ການເຮັດບນຸ ແຈກເຂົ້າ. ໂດຍ: ພຣະ ອ.ຈ. ​ແສງ​ມະນີ ​ເພັງ​ພອນ​ທິບ


ການເຮັດບນຸ ແຈກເຂົ້າ
ບົດຄວາມໂດຍ: ພຣະ ອາຈານ ​ແສງ​ມະນີ ​ເພັງ​ພອນ​ທິບ ຈາກໜັງສືບົດຈົບຊັ້ນ ປໍຕີ ຫົວຂໍ້ ສຶກສາ“ການເຮັດບນຸ ແຈກເຂົ້າ”ຢູ່ບ້ານສີບຸນເຮືອງ ເມືອງຈັນທະບູລີ 
 ນະຄອນຫລວງວຽງຈນັ 
=============================

            ການ​ເຮັດບຸນແຈກເຂົ້າແມ່ນມີມາແຕ່ສະໄໝຄັ້ງພຸດທະການແລ້ວ ໂດຍມີເລື່ອງທີ່ເລົ່າມາວ່າ: ໃນກະລະຄັ້ງນັ້ນ ພຣະສຳມາສຳພຸດທະເຈົ້າໄດ້ສະເດັດປະທັບຢູ່ໃນປ່າເຊຕະວັນມະຫາວິ ຫານ ພ້ອມໝູ່ພຣະພິກຂຸສົງ ຍັງມີພຣາມຜູ້ໜຶ່ງໃນເມືອງສາວັດຖີ ມີເຂົ້າຂອງເປັນອັນມາກເຖິງ 80 ໂກດ ພຣາມຜູ້ນັ້ນມີລູກຊາຍຄົນໜຶ່ງເປັນທີ່ຮັກແພງຍິ່ງໜັກໜາພໍລ້ຽງມາອາຍຸໄດ້ 17 ປີກໍເກີດໂລຄາພະຍາດມາເຖິງຕົນ ກໍຈົງມໍລະນະຕາຍຈາກພໍ່ແມ່ຂອງຕົນ ສ່ວນພຣາມຜູ້ເປັນພໍ່ກໍເປັນທຸກຂະເວທະນາມັນກໍຮ້ອງໄຫ້ຫລາຍປະການ ແລ້ວມັນກໍເອົາສົບລູກຊາຍທີ່ຕາຍໄປເຜົາໃນປ່າຊ້າຜີທີ່ນັ້ນ ກັບທັງເອົາເສື່ອສາດອາດສະນະ (​ເຄື່ອງທີ​​ໃຊ້ປູ​ນັງ​ສຳລັບ​ພຣະສົງ) ໄປປູໄວ້ມີ ຜ້າກັ້ງ ແລະ ເພດານໝາຍມີເຂົ້າຂອງທັງຫລາຍເປັນຕົ້ນວ່າ: ເງິນ, ຄຳ, ຊ້າງ, ມ້າ, ຂ້າຍິງຂ້າຊາຍແລ້ວແຕ່ງໃຫ້ ທາດເຮືອນຄົນໜຶ່ງໄປອຸປະຖາກຮັກສາໃນປ່າຊ້າຜີທີ່ນັ້ນ ເພື່ອຈະໄປສົ່ງເຂົ້າແລງ ເຂົ້າງາຍແກ່ລູກຊາຍຂອງຕົນຢູ່ທຸກໆວັນບໍ່ໃຫ້ຂາດຈັກວັນ ຂ້ອຍພຣາມກໍຮັບຕາມໄປສົ່ງຢູ່ສະເໝີໆຢູ່ມາວັນໜຶ່ງຝົນບັງເອີນຕົກລົງມານ້ຳກໍມາກຫລາຍເປັນອັນມືດມົນອົນທະການວ່າຈະຂ້າມລອຍກໍບໍ່ໄດ້ ຂ້ອຍພຣາມຜູ້ນັ້ນຈິງກັບຄືນມາພົບເຈົ້າພິກຂຸຕົນໜຶ່ງມາບິນທະບາດ ມັນກໍເລີຍເອົາເຂົ້າໃສ່ບາດໃຫ້ເປັນທານແກ່ພິກຂຸຕົນນັ້ນແລ້ວມັນກໍຫລັ່ງລົງຢາດນ້ຳໝາຍທານສົ່ງບຸນໄປຫາລູກຊາຍ ພຣາມຜູ້ຕາຍໄປນັ້ນມັນຈິງມານິມິດຄວາມຝັນໃຫ້ພຣາມຜູ້ເປັນພໍ່ຮູ້ແຈ້ງວ່າຂ້າຕາຍຈາກພໍ່ແມ່ກໍໄດ້ໜຶ່ງປີແລ້ວກໍບໍ່ໄດ້ກິນເຂົ້າສັກວັນເລີຍກໍໄດ້ມາກິນແຕ່ທໍ່ວັນດຽວເທົ່ານີ້ແລຄັນລູກຊາຍຂອງພຣາມມານິມິດຄວາມຝັນໃຫ້ພຣາມຜູ້ເປັນພໍ່ຮູ້ດັ່ງນີ້ແລ້ວ ພຣາມກໍສັ່ງໃຫ້ຄົນໄປຕາມຂ້າຊາຍຜູ້ໄປອຸປະຖາກນັ້ນມາຖາມເບິ່ງ ກູກໍແຕ່ງໃຫ້ມຶງໄປສົ່ງເຂົ້າປາອາຫານໃຫ້ລູກຊາຍຂອງກູທຸກວັນໆເຫດ​ໃດ ລູກຊາຍຂອງກູຈຶງບໍ່ໄດ້ກິນເຂົ້າສັກວັນເລີຍ ຈິງໄດ້ມາກິນເຂົ້າແຕ່ທໍ່ວັນດຽວນີ້ຈາ ຄັນຂ້າຊາຍຜູ້ນັ້ນໄດ້ຍິນ ແລ້ວກໍກ່າວຕອບວ່າ: ຂ້າກໍໄປສົ່ງເຂົ້າງາຍເຂົ້າແລງແກ່ລູກຊາຍຂອງທ່ານຢູ່ທຸກວັນໆແຕ່ວັນວານນີ້ໄປບໍ່ໄດ້ ເພາະຝົນຕົກນ້ຳມາກຫລາຍ ຂ້າຈິງໄດ້ກັບມາເຖິງກາງທາງກໍເລີຍພົບພຣະພິກຂຸເຈົ້າໄປບິນທະບາດ ຂ້າຈິງໄດ້ເອົາເຂົ້າໃສ່ບາດພຣະພິກຂຸແລ້ວຈິງອຸທິດຢາດນ້ຳໝາຍທານໄປຫາລູກຊາຍຂອງທ່ານ ແລ້ວລູກຊາຍຂອງທ່ານຈິງໄດ້ມາກິນເຂົ້າແຕ່ທໍ່ວັນດຽວນີ້ແລ ຄັນພຣາມຜູ້ເປັນພໍ່ຊາບຄວາມແລ້ວກໍຄິດຄະນິງຢູ່ໃນໃຈວ່າ: ຄວນຈະໄປໄຫວ້ພຣະພຸດທະເຈົ້າເສຍກ່ອນວ່າດັ່ງນັ້ນແລ້ວ ພຣາມຜູ້ນັ້ນກໍຖືເອົາປະທູບປະທີບດອກໄມ້ຄັນທະຣົດຂອງຫອມ (ດອກໄມ້ສີເຫລືອງມີກິນຫອມເພືອນຳໄປບູຊາ) ແລ້ວກໍເຂົ້າໄປຫາສຳນັກຂອງພຣະພຸດທະເຈົ້າ ແລ້ວກໍບູຊາດ້ວຍດອກໄມ້ຄັນທະຣົດຂອງຫອມນິສິດທິກໍຈິງນັ່ງໃນທີ່ຄວນແຫ່ງຕົນແລ້ວກໍໄຫວ້ຖາມພຣະພຸດທະເຈົ້າວ່າ: ພັນເຕພະຄະວາ “ຂ້າຂໍໄຫວ້ພຣະພຸດທະເຈົ້ານໍລະຍິງຊາຍໃນໂລກນີ້ ຄັນເຂົາຕາຍໄປສູ່ປະຣະໂລກເບື້ອງໜ້າແລ້ວຜູ້ຢູ່ພາຍຫລັງໄດ້ແຕ່ງຂ້ອຍຂ້າຊາຍຍິງໄປອຸປະຖາກຮັກສາ ແລະ ແປງບັນນະສາລາໄວ້ໃນປ່າຊ້າເອົາເສື່ອສາດອາດສະໜາ ເງິນຄຳຊ້າງມ້າງົວຄວາຍໄປໄວ້ໃນທີ່ນັ້ນມີທັງຜ້າກັ້ງ ແລະ ເພດານກໍຈັກມີຜະລະອານິສົງແກ່ເຂົາຜູ້ຕາຍນັ້ນດັ່ງລືກໍຂ້າຈາ ພະຄະວາ ອັນວ່າ ພຣະພຸດທະເຈົ້າກໍເທສະໜາໃຫ້ແກ່ພຣາມວ່າ: ດູລາທ່ານພຣາມຜູ້ມີເຂົ້າຂອງເປັນອັນມາກຜິວ່າຈະໃຫ້ເປັນຜະລະອານິສົງແກ່ຜູ້ຕາຍໄປນັ້ນ ກໍຄວນກະທຳບຸນໃຫ້ທານແກ່ສັງຄະເຈົ້າທັງຫລາຍໝາຍມີຕົນວ່າອຸທິດສ່ວນບຸນໄປຫາເຂົາຝູງຕາຍໄປນັ້ນ ຈົງເປັນຜະລະອານິສົງຍິ່ງໃຫຍ່ນັ້ນແລ ສ່ວນເຂົາຝູງຕາຍໄປນັ້ນຄັນໄດ້ຮັບສ່ວນບຸນກຸສົນອັນນັ້ນແລ້ວ ກໍຈະໄດ້ພົ້ນຈາກພາວະອັນເປັນທຸກທັງມວນນັ້ນແລ ເມື່ອນັ້ນພຣາມກໍໄດ້ຟັງທຳມະເທສະໜາແລ້ວ ກໍມີຈິດໃຈຊົມຊື່ນຍິນດີມັນກໍຍໍມືໄຫວ້ ອາຣາທະນາພຣະພຸດທະເຈົ້າກັບທັງຊາວເຈົ້າພິກຂຸທັງຫລາຍອັນໄດ້ 500 ຮູບ ເຂົ້າໄປສູ່ເຮືອນແຫ່ງຕົນເມື່ອນັ້ນພຣາມກໍຕົກແຕ່ງເຂົ້ານ້ຳໂພຊະນະອາຫານເອົາມາຕັ້ງໄວ້ຊ່ອງໜ້າສັງຄະເຈົ້າທັງຫລາຍແລ້ວ ພຣາມກໍກ່າວຄຳຖວາຍວ່າ: “ອິມັດສະມິງ ເຄເຫ ອິມານິ ພິກຂານິ ສະຣູປັບພະຍັນຊະນະນານິ ສະອຸທະການິ ສະຕຳພະລານິ ສະຈິດຕະມະຣະນານິ ສັບພະໂພຊະນະອະຫາຣານິ ສະຄິລະນະເພສັດຊານິ ສະພັນດານິ ພຸດທະ ທຳມະ ສັງຄະ ໂພທິຣຸຂະປູຊານັດຖາຍະ ສັງຄັດສະ ເທມະ” ວ່າ 3 ​ເທື່ອດັ່ງນີ້ແລ້ວພຣະພຸດທະເຈົ້າກັບທັງຊາວເຈົ້າພິກຂຸທັງຫລາຍ ກໍສັນໂພຊະນະອາຫານສຳເລັດແລ້ວພຣາມກໍຖວາຍປັດໃຈທັງ 4 ມີອະຖະບໍຣິຂານເປັນທານແກ່ສັງຄະເຈົ້າທັງຫລາຍກໍມີແລ. ພຣາມຜູ້ນັ້ນມັນກໍຢັ່ງລົງອຸທະກັງຢາດນ້ຳໝາຍທານອຸທິດສົ່ງບຸນກຸສົນໄປຫາລູກຊາຍຂອງຕົນອັນຕາຍໄປນັ້ນແລ ໃນກາລະຄັ້ງນັ້ນພຣະພຸດທະເຈົ້າກໍສະແດງທຳມະເທສະໜາໃຫ້ແກ່ກິຣະພຣາມວ່າ: ດູກ່ອນທ່ານພຣາມຕັ້ງ ແຕ່ນີ້ເມືອໜ້າທ່ານທັງຫລາຍຢ່າໄດ້ໄປອຸປະຖາກຮັກສາຢູ່ໃນປ່າຊ້າຜີທີ່ນັ້ນເທີ້ນ ທ່ານຈົ່ງຮັກສາສິນພາວະນາຢ່າໄດ້ຂາດ ລູກຊາຍຂອງທ່ານອັນຕາຍໄປນັ້ນກໍຈະພົ້ນຈາກ ພາວະອັນເປັນທຸກຂຶ້ນໄປສະເຫວີຍສຸກຢູ່ສະຫວັນຊັ້ນດາວະດິງສາມີຜາສາດທອງຄຳສູງໄດ້ 12 ໂຍດ ມີນາງຟ້າທັງຫລາຍພັນໜຶ່ງເປັນບໍລິວານ ຄັນພຣາມຜູ້ເປັນພໍ່ນັ້ນ ໄດ້ຟັງທຳມະເທສະໜາຂອງພຣະພຸດທະເຈົ້າແລ້ວ ກໍຕັ້ງຢູ່ໃນສິນ 5 ສິນ 8 ຕາບເຖົ້າສິ້ນຊີວິດຂອງຕົນແລ້ວກໍໄດ້ໄປບັງເກີດເທິງສະຫວັນຊັ້ນດາວະດິງສາມີຜາສາດທອງຄຳຫລັງໜຶ່ງທຽມກັນກັບຜາສາດຂອງລູກ ມີນາງຟ້າທັງຫລາຍໜືນໜຶ່ງເປັນບໍລິວານນີ້ແລ ທ່ານພຸດທະບໍລິສັດທັງຫລາຍ ເມື່ອຮູ້ຜະລະອານິສົງດວງວິເສດຂອງພຣະພຸດທະເຈົ້າແຈ່ມແຈ້ງແລ້ວ ຈົ່ງຊົມຊື່ນຍິນດີໃນກອງກຸສົນທີ່ທ່ານໄດ້ສະຫລະທານໃນວັນນີ້ທຸກປະການ. ນັ້ນ​ຄື​ເລື່ອງ​ລາວ​ທີ່​ເປັນ​ມູນ​ເຫດ​ໃນ​ການ​ເຮັດບຸນ​ແຈກ​ເຂົ້າ​ ໃຫ້​ຍາດຕິ​ພີ່ນ້ອງ​ກໍ​ຄື​: ສັບພະສັດ​ທັງຫລາຍ​ຕະຫລອດ​ເຖິງ​ເຈົ້າ​ກຳ​ນາຍ​ເວນ​ທຸກ​ທົ່ວ​ໜ້າ.
ໄລຍະ​ເວລາຂອງ​ການ​ເຮັດບຸນ​ແຈກ​ເຂົ້າ

           ການ​ເຮັດບຸນ​ແຈກ​ເຂົ້າ​ຈະມີ​ເວລາ​ທີ່​ແຕກ​ຕ່າງ​ກັນ​ອອກ​ໄປ ​ແລະ ຈະ​ບໍ່​ເໝືອນ​ກັບ​ຮີດ 12 ​ເດືອນ​ທີ່​ຮອດ​ກຳນົດ​ແລ້ວ​ຕ້ອງ​ໄດ້​ເຮັດບຸນ​ນັ້ນໆ. ບຸນ​ແຈກ​ເຂົ້າສາມາດ​ເຮັດ​​ເວລາ​ໃດ​ກໍ​ໄດ້​ພາຍ​ໃນ 12 ​ເດືອນ ​ຈະ​ເຮັດ​ກໍ​ຕໍ່​ເມື່ອ​ຄົນ​ໃນ​ຄອບຄົວ, ຍາດ​ພີ່ນ້ອງ, ​ເພື່ອນ​ສະ​ນິດ​ມິດ​ໃກ້​ຄຽງລວມ​ໄປ​ເຖິງ​ຜູ້​ບໍ່​ແມ່ນ​ຍາດທີ່​ໄດ້​ເສຍ​ຊີວິດ​ລົງ​ຈຶ່ງ​ໄດ້​ເຮັດບຸນ​ແຈກ​ເຂົ້າ​ໄປ​ຫາ. 

