ການກຳເນີດພຣະພຸດທະສາດສະໜາໃນປະເທດລາວ (ແບບຫຍໍ້)


ການ​ກຳ​ເນີດພຣະພຸດທະ​ສາດສະໜາ​​ໃນປະເທດ​ລາວ 
ບົດຄວາມໂດຍ: ພຣະອາຈານ ວົງເພັດ ພູມໜໍ່ສະຫວັນ, ບົດຈົບຊັ້ນ ຫົວຂໍ້: ບົດບາດ ແລະ ໜ້າທີ່ຂອງພຣະສົງ ໃນການເຜີຍແຜ່ສີລະທັມ.
==============================
            ສາດສະໜາ​ພຸດ ກຳ​ເນີ​ດມາ​ຈາກ​ເຈົ້າຊາຍ​ອົງ​ໜຶ່ງ ຊຶ່ງມີນາ​ມວ່າ “ ​ເຈົ້າຊາຍ​ສີ​ທັດ​ຖະ​ ’’ ​ແຫ່ງ​ເມືອງກະບິນລະພັດ ປະເທດອິນເດຍ ເຈົ້າຊາຍໄດ້ສົມຣົດ ( ແຕ່ງງານ ) ກັບນາງພິມພາ ຕອນອາຍຸ 17 ພັນສາ ( ປີ ). ຕໍ່​ມາອາຍຸໄດ້ 29 ປີ ຈຶ່ງອອກບວດເປັນສຳມະນະເພື່ອສະແຫວງຫາ​ໂມກຂະທຳ ໃຊ້​ເວລາ​ໃນ​ການ​ສຶກສາ​​ໂມກຂະ​ທຳ​ເປັນ​ເວລາ 6 ພັນ​ສາ ( ປີ ) ຈຶ່ງ​ຕັດສະຮູ້​ເປັນ​ພຣະພຸດທະ​ເຈົ້າ ແລ້ວ​ຈຶ່ງ​ປະກາດ​ສາດສະໜາ​ພຸດ​ຂຶ້ນ ​ພຣະພຸດທະ​ເຈົ້າປະກາດ​ສາດ​ສະໜາ​ໄດ້ 45 ພັນ​ສາ ( ປີ ) ຈຶ່ງ​ປະຣິນິພພານ ( ມໍລະນາ​ພາບ ) ລວມອາຍຸ​ສາ​ໄດ້ 80 ພັນ​ສາ. ການ​ກຳ​​ເນີດ​ຂຶ້ນ​ຂອງ​ພຣະພຸດທະ​ເຈົ້າ ​ແລະ ພຣະພຸດທະ​ສາດສະໜາ​ນັ້ນ ນຳ​ມາ​ຊຶ່ງສັນຕິ​ສຸກ​ແກ່​ຊາວ​ໂລກ​ທັງ​ມວນ ອຸດົມ​ການ​ຂອງ​ພຣະພຸດທະ​ສາດສະໜາ​ກໍ່​ເປັນ​ໄປ​ເພື່ອ​ສ້າງສັນ​ຕິ​ສຸ​ກ​ໃຫ້​ແກ່​ຊາວ​ມະນຸດຊາດ ດັ່ງ​ພຸດ​ທະ​ວາ​ຈາ​ນະ​ທີ່​ຕັດ​ສອນ​ພຣະອໍຣະຫັນ​ສາວົກ​ຈຳນວນ 50 ຮູບ ( ອົງ ) ​ເມື່ອຄາວ​ສົ່ງ​ພຣະສາວົກ​ໄປ​ປະກາດ​ພຣະສາດສະໜາ “ ພວກ​ທ່ານ​ຈົ່​ງເດີນທາງໄປ​ເພື່ອ​ປະ​ໂຫຍ​ດ ​ເພື່ອ​ຄວາມ ສຸກ​ແກ່​ຄົນ​ຈຳນວນ​ຫຼາຍ ​ເພື່ອ​ອະນຸ​ເຄາະ​ຊາວໂລກ ​ເພື່ອ​ປະ​ໂຫຍ​ດ ​ເພື່ອ​ຄວາມສຸກ​ແກ່​ມະນຸ​ດທັງຫຼາຍ” ນັບ​ຕັ້ງ​ແຕ່​ຄັ້ງພຸດທະການ ພຣະພຸດທະ​ສາດສະໜາ​ໄດ້​ເຜີຍ​ແຜ່​ຈາກ​ຊົມ​ພູ​ທະວີບ ( ອິນ​ເດຍ )​ ໄປ​ສູ່​ດິນ​ແດນ​ຕ່າງໆ ເຊິ່ງຢູ່​ໃກ້​ຄຽງ​ກ່ອນ ຫຼັງ​ຈາກ​ນັ້ນກໍ່​ເຜີຍ​ແຜ່​ໄປ​ສູ່​ພູມ​ມີ​ພາກ​ຕ່າງໆທົ່ວ​ໂລກ ​ໂດຍ​ຫຼັກ​ທັມຄຳສັງ​ສອນ​ຂອງ​ພຣະພຸດທະ​ສາດ​ສະໜາ​ໄດ້​ຮັບ​ການ​ຍອ​ມຮັບ​ວ່າ​ເປັນ​ຫຼັກ​ສາກົນ ບໍ່​ແບ່ງ​ແຍກ​ເຊື້ອ​ຊາດ ສີ​ຜີວ. ​ຖ້າ​ບຸກຄົນ​ໃດ​ມີ​ຄວາມ​ເຊື່ອ​ໝັ້ນສັດທາ ​ແລະ ປະຕິບັດ​ຕາມ​ຫຼັກ​ຄຳ​ສອນ​ແລ້ວ ຍ່ອມ​ຈະ​ເຂົ້າ​ເຖິງ​ຄວາມສຸກທີ່​ແທ້​ຈິງຂອງ​ຊີວິດ​ໄດ້​ເຊັ່ນ​ກັນ. ຫຼັກ​ທັມ​ຄຳ​ສັງ​ສອນ​ຂອງ​ພຣະ​ພຸດທະ​ສາດສະໜາ ນອກ​ຈາກ​ສອນ​ເນັ້ນ​ເລື່ອງ​ການ​ພັດທະນາ​ຕົນ​ແລ້ວ ຍັງ​ສອນ​ໃຫ້​ຮູ້ຈັກການ​ສ້າງ​ປະ​ໂຫຍ​ດສຸກ​ແກ່​ຜູ້​ອື່ນ ຂະນະ​ດຽວ​ກັນ​ກໍ່​ຍັງ​ມີ​ສ່ວນ​ຊ່ວຍ​ສ້າງ​ອະຣິຍະ​ທັມ ​​​ແລະ ສ້າງ​ຄວາມສຸກ​ໃຫ້​ແກ່​ໂລກ​ອີກ​ດ້ວຍ.

                ປະຊາຊົນ​ໃນ​ອານາຈັກ​ລາວ​ລ້ານ​ຊ້າງ​ກ່ອນ​​ພະ​ເຈົ້າຟ້າ​ງຸ່ມ ຄືກ່ອນ ຄ​.ສ 1359 ນັບຖື​ພຣະພຸດ ທະສາດສະໜາມະຫາ​ຍານ​ນິກາຍ​ຕັນ​ຕຣິກ ຕາມ​ຢ່າງ​ຂອມ ຫຼື ຂະ​ເໝນ​ບູຮານ​ຄຽງຄູ່​ກັບ​ລັດທິ​ແຖນ​ຟ້າ ຫຼື ຜີ​ໄທ້ ​ໂດຍ​ສະ​ເພາະ​ນະຄອນ​ຊຽງ​ທອງ ລັດທິ​ແຖນ​ຟ້າ​ເປັນ​ສາດສະໜາ​ປະຈຳ​ສຳນັກ ຈົນ​ມີ​ຂໍ້ກຳນົດໄວ້​ວ່າ ກະສັດ​ທຸກ​ອົງ​ແຫ່ງ​ວົງ​ຂຸນລໍຕ້ອງ​ທຳ​ພິທີ​ລ້ຽງ​ຜີ​ໄທ້​ຜີ​ແຖນ ຖ້າ​ຝ່າ​ຝື່ນ​ບໍ່​ເຮັດ​ແລ້ວ ບ້ານ​ເມືອງ​ບໍ່ຢູ່​ເຢັນ​ເປັນ​ສຸກ​ຈະ​ຫຼົ້ມຈົມ ພຸດທະ​ສາດສະໜາ​ມະຫາຍານນິກາຍ​ຕັນຕຣິກ ຫຼື ມັນ​ຕະຍານ ສົ່ງ​ເສີມ​​ໃຫ້​ເຄົາລົບສິ່ງສັກສິດ​ຢູ່​ແລ້ວ ດັ່ງນັ້ນລັດທິ​ແຖນ​ຟ້າຈຶ່ງ​ເຂົ້າກັນ​ໄດ້​ດີ​ກັບ​ສາດສະໜາ​ນິກາຍ​ນີ້ ຫຼັກ​ຖານ​ສະ​ແດງ​ວ່າ ປະຊາຊົນ​​ໃນ​ອານາຈັກ​ລາວ​ລ້ານ​ຊ້າງ​ກ່ອນ​​ເຈົ້າຟ້າ​ງຸ່ມ ນັບຖື​ພຣະພຸດທະ​ສາດສະໜາ​ນັ້ນ. 

