

4). ​ແບບ​ວາງ​ກົດ​ຂໍ້​ບັງຄັບ

​         ເປັນ​ການ​ກຳນົດ​ຫລັກ​ເກນ ຂໍ້​ບັງຄັບ​ໃຫ້​ພຣະສາວົກ ຫລື ພຣະສົງ​​ປະຕິບັດ​ດ້ວຍ​ຄວາມ​ເຫັນ​ຊອບ​ພ້ອມ​ກັນ ວິທີ​ການ​ນີ້​ເປັນ​ລັກສະນະ​ຂອງ​ການ​ອອກ​ຄຳສັ່ງ​ໃຫ້​ຜູ້​ສຶກສາ​ປະຕິບັດ​ຕາມ ​ເປັນ​ການ​ສອນ​ໂດຍ​ການວາງ​ກົດ​ລະບຽບ​ຂໍ້​ບັງຄັບ​ໃຫ້​ປະຕິບັດ​ຮ່ວມ​ກັນ ​ເພື່ອ​ນຳ​ມາ​ເຊິ່ງຄວາມ​ສະຫງົບ​ສຸກ​ແກ່​ໝູ່​ຄະນະ ດັ່ງ​ຈະ​ເຫັນ​ໄດ້​ຈາກ​ພຣະອົງ​ຊົ່ງບັນຍັດ​ພຣະວິ​ໄນ ​ໂດຍ​ເປັນ​ຂໍ້​ບັງຄັບ​ໃຫພຣະສົງ ​ໄດ້​ປະຕິບັດ​ຕາມ ​ແລະ ທີ່​ສຳຄັນ​ກົດ​ຂໍ້​ບັງຄັບ​ທີ່​ພຣະອົງ​ຊົ່ງບັນຍັດ​ນັ້ນ ​ເປັນ​ຕົວ​ແທນ​ຂອງ​ພຣະອົງ​ໄດ້​ດ້ວຍ ​ແລະ ມີ​ຄວາມ​ສະ​ເໝີພາບ​ກັນ​ທັງ​ໝົດ ບໍ່​ມີ​ຂໍ້​ຍົກ​ເວັ້ນ​ໃຫ້​ແກ່​ບຸກຄົນ​ໃດ​ເປັນ​ກໍລະນີ​ພິ​ເສດ ພຣະອົງ​ຊົງ ຕຣັດກ່ອນ​ຈະປະຣິນິພພານວ່າ “ທັມມະ ​ແລະ ວິ​ນັຍ ທີ່​ເຮົາ​ສະ​ແດງ​ແລ້ວ ບັນຍັດ​ແລ້ວ​ແກ່​ທ່ານ​ທັງຫລາຍ ຫລັງ​ຈາກ​ເຮົາຕະຖາຄົດ​ປະ​ຣິນິພພານ​ແລ້ວ ທັມມະ ​ແລະ ວິນັຍ ຈະ​ເປັນ​ສາດສະດາ​ຂອງ​ທ່ານ​ທັງຫລາຍ”

=====================

ເອກະສານອ້າງອີງ 

1. ເອກະສານອ້າງອີງຈາກ ບົດສະຫຼຸບໂຄງການບັນພະຊາສາມະເນນທົ່ວປະເທດປະ​ຈຳປີ ພ.ສ 2553
2. ເອກະສານອ້າງອີງຈາກ ປຶ້ມທັມມະເພີ່ມພະລັງຊີວິດ ຈັດພິມໂດຍໜ່ວຍງານເຜີຍແຜ່ສີລະທັມນະຄອນຫຼວງ ທີລະນຶກໃນວັນສະເຫຼີມສະຫຼອງວຽງຈັນເປັນນະຄອນຫຼວງ 450 ປີ ແລະ ງານບຸນນະມັດສະການພະທາດຫຼວງ ປະຈຳປີ ພ.ສ 2553 ( ໜ້າ 79 - 87 ) 

3. ເອກະສານອ້າງອີງຈາກ ບົດລາຍງານ ພຣະ ອານຸສອນ ( ຄ.ສ 2010 ) ສຶກສາກ່ຽວກັບບັນຫາ​ການ​ຂະຫຍາຍຕົວ​ຂອງ​ຮ້ານ​ບັນ​ເທີ​ງ​ໃນ​ຕົວ​ເມືອງ​ວຽງຈັນ ​ແລະ ການ​ມົ້ວ​ສຸມ​ຂອງ​ນັກຮຽນມັດທະຍົມ​ປາຍ

4. ເອກະສານອ້າງອີງຈາກ ບົດວິທະຍານິພົນ ພຣະມະຫາ ນະຣົງສັກດີ ໂສພະນະສິດທິ ( ໂສພາ ) ( ພ.ສ 2548, ຄ.ສ 2005 ) ສຶກສາກ່ຽວກັບ ບົດບາດການເຜີຍແຜ່ພຸດທະທັມຂອງພຣະທັມປະຣິຍັດເວທີ

5. ເອກະສານອ້າງອີງຈາກ ບົດວິທະຍານິພົນ ພຣະ ບັນຈົບ ທິຣະວັງໂສ ( ສີແພງມະນະ ) ( ພ.ສ 2549, ຄ.ສ 2006 ) ສຶກສາກ່ຽວກັບ ບົດບາດ ແລະ ຜົນງານການເຜີຍແຜ່ພຣະພຸດທະສາດສະໜາ ຂອງພຣະມະຫາ ພິມພາ ທິນນະທັມໂມ. 

6. ເອກະສານອ້າງອີງຈາກ ວັດຈະນານຸກົມ ພາສາລາວ ເຊິ່ງຄົ້ນຄ້ວາ ຮິບໂຮມ ຮຽບຮຽງ ຂຽນໂດຍ: ສີວຽງແຂກ ກອນນິວົງ ( ກົມພິມຈ່ຳໜ່າຍ ນະຄອນຫຼວງວຽງຈັນ 2005 ).
Share on Google Plus

About ສຽງທັມvoice

This is a short description in the author block about the author. You edit it by entering text in the "Biographical Info" field in the user admin panel.

0 ความคิดเห็น:

แสดงความคิดเห็น