ຂ່າວກ່ຽວກັບຄະນະສົງຄ໌



ວັນທີ17 ສິງຫາ ພ.​ສ. 2560(2017)ກະຊວງພາຍໃນຈັດກອງປະຊຸມເຜີຍແຜ່ດຳລັດ ວ່າດ້ວຍການຄຸ້ມຄອງແລະການປົກປ້ອງການເຄື່ອນໄຫວສາສະໜາ ຢູ່ໃນ ສປປລາວ ສະບັບເລກທີ 315/ລບ ລົງວັນທີ 16 ສິງຫາ 2016 ທີ່ຫໍທັມມະສະພາ ສູນກາງອົງການພຸດທະສາສະໜາສຳພັນລາວ​ນະຄອນຫລວງວຽງຈັນ ໄດ້ເມດຕາເປັນປະທານຝ່າຍພຣະສົງ ໂດຍ​ພຣະອາຈານໃຫຍ່ມະຫາງອນ ດຳຣົງບຸນ ປະທານສູນກາງ ອພສ.​ ພຣະອາຈານໃຫຍ່ມະຫາເວດ ມະເສໄນ ຮອງປະທານສູນກາງ ອພສ.​ ຜູ້ຊີ້ນຳວຽກກັມມາທິການເຜີຍແຜ່ສີລະທັມ ພຣະອາຈານໃຫຍ່ມະຫາຄຳມາ ປັນຍາວິຈິດ ຮອງປະທານ​ສູນກາງ ອພສ. ຜູ້ຊີ້ນຳວຽກກັມມາທິການສາທາຣະນູປະການ ແລະປະທານຝ່າຍຄາຣະວາດ ໂດຍທ່ານຄຳມູນ ວິພົງໄຊ ຮອງລັດຖະມົນຕີ ກະຊວງພາຍໃນ ທ່ານສີສະໄໝ ແສງສະຫວ່າງ ຮອງຫົວໜ້າກົມສາສະໜາສູນກາງແນວລາວສ້າງຊາດ ມີພະສົງແລະຄາຣະວາດ ເຂົ້າຮ່ວມ ລວມ 55ອົງ/ທ່ານ
======




https://www.facebook.com/LaoLBFO/
Share on Google Plus

About ສຽງທັມvoice

This is a short description in the author block about the author. You edit it by entering text in the "Biographical Info" field in the user admin panel.

0 ความคิดเห็น:

แสดงความคิดเห็น