              ມູນ​ເຫດ​ທີ່​ພຣະພຸດທະ​ສາດສະໜາ​ລັດທິ​ຫິນະ​ຍານ​ລັງກາ​ວົງ ມີ​ອິ​ດທິພົນ​ຕໍ່​ຊາວ​ແຫຼມ​ອີນດູ​ຈີນ​ໃນ​ສັດຕະວັດ​ທີ 13 ນັ້ນ ​ເລື່ອງ​ມີ​ຢູ່​ວ່າ ປະມານປີ ຄ.ສ 1153 ພະ​ເຈົ້າປະຣັກກຣົມພາ​ທຸກ​ກະສັດ​ຂອງ​ປະ​ເທດ​ລັງກາ ​ໄດ້​ຟື້ນ​ຟູ​ພຣະພຸດທະ​ສາດສະໜາ​ເປັນ​ການ​ໃຫຍ່ ​ໂດຍ​ນິມົນ​ພຣະ​ມະຫາ​ກັສປະ​ເຖຣະ​ເປັນ​ປະທານ​ທຳ​ສັງຄະຍະ​ນາ​ເທື່ອ​ທີ 7 ຂອງ​ຝ່າຍ​ໄຕ້ ​ແລ້ວ​ຈັດ​ວາງ​ລະບຽບຂໍ້​ກຳນົດ​ຢ່າງ​ເຄັ່ງ​ຄັດ​ໃຫ້​ພຣະພິກ​ສຸ​ສາມາ​ເນນ​ປະພຶດ​ປະຕິບັດທົ່ວ​ປະ​ເທດ​ລັງກາ ກິດ​ຕິ​ສັບ​ ( ສຽງລືຊາ ຍ້ອງຍໍ​ສັນລະ​ເສີນ, ສຽງຊາ​ລື ) ວ່າ​​ພຣະສົງ​ລັງກາ​ເຄັ່ງ​ຄັດ​ຕໍ່​ພຣະວິ​ໃນ​ເປັນ​ພຣະບໍລິສຸດ​ແທ້ ​ແຜ່​ກະຈາຍ​ໄປ​ສູ່​ປະ​ເທດ​ຕ່າງໆ ​ແຫຼມ​ອິນດູ​ຈີນ​ມີ​ປະ​ເທດ​ພະມ້າ, ​ໄທ, ລາວ ​ແລະ​ ຂະ​ເໝນ ພຣະສົງ​ຊາວ​ປະ​ເທ​ດ​ເຫຼົ່າ​ນີ້​ໄດ້​​ໄປສຶກສາຮ່ຳຮຽນທີ່​ປະ​ເທດ​ລັງກາ​ ​ແລ້ວ​ນຳ​ເອົາ​ແນວ​ຄວາມ​ຄິດ​ຂອງ​ພຣະສົງ​ລັງກາ​ມາ​ເຜີຍ​ແຜ່​ໃນ​ປະ​ເທດ​ຂອງ​ຕົນກໍ່​ມີ​ຫຼາຍ​ຮູບ ​ແລະ ພຣະສົງ​ຊາວ​ລັງ​ກາ​ເອງ​ກໍ່​ມັກ​ເດີນທາງ​​​ໄປ​-ມາ​ເພື່ອເຜີຍ​ແຜ່​ພຣະພຸດທະ​ສາດສະໜາ​ໃນ​ປະ​ເທດ​ເຫຼົ່າ​ນີ້. 
                    ສຳ​ລັບ​ປະ​ເທດ​ລາວ​ເຮົາ ​ໄດ້​ພຣະ​ສົງ​ຊາວ​ລັງກາ ​ແລະ ພຣະ​ເຖຣະຖື​ລັດທິ​ລັງກາ​ວົງ​ມາ​ຈາກ​ປະ​ເທດ​ກຳປູ​ເຈຍ ດັ່ງ​ມີ​ເລື່ອງ​ກ່າວ​​ໄວ້​ດັ່ງ​ນີ້:

