ປະວາຣະນາ ມີຄວາມໝາຍ 2 ປະການ. ໂດຍ ປທ ພຣະມະຫາສິງຫາ ໄຂ່ອຳພອນ



ປະວາຣະນາ ມີຄວາມໝາຍ 2 ປະການ ຄື 
1. ການຍອມໃຫ້ຂໍ ຄືການທີ່ອຸບສົກອຸບາສິກາ ຍອມໃຫ້ພຣະພິກຂຸເອີ່ຍປາກຂໍໄດ້ຕາມຕ້ອງການໃນປັດໄຈ 4 ຄື ຜ້າຈີວອນ ອາຫານບິນທະບາດ ເສນາສະນະ (ທີ່ຢູ່) ຢາຮັກສາໂຣຄ ຕາມເວລາທີ່ລະບຸໄວ້
2. ການຍອມໃຫ້ຕຳໜິ ເພື່ອວ່າກ່າວຕັກເຕືອນໃນໂທດທີ່ຄວນຕິຕຽນຕາມພຣະທັມມະວິນັຍ
ຮຽກອີກຢ່າງໜຶ່ງວ່າ ວັນມະຫາປະວາຣະນາ
ການຢູ່ຮ່ວມກັນໃນພັນສາຕະຫຼອດສາມເດືອນອາດມີການກະທົບກະເທືອນກັນທາງວາຈາ ຫຼືອາກັບກິລິຍາ ແຕ່ບໍ່ໄດ້ໂອກາດໃນການຕັກເຕືອນວ່າກ່າວ ຫຼືສະແດງຄວາມແຄງໃຈຕໍ່ກັນ ຖ້າປ່ອຍເວລາຜ່ານໄປຍິ່ງກໍ່ໃຫ້ເກີດຄວາມແຕກສາມັກຄີກັນໃນທີ່ສຸດ ພຣະພຸດທະອົງເຫັນມູນເຫດນີ້ແລ້ວ ຈຶ່ງໃຫ້ສົງຄ໌ທຳປະວາຣະນາກັນແທນການສູດປາຕິໂມກໃນວັນຂຶ້ນ15ຄ່ຳ ເດືອນ11 ເປັນກໍລະນີພິເສດ ກ່ອນແຍກຍ້າຍກັນຫຼັງອອກພັນສາໄປ 
ດ້ວຍຄຳວ່າ 
"ສັງຄັມພັນເຕ ປະວາເຣມິ ທິດເຖນະ ວາ ສຸເຕນະ ວາ ປະຣິສັງກາຍະ ວາ ວະທັນຕຸ ມັງ ອາຍັສມັນໂຕ
ອະນຸກັມປັງ ອຸປາທາຍະ ປັສສັນໂຕ ປະຕິກກະຣິສສາມິ "
ແປວ່າ ທ່ານຜູ້ຈະເລີນທັງຫຼາຍ ຂ້າພະເຈົ້າຂໍປະວາຣະນາຕໍ່ສົງ ທ່ານອາໄສຄວາມອະນຸເຄາະ ຈົງວ່າກ່າວຕັກເຕືອນຂ້າພະເຈົ້າ ດ້ວຍການເຫັນກໍ່ດີ ດ້ວຍການໄດ້ຍິນກໍ່ດີ ດ້ວຍຄວາມສົງໄສກໍ່ດີ ເມື່ອຂ້າພະເຈົ້າຊາບແລ້ວ ຈະກັບຕົວເສຍໃໝ່
ພຸດທະປະສົງໃນການໃຫ້ທຳປະວາຣະນາ
1. ເພື່ອຊ່ວຍກັນປະຄັບປະຄອງສີລຂອງກັນແລະກັນ ຊ່ວຍເປັນຫູເປັນຕາ ໃນເມື່ອຜູ້ໃດຜູ້ໜຶ່ງປະມາດຫຼົງໄຫຼໄປຕາມອຳນາດຂອງກິເລດ ເຮັດຜິດຄອງພຣະທັມມະວິນັຍ ເພາະຕົນເອງບໍ່ສາມາດເຫັນຄວາມຜິດຂອງຕົນໄດ້ ຕ້ອງອາໄສສະຫະທັມມິກ ຊ່ວຍກັນຕັກເຕືອນ
2. ທາງຝ່າຍຜູ້ຖືກເຕືອນ ເພື່ອລົດທິດຖິມານະ ທີ່ມາພ້ອມກັບອາຍຸພັນສາ ຄວາມຮູ້ ປະວາຣະນາຕົນຕ້ອງຍອມໃຫ້ຄົນອື່ນຕຳໜິໄດ້ ເຖິງຈະເປັນຜູ້ນ້ອຍກວ່າກໍ່ຕາມ ດັງທີປາກົດໃນມັງຄະລະສູຕຣວ່າ ຄາຣະໂວ ຈະ ນິວາໂຕ ຈະ ເອຕັມມັງຄະລະມຸຕຕະມັງ ການມີຄວາມເຄົາລົບແລະບໍ່ລຳພອງຕົນ ເປັນມຸງຄຸນອັນສູງສຸດ ຫຼືໃນກະຣະນີຍະເມຕຕະສູຕຣ "..ສຸວະໂຈ ຈັສສະ ມຸທຸ ອະນາຕິມານີ.." ເປັນຄົນເວົ້າງ່າຍ ອ່ອນໂຍນ ແລະບໍ່ມີຄວາມຖືໂຕ
ທາງຝ່າຍຜູ້ເຕືອນຈຶ່ງມີວິນັຍຂໍ້ໜຶ່ງ ວ່າ...ພິກຂຸໃດເມື່ອເຫັນພິກຂຸດ້ວຍກັນຕ້ອງອາບັຕິແລ້ວ ບໍ່ຕັກເຕືອນ ທຳເປັນເມີນເສີຍບໍ່ຮູ້ບໍ່ເຫັນ ພິກຂຸນັ້ນຕ້ອງອາບັຕິປາຈິຕຕີຍ໌ ຄືເປັນການຄາດໂທດແກ່ຜູ້ບໍ່ເຕືອນເຊັ່ນກັນ (ປາຈິຕຕີຍ໌ ສັປປານວັຄຄ໌ທີ4)