          ຕາມ​ຄວາມ​ເຊື່ອ​ຂອງ​ຄົນລາວ​ບູຮານ​ບອກ​ວ່າ:​ເມື່ອ​ຕາຍ​​ໄປ​ຈາກ​ໂລກ​ມະນຸດ​​ໄປ​ສູ່​ພົບ​ພູມ​ອື່ນ​​ຈະ​ບໍ່​ມີ​ເຂົ້າປາ​ອາຫານ​ການ​ກິນ, ບໍ່​ມີ​ການ​ເຮັດ​ໄຮ່​ເຮັດ​ນາ​ຈຶ່ງ​ບໍ່​ມີ​ເຂົ້າ​ກິນ. ສະ​ນັ້ນ,ຍາດ​ໃນ​ໂລກ​ມະນຸດ​ຈຶ່ງ​ໄດ້​ເຮັດບຸນ​ແຈກ​ເຂົ້າ​ໄປ​ຫາ​ເໝືອນ​ກັບ​ມູນ​ເຫດ​ຂອງ​ເລື່ອງ​ການ​ເຮັດບຸນ​ແຈກ​ເຂົ້າ. 

        ຕາມ​​ເຖົ້າ​ແກ່​ກ່າວ​ໄວ້​ວ່າ:ການ​ເຮັດບຸນ​ແຈກ​ເຂົ້າ​ໃນ​ເມື່ອ​ຜູ້​ຕາຍ​ໄປດ້ວຍການ​ເຈັບ​ໄຂ້​ໄດ້​ປ່ວຍ, ການ​ຕາຍ​ເຖົ້າ​​ແກ່​ນັ້ນ​ເພິ່ນ​ຈະ​ຈຳ​ແນ​ກການ​ເຮັດບຸນ​ແຈກ​ເຂົ້າ​ອອກ​ໄປ​ຄື: ​ໃນ​ໄລຍະ 3 -50 ມື້, ​ແຕ່​ຖ້າ​ເປັນ​ປະ​ເພດ​ຕາຍ​ມີ​ແຮງ​ເອີ້ນ​ກັນ​ວ່າ: (ຕາຍຫູງ) ຈະ​​ເຮັດ​ບຸນ​ແຈກ​ເຂົ້າ​ໄປ​ຫາ 3 ປີ​ຂຶ້ນ​ໄປ ສິ່ງ​ທີກ່າວ​ມາ​ນັ້ນ​ຜູ້​ເຖົ້າ​ເພິ່ນ​ໄດ້​ໃຫ້​ເປັນ​ມູລະຄະຕິ​ໃຫ້ຄົ້ນ​ຄິດ​ຫາ​ເຫດຜົນ​ທີ່​ທ່ານ​ໄດ້​ກຳນົດ​ໄວ້ຕາມ​ຄວາມ​ເຊື່ອ​ຂອງ​ຄົນ​ບູຮານ, ອັນ​ໜຶ່ງ​ກໍ​ເພື່ອ​ອີງ​ໃສ່​ສະພາບ​ແວດ​ລ້ອມ​ຂອງ​ຄວາມ​ເປັນ​ຢູ່, ອີງ​ໃສ່​ເວລາ, ຖານະໆ​ລໆ. ​ແຕ່ຖ້າ​ເປັນ​ປະ​ເພດ​ຕາຍ​ມີ​ແຮງຈະ​ໃຊ້​ໄລຍະ​ເວລາ​ດົນ​ກໍ​ເພາະວ່າ​: ຖ້າ​ເຮັດບຸນ​ອຸທິດ​ໄປ​​ໃຫ້​ໄວ​ເກີນ​ໄປ​ຈະ​​ເຂັດ​ຂວງ​ ຫລື ​ຂະ​ລຳຕໍ່​ບ້ານ​ເມືອງ​ຕາມ​ຄວາມ​ເຊື່ອ​ມາ​ເຖິງ​ປັດຈຸບັນຈຳ​ຕ້ອງ​ໄດ້​ອີງ​ໃສ່​ສະພາບ​ແວດ​ລ້ອມອື່ນໆ​ເຊັ່ນ:​ໃນ​ຕົວ​ເມືອງ​ຈະ​ເຮັດບຸນ​ແຈກ​ເຂົ້າ​ໄວກວ່າ​ໃນ​ເຂດ​ບ້ານນອກ.