               ພະນາງ​ແກ້ວ​ເກງ​ຢາ ພະອັກຄະມະ​ເຫ​ສີ​ຂອງ​ພະ​ຍາ​ເຈົ້າຟ້າ​ງຸ່ມ ປະ​ທັບ​ຢູ່​ນະຄອນ​ຊຽງທອງ ທອດ​ພະ​ເນ​ດ​ເຫັນ​ໄພ່ຟ້າ​ຂ້າ​ແຜ່​ນດິນ ​ເຄົາລົບ​ນັບຖື​ຜີຟ້າ​ຜີ​ແຖນ​ກໍ່​ເກີດການ​ສັງ​ເວດ​ພະ​ໄທ ​ເພາະ​ນາງ​ເຫຼື້ອມ​ໃສ​ໃນ​ພຣະພຸດທະ​ສາດ​ສະໜາ​ລັດທິ​ຫິນະ​ຍານ​ແບບ​ລັງກາ​ວົງ ​ເມື່ອ​ມາ​ຢູ່​ຊຽງ​ທອງບໍ່​ມີ​ໂອກາດ​ໄດ້​ທຳ​ບຸນ​ໃຫ້​ທານ ຮັກສາ​ສີນ ຟັງ​ເທດ​ເລີຍ ​ເຖິງ​ແມ່ນ​ວ່າ​ປະຊາຊົນ​ຈະນັບຖືພຣະພຸດທະ ສາດສະໜາ ກໍ່ເປັນລັດທິມະຫາຍານນິກາຍຕັນຕຣິກ ສົ່ງເສີມແຕ່ໃຫ້ໄຫວ້ນົບສິ່ງສັກສິດທັງຫຼາຍ ເຊິ່ງຜິດຕໍ່ລັດທິຫິນະຍານແບບລັງກາວົງ ເຊິ່ງສົ່ງເສີມໃຫ້ປະພຶດປະຕິບັດຕາມຫຼັກທຳອັນແທ້ຈິງ ພະນາງ ຈຶ່ງສະເໜີແນະ ພະຍາເຈົ້າຟ້າງຸ່ມໃຫ້ສົ່ງຄະນະທູດໄປຂໍເອົາພຣະພຸດທະສາດສະໜາ ລັງກາວົງມາຈາກນະຄອນທົມ ທີ່ ປະເທດກຳປູເຈຍ ພະຍາເຈົ້າຟ້າງຸ່ມຈຶ່ງໄດສົ່ງຄະນະທູດຄົນໜຶ່ງໄປເຊີນ ໂດຍມີພະລາຊາສານ ແລະ ເຄື່ອງບັນນາການ ມີເງິນສາມແສນ, ຄຳສາມໝື່ນ ແລະ ແກ້ວນ້ຳຄັ່ງ ແກ້ວຈອມເພັດໄປຖວາຍພະເຈົ້ານະຄອນທົມ ຜູ້​ເປັນ​ພໍ່​ເຖົ້າພະ​ເຈົ້ານະຄອນ​ກຳ​ປູ​ເຈຍ ຊົງຮັບ​ຂ່າວ​ໃນ​ພະ​ລາຊາ​ສານ​ຂອງ​ພະຍາ​ຟ້າ​ງຸ່ມ ກໍ່ໍຊົງ​ດີ​ພະ​ໄທ​ເປັນ​ອັນ​ຍິ່ງຈຶ່ງ​ແຕ່ງຕັ້ງຄະນະ​ທຳ​ມະ​ທູດ​ນຳ​ເອົາ​ພຣະ​ໄຕຣປີດົກ ​ແລະ ພຣະບາງ​ຂຶ້ນ​ມາ​ນະຄອນລ້ານ​ຊ້າງ ຄະນະ​ທຳ​ມະທູດປະກອບ​ດ້ວຍ​ທ່ານ​ເຫຼົ່ານີ້:

