ຂໍເຊີນພຸດທະສາສະນິກະຊົນລາວບັນດາເຜົ່າ
ຮ່ວມງານບຸນສະເຫຼີມສະຫຼອງສຸດຍອດມະຫັດສະຈັນວັນວິສາຂະບູຊາສາກົນ ຄັ້ງທີ 2
ທີ່ສະໂມສອນແຂວງບໍ່ແກ້ວ
ວັນທີ 16, 17, 18 ພຶດສະພາ 2019
ໃນງານຈະມີມະຫະກຳການສະແດງທີ່ຫຼາກຫຼາຍເຊັ່ນ
ການສະແດງລະຄອນຈຳລອງເຫດການຕອນ
ພຣະພຸດທະເຈົ້າຊະນະມານ
ແລະກິດຈະກຳເສີມຄວາມຮູ້ປະຫວັດສາດພຸດທະສາສະໜາອື່ນໆ ອີກການສະແດງ
ພິເສດວັນທີ 18 ເວລາ 6:00 ນາທີ
ຕັກບາດ 80 ພັນສາ ບູຊາພຸດທະອົງທີ່ສະໂມສອນແຂວງບໍ່ແກ້ວໆ
ວັນວິສາຂະບູຊາເປັນວັນສຳຄັນທາງພຸດທະສາສະໜາ ເພາະເປັນວັນທີ່ພຣະສຳມາສຳພຸດທະເຈົ້າປະສູດ
(ເກີດ) ຕັດສະຮູ້ ປະລິນິບພານ ເຊິ່ງອົງການສະຫະປະຊາຊາດ ຫຼື UN ກໍໄດ້ກຳໜົດໃຫ້ເປັນວັນສຳຄັນສາກົນຂອງໂລກໂດຍໃຫ້ມີການຈັດງານສະເຫຼີມສະຫຼອງຂຶ້ນໃນພາກພື້ນແລະໃນໂລກໜູນວຽນກັນໃນປະເທດທີ່ມີຄວາມພ້ອມຮອບດ້ານທຸກໆ
ປີ ເຊິ່ງປີນີ້ເປັນຄັ້ງທີ 16 ໂດຍມີປະເທດ ສສ. ຫວຽດນາມຮັບເປັນເຈົ້າພາບ ແລະປະເທດລາວເຮົາເອງກໍໄດ້ກໍາໜົດໃຫ້ວັນດັ່ງກ່າວເປັນວັນສຳຄັນແຫ່ງຊາດ
ເຊິ່ງປີນີ້ກົງກັບວັນທີ 18/5/2019 ສາກົນ ຫຼືເດືອນ 6 ເພັງ ຂຶ້ນ 15 ຄໍ່າ ເປັນຊ່ວງທີ່ນານາອະລິຍະປະເທດທີ່ນັບຖືພຸດທະສາສະໜາກຳລັງພວມຈັດງານສະເຫຼີມສະຫຼອງຢ່າງຟົດຟື້ນ
ທັງນີ້ ເພື່ອຊືມຊັບສິນທຳແລະເຊີດຊູກຽດຕິຄຸນຂອງພຣະສັມມາສັມພຸດທະເຈົ້າໃຫ້ຊາວໂລກໄດ້ຮັບຮູ້.
ການຈັດງານບຸນສະເຫຼີມສະຫຼອງສຸດຍອດມະຫັດສະຈັນວັນວິສາຂະຂຶ້ນໃນຄັ້ງນີ້
ແມ່ນແນ່ໃສ່ເພື່ອໃຫ້ປະຊາຊົນລາວບັນດາເຜົ່າ ນັກຮຽນ ນັກສຶກສາ ພຣະສົງສາມະເນນ
ໄດ້ເຂົ້າໃຈເຖິງຄວາມໝາຍແລະຄວາມສໍາຄັນຂອງວັນວິສາຂະບູຊາສາກົນ.
ເຊິ່ງແຂກຜູ້ເຂົ້າຮ່ວມພິທີງານໃນເທື່ອນີ້ປະກອບມີບັນດາເຈົ້າຄະນະ
ອພສ. ແຂວງ/ເມືອງ, ເຈົ້າອະທິການວັດພຣະສົງສາມະເນນຈາກ 5 ຕົວເມືອງ ແລະ ການນຳພັກລັດ 4
ພະແນກການ, ຄູອາຈານນັກຮຽນນັກສຶກສາ 5 ໂຮງຮຽນ, 1 ວິທະຍາໄລ ແລະພຸດທະສາສະນິກະຊົນຜູ້ສົນໃຈທົ່ວໄປພາຍໃນແຂວງບໍ່ແກ້ວ
ກໍານົດການພິທີສະເຫຼີມສະຫຼອງວັນວິສາຂະບູຊາສາກົນ
ຄັ້ງທີ 2
ສະຖານທີ່ສະໂມສອນແຂວງບໍ່ແກ້ວ
ລະຫວ່າງວັນທີ 16
17 18 ພຶດສະພາ ພ.ສ.2562 ຄ.ສ.2019
ວັນພະຫັດ ຂຶ້ນ 13 ຄ່ຳ ວັນທີ 16/05/2019
ທີ່ສະໂມສອນແຂວງບໍ່ແກ້ວ
ທັງວັນ
-
ເຕົ້າໂຮມຂອງທານ
-
ຫ້າງຫາດາແຕ່ງ
-
ຈັດແຈງສະຖານທີ່ແລະອື່ນໆ
ວັນສຸກ ຂຶ້ນ 14
ຄ່ຳ ວັນທີ 17/05/2019
ທີ່ສະໂມສອນແຂວງບໍ່ແກ້ວ
|
|
12:30-13:00 ນ.
