ຂົ່ມໃຈທຳຄວາມດີຄື ການປິດກັ້ນອິສະຫຼະພາບທາງໃຈ. ໂດຍ ພຣະມະຫາສິງຫາ ໄຂ່ອຳພອນ


#ການຂົ່ມໃຈ ການທຳຄວາມດີນີ້ ອາດຄິດວ່າ ມັນເປັນການປິດກັ້ນອິດສະຫຼະພາບທາງຈິດໃຈ ເປັນການຜູກມັດກັກຂັງຄວາມຄິດຈິດໃຈ ຊັ້ນບໍ ?
ຈະຂໍຍົກຕົວຢ່າງເປັນຂໍ້ຄິດ ໃນນິຍາຍອິງທັມມະ 
ເລື່ອງ #ລີລາວະດີ ປະພັນໂດຍ ວະສິນ ອິນທະສະຣະ 
ຕອນ: ບົດສົນທະນາລະຫວ່າງພຣະເຣວະຕະກັບນັກບວດພະເນຈອນຄົນໜຶ່ງ
ຂະນະທີ່ພຣະເຣວະຕະ ສົນທະນາທັມກັບນັກບວດພະເນຈອນ 
ສົນທະນາໄປໄດ້ຄາວໜຶ່ງ ນັດບວດນັ້ນ ກໍ່ຂຶ້ນໄປເທິງຕົ້ນໄມ້ ເຮັດທ່າຂວັກມືໄປມາ ແລ້ວກັບລົງມາສົນທະນາຕໍ່ ແລະກໍ່ເປັນຢູ່ແນວນີ້ ເຖິງສາມຄັ້ງ ພຣະເຣວະຕະ ຈຶ່ງຖາມວ່າ ທ່ານເປັນນັກບວດປະເພດໃດກັນ ມີຂໍ້ປະຕີບັດແປກໆ ຂ້າພະເຈົ້າບໍ່ເຄີຍເຫັນມາກ່ອນ ? 
#ນັກບວດ : ຂ້າພະເຈົ້າມີຂໍ້ປະຕິບັດທີ່ບໍ່ແນ່ນອນ ຄິດຢາກທຳສິ່ງໃດ ປະຕິບັດແບບໃດ ກໍ່ທຳແບບນັ້ນໄປໂລດ ບໍ່ມີຂໍ້ຜູກມັດດ້ານຂໍ້ວັດ ແລະກົດລະບຽບໃດໆທັງສິ້ນ ຄິດຢາກໄຫວ້ດວງຕາເວັນກໍ່ໄຫວ້ ຢາກໄຫວ້ສິ່ງໃດ ກໍ່ໄຫວ້ສິ່ງນັ້ນ ບໍ່ແນ່ ຖ້າຂ້າພະເຈົ້າຢາກຈະໄຫວ້ປາໃນນ້ຳ ກໍ່ຈະມຸດນ້ຳລົງໄປໄຫວ້ ຈິດໃຈຂອງຂ້າພະເຈົ້າ ໄດ້ຊື່ວ່າ ເປັນອິດສະຫຼະໂດຍແທ້ ໄດ້ທຳຕາມປາດຖະນາທຸກປະການ ແຕກຕ່າງຈາກນັກບວດອື່ນໆ ລວມທັງທ່ານດ້ວຍ ທີ່ຕ້ອງຢູ່ໃນກອບຂອງຂໍ້ບັງຄັບ ທີ່ຄົນອື່ນເຊິ່ງຮຽກວ່າ ອາຈານ ບັນຍັດບັງຄັບໄວ້ ຢາກທຳສິ່ງໃດ ກໍ່ບໍ່ອິດສະຫຼະ ຕ້ອງຂົ່ມໃຈ ອົດກັ້ນ ນັ້ນເປັນການປິດກັ້ນອິດສະຫຼະພາບທາງໃຈ ໂດຍແທ້ທີດຽວ.
#ພຣະເຣວະຕະ : ແມ່ນຢູ່ວ່າ ການຢາກທຳສິ່ງ ຊອບໃຈສິ່ງໃດ ແລ້ວທຳໃນສິ່ງນັ້ນໆ ຄືຄວາມອິດສະຫຼະ ແຕ່ແມ່ນຫຍັງເປັນຕົວສັ່ງວ່າ ຢາກທຳສິ່ງນັ້ນ ບໍ່ຢາກທຳສິ່ງນີ້ ນັ້ນຄືຕັນຫາ ຄວາມຢາກ ນັ້ນແຫຼະເປັນນາຍຄອຍສັ່ງ ໄຫຼໄປດ້ວຍອຳນາດຕັນຫາ ກໍ່ສະແດງວ່າ ຍັງມີສິ່ງຄອຍຄວບຄູມຈິດໃຈອີກຊັ້ນໜຶ່ງ ຍັງເປັນທາດຂອງຕັນຫາຢູ່ນັ້ນເອງ ການໄປດ້ວຍອຳນາດຕັນຫາ (ອູໂນ ໂລໂກ ຕັນຫາທາໂສ) ໃຫ້ຜົນທາງຈະເລີນກໍ່ມີ ໃຫ້ຜົນທາງເສື່ອມກໍ່ມີ ເມື່ອມະນຸດຫວັງສະເພາະຄວາມຈະເລີນເທົ່ານັ່ນແມ່ນບໍ່ ແຕ່ບໍ່ສາມາດຄວບຄຸມອຳນາດຕັນຫາທີ່ຊັກຈູງໄປໃນທາງເສື່ອມ ເປັນທາງປະມາດໃນຊີວິດ ເກີດຜົນທາງໄຮ້ປະໂຫຍດ ເຊັ່ນ ການທຳຕາມອຳນາດຕັນຫາ ດ້ວຍ-
ການບຽດບຽນຜູ້ອື່ນ(ສີລຂໍ້ທີ1
ການໂກງຄົນອື່ນ (ສີລຂໍ້ທີ2)
ການແຍ່ງຊິງຄູ່ຄອງ (ສີລຂໍ້ທີ3)
ການເວົ້າຕົວະຫຼອກລວງ (ສີລຂໍ້ທີ4)
ການຕິດໃນລົດຊາດເປັນເຫດໃຫ້ຂາດສະຕິ (ສີລຂໍ້ທີ5)
ຜົນປາຍທາງທີ່ຕາມມາລ້ວນເປັນຜົນເຜັດຮ້ອນ ເດືອດຮ້ອນໃຈໃນພາຍຫຼັງ ເປັນຮ້ອນນອນທຸກ ເປັນທາງເສື່ອມປິດກັ້ນທາງເກີດສະຕິປັນຍາ ເຖິງເຈົ້າຟ້າເຈົ້າແຜ່ນມີອຳນາດສັ່ງໃຜໃຫ້ຢູ່ຫຼືໃຫ້ຕາຍກໍ່ໄດ້ ແຕ່ຍັງບໍ່ພົ້ນອຳນາດຕັນຫາ ເມື່ອປ່ອຍໃຈໃນທາງເສື່ອມແລ້ວ ຍ່ອມໄດ້ຮັບຜົນບໍ່ຕ່າງກັນ
ນີ້ຫຼືຄື ຄວາມອິດສະຫຼະທາງໃຈ ທີ່ໂຫຍຫາ ???
ບັນທິດທັງຫຼາຍ ຈຶ່ງຮູ້ທາງຄວນທຳ ທາງທີ່ຄວນເວັ້ນ ມີຂໍ້ປະຕິບັດ ຄອຍຄວບຄຸມໃຈ ບໍ່ໃຫ້ໄຫຼໄປຕາມອຳນາດຕັນຫາ ປິດທາງບາບ ເປີດທາງບຸນ ແປງທາງໃຫ້ໃຈໄດ້ມີອິດສະຫຼະເຕັມທີ່ໃນມັຄຄາແຫ່ງປັນຍາ ເປັນອິດສະຫຼະຈາກເຄື່ອງຂ້ອງຄາຈາກຄວາມຮ້ອນໃຈ ເໝືອນຄົນປ່ວຍໂຊ ຮູ້ອາຫານທີ່ຄວນກິນ ແລະເວັ້ນອາຫານສະແຫຼງ ເພື່ອຫາຍຂາດຈາກໂຣຄ ມີສຸຂະພາບກາຍດີ ມີຄວາມສຸກ ສະນັ້ນ.
ພຣະມະຫາສິງຫາ ໄຂ່ອຳພອນ 
23/10/2018
ທີ່ວັດອົງຕື້ ນະຄອນຫຼວງວຽງຈັນ
Share on Google Plus

About ສຽງທັມvoice

This is a short description in the author block about the author. You edit it by entering text in the "Biographical Info" field in the user admin panel.

0 ความคิดเห็น:

แสดงความคิดเห็น