ອີກປະການໜຶ່ງ ເຖິງຂະໜາດມີຂໍ້ຫ້າມບໍ່ໃຫ້ຕັ້ງກົດ
ກະຕິກາໃນການຈຳພັນສາວ່າ ຫ້າມປະພຶດມູຄວັຕຣ (ຂໍ້ວັຕຣຂອງຄົນກືກ) ຫ້າມປິດວາຈາຕະຫຼອດພັນສາສາມເດືອນ ເພາະຕ້ອງວ່າກ່າວຕັກເຕືອນກັນສະເໝີ ແລະເພື່ອການປົງອາບັຕິ ແລ້ວເມື່ອຈະເຕືອນ ຕ້ອງຕັ້ງຈິຕເມຕຕາປາດຖະໜາດີຕໍ່ກັນ ແລ້ວວ່າກ່າວດ້ວຍຄວາມອະນຸເຄາະຫວັງດີ ບໍ່ແມ່ນການວິຈານໃຫ້ເສຍຫາຍ ຫຼືທຳໃຫ້ເສຍໜ້າອັບອາຍ ຕ້ອງເລືອກເວລາ ສະຖານທີ່ໃຫ້ເໝາະສົມດ້ວຍ (ສາຣານິຍະທັມ) ດັ່ງນັ້ນ ທັ້ງສອງຝ່າຍ ຈຶ່ງຄວນເປັນກັລຍານະມິຕຣທີ່ດີຂອງກັນແລະກັນ ຄວນກ້າຕັກເຕືອນກັນ ແລະຍອມຮັບໃນການຕັກເຕືອນນັ້ນ ດັ່ງຄຸນນະສົມບັດຂອງກັລຍານມິຕຣຂໍ້ທີ 4 ແລະ 5 ທີ່ວ່າ ວັຕຕາ ຈະ ວະຈະນັກຂະໂມ ວ່າກ່າວຕັກເຕືອນດ້ວຍ ຍອມຮັບຄຳຕັກເຕືອນດ້ວຍ ນັ່ນເອງ
ເມື່ອພິຈາລະນາໂດຍທ່ອງແທ້ໃນທາງປະຕິບັດແລ້ວ ການທຳປະວາຣະນານີ້ ບໍ່ພຽງແຕ່ເປັນສັງຄະກັມຄັ້ງດຽວເທົ່ານັ້ນ ແຕ່ໝາຍເຖິງທຸກເມື່ອທຸກຄາວ ແລະ ບໍ່ໄດ້ຈຳເພາະແຕ່ການປະບັດຕິກັນທາງສົງຄ໌ເທົ່ານັ້ນ ຫາກແຕ່ເປັນຂໍ້ທີ່ຄວນນຳໄປປະບັດຕິທາງຄະຣາວາສ ທົ່ວໄປດ້ວຍ ເພາະທີ່ສັງຄົມແລະໂລກເຮົາເກີດຄວາມວຸ້ນວາຍ ເກີດສົງຄາມທະເລາະວິວາດກັນ ກໍ່ຍ້ອນທິດຖິມານະ ຄວາມຍິ່ງພະຫຍອງ ຄວາມອວດດີ ບໍ່ຍອມຫຼຸດລາວາສອກແກ່ກັນແລະກັນ ຕ່າງຝ່າຍຕ່າງຖືວ່າຕົນຮູ້ດີແລ້ວ ຈຶ່ງບໍ່ຍອມຮັບຄຳຕຳໜິ ແລະສະແດງໃຫ້ອີກຝ່າຍຮູ້ວ່າ ຕົນນັ້ນແຫຼະດີທີ່ສຸດ ສະຫຼາດທີ່ສຸດ ນັ່ນເອງ ເຖິງຈະເຕືອນແຕ່ບໍ່ປະກອບດ້ວຍຄວາມຫວັງດີມີເມຕຕຕາ ຫາກແຕ່ມຸ່ງປະຈານໃຫ້ເກີດຄວາມເສຍຫາຍ ໂຈມຕີພາບພົດຝ່າຍກົງຂ້າມ ເພື່ອສ້າງປະໂຫຍດໃຫ້ແກ່ຕົນເອງ ແຕ່ຖ້າເອົາການປະວາຣະນານີ້ໄປໃຊ້ ໃນຄອບຄົວ ສັງຄົມ ແລ້ວທຸກຄົນຍ່ອມຊ່ວຍປະຄັບປະຄອງກັນແລະກັນໃນທາງທີ່ດີງາມ ຊ່ວຍປີດທາງເກີດຄວາມຊົ່ວແລ້ວ ເຮົາທັງຫຼາຍຍ່ອມຢູ່ດີມີສຸກ ມີແຕ່ຄວາມຈະເລີນຝ່າຍດຽວ ສັງຄົມ ໂລກຍ່ອມສະຫງົບຮົ່ມເຢັນໂດຍແທ້ແລ.
ພຣະມະຫາສິງຫາ ໄຂ່ອຳພອນ
16 ຕຸລາ 2561
---***---
ຂອບໃຈພາບ
------===========

Share on Google Plus

About ສຽງທັມvoice

This is a short description in the author block about the author. You edit it by entering text in the "Biographical Info" field in the user admin panel.

0 ความคิดเห็น:

แสดงความคิดเห็น