|
ຜູ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນວິສາຂະບູຊາສາກົນ ຄັ້ງທີ 2
ເດີນທາງເຖິງຫ້ອງປະຊຸມໃຫຍ່ສະໂມສອນແຂວງບໍ່ແກ້ວ
|
13:00-13:40 ນ.
|
- ປະທານພິທີນຳພາໄຫວ້ພຣະຣັດຕະນະໄຕຣ
- ກ່າວລາຍງານການຈັດພິທີສະເຫຼີມສະຫຼອງວັນວິສາຂະບູຊາ
-
ຫົວໜ້າກໍາມາທິການເຜີຍແຜ່...ກ່າວເປີດພິທີສະເຫຼີມສະຫຼອງ...
|
13:40-14:00 ນ.
|
- ຜູ້ແທນພຣະສົງ 29 ອົງ ຂຶ້ນເວທີນໍາພາສູດ ອິຕິປິໂສ
|
14:00-14:40 ນ.
|
- ອ່ານມະຫາສະມະນະພົດຂອງພຣະອາຈານໃຫຍ່ ປະທານສູນກາງອົງການພຸດທະສາສະໜາສຳພັນແຫ່ງ
ສປປ.ລາວ
- ອ່ານປະຕິນຍາສາກົນວັນວິສາຂະໂລກ
- ແປປະຕິນຍາສາກົນວັນວິສາຂະໂລກ
- ອ່ານສະດຸດິວິສາຂະບູຊາຂອງຫົວໜ້າກະຊວງພາຍໃນ
|
14:40-14:50 ນ.
|
ຮອງເຈົ້າແຂວງ ແຂວງບໍ່ແກ້ວປະກອບຄຳຄິດເຫັນ
|
14:50-15:00 ນ.
|
ປະທານແນວລາວສ້າງຊາດແຂວງ ປະກອບຄຳຄິດເຫັນ
|
15:00-15:10 ນ.
|
ພະແນກຖະແຫຼງຂ່າວແຂວງ ປະກອບຄຳຄິດເຫັນ
|
15:10-15:20 ນ.
|
ກອງບັນຊາການ ປກສ. ປະກອບຄຳຄິດເຫັນ
|
15:20-15:40 ນ.
|
ຄນັກຮຽນ ຮຮ ມສ.ສັນຕິພາບຮ້ອງບົດເພງພຣະພຸດທະເຈົ້າ
|
15:40-16:10 ນ.
|
ຟັງປາຖະກະຖາເຊີດຊູກຽດຕິຍົດພຣະທົດສະພະລະຍານ
|
16:10-16:40 ນ.
|
ຊົມການສະແດງລະຄອນພຣະພຸດທະເຈົ້າຊະນະມານ
|
16:40 ນາທີ
|
ແຂກຜູ້ມີກຽດຖ່າຍຮູບລວມກັນ
|
ວັນເສົາ ຂຶ້ນ 15 ຄ່ຳ ວັນທີ 18/5/2019
ທີ່ສະໂມສອນແຂວງບໍ່ແກ້ວ
|
|
5:30-6:00 ນ.
|
ເຕົ້າໂຮມກ້ອນກຳລັງສັດທາປະຊາຊົນ
|
6:00-6:30 ນ.
|
ພິທີໄຫ້ວພຣະຮັບສິນຟັງທັມມະເທສະໜາ
ສະຫຼອງວັນວິສາຂະບູຊາ 1 ກັນ (ພຣະອາຈານໃຫຍ່ຄຳຄູນ)
|
6:30-8:00 ນ.
|
ພິທີຕັກບາດ 80 ພັນສາບູຊາພຸດທະອົງ
|
8:00-11:00 ນ.
|
- ຊົມນິທັດສະການປະຫວັດສາດພຸດທະສາສະໜາ
- ຊົມການສະແດງລະຄອນສີລະທັມ
- ຊົມການສະແດງສິລະປະວັດທະນະທັມ
|
11:00-12:00 ນ.
|
ຖວາຍພັດຕາຫານພຣະສົງສາມະເນນ
|
0 ความคิดเห็น:
แสดงความคิดเห็น