1. ພຣະມະຫາ​ ປາສມັນ ​ເປັນ​ປະ​ທານ

2. ພຣະ​ມະ​ຫາ ພະລະ​ລັງກາ

3. ພຣະມະຫາ ​ເທພລັງກາ

4. ພຣະມະຫາ ນົມ​ປັນຍາ

ທີ່​ມາພ້ອມ​ພຣະພິກ​ຂຸ​ທັງ​ 4 ນີ້​ມີ

Ø ພຣະພິກ​ຂຸ​ເຖົ້າ 5 ອົງພ້ອມດ້ວຍ:

Ø ທ່ານ ​ສາຣະຄອນ

Ø ທ່ານ ​ຊຽງ​ເພົາ

Ø ທ່ານ ລາ​ຫຸນ

Ø ທ່ານ ​ໂພທາ

Ø ອາຈານ ຍານນ້ອຍ

Ø ອາຈານ ສຸ​ເມທາ

Ø ອາຈານ ທຳ​ມະ​ຈູງ​ວາ

Ø ອາຈານ ສຸ​ເພທາ

Ø ທ່ານ ນໍຣະສິງ

Ø ທ່ານ ນໍຣະສານ

Ø ທ່ານ ນໍຣະນາຣາຍ

Ø ທ່ານ ນໍຣະ​ເດດ

                 ທ່ານ​ທັງ 4 ທີ່​ກ່າວ​ມາ​ຂ້າງຫຼັງ​ນີ້ຄື ນໍຣະສິງ, ນໍຣະສານ, ນໍຣະນາຣາຍ ​ແລະ ນໍຣະ​ເດດ ເປັນ​ນັກປາດ​ປະຈຳລາຊາ​ສຳນັກ​ແຫ່ງ​ນະຄອນ​ກຳປູ​ເຈຍ ທີ່​ພະ​ເຈົ້ານະຄອນ​ກຳປູ​ເຈຍ​ສົ່ງ​ມາ​ປະຈຳ​​ໂຕ ພຣະນາງ​ແກ້ວ​ເກງ​ຢາ ພ້ອມ​ດ້ວຍ​ບໍລິວານ ຄົນ​ລະ 1.000 ລວມກັນ​ເປັນ 4.000 ຄົນ.
                   ພະ​​ເຈົ້າຟ້າ​ງຸ່ມ​ ມະຫາ​ຣາຊ ​ໄດ້ທ້ອນ​ໂຮມ​ອານາຈັກ​ລາວ​ລ້ານ​ຊ້າງ​ໃນ​ປີ ຄ.ສ 1353 ( ພ.ສ 1896 ) ຫລັງ​ຈາກ​ທ້ອນ​ໂຮມ​ອານາຈັກ​ລາວ​ລ້ານ​ຊ້າງ​ເປັນ​ເວລາ 4 ປີ​ແລ້ວ​ກໍ​ໄດ້​ນຳ​ເອົາ​ພຣະພຸດທະ​ສາດສະໜາ​ເຂົ້າ​ມາສູ່​ລາວ​ໃນ​ປີ ຄ.ສ 1357 ( ພ.ສ 1900 )