ພິທີຂອງ​ເຮັດບຸນແຈກເຂົ້າ 

          ບຸນ​ນີ້​ເປັນ​ມັງຄະລະ​ມັງ​ຄະ​ລະກຳຄື​ເປັນ​ທັງ​ມຸງຄຸນ ​ແລະ ບໍ່​ແມ່​ນມຸງຄຸນ​ປະສົມກັນ ກຳນົດ​ຈຳນວນ​ສົງ​ບໍ່​ຈຳ​ກັດ​ຄູ່​ກໍ​ໄດ້ຄີກກໍ​ໄດ້​ ບຸນ​ນີ້​ຖ້າ​ເຈົ້າພາບ​ເຮັດ​ກອງ​ອັດຖະ, ​ກະຖິນ, ທຳ​ມາດ ຫລື ​ພຣະ​ໄຕຣປີດົກ​ຢ່າງ​ໃດ​ຢ່າງ​ໜຶ່ງ​ອຸທິດ​ນຳ ຕັ້ງກອງ​ບຸນ​ຢູ່​ເຮືອນ​ເຖິງ​ເຂົາ​ຈະ​ເອົາ​ໂຖ​ກະດູກ​ພໍ່​ແມ່​ຜູ້​ທີ່ເຂົາ​ເຮັດບຸນ​ໃຫ້ນັ້ນ​ມາ​ຕັ້ງ​ໄວ້​ແຕ່​ບໍ່​ຄວນ​ສູດ​ອະພິທຳ ຫລື​ ບົດ​ສູດ​ທີ່​ກ່ຽວຂ້ອງ​ກັບ​ສົບ​ທັງ​ໝົດ ຄວນ​ສູດ​ປະລິດຕະມຸງຄຸນ​ທຳ​ມະ​ດາໃນ​ຕອນ​ເຊົ້າ​ເຂົາ​ຕັກບາດ​ ຈຶ່ງ​ຄ່ອຍ​ສູດຖວາຍ​ພອນ​ພຣະທັງ​ຊຸດ, ​ແຕ່​ຖ້າ​ເຂົາ​ມີ​ເວລາ​ດຽວ​ໃຫ້​ສູດ​ປະລິດຕະມຸງຄຸນ​ທັງ​ໝົດ ​ແລ້ວ​ສູດ​ຖວາຍ​ພອນ​ພຣະ​ໃຫ້​ເຂົາ​ຕັກ ບາດ​ຕໍ່​ພຣະສັນ​ເຂົ້າ​ແລ້ວ​ຈຶ່ງ​ເອົາ​ໂຖ​ກະດູກ​ມາ​ຕັ້ງ​ ​ເອົາ​ຟ້າ​ຍບັງ​ສະກຸນ​ໃຊ້​ອັນ​ດຽວ​ກັບ​ສູດ​ປະລິດ ຕະມຸງຄຸນດຶງ​ເອົາ​ໄປ​ຍັງ​ພິກຂຸ​ທຸກ​ອົງ​ແລ້ວ​ວ່າ​ຄຳ​ບັງ​ສະກຸນ​ຕາຍ 3 ຈົບ. 

