ຫຼີ້ນຊູ້ນອກໃຈຕາຍໄປຕົກນະຣົກ / ໂດຍ: ສັກຂີທັມມິກະພິກຂຸ

ເວົ້າເທົ່າທີ່ພົບເຫັນ ແລະເຫັນມາເລື້ອຍ ໆສັງຄົມຍຸກດິຈິຕອນນີ້ ຜູ້ຄົນມັກທີ່ຈະເຮັດໂຕຕາມກະແສຫລາຍຢ່າງມີການຜັນແປປ່ຽນໄປຫລາຍມີທັງສ່ວນທີ່ດີແລະສ່ວນທີ່ສົ່ງຜົນເສຍຫາຍຕໍ່ຄວາມຄິດຈິດໃຈເຮົາ
...
ພຣະອາຈານເຫັນຫລາຍເທື່ອທີ່ສັງຄົມນຳສະເໜີຄະດີ ກ່ຽວກັບການຫລິ້ນຊູ້ນອກໃຈກັນບາງຄົນອາດຍັງພຽງແຕ່ຄົບຫາ ບໍ່ເຖິງຂັ້ນແຕ່ງງານກັນໂດຍສະເພາະຄົນໜຸ່ມຄົນສາວກໍ່ເຫັນວ່າມີຫລາຍບໍ່ນ້ອຍທີ່ຜູ້ຍິງຕົບຕ່ອຍຕີກັນຍ້ອນຍາດຜູ້ບ່າວຄົນດຽວກັນ ຕົບຕ່ອຍຕີກັນແລ້ວອັດຄຼິບວິດິໂອມາໂພສຕ໌ປະຈານກັນ ກໍ່ມີເຮັດຄືວ່າໂລກນີ້ມີຜູ້ຊາຍພຽງຄົນດຽວນີ້ລະ! ເຫັນແລ້ວລະອາຍໃຈແທນພໍ່ແມ່ທີ່ລູກຫລົງນຳຜູ້ຊາຍຂະໜາດນັ້ນ
...
ແຕ່ບັນຫາພວກນີ້ ຍັງບໍ່ແມ່ນແຕ່ສ່ຳນັ້ນບາງຄົນມີລູກມີເມຍແລ້ວ ກໍ່ນອກໃຈໄປຫລິ້ນຊູ້ໃໝ່ເຮັດໃຫ້ຄອບຄົວແຕກແຍກມີບັນຫາຫຍ່າຮ້າງກັນຕາມມາດັ່ງທີ່ປາກົດໃຫ້ເຫັນໃນສັງຄົມອອນໄລນ໌ຍຸກປັດຈຸບັນສ້າງຄວາມເຈັບປວດໃນໃຫ້ກັນທັງສອງຝ່າຍພຣະອາຈານເຫັນແລ້ວກໍ່ຮູ້ສຶກເປັນຫ່ວງຫລາຍ
...
ເວົ້າສະເພາະ ໃນສັງຄົມຄົນລາວພຸດຊາວເຮົານີ້ຫລາຍຄົນບໍ່ນ້ອຍທີ່ຮູ້ຈັກສີລຂໍ້ ໓ ແຕ່ນ້ອຍຄົນທີ່ປະພຶດໃສ່ໃຈ
ຍ້ອນໄປຫລົງໃຫລຕາມກະແສສັງຄົມເຊິ່ງກະແສສັງຄົມສ່ວນໃຫຍ່ມັນມັກຈະມາຈາກກະແສກິເລສຫັ້ນລະມັນບໍ່ແມ່ນການປະພຶດທີ່ສອດຄ່ອງກັບຫລັກການຊາວພຸດເຮົາເລີຍເຮົາຊາວພຸດບໍ່ແມ່ນພວກຫລົງກາມຕາມກິເລສຂະໜາດນັ້ນເຮົາຊາວພຸດແມ່ນພວກທີ່ຮູ້ຈັກຢຸດ ຮູ້ຈັກພໍ ຮູ້ຈັກທົນ ຮູ້ຈັກພຽນ ຮູ້ຈັກຝຶກຝົນບໍ່ແມ່ນຕາມກະແສກິເລສ
...
ໂພສຕ໌ນີ້ບໍ່ມີຫຍັງຫລາຍພຽງແຕ່ໂພສຕ໌ໄວ້ເປັນການຢ້ຳເຕືອນໃຈຢາກໃຫ້ຮູ້ວ່າໂດຍຫລັກການພື້ນຖານໃນັ້ນແມ່ນເຮົາຕ້ອງຮູ້ຈັກ“ພໍ”ໃຫ້ເປັນເພາະຫາກພໍບໍ່ເປັນ ມັນມັກນຳຄວາມທຸກເຂັນມາສູ່ຫົວໃຈໃຜມີລູກມີເມຍແລ້ວ ກໍ່ໃຫ້ຮັກແພງຖະໜອມກັນ ຢ່າຫລິ້ນຊູ້ນອກໃຈກັນເພາະການນອກໃຈມັນນຳຄວາມທຸກມາໃຫ້ເຈົ້າຊູ້ນອກໃຈ ຕາຍໄປຕົກນະຣົກ ແມ່ນວ່າຢູ່ໃນສັງຄົມໂລກ ກໍ່ໄຮ້ກຽດສັກສີຮັກໃຜກະຮັກກັນໃຫ້ຊັດເຈນແລະຢຸດ ພໍ ເອົາເວລາໄປສ້າງຕໍ່ກໍ່ຊີວິດໃຫ້ມັນດີຂຶ້ນ ໃສ່ໃຈດ້ານອື່ນ ໆ ແດ່ບໍ່ຕ້ອງເອົາເວລາໄປໝົກມຸ່ນວຸ້ນວາຍກັບກິເລດຕັນຫາຫລາຍຊີວິດຍັງມີອີກຫລາຍຢ່າງໃຫ້ເຮັດໃຫ້ໃສ່ໃຈໂດຍສະເພາະການພັດທະນາຈິດໃຈ
ຈະເຣີນທັມ//ສັກຂີທັມມິກະພິກຂຸ.






Share on Google Plus

About ສຽງທັມvoice

This is a short description in the author block about the author. You edit it by entering text in the "Biographical Info" field in the user admin panel.

0 ความคิดเห็น:

แสดงความคิดเห็น