ບົດຄວາມໂດຍ: ພຣະອາຈານ ວົງເພັດ ພູມໜໍ່ສະຫວັນ

===============================

ເອກະສານອ້າງອີງ 

1. ເອກະສານອ້າງອີງຈາກ ບົດສະຫຼຸບໂຄງການບັນພະຊາສາມະເນນທົ່ວປະເທດປະ​ຈຳປີ ພ.ສ 2553
2. ເອກະສານອ້າງອີງຈາກ ປຶ້ມທັມມະເພີ່ມພະລັງຊີວິດ ຈັດພິມໂດຍໜ່ວຍງານເຜີຍແຜ່ສີລະທັມນະຄອນຫຼວງ ທີລະນຶກໃນວັນສະເຫຼີມສະຫຼອງວຽງຈັນເປັນນະຄອນຫຼວງ 450 ປີ ແລະ ງານບຸນນະມັດສະການພະທາດຫຼວງ ປະຈຳປີ ພ.ສ 2553 ( ໜ້າ 79 - 87 ) 

3. ເອກະສານອ້າງອີງຈາກ ບົດລາຍງານ ພຣະ ອານຸສອນ ( ຄ.ສ 2010 ) ສຶກສາກ່ຽວກັບບັນຫາ​ການ​ຂະຫຍາຍຕົວ​ຂອງ​ຮ້ານ​ບັນ​ເທີ​ງ​ໃນ​ຕົວ​ເມືອງ​ວຽງຈັນ ​ແລະ ການ​ມົ້ວ​ສຸມ​ຂອງ​ນັກຮຽນມັດທະຍົມ​ປາຍ

4. ເອກະສານອ້າງອີງຈາກ ບົດວິທະຍານິພົນ ພຣະມະຫາ ນະຣົງສັກດີ ໂສພະນະສິດທິ ( ໂສພາ ) ( ພ.ສ 2548, ຄ.ສ 2005 ) ສຶກສາກ່ຽວກັບ ບົດບາດການເຜີຍແຜ່ພຸດທະທັມຂອງພຣະທັມປະຣິຍັດເວທີ

5. ເອກະສານອ້າງອີງຈາກ ບົດວິທະຍານິພົນ ພຣະ ບັນຈົບ ທິຣະວັງໂສ ( ສີແພງມະນະ ) ( ພ.ສ 2549, ຄ.ສ 2006 ) ສຶກສາກ່ຽວກັບ ບົດບາດ ແລະ ຜົນງານການເຜີຍແຜ່ພຣະພຸດທະສາດສະໜາ ຂອງພຣະມະຫາ ພິມພາ ທິນນະທັມໂມ. 

6. ເອກະສານອ້າງອີງຈາກ ວັດຈະນານຸກົມ ພາສາລາວ ເຊິ່ງຄົ້ນຄ້ວາ ຮິບໂຮມ ຮຽບຮຽງ ຂຽນໂດຍ: ສີວຽງແຂກ ກອນນິວົງ ( ກົມພິມຈ່ຳໜ່າຍ ນະຄອນຫຼວງວຽງຈັນ 2005 ).
Share on Google Plus

About ສຽງທັມvoice

This is a short description in the author block about the author. You edit it by entering text in the "Biographical Info" field in the user admin panel.

0 ความคิดเห็น:

แสดงความคิดเห็น