         ສຳ​ລັບ​ຄາ​ລະວາ​ດນັ້ນ​ຖ້າ​ຜູ້​ທີ່​ເຮົາ​ຈະ​ເຮັດບຸນ​ອຸທິດ​ໃຫ້ມີ​ໂຖ​ກະດູກ​ຊຶ່ງ​ເກັບ​ໄວ້​ມີ​ຢູ່​ກໍ​ໃຫ້​ເອົາ​ຕັ້ງ​ໄວ້​ຂ້າງ​ໜ້າ​ໂຕະ​ໝູ່​ພິທີຫ້າມ​ເອົາ​ຂຶ້ນ​ຕັ້ງ​ເທິງ​ໂຕະ​ໝູ່​ບູຊາ​ແລະ ​ຫ້າມ​ເອົາ​ໃສ່​ຂັນ​ບູຊາ​ພຣະປະລິດຕະມຸງຄຸນ​ເວລາ​ພຣະຈະ​ຊັກ​ບັງ​ສະກຸນ​ຈຶ່ງ​ເອົາ​ມາ​ຖວາຍ​ພຣະ​ ເມື່ອ​ເອົາ​ຟ້າ​ຍບັງ​ສະກຸນ​ຜູກ ຖ້າ​ບໍ່​ມີ​ໂຖ​ກະ​ດູກແຕ່​ມີ​ກະດູກ​ຢູ່ວັດ​ໃຫ້​ນິມົນ​ພຣະ​ໄປ​ສູດ​ມາ​ຕິ​ກາ ​ແລະ ບັງ​ສະກຸນ​ກະດູກ​ໃນ​ວັດ​ກ່ອນ​ຈຶ່ງ​ຄ່ອຍ​ມາ​ສູດ​ມຸງຄຸນ​ຢູ່​ເຮືອນ. 

             ​ແຕ່​ຖ້າ​ບໍ່​ມີ​ກະດູກ​ເລີຍຄື​ເຄີຍ​ເອົາ​ມາ​ເກັບ​ໄວ້​ຢູ່​ວັດແຕ່​ຈື່​ບ່ອນ​ໄວ້​ບໍ່​ໄດ້ ຫລື​ ຈະ​ສາ​ເຫດ​ໃດ​ກໍ​ຕາມ ກໍ​ໃຫ້​ຂຽນ​ຊື່​ຜູ້​ຕາຍ​ທີ່​ເຮົາຈະ​ອຸທິດ​ບຸນ​ໃຫ້​ນັ້ນລົງ​ໃນ​ເຈ້ຍ​ຢາກ​ສົ່ງ​ບຸນ​ໃຫ້​​ໃຜ​ກໍ​ຂຽນ​ລົງ​ໄປແລ້ວໃສ່​ລົງ​ໃນ​ຂັນ​ຖວາຍ​ພຣະປະທານ​ສົງທ່ານ​ຈະ​ອ່ານ​ຊື່ ​ແລະ ​ປະກາດ​ໃຫ້​ມາ​ຮັບ​ສ່ວນ​ບຸນ​ເອງ​ຈາກ​ທີ່​ອ່ານ​ຊື່ ​ແລະ ປະກາດ​ແລ້ວ​ທ່ານ​ຈະ​ເອົາ​ຟ້າ​ຍບັງ​ສະກຸນ​ຜູກ​ລາຍ​ຊື່​ນັ້ນ​ວາງ​ລົງ​ໃນ​ຂັນ​ແລ້ວ​ນຳ​ລົງ​ສູດຊັກ​ບັງ​ສະກຸນ​ຕາຍ. ​ເມື່ອ​ພຣະສົງ​ສູດ​ບັງ​ສະກຸນ​ສຳ​ເລັດ​ໃຫ້​ເອົາ​ຊອງ​ປະວາລະນາ ​ແລະ ເຄື່ອງ​ໄທຍະທານ​ອື່ນໆ​ຖວາຍ​ພຣະສົງ​ສາມະ​ເນນ​ ​ໃຫ້​ຄົບ​ທຸກ​ອົງ​ແລ້ວ​ປະທານ​ສົງ​ທ່ານ​ຈະ​ຖື​ເຈ້ຍ​ລາຍ​ຊື່​ຜູ້​ຈະ​ຮັບ​ສ່ວນ​ບຸນ​ນັ້ນ​ຂຶ້ນ​ໃຫ້​ເຈົ້າພາບ​ເອົາ​ໄປ​ຈູດ​ຫ້າມ​ເອົາ​ໄຟ​ທຽນ​ໃນ​ພິທີ​ຈູດ​ເດັດຂາດ;ໃຫ້​ ຂີດກັບ​ໄຟ​ຈູດ​ເລີຍ​ຈູດ​ແລ້ວ​ທ່ານ​ຈະ​ສົ່ງ​ຂັນ​ຊື່​ທີ່​ຖືກ​ຈູດ​ສົ່ງ​ຄືນ​ໃຫ້​ເຈົ້າພາບ​ ເພື່ອຢາດ​ນ້ຳ​ໃສ່​ໃນ​ຂັນ​ນັ້ນ​ຕອນ​ທ່ານ​ປະທານ​ສົງ​ນັ້ນ​ສູດ​ຍະຖາໆ​ລໆ.


