ປຶ້ມປະຫວັດວັດລາວພຸດທະຄະຍາ ປະເທດອິນເດຍ ໄດ້ອອກມາຮຽບຮ້ອຍແລ້ວ ຈໍານວນ 2.000 ຫົວ ເຊິ່ງເນື້ອໃນຂອງຫນັງສືແມ່ນແບ່ງອອກເປັນ 4 ພາກໃຫຍ່ຄື:
1. ປະຫວັດວັດລາວພຸດທະຄະຍາ ປະເທດອິນເດຍ
2. ປະຫວັດສາດອິນເດຍ ແລະພຸດທະສັງເວສີ່ແຫ່ງ ອິນເດຍ-ເນປານ
3. ໄຫວ້ພຣະສູດມົນເຊົ້າ-ແລງ ແປ
4. ຄໍາຖວາຍທານ ແລະ ຄໍາບູຊາສະຖານທີ່ຕ່າງໆໃນພຸດທະພູມ ອິນເດຍ-ເນປານ
ເຊິ່ງລວມມາໄວ້ໃນປຶ້ມຫົວນີ້, ແລະທ່ານໃດສົນໃຈໄວ້ໄປສຶກສາເພີ້ມຄວາມຮູ້ ແລະເອົາໄວ້ໄຫວ້ພຣະສູດມົນ ກໍເຫມາະສົມ ສາມາດຈ່ອງເປັນເຈົ້າຂອງໄດ້
ມີທັງແຈກ ແລະບູຊາ ຕາມສັດທາ ຖ້າຜູ້ໃດມີເວລາແມ່ນເຂົ້າໄປເອົາທີ່ຕະຫລາດຫນອງຈັນ ຂົວດິນ ເມືອງ ສີສັດຕະນາກ ນວ, ມີແຈກໃຫ້ຢູ່ຫັ້ນ ແລະສາມາດຕິດຕໍ່ເອົາໄດ້ໂດຍກົງນໍາ ອາຕະມາ ພອຈ ຫົງສາ ບໍລິບູນ ວັດອິນແປງ ເມືອງ ຈັນທະບູລີ ນວ, ໂທ: 02055995151 LineID: hs5151 Whatsapp No. +919199928888
0 ความคิดเห็น:
แสดงความคิดเห็น