================
ເອກະສານອ້າງອີງ
ກ. ເອກະສານ
1. ບດົ ໂຄງການບົດຈົບຊັ້ນ ຄະນະສຶກສາສາດ, ສ້າງຄູພາສາລາວ-ວັນນະຄະດີ ຮຸ້ນທີ I, ສົກສຶກສາ ຄ ສ 2011 – 2012.
2. ພຣະອາຈານມະຫາສາລີ ອານຸຈາໂຣ, ໜງັ ສືເທສະໜາສະຫລອງຕ່າງໆ 50 ກນັ ,ພສ 2533. ປາກປາສກັ ການພິມ.
3. ອາຈານຄໍຳຈປາແກ້ວມະນີ, ປະຫວດັ ພຸດທະສາສະໜາໃນລາວ, ພ ສ 2513, ກອງຕຳລາ ການພິມ.
4. ມະຫາທອງຄາໍ ຫລ່ຽມບຸນເຮືອງ, ມໍລະດົດວັດທະນະທັມລາວຊາ້ ງ, ພ ສ 2546.
5. ຫມຸ ພັນລັດ ຕະນະວົງ, ຊາດລາວ ແລະ ວັດທະນະທຳລາວ, ຄ ສ 2008, ໂຮງ ພິມແຫງ່ ລັດ.
6. ພຣະອາຈານບຸນເຮືອງ ປັນຍາສິດ, ວດັ ທະນະທຳລາວ, ຄ ສ 2008-2009.
7. ເພັດສະໝອນ ພອນວິໄລສັກ : ວິທີເຮັດບຸນ: ພ ສ 2549:ສະມາຄົມນັກປະພັນລາວ ແຂວງຄຳມ່ວນ.
8. ມະຫາສີລາວິຣະວົງ: ວັດຈະນານຸກົມ ພາສາລາວ: ພ ສ 2549: ດອກເກດຈດັ ພິມ.
9. ຝ່າຍໜງັສືສົງເສີມເຍົາວະຊນົ : ວັດຈະນານກຸ ມນັກຮຽນສະໄຫມ່ໃໝ່ : ພສ 2544: ຊີເອສການພິມ.
10.ຫໍສະໝຸດ ແຫ່ງຊາດ: ພິທີກຳພຸດທະສາສະໜາ: 2008: ດວງມາການພິມ.
11.ຂໍ້ມນູນຈາກການສາໍ ພາດ ຍາທ່ານ ດຣ. ມະຫາ ເວດ ມະເສໄນ ຜູ້ປະຈຳການ ອພສ ສູນກາງ.
12.ຂໍ້ມູນຈາກການສາໍ ພາດ ພຣະອາຈານ ບນຸ ສີ ເທບບວົ ລີ ເຈົ້າອະທິການວດັ ວດັ ສີບຸນ ເຮືອງ ເມືອ ຈັນທະບູລີ ນະຄອນຫລວງວຽງຈນັ .
13.ຂໍ້ມນູນຈາກການສຳພາດ ພໍ່ຕູ້ຈານທອງພົມມະຮັກສາ ສາລະວັດບ້ານສີບນຸ ເຮືອງ ເມືອງຈັນ ທະບູລີ ນະຄອນຫລວງວຽງຈນັ .
- Website
14. http://www.ipsr.mahidol.ac.th/IPSR/AnnualConference/ConferenceII/Article/Artic
le05.htm
15.http://www.dopa.go.th/xstat/tran/dstat.htm
16. http://theethee231231.blogspot.com/2012/10/blog-post.ht
Share on Google Plus

About ສຽງທັມvoice

This is a short description in the author block about the author. You edit it by entering text in the "Biographical Info" field in the user admin panel.

0 ความคิดเห็น:

แสดงความคิดเห็น